ສະຫະພັນບັນດາສະມາຄົມມິດຕະພາບ

ຈັ່ງຫວະລຳວົງ ແລະ ສາຍໃຈລາວ-ຫວຽດນາມ

14:20 | 18/11/2019

ຍສໝ - ປະເທດລາວມີຊາຍແດນຕິດຈອດກັບ 5 ປະເທດ ແຕ່ໃນນັ້ນມີຊາຍແດນ ແລະ ແຜ່ນດິນຕິດຈອດກັບຫວຽດນາມ ຍາວກ່ວາໝູ່ ( 2069 ກມ). ຖ້າຫາກເວົ້າເຖິງພູມສັນຖານແລ້ວ, ລາວເປັນປະເທດບ້ານໄກ້ເຮືອນຄຽງ ແລະ ສະໜິດສະໜົມທີ່ສຸດຂອງຫວຽດນາມ.

ຊຶ່ງອັນນັ້ນມັນໄດ້ກາຍເປັນປັດໄຈທີ່ສຳຄັນທາງດ້ານພູມສາດ ແລະ ການເມືອງ ຊຶ່ງ ຝຣັ່ງ ໄດ້ລ້ຽງຄວາມຫວັງໄວ້ວ່າ ຈະໂຮມເອົາກຳປູເຈຍ, ລາວ ແລະ ຫວຽດນາມເຂົ້າເປັນອັນໜຶ່ງອັນດຽວກັນທີ່ເອີ້ນວ່າ "ສະຫະພັນ ອີນດູຈີນ" ໃນປີ 1893 ນັ້ນເອງ... ນອກຈາກສອງປະເທດມີຄວາມຜູກພັນກັນຢ່າງເລິກເຊິ່ງ ແລະ ໝັ້ນຄົງຂະນົງແກ່ນແລ້ວ, ປະຊາຊົນສອງຊາດລາວ-ຫວຽດນາມ ຍັງມີຄວາມຮູ້ສຶກ, ນຶກຄິດ, ອາລົມຈິດ, ແລະ ຕິດພັນກັນດ້ວຍຊີວິດຈິງ ກໍຄືທາງດ້ານປະຫວັດສາດ ທີ່ຍິ່ງໃຫ່ຍເໝືອນດັ່ງແມ່ນໍ້າຂອງ ແລະ ສາຍພູຫຼວງຕັ້ງສະຫງ່າ.

ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວໃນປັດຈຸບັນຍັງມີຊືເອີ້ນອີກວ່າ: ລ້ານຊ້າງ, ອ້າຍລາວ, ລາວໃຫ່ຍ... ປະຫວັດສາດໃນອະດີດປະເທດລາວເກີດມີຫຼາຍຫົວເມືອງນ້ອຍໃຫ່ຍເອກະລາດພໍໃຜພໍລາວ, ປຸ້ນຈີ້ຕີກັນຢູ່ບໍ່ເຊົາ, ຈົນມາເຖິງສະຕະວັດທີ 14 ເຈົ້າຟ້າງຸ່ມ ມະຫາລາດແຫຼ່ງຫຼ້າທໍລະນີ ຈຶ່ງໄດ້ຕີເອົາບັນດາຫົວເມືອງເຫຼົ່ານັ້ນເຂົ້າມາເປັນວົງຄະນະຍາດໜຶ່ງດຽວ ຈຶ່ງໃສ່ຊື່ວ່າ: 'ປະເທດລ້ານຊ້າງ' . ຊຶ່ງເປັນຕົ້ນກຳເນີດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນປັດຈຸບັນ ແລະ ເປັນປະເທດຕົ້ນກຳເນີດຂອງຈັ່ງຫວະລຳວົງຫຼາຍຮູບແບບ ແລະ ສຽງແຄນແດນຈຳປາ ເທົ້າທຸກວັນີ້. ປະເທດລາວເປັນປະເທດທີມີວັດທະນະທຳ, ຮີດຄອງປະເພນີທີ່ດີງາມຫຼາຍຢ່າງ, ແຕ່ລະປີຄົນລາວຈະຈັດຕັ້ງບຸນປະເພນີຂຶ້ນຕາມຮີດ 12 ຄອງ 14, ຕາມຮີດເຄົ້າຄອງເດີມເປັນປະຈຳ. ແຕ່ໃນນັ້ນບຸນທີ່ໃຫ່ຍ ແລະ ມີຊື່ສຽງກ່ວາໝູ່ໄດ້ແກ່: ບຸນປີໃໝ່ ຫຼື ບຸນກຸດສົງການ (ເດືອນ 5 ລາວ), ບຸນເຂົ້າພັນສາ(ເດືອນ 9 ລາວ), ບຸນອອກພັນສາປະວໍລະນາ (ຊ່ວງເຮືອເດືອນ 11 ລາວ), ບຸນນະມັດສະການພະທາດຫຼວງ (ເດືອນ 12 ລາວ).

