ແຂວງເຊີນລາ ສສ ຫວຽດນາມ ແລະ ແຂວງຫຼວງພະບາງ ສປປ ລາວ: ແລກປ່ຽນວຽກງານຊາຍແດນ ຄັ້ງທີ XII

09:48 | 29/11/2019

ຍສໝ - ໃນວັນທີ 27 ພະຈິກ 2019, ຢູ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ສປປ ລາວ ໄດ້ດໍາເນີນກອງປະຊຸມພົບປະແລກປ່ຽນວຽກງານຊາຍແດນ ຄັ້ງທີ XII ລະຫວ່າງ ແຂວງເຊີນລາ ແລະ ແຂວງຫຼວງພະບາງ.

ແຂວງເຊີນລາ ສສ ຫວຽດນາມ ແລະ ແຂວງຫຼວງພະບາງ ສປປ ລາວ: ແລກປ່ຽນວຽກງານຊາຍແດນ ຄັ້ງທີ XII

ແຂວງເຊີນລາ ສສ ຫວຽດນາມ ແລະ ແຂວງຫຼວງພະບາງ ສປປ ລາວ: ແລກປ່ຽນວຽກງານຊາຍແດນ ຄັ້ງທີ XII.(ພາບ:baosonla)

ສອງແຂວງໄດ້ປຶກສາຫາລື, ຕີລາຄາການປະຕິບັດສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນທາງບົກລະຫວ່າງ ຫວຽດນາມ-ລາວ; ຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ສະກັດກັ້ນ, ຕ້ານອາດຊະຍາກຳຢູ່ເຂດຊາຍແດນ; ແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືລະຫວ່າງບັນດາອົງການວິຊາການ ແລະອຳນາດການປົກຄອງຮາກຖານ; ແກ້ໄຂບັນດາບັນຫາຜູ້ອົບພະຍົບເສລີ ແລະການສົມລົດບໍ່ຖືກລະບຽບຢູ່ເຂດຊາຍແດນລະຫວ່າງແຂວງເຊີນລາ-ຫຼວງພະບາງ ແລະຫຼາຍບັນຫາທີ່ທັງສອງຝ່າຍມີຄວາມສົນໃຈ; ໝາກຜົນການປະຕິບັດບົດບັນທຶກຊ່ວຍຈໍາກອງປະຊຸມພົບປະແລກປ່ຽນວຽກງານຊາຍແດນ ຄັ້ງທີ XI ລະຫວ່າງສອງແຂວງ; ແລກປ່ຽນບັນດາບັນຫາກ່ຽວກັບການພົວພັນດ້ານການເມືອງ, ການທູດ, ການພັດທະນາເສດຖະກິດ-ສັງຄົມ; ການໂຄສະນາປະຕິບັດສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ, ວຽກງານປົກປັກຮັກສາເສັ້ນຊາຍແດນ; ດ່ານຊາຍແດນທາງບົກລະຫວ່າງ ຫວຽດນາມ-ລາວ; ກໍ່ສ້າງ ແລະປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດ; ພ້ອມທັງ, ປຶກສາຫາລື, ເຫັນດີເປັນເອກະພາບຕໍ່ທິດທາງ, ໜ້າທີ່ວຽກງານຊາຍແດນໃນໄລຍະຈະມາເຖິງລະຫວ່າງສອງແຂວງ. ສອງແຂວງໄດ້ເຫັນດີເປັນເອກະພາບລົງນາມບົດບັນທຶກກອງປະຊຸມພົບປະແລກປ່ຽນວຽກງານຊາຍແດນ ຄັ້ງທີ XII; ບົດບັນທຶກເຫັນດີເປັນເອກະພາບຕໍ່ແຜນງານແກ້ໄຂບັນຫາຜູ້ອົບພະຍົບແບບເສລີ ແລະການສົມລົດບໍ່ຖືກລະບຽບຢູ່ເຂດຊາຍແດນໃນບໍລິເວນສອງແຂວງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.