ເຂົ້າຮ່ວມພິທີດັ່ງກ່າວ ມີການເປັນປະທານຮ່ວມຝ່າຍລາວແມ່ນ ສະຫາຍ ພັນເອກ ດຣ ສຸລິພັນ ເພັດຈັນທະລາ ຫົວໜ້າອຳນວຍການໂຮງໝໍສູນ ກາງ 103 ກອງທັບ, ຝ່າຍຫວຽດນາມນຳໂດຍ ສະຫາຍ ພົນຕີ ສາດສະດາຈານ ປຣິນຍາເອກ ມ່າຍ ຮົງ ບາງ ຫົວໜ້າອຳນວຍການໂຮງໝໍສູນກາງ 108ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ, ມີຫົວໜ້າກົມເສນາຮັກ, ຄະນະອຳນວຍການ, ຄະນະຫ້ອງໃນໂຮງໝໍສູນກາງ 103 ກອງທັບເຂົ້າຮ່ວມ.
![]() |
ພິທີເຊັນສັນຍາແຜນການເຄື່ອນໄຫວຮ່ວມມືປະຈຳປີ 2020 ລະຫວ່າງໂຮງໝໍສູນກາງ103 ກອງທັບປະຊາຊົນລາວ ກັບໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ. (ພາບ: qdnd.vn)
ເນື້ອໃນແຜນການເຊັນສັນຍາໃນຄັ້ງນີ້ປະກອບມີ 6 ວຽກຄື: ວຽກງານການແລກປ່ຽນຄະນະຜູ້ແທນແມ່ນກຳນົດເອົາເດືອນພະຈິກ 2020 ເຊິ່ງທັງສອງຝ່າຍຈະໄດ້ ສະຫຼຸບຕີລາຄາແຜນການເຄື່ອນ ໄຫວໃນຊຸມປີຜ່ານມາ ແລະ ວາງທິດທາງແຜນການປີຕໍ່ໄປ, ດ້ານວຽກງານກໍ່ສ້າງກຳລັງຝ່າຍໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມຈະສືບຕໍ່ອົບຮົມວິຊາສະເພາະໃຫ້ພະນັກງານຈາກໂຮງໝໍສູນກາງ 103 ກອງທັບປະຊາຊົນລາວໃນ 4 ຂະແໜງການ ຄື: ຂະແໜງບໍລິຫານ ການແພດ, ພະຍາດຫາຍໃຈ, ສຸກເສີນ ແລະ ວາລະສານການ ແພດໄລຍະສົ່ງພະນັກງານໄປ ເຝິກອົບຮົມແມ່ນເລີ່ມແຕ່ເດືອນ ເມສາຫາເດືອນກໍລະກົດຂອງປີ 2020, ວຽກງານເຂົ້າຮ່ວມກອງ ປະຊຸມວິທະຍາສາດ ທັງສອງ ຝ່າຍຈະໄດ້ສ້າງແຜນການເປີດ ກອງປະຊຸມວິທະຍາສາດການແພດຂອງສອງໂຮງໝໍສູນກາງກອງທັບ ຫວຽດນາມ-ລາວ ຄັ້ງທີ VII ທີ່ຮ່າໂນ່ຍ ໃນປີ 2021, ດ້ານວຽກງານຊ່ຽວຊານຝ່າຍໂຮງໝໍ ສູນກາງ 108 ກອງທັບປະຊາຊົນ ຫວຽດນາມ ຈະຈັດສົ່ງຊ່ຽວ ຊານມາຊ່ວຍເຫຼືອໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໃນລະຫວ່າງເດືອນກັນຍາຫາເດືອນ ພະຈິກ 2020 ແລະ ຊ່ວຍໃຫ້ ການປຶກສາປະຊຸມບົງມະຕິພະຍາດໃນກໍລະນີຄົນເຈັບໜັກ, ປິ່ນປົວຍາກ ໂດຍຜ່ານລະບົບ ເທເລເມດີຊິນ, ດ້ານການຊ່ວຍເຫຼືອອຸປະກອນການແພດໃນປີ 2020 ທັງສອງໂຮງໝໍພາຍຫຼັງທີ່ໄດ້ເອກະພາບກັນແລ້ວຈະໄດ້ສະເໜີໃຫ້ຂັ້ນເທິງຂອງຕົນເອົາເຂົ້າໃນຮ່າງອະນຸສັນຍາຂອງສອງກະຊວງປ້ອງກັນປະເທດໃນດ້ານການຊ່ວຍເຫຼືອອຸປະກອນການແພດໃຫ້ແກ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ, ດ້ານວຽກງານປິ່ນປົວພະຍາດໃຫ້ແກ່ນາຍ ແລະ ພົນທະຫານ, ພໍ່ແມ່ປະຊາຊົນລາວ ທີ່ໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມແມ່ນຈະສືບຕໍ່ຮັບປິ່ນປົວຄົນເຈັບຕາມອະນຸສັນຍາຂອງ ສອງກະຊວງປ້ອງກັນປະເທດໂດຍແມ່ນໂຮງໝໍສູນກາງ 103 ກອງທັບປະຊາຊົນລາວເປັນຜູ້ຈັດສົ່ງ, ກໍລະນີເຈັບໜັກແມ່ນຈະໄດ້ເຊີນຊ່ຽວຊານຫວຽດນາມມາຊ່ວຍເຫຼືອບົງມະຕິພະຍາດ ວາງແຜນປິ່ນປົວ, ເຊີດຊູໂດຍກົງໃນເວລາອັນສັ້ນ ແລະ ຊ່ວຍເຫຼືອໃນດ້ານອື່ນໆອີກ.
ນອກນັ້ນ ຍັງໄດ້ສະຫຼຸບຕີລາຄາໝາກຜົນ ຂອງການເຄື່ອນໄຫວຮ່ວມມືໃນປີ 2019 ເຊິ່ງຍົກໃຫ້ເຫັນມີຫຼາຍ ດ້ານໄດ້ຮັບໝາກຜົນດີພໍສົມຄວນ. ໃນການລົງນາມເຊັນສັນຍາໃນຄັ້ງນີ້, ຈຸດປະສົງເພື່ອເຮັດໃຫ້ຄວາມສາມັກຄີພິເສດລະຫວ່າງ ສອງຊາດ, ສອງກອງທັບ ເວົ້າລວມ, ເວົ້າສະເພາະແມ່ນສອງ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ກັບ ໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ, ໃຫ້ຜູກແໜ້ນຄວາມສາມັກຄີ ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
(ຄຳຮຸ່ງ)