ຈັ່ງຫວະລຳວົງ ແລະ ສາຍໃຈລາວ-ຫວຽດນາມ

ຈັ່ງຫວະລຳວົງ ແລະ ສາຍໃຈລາວ-ຫວຽດນາມ

ລຳວົງລາວ ແມ່ນສິລະປະການສະແດງປະເພດໜື່ງທີ່ມີຄວາມສວຍສົດງົດງາມ ແລະ ອ່ອນຊ້ອຍ. ລຳວົງລາວ ແມ່ນສິລະປະວັນະຄະດີທີ່ມີມາແຕ່ບູຮານນະການຂອງຊາດລາວ, ແມ່ນວັນນະກຳ ແລະ ຫົວຄິດປະດິດສ້າງຂອງຄົນລາວ. ຄົນລາວຈະພ້ອມກັນລຳວົງໃນງານຕ່າງໆເຊັ່ນ: ຍາມສິ້ນສຸດລະດູເກັບກູ້ຜົນລະປູກແລ້ວ ຄົນລາວມັກຈະຈັດຕັ້ງການສະຫຼອງ ຕ້ອນຮັບຜົນລະປູກດ້ວຍການຮ້ອງລຳທຳເພງ, ຟ້ອນລຳວົງ ເພື່ອຜ່ອນຄາຍຄວາມອິດເມື່ອຍອອກຈາກຮ່າງກາຍໄປ ແລະ ໃນງານພົບປະສ້າງສັນຕ່າງໆທີ່ສຳຄັນ. ຈັ່ງຫວະຟ້ອນລຳວົງມີຫຼາຍຈັ່ງຫວະ ແລະ ຫຼາຍຮູບແບບແຕກຕ່າງກັນ. ແຕ່ລະຈັ່ງຫວະ, ແຕ່ລະ ຮູບແບບລ້ວນແຕ່ສື່ຄວາມໝາຍອັນຮັກໄຄ່ ອາໄລຮັກ, ອາລົມຈິດ, ມິດຕະພາບ ແລະ ຄວາມມ່ວນຊື່ນຕໍ່ກັນ ແລະ ກັນ ຂອງຄູ່ຍິງຊາຍ. ລຳວົງລາວແມ່ນການຟ້ອນເປັນຄູ່ໆລະຫ່ວາງຍິງກັບຊາຍ. ຜູ້ຊາຍຈະເປັນເຈົ້າການໄປເຊີນຊວນເອົາຜູ້ຍິງໄປຟ້ອນ. ຖ້າໃຫ້ຖືກຕາມຮີດຄອງປະເພນີແທ້ໆ ຜູ້ຊາຍຕ້ອງມີພວງມະໄລ ຫຼື ດອກຈຳປາໄປມອບໃຫ້ຜູ້ຍິງທີ່ຕົນຂໍຟ້ອນນຳ.

