ທະຫານແຂວງສະຫວັນນະເຂດ ແລກປ່ຽນບົດຮຽນກັບທະຫານເມືອງວິງລິງ ສສ ຫວຽດນາມ.

14:02 | 29/11/2019

ຍສໝ - ໃນກາງເດືອນພະຈິກນີ້ ຄະນະນຳກອງບັນຊາການທະຫານແຂວງສະຫວັນນະເຂດ ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ຈະເລີນ ວົງວິໄຊ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງສະຫວັນນະເຂດ ພ້ອມຄະນະ, ໄດ້ຢ້ຽມຢາມ ແລະ ພົບປະ ຖອດຖອນບົດຮຽນນຳກອງບັນ ຊາການທະຫານເມືອງວິງລິງ ກອງວິລະຊົນແຫ່ງຊາດ ທີ່ຂຶ້ນກັບກອງບັນຊາການທະຫານ ແຂວງກວາງຈິ ສສ ຫວຽດນາມ.

ໃນກາງເດືອນພະຈິກນີ້ ຄະນະນຳກອງບັນຊາການທະຫານແຂວງສະຫວັນນະເຂດ ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ຈະເລີນ ວົງວິໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ ພ້ອມຄະນະ, ໄດ້ຢ້ຽມຢາມ ແລະ ພົບປະ ຖອດຖອນບົດຮຽນນຳກອງບັນ ຊາການທະຫານເມືອງວິງລິງ ກອງວິລະຊົນແຫ່ງຊາດ ທີ່ຂຶ້ນກັບກອງບັນຊາການທະຫານ ແຂວງກວາງຈິ ສສ.ຫວຽດນາມ. ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ພັນໂທ ຫງວຽນ ເບິດເຕິນຫົວໜ້າການທະຫານກອງບັນຊາການທະຫານເມືອງວິງລິງພ້ອມຄະນະ ແລະ ການນຳເມືອງດັ່ງກ່າວ.

ທະຫານແຂວງສະຫວັນນະເຂດ ແລກປ່ຽນບົດຮຽນກັບທະຫານເມືອງວິງລິງ ສສ ຫວຽດນາມ.

ທະຫານແຂວງສະຫວັນນະເຂດ ແລກປ່ຽນບົດຮຽນກັບທະຫານເມືອງວິງລິງ ສສ ຫວຽດນາມ. (ພາບ: qdnd.vn)

ໃນໂອກາດດັ່ງກ່າວໄດ້ຮັບຟັງລາຍງານຈຸດທີ່ຕັ້ງ ແລະ ພາລະບົດບາດຂອງກົມກອງໂດຍຫຍໍ້, ໂດຍສະເພາະແມ່ນການລົງກໍ່ສ້າງຮາກຖານການເມືອງ - ນຳພາແນວຄິດ ລະຫ່ວາງກອງທັບກັບປະຊາຊົນ, ວຽກງານພະລາທິການ ແລະ ວຽກງານການທະຫານທ້ອງຖິ່ນໃນຂົງເຂດປ້ອງກັນຊາດ ໄດ້ມີຄວາມສະຫງົບປອດໄພ 100%. ທັງສອງຄະນະຍັງໄດ້ໂອ້ລົມປືກສາຫາລືຖອດຖອນບົດຮຽນຮ່ວມກັນວຽກງານປ້ອງກັນຊາດຮອບດ້ານ. ເພື່ອເພີ່ມທະວີຮັກສາຄວາມສາມັກຄີ ແລະ ສືບທອດມູນເຊື້ອປະເພນີອັນດີງາມ ມາແຕ່ດຶກດຳບັນຂອງສອງຊາດ ກໍຄືສອງກອງທັບລາວ - ຫວຽດນາມ. ພ້ອມນັ້ນໂອກາດດຽວກັນນີ້; ຄະນະຍັງໄດ້ລົງທັດສະນະວຽກງານພະລາທິການກັບ ທີ່ໂດຍສະເພາະການຜະລິດກະສິກຳຕ່າງໆກົມກອງດັ່ງກ່າວ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.