ເພີ່ມທະວີໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ລະຫວ່າງ ແຂວງກອນຕູມ ແລະ ແຂວງອັດຕະປື ສປປ ລາວ

14:04 | 25/11/2019

ຍສໝ - ເມື່ອບໍ່ດົນມານີ້, ຄະນະປະຕິບັດງານແຂວງກອນຕູມ ສສ ຫວຽດນາມ ໄດ້ມີການເຮັດວຽກກັບຄະນະປະຕິບັດງານແຂວງອັດຕະປື ສປປ ລາວ ກ່ຽວກັບສະພາບການຮ່ວມມືລະຫວ່າງສອງທ້ອງຖິ່ນ ແລະ ດໍາເນີນການກວດກາຕົວຈິງຢູ່ລຽບຕາມເສັ້ນຊາຍແດນແຂວງກອນຕູມ, ປະເທດຫວຽດນາມ-ແຂວງອັດຕະປື, ປະເທດລາວ.

ເພີ່ມທະວີໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ລະຫວ່າງ ແຂວງກອນຕູມ ແລະ ແຂວງອັດຕະປື ສປປ ລາວ

ເພີ່ມທະວີໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ລະຫວ່າງ ແຂວງກອນຕູມ ແລະ ແຂວງອັດຕະປື ສປປ ລາວ.(ພາບ: bienphong.com.vn)

ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນກໍ່ຄືວຽກງານຜັນຂະຫຍາຍການປະຕິບັດບັນດາສັນຍາ, ສົນທິສັນຍາຂອງສອງປະເທດໃນໄລຍະຜ່ານມາ; ໃນໄລຍະຈະມາເຖິງສອງຝ່າຍຈະສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງລັດຖະບານຫວຽດນາມ ແລະ ລາວ ໃຫ້ເປັນຢ່າງດີ, ບັນດາເອກະສານທາງດ້ານກົດໝາຍສະບັບຕ່າງໆທີ່ກ່ຽວຂ້ອງເຖິງຊາຍແດນ, ການຄ້າ, ວັດທະນະທໍາ, ການສຶກສາ.

ສອງຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ຊີ້ນໍາບັນດາກໍາລັງຕ່າງໆເພີ່ມທະວີການສົມທົບກັນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຮັກສາການລາດຕະເວນສອງຝ່າຍ, ໂຄສະນາໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນຢ່າງເລິກເຊິ່ງກວ້າງຂວາງ ເພື່ອຍົກສູງສະຕິຄວາມຮັບຮູ້ກ່ຽວກັບນໍ້າໃຈສາມັກຄີແບບພິເສດຫວຽດນາມ-ລາວ.

ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນ; ເປັນເຈົ້າການໂຄສະນາ, ຂົນຂວາຍປະຊາຊົນຢູ່ສອງເບື້ອງຊາຍແດນປະຕິບັດສັນຍາວ່າດ້ວຍກົດລະບຽບການຄຸ້ມຄອງຊາຍແດນຫວຽດນາມ-ລາວ ຢ່າງເຂັ້ມງວດ; ຍູ້ແຮງຂະບວນການມະຫາຊົນ, ປະຊາຊົນເຂົ້າຮ່ວມການຄຸ້ມຄອງຊາຍແດນ, ຫຼັກໝາຍຊາຍແດນ, ຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນດ້ວຍຕົນເອງ.

(ໄຊພອນ)

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ອ່ານຫຼາຍທີ່ສຸດ