ຈາກນັ້ນຈຶ່ງພ້ອມກັນຢ່າງເຂົ້າສູ່ວົງຟ້ອນ. ກ່ອນຈະຟ້ອນຜູ້ຊາຍຕ້ອງໃຫ້ກຽດຜູ້ຍິງດ້ວຍປະນົມມືໄຫ້ວກ່ອນຈຶ່ງຟ້ອນຕໍ່ໄປ. ເມື່ອສິ້ນສຸດລຳວົງ ທັງຄູ່ກໍຍໍມືນົບຫວ້າຍກັນເພື່ອແທນຄວາມຂອບໃຈ. ການລຳວົງລາວ ເປັນການມ່ວນຊື່ນລວມໝູ່ໂດຍຄູ່ຍິງ-ຊາຍຟ້ອນເປັນຮອບວົງມົນ, ຜູ້ຍິງຢູ່ວົງນອກ ຜູ້ຊາຍຢູ່ວົງໃນ. ຟ້ອນລຽງລາຍ ຢາຍຫ່າງກັນເປັນຈັ່ງຫວະຕາມສຽງເພງ ແລະ ສຽງເສບເຄື່ອງດົນຕຣີ. ເວລາຟ້ອນຄູ່ຍິງ-ຊາຍຕ້ອງສົ່ງສາຍຕາ ແລະ ຮອຍຍິ້ມໃຫ້ກັນຢູ່ຕະຫຼອດ ຊຶ່ງເປັນສາຍສຳພັນ ໄມຕີຈິດມິດຕິພາບທີ່ດີ. ລຳວົງລາວ ອາດຈະຟ້ອນເຂົ້າໄດ້ກັບເພງຕ່າງປະເທດບາງເພງບາງຈັ່ງຫວະໄດ້ເຊັ່ນດຽວກັນ ໂດຍສະເພາະແມ່ນເພງຫວຽດນາມ. ຖ້າແມ່ນຄົນລາວ ເລືອດລາວ ຈະເປັນລຳວົງມາແຕ່ຍັງນ້ອຍ ເພາະລຳວົງ ເປັນສິລະປະ ແລະວັດທະນະທຳທີ່ໂດດເດັ່ນທີ່ສຸດຂອງຊາດລາວ, ໃກ້ສິດຕິດພັນກັບຊີວິດຈິດໃຈຂອງຄົນລາວມາແຕ່ນ້ອຍໆ ຄົນລາວທຸກຄົນບໍວ່າແຕ່ຜູ້ເຖົ້າເຖິງຊາຍໜຸ່ມຍິງສາວ ແລະ ຜູ້ນ້ອຍກໍຮູ້ລຳວົງ. ລຳວົງຄືຊີວິດຈິດໃຈຂອງຄົນລາວ ຊຶ່ງບໍ່ສາມາດຈະຂາດຫາຍມັນໄປໄດ້ ປຽບສະເໝືອນເຂົ້າ ແລະ ນໍ້າລ້ຽງຊີວິດຂອງຄົນເຮົາ.

ຈັ່ງຫວະລຳວົງ ແລະ ສາຍໃຈລາວ-ຫວຽດນາມ

ລຳວົງລາວ ແມ່ນສິລະປະການສະແດງປະເພດໜື່ງທີ່ມີຄວາມສວຍສົດງົດງາມ ແລະ ອ່ອນຊ້ອຍ.

