ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ປະຈຳ ແຂວງຫລວງພະບາງ

15:00 | 19/11/2019

ໃນຕອນບ່າຍຂອງ ວັນທີ 18 ພະຈິກ 2019 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ຫວູ ດັງ ແມ້ງ ກົງສຸນໃຫຍ່ ແຫ່ງ ສສ.ຫວຽດນາມ ປະຈຳ ແຂວງຫລວງພະບາງ, ໃນໂອກາດທີ່ສຳເລັດການ ປະຕິບັດ ໜ້າທີ່ກົງສຸນໃຫຍ່ ຢູ່ ສປປ ລາວ.

ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ປະຈຳ ແຂວງຫລວງພະບາງ

ທ່ານຮອງລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຊົມເຊີຍທີ່ ທ່ານ ຫວູ ດັງ ແມ້ງ ໄດ້ສໍາເລັດການປະຕິບັດໜ້າທີ່ ເປັນກົງສຸນໃຫຍ່ ແຫ່ງ ສສ.ຫວຽດນາມ ປະຈໍາ ແຂວງຫລວງພະບາງ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຊົມເຊີຍທີ່ ທ່ານ ຫວູ ດັງ ແມ້ງ ໄດ້ສໍາເລັດການປະຕິບັດໜ້າທີ່ ເປັນກົງສຸນໃຫຍ່ ແຫ່ງ ສສ.ຫວຽດນາມ ປະຈໍາ ແຂວງຫລວງພະບາງ ດ້ວຍໝາກຜົນອັນຈົບງາມ ຕະຫລອດໄລຍະ 3 ປີ ຜ່ານມາ ແລະ ຊົມເຊີຍຕໍ່ຜົນງານການ ປະກອບສ່ວນຢ່າງຕັ້ງໜ້າ ທີ່ໄດ້ເປັນຂົວຕໍ່ ໃຫ້ແກ່ການພົວພັນຮ່ວມມືໃນຫລາຍດ້ານ, ປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ ເວົ້າລວມ, ເວົ້າສະເພາະ ກໍຄື ການເສີມຂະຫຍາຍການ ພົວພັນຮ່ວມມື ລະຫວ່າງ 8 ແຂວງພາກເໜືອ ຂອງ ສປປ ລາວ ກັບ ບັນດາແຂວງຂອງ ສສ. ຫວຽດ ນາມ. ພ້ອມນີ້, ທ່ານຮອງລັດຖະມົນຕີ ຍັງເຊື່ອໝັ້ນຢ່າງໜັກແໜ້ນວ່າ ທ່ານ ຫວູ ດັງ ແມ້ງ ຈະສືບຕໍ່ນໍາໃຊ້ປະສົບການ ແລະ ຄວາມສາມັກຄີຮັກແພງ ເພື່ອປະກອບສ່ວນຊຸກຍູ້ ການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດດັ່ງກ່າວ, ທ່ານກົງສຸນໃຫຍ່ ຫວູ ດັງ ແມ້ງ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ ການຮ່ວມມື, ສະໜັບສະໜູນຊ່ວຍເຫລືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫລອດໄລຍະການປະຕິບັດ ໜ້າທີ່ກົງສຸນໃຫຍ່ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