ຫວຽດນາມ-ລາວ: ດໍາເນີນກອງປະຊຸມແລກປ່ຽນສະພາບການ, ວຽກງານສົມທົບກັນຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ ປີ 2019

16:25 | 27/11/2019

ຍສໝ - ໃນວັນທີ 26 ພະຈິກ 2019, ທີ່ສໍານັກງານຕໍາຫຼວດແຂວງເຊີນລາ ສສ ຫວຽດນາມ, ໄດ້ດໍາເນີນກອງປະຊຸມແລກປ່ຽນສະພາບການ, ວຽກງານສົມທົບກັນຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ ປີ 2019 ລະຫວ່າງຕໍາຫຼວດແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ, ແຂວງບໍ່ແກ້ວ.

ຫວຽດນາມ-ລາວ: ດໍາເນີນກອງປະຊຸມແລກປ່ຽນສະພາບການ, ວຽກງານສົມທົບກັນຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ ປີ 2019

ກອງປະຊຸມແລກປ່ຽນສະພາບການ, ວຽກງານສົມທົບກັນຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ ປີ 2019 ລະຫວ່າງຕໍາຫຼວດແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ, ແຂວງບໍ່ແກ້ວ.(ພາບ: la.qdnd.vn)

ຕໍາຫຼວດແຂວງເຊີນລາ ພ້ອມກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ, ແຂວງບໍ່ແກ້ວ ໄດ້ພ້ອມກັນເຫັນດີເປັນເອກະພາບຕີລາຄາ, ແລກປ່ຽນວຽກງານຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍຂອງບັນດາຝ່າຍແຕ່ຕົ້ນປີ 2019 ມາຮອດປະຈຸບັນ; ພ້ອມກັນແລກປ່ຽນບົດຮຽນກ່ຽວກັບບາງບັນຫາທີ່ກ່ຽວຂ້ອງເຖິງວຽກງານຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ. ຜ່ານການເຮັດວຽກຄັ້ງນີ້ໄດ້ຊ່ວຍໃຫ້ພະນັກງານລະຫວ່າງຕໍາຫຼວດແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ, ແຂວງບໍ່ແກ້ວ ມີໂອກາດພົບປະແລກປ່ຽນ, ແລກປ່ຽນບົດຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນວຽກງານວິຊາສະເພາະ, ສົມທົບກັນໃນວຽກງານສະກັດກັ້ນ ແລະຕ້ານອາດຊະຍາກໍາປະເພດຕ່າງໆຢ່າງມີປະສິດທິຜົນກວ່າອີກ. ຜ່ານການເຮັດວຽກໃນຄັ້ງນີ້, ຕໍາຫຼວດແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ ກໍ່ໄດ້ລົງນາມໃນບົດບັນທຶກການພົບປະເຈລະຈາຕີລາຄາສະພາບການວຽກງານສົມທົບກັນປີ 2019 ແລະ ທິດທາງໜ້າທີ່ປີ 2020.

(ໄຊພອນ)

ເຫດການ