ເມື່ອເອີ່ຍເຖິງລຳວົງລາວ ບໍ່ຫອນບໍ່ເອີ່ຍເຖິງແຂວງຊຽງຂວາງ ເພາະແຂວງຊຽງຂວາງມີຈັ່ງຫວະລຳວົງທີ່ໂດດເດັ່ນ ທີ່ທຸກຄົນໃຜໆແຕ່ເໜືອເຖິງໃຕ້, ນ້ອຍໜຸ່ມຍິງສາວ ຄົນລາວທຸກຄົນນິຍົມຊົມຊອບ ແລະ ເຕັ້ນໄດ້ດ້ວຍກັນທັງນັ້ນ, ນັ້ນຄືຈັ່ງຫວະເຕັ້ນ ບາສລົບ ໃນບົດເພງ 'ສາວຊຽງຂວາງ ທັງງາມທັງເກັງ' ແຂວງຊຽງຂວາງເປັນແຂວງທີ່ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າ, ພູມສັນຖານແຂວງຊຽງຂວາງເປັນລັກສະນະພູພຽງ, ອາກາດຊຸ່ມເຢັນຕະຫຼອດປີ, ມີທົ່ງຫຍ້າກ້ວາງໃຫ່ຍໄພສານເໝາະໃຫ້ແກ່ການປູກຝັງ-ລ້ຽງສັດ. ໂດຍສະເພາະແມ່ນລ້ຽງສັດໃຫ່ຍ ເຊັ່ນ: ງົວ, ຄວາຍ, ມ້າ... ໃນພື້ນດິນກໍ່ອຸດົມສົມບູນໄປດ້ວຍແຮ່ທາດຕ່າງໆ: ບໍ່ເຫຼັກ, ບໍ່ຄຳ, ບໍ່ຊືນ, ບໍ່ກົ່ວ, ບໍ່ທອງ, ສັງກະສີ... ມີຫ້ວຍນໍ້າລຳເຊຫຼາຍສາຍທີ່ເໝາະສົມແກ່ການພັດທະນາແຫຼ່ງພະລັງງານໄຟຟ້ານໍ້າຕົກຂະໜາດນ້ອຍ. ມີພູປາປ່າດົງທີ່ຍັງຄົງສະພາບເດີມຫຼາຍແຫ່ງ ເຊັ່ນ: ພູໄຫຼແລ້ງ, ພູສຸມ, ພູຫວດ, ພູຊາວ, ພູຜາວີ... ມີສັດສາວາສິ່ງທີ່ມີຄ່າຫຼາຍຢ່າງ ເຊັ່ນ: ເສືອ, ສິງ, ຊ້າງ, ເໝີຍ...

ຊາວຊຽງຂວາງເປັນຄົນດຸໝັ່ນຂະຫຍັນພຽນ, ມີຈິດໃຈຮັກຊາດອັນສູງສົ່ງ, ອາດຫານຊານໄຊໃນການຂ້າເສິກສັດຕູຜູ້ຮຸກຮານ, ມີມູນເຊື້ອປະເພນີ, ຮີດຄອງອັນດີງາມ, ຂະໜົບທຳນຽມທີ່ອ່ອນນ້ອມ, ມີອາຫານການກິນທີ່ລືຊື່ ແລະ ເປັນເອກະລັກຫຼາຍຢ່າງ ເຊັ່ນ: ເຂົ້າໄກ່ນ້ອຍ, ນົກແອ່ນຕຸ້ງ, ໝາກຈອງ, ໝາກຄາຍ, ໝາກເຫຼີ້ງ...ວັດທະນາທຳທີ່ໂດດເດັ່ນເຊັ່ນ ລຳພວນ ຫຼື ອັນທີ່ເຄີຍເອີ້ນກັນວ່າ ຂັບຊຽງຂວາງ, ຊຶ່ງເປັນສຽງຂັບທີ່ຟັງບໍ່ຮູ້ເບື່ອ, ປະສານກັບສຽງແຄນ ແລະ ປະເພດດົນຕີອື່ນໆໄດ້ຢ່າງກົມກຽວ ສາມາດປະສານຈັ່ງວະໄດ້ທຸກຈັ່ງວະ. ມີແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳຫຼາຍແຫ່ງທີ່ຂຶ້ນຊື່ລືຊາ ເຊັ່ນ: ທົ່ງໄຫຫີນ ຫາຖືກຮັບຮອງຈາກອຸຍແນັດສະໂກເຂົ້າເປັນມໍລະດົກໂລກໃນວັນທີ 6 ກໍລະກົດທີ່ຜ່ານມາຢູ່ທີ່ ອາແຊັກໄບຢານ, ບໍ່ນໍ້າອຸ່ນເມືອງຄຳ, ຖໍ້າປິວ, ຖໍ້າພະ- ເມືອງພູກູດ, ວັດເພຍວັດ, ທາດຝຸ່ນ, ທາດຈອມເພັດ, ພູຈົງ, ພູຈອງວອງ, ສາຍນໍ້າງິ້ວ, ສາຍນໍ້າຊັນຢູ່ເມືອງຄູນ... ຄົນຊຽງຂວາງມີທຳນອງສຽງເວົ້າທີ່ເປັນເອກະລັກ, ໃຜໆຍິນແລ້ວກໍ່ຢາກສອນຄວາມ (ໄປກະເລີອໍ່, ເອັດພິເລີອໍ່, ເຈົ້າກໍ່ຄ່ອຍຢູ່ອ່ໍ, ເມື່ອເຫັນແຂກຄົນມາຢ້ຽມຢາມ ກໍ່ວ່າ: ມາອິ້ນອີ້ອໍ່...).

