ທະຫານແຂວງສະຫວັນນະເຂດ ແລະ ກວງຈິ ສສ ຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານ

17:17 | 24/11/2019

ຍສໝ - ໃນກາງເດືອນພະຈິກນີ້, ກອງບັນຊາການທະຫານແຂວງ ສະຫວັນນະເຂດ ແລະ ແຂວງ ກວາງຈິ ໄດ້ມີກອງປະຊຸມປຶກສາຫາລື ແລະ ເພີ່ມທະວີການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ.

ກອງບັນຊາການທະຫານແຂວງ ສະຫວັນນະເຂດ ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ຈະເລີນ ວົງວິໄຊ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ ພ້ອມຄະນະໄດ້ເດີນທາງເຂົ້າຮ່ວມກອງປະຊຸມແລກປ່ຽນສະພາບວຽກງານປ້ອງກັນຊາດ ຄັ້ງທີ XV ປະຈຳປີ 2019 ລະຫ່ວາງສອງແຂວງ ໂດຍໃຫ້ ກຽດຕ້ອນຮັບຂອງ ສະຫາຍພັນເອກ ຫງວຽນ ຮວ່າຍ ເຟືອງ ຄະນະປະຈຳພັກແຂວງ, ເລຂາ ຄະນະພັກ, ຫົວໜ້າການທະຫານ ແຂວງ ກວາງຈິ ສສ ຫວຽດ ນາມ. ພ້ອມຄະນະໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ກອງປະຊຸມໄດ້ຈັດຂຶ້ນຢູ່ຫ້ອງປະຊຸມກອງບັນຊາການທະຫານ ແຂວງກວາງຈິ ສສ ຫວຽດ ນາມ. ໂດຍປະຕິບັດຕາມບົດບັນທຶກຊ່ວຍຈຳກອງປະຊຸມພົບປະ ແລກປ່ຽນສະພາບວຽກງານ ປ້ອງກັນຊາດຄັ້ງທີ XV ລະ ຫ່ວາງກອງບັນຊາການທະຫານ ແຂວງສະຫວັນນະເຂດ ສປປ ລາວ ກັບກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ ໃນວັນທີ 26/11/2018 ຜ່ານມາ.

ທະຫານແຂວງສະຫວັນນະເຂດ ແລະ ກວງຈິ ສສ ຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານ

ກອງປະຊຸມປຶກສາຫາລື ແລະ ເພີ່ມທະວີການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ລະຫວ່າງ ທະຫານແຂວງສະຫວັນນະເຂດ ແລະ ກວງຈິ. (ພາບ: baoquangtri.vn)

ໃນນີ້ຜູ້ແທນກອງປະຊຸມທັງສອງຝ່າຍຕ່າງກໍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການວຽກງານຕ່າງໆໃນຄວາມຮັບຜິດຊອບຂອງຕົນໃນຊຸມປີຜ່ານມາໃຫ້ກັນຊາບໂດຍ ສະເພາະດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ການປະສານສົມທົບຮ່ວມ ມືໃນການປະຕິບັດໜ້າທີ່ຂຸດຄົ້ນ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ ເສຍຊີວິດໃນປາງສົງຄາມຢູ່ພື້ນທີ່ແຂວງສະຫັວນນະເຂດ, ໄດ້ຕາມຄາດໝາຍເປັນຢ່າງດີ ແລະ ທັງພ້ອມກັນເປັນເຈົ້າການຕ້ານສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆ ແລະ ແນວຄິດຂອງປະຊາຊົນໃນຂອບເຂດຂຸດຄົ້ນ ອັດຖິຕາມຈຸດເປົ້າໝາຍໄດ້ເປັນ ຢ່າງດີ ແລະ ພ້ອມກັນເສີມຂະ ຫຍາຍນໍ້າໃຈສາມັກຄີ, ມິດຕະພາບ ແລະ ໝາກຜົນທີ່ຍາດມາໄດ້ດ້ານການທະຫານໃນຊຸມປີຜ່ານມາທີ່ທັງສອງແຂວງໄດ້ ເພີ່ມທະວີການຊີ້ນຳ-ນຳພາຢູ່ ໃນຂົງເຂດການທະຫານ, ຮັກສາໄດ້ສະຖຽນລະພາບທາງການ ເມືອງໃຫ້ມີຄວາມສະຫງົບສຸກ ເປັນລະບຽບຮຽບຮ້ອຍ, ສັງ ຄົມຢູ່ພື້ນທີສອງແຂວງປອດໄພ ໂດຍພື້ນຖານ 100%.

ຈາກນັ້ນ ທາງຝ່າຍ ສສ ຫວຽດນາມຍັງ ໄດ້ເຊີນນາຍທະຫານແຂວງສະຫັວນນະເຂດຮຸ່ນສືບທອດເຂົ້າຮ່ວມແລກປ່ຽນຖອດຖອນບົດຮຽນວຽກງານປ້ອງກັນຊາດ ແລະ ວຽກງານເຕັກນິກຍຸດໂທ ຕ່າງໆອີກພາກສ່ວນໜຶ່ງ. ໃນກອງປະຊຸມຍັງມີການສະເໜີປະກອບຄຳຄິດຄຳເຫັນໃສ່ບົດລາຍງານ ສະພາບການດັ່ງກ່າວເພື່ອໃຫ້ບົດລາຍງານມີເນື້ອໃນອຸດົມສົມບູນ ຂຶ້ນຕື່ມ. ພ້ອມທັງຄົ້ນຄວ້າພິຈາລະນາ, ປຶກສາຫາລືທິດທາງແຜນການໃນການຮ່ວມມືປະສານສົມທົບວຽກງານໃນຕໍ່ໜ້າໃຫ້ເກີດດອກອອກຜົນ. ໃນຕອນທ້າຍກໍໄດ້ເຫັນດີເປັນເອກະພາບພ້ອມກັນລົງລາຍເຊັ່ນໃສ່ບົດບັນທຶກ ຊ່ວຍຈຳຂອງກອງປະຊຸມພົບ ປະຄັ້ງທີ XVI ປະຈຳທ້າຍປີ 2020. ໃຫ້ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງຕື່ມອີກ.

(ຄຳຮຸ່ງ)

ເຫດການ