ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ກັບແຂວງເຊກອງຂອງ ສປປ.ລາວ

16:07 | 15/11/2019

ຍສໝ - ຕອນບ່າຍວັນທີ 12 ພະຈິກ, ທ່ານເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳ ລາວ ຫງວຽນປ້າຫູ່ງ ໄດ້ນຳໜ້າ ຄະນະຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳລາວ ແລະ ບັນດາອົງການຂອງຫວຽດນາມນອກຈາກສະຖານທູດ ໄດ້ມີການພົບປະກັບທ່ານ ຄຳຟ່ອຍ ບູດດາວຽງ, ເລຂາ, ເຈົ້າແຂວງເຊກອງ ທີ່ ສຳນັກງານລັດຖະບານແຂວງ. ເຂົ້າຮ່ວມມີຜູ້ຕາງໜ້າສະຖານກົງສຸນໃຫຍ່ຫວຽດນາມ ປະຈຳນະຄອນປາກເຊ, ລາວ.

ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ຕີລາຄາເຖິງວ່າ ແຂວງເຊກອງ ແມ່ນແຂວງນ້ອຍຂອງລາວ, ແຕ່ແຂວງເຊກອງ ໄດ້ດຶງດູດຫຼາຍໂຄງການລົງທຶນຂອງຫວຽດນາມ, ໃນນັ້ນມີບັນດາໂຄງການໃຫຍ່ຂອງຫວຽດນາມຢູ່ລາວ. ສະນັ້ນ, ການປະສານສົມທົບລະຫວ່າງບັນດາພາກສ່ວນກ່ຽວຂ້ອງ ເພື່ອເກັບກູ້ຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ແມ່ນມີຄວາມສຳຄັນໃນການຊຸກຍູ້ລະດັບຄວາມຄືບໜ້າປະຕິບັດໂຄງການຕ່າງໆພາຍໃນແຂວງ, ພ້ອມທັງຍົກສູງມູນຄ່າການລົງທືນ. , ການຄ້າຂາຍເຂົ້າແຂວງກໍ່ຄືລະຫວ່າງສອງປະເທດ.

ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ກັບແຂວງເຊກອງຂອງ ສປປ.ລາວ

ທັດສະນີຍະພາບຂອງກອງປະຊຸມ. (ພາບ: nhandan.com.vn)

ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ກໍ່ໄດ້ສະເໜີໃຫ້ແຂວງສືບຕໍ່ເພີ່ມທະວີການຮ່ວມມືກັບຫວຽດນາມ, ໃນນັ້ນມີຄວາມສຳຄັນ ແມ່ນການຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດ ແລະ ການສຶກສາເພື່ອສ້າງພື້ນຖານໃຫ້ແກ່ການພັດທະນາໃນອະນາຄົດ. ໃນຊຸມປີມໍ່ໆມານີ້, ບັນດາແຂວງພາກກາງຂອງຫວຽດນາມ ໄດ້ໃຫ້ທຶນການສຶກສາຫຼາຍຢ່າງ ແກ່ນັກຮຽນແຂວງເຊກອງເພື່ອໄປສຶກສາ ແລະ ຄົ້ນຄວ້າຢູ່ຫວຽດນາມ.

ທ່ານ ຄຳຟ່ອຍ ບູດດາວຽງ, ເລຂາ, ເຈົ້າແຂວງເຊກອງ ໃຫ້ຮູ້ວ່າ ມີວິສາຫະກິດຫວຽດນາມຫຼາຍແຫ່ງ ພວມລົງທຶນເຂົ້າໃນຂົງເຂດແຮງຂອງແຂວງເຊັ່ນ ກະສິກຳ ແລະ ບໍ່ແຮ່, ໃນນັ້ນມີວິສາຫະກິດຂະໜາດ ໃຫຍ່ຂອງຫວຽດນາມ ທີ່ໄດ້ດຳເນີນທຸລະກິດມາເປັນເວລາຫຼາຍປີໃນແຂວງ.

ທ່ານ ຄຳຟ່ອຍ ບູດດາວຽງ ເຈົ້າແຂວງເຊກອງ ຢືນຢັນວ່າ ເຊິ່ງເປັນແຂວງທີ່ມີຊາຍແດນຕິດກັບປະເທດຫວຽດນາມ, ແຂວງເຊກອງ ໄດ້ສຸມໃສ່ການຮັກສາເສັ້ນຊາຍແດນທີ່ໝັ້ນຄົງ, ແກ້ໄຂຫຼາຍບັນຫາທີ່ກ່ຽວຂ້ອງກັບການຮັບປະກັນຄວາມໝັ້ນຄົງຊາຍແດນ, ປ້ອງກັນ ແລະ ຕ້ານອາດຊະຍາກຳຢາເສບຕິດ. ໂດຍສະເພາະ, ແຂວງໄດ້ສ້າງຕັ້ງພະແນກວິຊາສະເພາະ ເພື່ອແກ້ໄຂບັນຫາທີ່ເກີດຂື້ນຢ່າງໄວວາເຊັ່ນປະເດັນການແຕ່ງດອງຜິດກົດໝາຍ ກັບບາງແຂວງທາງພາກກາງຂອງຫວຽດນາມ.

ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ກັບແຂວງເຊກອງຂອງ ສປປ.ລາວ

ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນບາຮຸ່ງ ກ່າວຄຳປາໄສ. (ພາບ: nhandan.com.vn)

ທີ່ການພົບປະ, ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນບາຮຸ່ງ ແລະ ທ່ານ ຄຳຟ່ອຍ ບູດດາວຽງ ໄດ້ເຫັນດີເປັນເອກະພາບວ່າການລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ແຂວງໃນໄລຍະຜ່ານມາຄວນສຸມໃສ່ເຂົ້າໃນວິທີຮັບປະກັນລະດັບຄວາມຄືບໜ້າ ຂອງການກໍ່ສ້າງ ແລະ ທຸລະກິດທີ່ມີປະສິດຕິຜົນ. ສອງຝ່າຍກໍ່ຄົ້ນຄ້ວາ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ເພື່ອຊຸກຍູ້ໄວບາງໂຄງການຂອງຫວຽດນາມຢູ່ແຂວງ, ພິເສດແມ່ນໂຄງການຂຸດຄົ້ນບໍ່ແຮ່.

ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ກໍ່ໃຫ້ຮູ້ວ່າ, ສະມາຄົມ ແລະ ບັນດາວິສາຫະກິດຫວຽດນາມຄວນໝູນໃຊ້ກຳລັງແຮງຂອງທ້ອງຖິ່ນ, ເຊື່ອມຕໍ່ ແລະ ຮ່ວມມືກັບປະຊາຄົມວິສາຫະກິດບັນດາແຂວງຂອງຫວຽດນາມ ທີ່ເປັນແຮກສ່ຽວກັບແຂວງເຊກອງ ເພື່ອສາມາດສົ່ງເສີມ, ຊຸກຍູ້ການແລກປ່ຽນກໍ່ຄືການຮ່ວມມືດ້ານການລົງທຶນຢູ່ແຂວງເຊກອງ.

(ຄຳຮຸ່ງ)

ເຫດການ