ຈັ່ງຫວະລຳວົງ ແລະ ສາຍໃຈລາວ-ຫວຽດນາມ

ກ່ອນຈະຟ້ອນຜູ້ຊາຍຕ້ອງໃຫ້ກຽດຜູ້ຍິງດ້ວຍປະນົມມືໄຫ້ວກ່ອນຈຶ່ງຟ້ອນຕໍ່ໄປ.

ໃນປະຫວັດສາດ ເມືອງພວນ ເປັນເມືອງເກົ່າແກ່ບູຮານເມືອງຫນຶ່ງຂອງຊົນຊາດລາວໃນປາງອະດີດອັນຍາວນານ. ປະມານ 600 ປີ ກ່ອນ ຄ.ສ ຊົນຊາດລາວ ທີ່ອາໄສຢູ່ດິນແດນທົ່ງພູພຽງແຫ່ງນີ້ ໄດ້ຕັ້ງຕົນເປັນນະຄອນຣັດເອກະລາດປົກຄອງຕົນເອງ ຄ້າຍຄືກັບນະຄອນຣັດອື່ນໆ ໃນອ່າງແມ່ນ້ຳຂອງຕອນໃຕ້ ໃນຮູບແບບການປົກຄອງແບບສັກດິນານ້ອຍ ກະແຈກກະຈາຍຍັງບໍ່ທັນລວມສູນ. ໃນໄລຍະເວລານັ້ນ ມີຫຼາຍນະຄອນ ຣັດຂອງຊົນຊາດລາວທີ່ປົກຄອງຕົນເອງເປັນນະຄອນຣັດເອກະລາດພໍໃຜພໍລາວ ເຊັ່ນ ເມືອງສີໂຄດຕະບູນ, ເມືອງສຸວັນນະພູມ (ວຽງຈັນ), ເມືອງຫນອງຫານຫຼວງ, ເມືອງຫນອງຫານນ້ອຍ, ເມືອງສາເກດຮ້ອຍເອັດປະຕູ. ເມືອງຊວາ, ເມືອງພວນ, ເມືອງແຖນ ຫຼື ແຖງ, ເມືອງຊຽງແສນ, ໃນໄລຍະເວລານັ້ນ ບັນດານະຄອນຣັດເອກະລາດເຫຼົ່ານີ້ ຕ່າງກໍຢູ່ຮ່ວມກັນແບບສາມັກຄີທໍາບາງນະຄອນຣັດກໍມີ ຄວາມສຳພັນກັນທາງດ້ານສາຍຍາດ ໂດຍການເປັນສ່ຽວເປັນດອງກັນ ຈຶ່ງສາມາດຢູ່ຮ່ວມກັນມາໄດ້ຢ່າງສັນຕິສຸກ.

