ເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ລາວ

17:15 | 18/11/2019

ຍສໝ - ຕອນບ່າຍວັນທີ 16 ພະຈິກ, ສະຫະພັນບັນດາອົງການມິດຕະພາບ ນະຄອນດານັງ ໄດ້ສົມທົບກັບສະຖານກົງສຸນສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ປະຈຳ ນະຄອນດານັງ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນ ນັກຮົບອາສາສະໝັກ ແລະ ນັກຊ່ຽວຊານດ້ານການທະຫານ ຫວຽດນາມຢູ່ລາວ (ວັນທີ 30 ຕຸລາ 1949 - 30 ຕຸລາ 2019).

ເຂົ້າຮ່ວມ ມີ ຮອງປະທານຄະນະກຳມະການປົກຄອງ ນະຄອນດານັງ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນດານັງ ທ່ານ ໂຮ່ກີມິນ ; ປະທານຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ນະຄອນດານັງ ທ່ານນາງ ດັ້ງຖິກິມລຽນ ແລະ ທ່ານກົງສຸນໃຫຍ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວທີ່ ນະຄອນດານັງ ທ່ານ ວຽງໄຊ ພົມມາຈັນ.

ເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ລາວ

ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນ ນັກຮົບອາສາສະໝັກ ແລະ ນັກຊ່ຽວຊານດ້ານການທະຫານ ຫວຽດນາມຢູ່ລາວ (ວັນທີ 30 ຕຸລາ 1949 - 30 ຕຸລາ 2019) ໃນນະຄອນດານັງ. (ພາບ: baodanang.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮອງປະທານຄະນະກຳມະການປົກຄອງ ນະຄອນດານັງ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນດານັງ ທ່ານ ໂຮ່ກີມິນ ໄດ້ເນັ້ນໜັກວ່າ: ໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະຊາຊົນສອງປະເທດ, ປະຊາຊົນສອງປະເທດໄດ້ມີ ການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນໃນການຕໍ່ຕ້ານສັດຕູລວມລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາ, ພ້ອມທັງ ໃນສະໄໝສັນຕິພາບ ແລະ ປ້ອງກັນປະເທດຊາດ. ທ່ານ ຮອງປະທານຄະນະກຳມະການປົກຄອງ ນະຄອນດານັງ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນດານັງ ທ່ານ ໂຮ່ກີມິນ ກໍ່ສະແດງຄວາມຮູ້ສຶກສະເທືອນໃຈ ສຳຫຼັບນັກຮົບເກົ່າ ແລະ ບັນດານັກຊ່ຽວຊານ, ເຖິງວ່າອາຍຸສູງ ແລະ ສຸຂະພາບອ່ອນເພຍກໍ່ຕາມ, ແຕ່ຍັງເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນວຽກງານຂອງສະມາຄົມມິດຕະພາບຫວຽດນາມ - ລາວ, ເຜີຍແຜ່ ເພື່ອລຸ້ນໜຸ່ມສືບຕໍ່ສ້າງສາຍພົວພັນມິດຕະພາບຫວຽດນາມ - ລາວ.

ພ້ອມນີ້, ທີ່ກອງປະຊຸມ, ສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນ ດານັງ ທ່ານ ວຽງໄຊ ພົມມາຈັນ ໄດ້ຕີລາຄາສູງ ແລະ ຮັບຮູ້ຄຸນງາມຄວາມດີຕໍ່ການປະກອບສ່ວນອັນໃຫຍ່ຫຼວງ ແລະ ຄວາມເສຍສະຫຼະ ຂອງບັນດານັກຮົບອາສາສະໝັກ ແລະ ນັກຊ່ຽວຊານດ້ານການທະຫານ ຂອງຫວຽດນາມຈົ່ງໄວ້ໃຫ້ແກ ລາວ. ທ່ານ ວຽງໄຊ ພົມມາຈັນ ກ່າວວ່າ, ຄວາມສາມັກຄີຂອງບັນດາພັນທະມິດຕໍ່ສູ້ ລະຫວ່າງປະຊາຊົນສອງປະເທດ ໄດ້ຜ່ານຜ່າແຫ່ງການຕໍ່ສູ້ປະຕິວັດ; ກໍ່ປາດຖະໜາວ່າ ສອງປະເທດຈະພັດທະນາຮີດຄອງປະເພນີສາມັກຄີ, ຮັກແພງກັນໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.