ຄະນະບໍລິຫານງານຊາວໜຸ່ມນະຄອນໂຮ່ຈີມິນ ຍ້ອງຍໍຊົມເຊີຍນັກສຶກສາດີເດັ່ນ ລາວ, ກໍາປູເຈຍ

16:37 | 19/11/2019

ວັນທີ 17 ພະຈິກ, ຄະນະບໍລິຫານງານຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍນັກສຶກສາດີເດັ່ນ ລາວ, ກໍາປູເຈຍ ຈໍານວນ 86 ຄົນທີ່ພວມຮໍ່າຮຽນຢູ່ບັນດາມະຫາວິທະຍາໄລ, ສະຖາບັນໃນບໍລິເວນນະຄອນ.

ຄະນະບໍລິຫານງານຊາວໜຸ່ມນະຄອນໂຮ່ຈີມິນ ຍ້ອງຍໍຊົມເຊີຍນັກສຶກສາດີເດັ່ນ ລາວ, ກໍາປູເຈຍ

ນັກສຶກສາດີເດັ່ນ ລາວ, ກໍາປູເຈຍ ໄດ້ຮັບການຍ້ອງຍໍຊົມເຊີຍ. ໂດຍ: ຮຸ່ງຄວາ.

ປີ 2019, ສະພາເລືອກເຟັ້ນນາມມະຍົດໄດ້ຮັບສໍາເນົາເອກະສານເຂົ້າຮ່ວມການຄັດເລືອກຈໍານວນ 112 ຊຸດຈາກ 14 ມະຫາວິທະຍາໄລ, ສະຖາບັນໃນບໍລິເວນນະຄອນ; ໄດ້ຈັດຕັ້ງກອງປະຊຸມພິຈາລະນາ ແລະເຫັນດີເປັນເອກະພາບຍ້ອງຍໍຊົມເຊີຍນັກສຶກສາດີເດັ່ນລາວ ຈໍານວນ 63 ຄົນ ແລະນັກສຶກສາດີເດັ່ນກໍາປູເຈຍ ຈໍານວນ 23 ຄົນ; ໃນນັ້ນມີນັກສຶກສາ 2 ຄົນໄດ້ຮັບການຍ້ອງຍໍໃນ 4 ປີຢ່າງຕໍ່ເນື່ອງ ແລະ 10 ຄົນໄດ້ຮັບການຍ້ອງຍໍໃນ 3 ປີຢ່າງຕໍ່ເນື່ອງ.

ຜ່ານ 14 ປີແຫ່ງການຈັດຕັ້ງ, ມາຮອດປະຈຸບັນ, ລາຍການໄດ້ຍ້ອງຍໍຊົມເຊີຍນັກສຶກສາດີເດັ່ນ ລາວ, ກໍາປູເຈຍ ໃນການຮໍ່າຮຽນຢູ່ບັນດາມະຫາວິທະຍາໄລ, ສະຖາບັນຕ່າງໆຈໍານວນ 679 ຄົນ. ບັນດານັກສຶກສາດີເດັ່ນທີ່ໄດ້ຮັບການຍ້ອງຍໍຊົມເຊີຍບໍ່ພຽງແຕ່ແມ່ນແບບຢ່າງດີເດັ່ນໃນການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ເຂົ້າຮ່ວມການເຄື່ອນໄຫວຂະບວນການເທົ່ານັ້ນຫາກຍັງປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ນໍ້າໃຈມິດຕະພາບຫວຽດນາມ-ລາວ-ກໍາປູເຈຍ ພັດທະນາແບບຍືນຍົງອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.