ໃນສົງຄາມອີນດູຈີນ, ຕ້ານພວກຈັກະພັດລ່າເມືອງຂຶ້ນ, ແຂວງຊຽງຂວາງໄດ້ກາຍເປັນສະໝໍລະພູມທີ່ດຸເດືອດ, ເຮືອນຊານບ້ານຊ່ອງຖືກຍິງທຳລາຍເຜົາຜ່ານດ້ວຍລູກບົ່ມລູກແຕກຂອງພວກຈັກະພັດຜູ້ຮຸກຮານ ແມ່ນແຕ່ເສົາຊີ້ຟ້າກໍ່ເກືອບຈະບໍ່ມີ, ປະຊາຊົນດຳລົງພໍສືບມື້ສືບວັນ, ອົບພະຍົບລົບລີ້ຢູ່ໃນຖໍ້າໃນຮູ, ພູຜາປ່າດົງ, ເອົາຂຸມຕັງເຊ ເປັນເຮືອນຢູ່, ຢູ່ໃນດິນກິນຫຍ້າ. ປີ 1968 ຫາ 1970 ສົງຄາມປິນຂັ້ນໃດຂອງພວກຈັກະພັດນັບມື້ຮ້າຍແຮງຂຶ້ນ, ແຕ່ລະມື້ພວກເຂົາຂົນເອົາລູກບົ່ມມາຖິ້ມໃສ່ແຂວງຊຽງຂວາງຈົນມຸ່ນທະລາຍ, ປະຊາຊົນຈຳຕ້ອງໄດ້ອົບພະຍົບຫຼົບໜີໄປອາໃສຢູ່ນຳເພື່ອນບ້ານຫວຽດນາມ. ຊີວິດເວລານັ້ນສຸດແສນລຳບາກກາກກຳ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປານາເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວໃນປີ 1975 ແລ້ວ, ຊາວແຂວງຊຽງຂວາງກໍໄດ້ພ້ອມກັນຟື້ນຟູ, ປົວແປງຮຳບາດແຜສົງຄາມ ເພື່ຶອສ້າງສາພັດທະນາເສດຖະກິດສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າພາຍໃນແຂວງຂອງຕົນໃຫ້ສູງຂື້ນເປັນກ້າວໆມາ. ຕະຫຼອດໄລຍະ 43 ປີທີ່ຜ່ານມາ, ເສດຖະກິດແຂວງຊຽງຂວາງມີການເຕີບໃຫ່ຍຂະຫຍາຍຕົວຢ່າງຕໍ່ເນື່ອງ, ຜະລິດຕະພັນພາຍໃນ ຫຼື ຈີດີພີຂະຫຍາຍຕົວຢູ່ໃນລະດັບ 6-7%/ປີ, ປັດຈຸບັນລາຍຮັບສະເລ່ຍຕໍ່ຫົວຄົນຢູ່ທີ່ 1,600 ໂດລາສະຫະລັດ/ຄົນ/ປີ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂື້ນຢ່າງໜ້າເພີ່ງພໍໃຈ. ແຂວງຊຽງຂວາງຖືກຕີລາຄາ ແລະ ຈັດອັນດັບການພັດທະນາປານກາງ.

