ແຂວງ ເຫງ້ອານ ມອບຂໍ້ຕົກລົງເຂົ້າສັນຊາດ ໃຫ້ພົນລະເມືອງລາວຈຳນວນ 70 ຄົນ

06:00 | 24/11/2019

ຍສໝ - ພາຍຫຼັງຫຼາຍປີ ທີ່ດຳລົງຊີວິດຢູ່ແຂວງ ເຫງ້ອານ, ໂດຍໄດ້ຮັບການເຫັນດີຂອງສອງປະເທດ, ປະຊາຊົນລາວ ຈຳນວນ 70 ຄົນ ໄດ້ຮັບສັນຊາດຫວຽດນາມໂດຍປະທານສາທາລະນະລັດສັງຄົມນິຍົມຫວຽດນາມ.

ຕອນບ່າຍວັນທີ 21 ພະຈິກ, ໂດຍໄດ້ຮັບອະນຸຍາດຈາກປະທານປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ທ່ານ ເລຫງ້ອກຫ່ວາ - ຮອງປະທານຄະນະກຳມະການປະຊາຊົນແຂວງ ເຫງ້ອານ ໄດ້ມອບ ຄຳຕັດສິນ ໃຫ້ພົນລະເມືອງລາວ ຈຳນວນ 70 ຄົນທີ່ອາໄສຢູ່ແຂວງ ເຫງ້ອານ ໄດ້ຮັບສັນຊາດຫວຽດນາມ.

ພະແນກຍຸຕິທຳ ແຂວງ ເຫງ້ອານ ໄດ້ປະສານສົມທົບ ກັບຄະນະຊ່ຽວຊານປະສົມ ຂອງແຂວງໃນການສືບສວນ, ສະຖິຕິ, ການຈັດປະເພດ, ເຮັດສາລະບານລາຍຊື່ຂອງຜູ້ອົບພະຍົບທີ່ບໍ່ກຳນົດ ແລະ ການແຕ່ງງານແບບນອກສົມລົດ ພາຍໃຕ້ຫົວຂໍ້ສັນຍາໃນ 3 ແຂວງຕ່າງໆຂອງລາວ: ບໍລິຄໍາໄຊ, ຊຽງຂວາງ, ຫົວພັນ ແລະ 6 ເມືອງຂອງແຂວງ ເຫງ້ອານ.

ແຂວງ ເຫງ້ອານ ມອບຂໍ້ຕົກລົງເຂົ້າສັນຊາດ ໃຫ້ພົນລະເມືອງລາວຈຳນວນ 70 ຄົນ

ອງປະທານຄະນະກຳມະການປະຊາຊົນແຂວງ ເຫງ້ອານ ທ່ານ ເລຫງ້ອກຫ່ວາ ມອບຂໍ້ຕົກລົງເຂົ້າສັນຊາດ ໃຫ້ພົນລະເມືອງລາວ. (ພາບ: baophapluat.vn)

ກ່າວຄຳເຫັນທີ່ພິທີ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເຫງ້ອານ ທ່ານ ເລຫງ້ອກຫ່ວາ ໄດ້ເນັ້ນໜັກວ່າ ເຫດການນີ້ແມ່ນຂີດໝາຍອັນໃຫຍ່ຫຼວງ ສຳລັບແຕ່ລະບຸກຄົນເວົ້າສະເພາະ ແລະ ອຳນາດການປົກຄອງທ້ອງຖິ່ນເວົ້າລວມ, ສະແດງໃຫ້ເຫັນຄວາມສົນໃຈຂອງພັກ ແລະ ລັດກ່ຽວກັບ ປະຊາຊົນທີ່ບໍ່ມີສັນຊາດດົນນານ ທີ່ຈະດຳລົງຊີວິດ ແລະ ອາໄສຢູ່ໃນດິນແດນຂອງຫວຽດນາມ. ທັງນີ້, ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ຂອງຜູ້ອົບພະຍົບທີ່ບໍ່ກຳນົດ, ການແຕ່ງງານແບບນອກສົມລົດ ຢູ່ໃນເຂດຊາຍແດນຫວຽດນາມ - ລາວ. ສ້າງເງື່ອນໄຂ ອຳນວຍຄວາມສະດວກ ເພື່ອໃຫ້ເຂົາເຈົ້າມີສະຖຽນລະພາບໃນການດຳລົງຊີວິດ, ເຊື່ອມໂຍງເຂົ້າກັບຊີວິດ, ເສດຖະກິດ, ວັດທະນະທຳ - ສັງຄົມ, ພ້ອມກັນນັ້ນກໍ່ສ້າງພື້ນຖານໃຫ້ພວກເຂົາຮັກສາສະຖຽນລະພາບ, ການເມືອງ, ຮັບປະກັນຄວາມໝັ້ນຄົງຊາຍແດນ ແລະ ປ້ອງກັນຊາດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.