ແຂວງຊຽງຂວາງເປັນແດນວິມານຄວາມງາມແຫ່ງເມກໝອກ, ທົ່ງຫຍ້າປ່າຄັງ, ດິນແດນແຫ່ງປ່າແປກ ແລະ ວິລະຊົນ. ຄົນຊຽງຂວາງທັງງາມທັງເກັ່ງ, ອາດຫານຊານໄຊຕີເອົາຊະນະສັດຕູຜູ້ຮຸກຮານ. ດຽວນີ້ຄົນຊຽງຂວາງເປັນຈິດໜຶ່ງໃຈດຽວພ້ອມກັນປົວແປງຮຳບາດແຜສົງຄາມສ້າງສາພັດທະນາແຂວງຂອງຕົນຈົນຈະເລີນຮຸ່ງເຮືອງກ້າວໜ້າ ຈາກສອງຝາມືເປົ່າ, ຈາກເທົ່າຖ່ານການທຳລາຍມ້າງຂອງພວກຈັກະພັດຜູ້ຮຸກຮານ. ໃຜໄດ້ໄປຊຽງຂວາງຈະມີຄວາມຮູ້ສຶກຢ່າງໜຶ່ງວ່າ: ຄົນຊຽງຂວາງມີຈິດໃຈໂອບເອື້ຶອອາລີ, ມີນໍ້າໃຈຕໍ່ແຂກບ້ານແຂກເມືອງທີ່ໄປຢ້ຽມເຢືອນ, ຄົນຊຽງຂວາງອ່ອນນ້ອມຖອມຕົນ ແຕ່ເປັນຄົນເດັດຂາດບໍ່ຍອມຈຳນົນ. ຊຽງຂວາງມີສັນຍານາມ ແລະ ສັນຍາລັກຫຼາຍຢ່າງເມື່ອເວົ້າເຖິງໃຜໆກໍຮູ້, ນັ້ນຄື: ເມືຶອງພວນ, ທົ່ງໄຫຫີນ, ນົກແອ່ນຕຸ້ງ, ດອກຈອງ-ດອກຄາຍ.

ຈັ່ງຫວະລຳວົງ ແລະ ສາຍໃຈລາວ-ຫວຽດນາມ

ລຳວົງຄົງຢູ່ກັບຄົນລາວຕັ້ງແຕ່ເກີດ, ໃນສົງຄາມອີນດູຈີນ ໂດຍສະເພາະແມ່ນສົງຄາມຕ້ານພວກຈັກະພັດຜູ້ຮຸກຮານແບບເກົ່າ ແລະ ແບບໃໝ່ຂອງສອງຊາວລາວ-ຫວຽດນາມ

ຊຽງຂວາງມີສຽງຂັບ, ສຽງລຳເປັນທຳນອງທີ່ອ່ອນຊ້ອຍ, ມີບົດເພງຫຼາຍບົດທີ່ໄດ້ປະພັນເຖິງຄວາມງາມທຳມະຊາດ ແລະ ຜູ້ຄົນແຂວງຊຽງຂວາງ, ຄວາມດຸໝັ່ນຂະຫຍັນພຽນ, ຄວາມອົງອາດກ້າຫານ ແລະ ຄວາມທຸກມໍລະມານຂອງຄົນຊຽງຂວາງໃນອະດີດທີ່ຜ່ານມາເປັນຕົ້ນແມ່ນສຽງເພງ "ສາວຊຽງຂວາງ" ດັງຂື້ນຄັ້ງໃດຊຸມບ່າວສາວ, ເຖົ້າແກ່ຍິງຊາຍ ກໍພ້ອມກັນເຕັ້ນຈັ່ງຫວະ "ບາສລົບ" ເປັນລຽງລາຍອ່ອນຊ້ອຍໄປມາເໜືອນວ່າສາຍນໍ້າງິ້ວທີ່ໃສເຢັນກຳລັງລ່ອງໄຫຼໄປຕາມກະແສວັນເວລາທີ່ບໍ່ມີຍາມຢຸດເຊົາ, ເໝືອນສາຍພູຈອງວອງທີ່ຕັ້ງສະຫງ່າໂດດເດັ່ນງາມຕາ, ເໝືອນພູຈົງໂດ່ງດັງ ແລະ ອາດຫານ.

ຄົນຊຽງຂວາງຈະກັ້ນນໍ້າຕາໄວ້ບໍ່ໄດ້ໃນເມື່ຶອໄດ້ຍິນສຽງເພງ "ຫວນຄືນເມືອງຊຽງ" ດັງຂື້ນມາ: ຫຼາຍປີຫ່າງລາ ຈື່ງໄດ້ກັບມາຊຽງຂວາງບ້ານເກົ່າ, ນໍ້າຕານອງເບົ້າບໍ່ມີຄວາມເວົ້າອອກມາ, ບ້ານເກີດຊຽງເຮົາຈະສິ້ນຄວາມເຫງົາໄປແລ້ວບັດນີ້, ຊີວິດຊາວຊຽງສຸຂີຈະບໍ່ໄດ້ໜີຫ່າງຈາກເມືອງຊຽງ, ກິ່ນຫອມ... ດອກຈອງດອກຄາຍເຮົາລືມບໍ່ໄດ້ທັງໜອງປາໄນກ້ອງຮົ່ມໄຜ່ແຄມນາບ້ານເຮົາ...

ລຳວົງຄົງຢູ່ກັບຄົນລາວຕັ້ງແຕ່ເກີດ, ໃນສົງຄາມອີນດູຈີນ ໂດຍສະເພາະແມ່ນສົງຄາມຕ້ານພວກຈັກະພັດຜູ້ຮຸກຮານແບບເກົ່າ ແລະ ແບບໃໝ່ຂອງສອງຊາວລາວ-ຫວຽດນາມ, ລຳວົງໄດ້ໄດ້ກາຍເປັນວິນຍານແຫ່ງການຕໍ່ສູ້ຂ້າຟັນສັດຕູຂອງສອງຊາດລາວ-ຫວຽດນາມ ໂດຍສະເພາະແມ່ນຂອງອ້າຍນ້ອງທະຫານລາວ ແລະ ຫວຽດນາມ. ເມື່ອໄດ້ໄຊຊະນະສັດຕູຢູ່ບັ້ນຮົບຕ່າງໆ ທະຫານສຳພັນສູ້ຮົບລາວ-ຫວຽດນາມກໍພ້ອມພາກັນລຳວົງອ້ອມກອງໄຟ ຕ້ອນຮັບໄຊຊະນະຂອງຕົນ. ຍ້ອນແນວນັ້ນ, ລຳວົງລາວຈຶ່ງເປັນທີ່ຮູ້ຈັກກັນດີຂອງຊາວຫວຽດນາມ ໂດຍສະເພາະແມ່ນນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເຄີຍໄປຊ່ວຍເຫຼືອລາວ ແລະ ດຳລົງຊີວິດຢູ່ລາວຫຼາຍສິບປີ. ປັດຈຸບັນລຳວົງລາວໄດ້ກາຍເປັນທີ່ນິຍົມຊົມຊອບຂອງໄວລຸ່ນຫວຽດນາມ ຢູ່ໃນຕົວເມືອງໃຫຍ່ໆຂອງຫວຽດນາມເຊັ່ນ: ຢູ່ນະຄອນຫຼວງ ຮ່າໂນ້ຍ, ນະຄອນ ໂຮ່ຈິມິນ ໂດຍບົດເພງ 'ຄວາມຝັນລະດູໜາວ' ຂອງ ຮົ່ງຫງອກ. ລຳວົງລາວໄດ້ໂດ່ງດັງໄປທົ່ວພາກພື້ນອາຊີ ທີ່ມີສີສັນສະເພາະ, ມັນໄດ້ກາຍເປັນສາຍສຳພັນໄມຕີຈິດມິດຕະພາບ, ເປັນການທູດລະຫ່ວາງຊາດດ້ວຍກັນ.

ລຳວົງລາວ ໄດ້ກາຍເປັນຄວາມເອກອ້າງທະນົງໃຈຂອງຊາດລາວທັງຊາດ. ລຳວົງລາວສະແດງໃຫ້ເຫັນພະລັງແຫ່ງຄວາມສາມັກຄີ, ຄວາມເປັນເອກະລາດ ແລະ ເອກະພາບແຫ່ງຊາດລາວ.

(ນົກແອ່ນແດນໜາວ)

ຮູບພາບ