ການພົບປະເຈລະຈາ ລະຫວ່າງກອງບັນຊາການທະຫານ ແຂວງກວາງຈິ - ແຂວງສະຫວັນນະເຂດ

11:03 | 20/11/2019

ຍສໝ - ວັນທີ 19 ພະຈິກ ຢູ່ເມືອງດົງຮ່າ, ກອງບັນຊາການທະຫານ ຂອງສອງແຂວງກວາງຈິ - ສະຫວັນນະເຂດ (ລາວ) ໄດ້ຈັດກອງປະຊຸມປະຈຳປີຄັ້ງທີ 15.

ເຂົ້າຮ່ວມກອງປະຊຸມ, ຢູ່ຝ່າຍກອງບັນຊາການທະຫານແຂວງກວາງຈິ, ມີ ຫົວໜ້າກອງບັນຊາການແຂວງ ທ່ານພັນເອກ ຫງວຽນຫ່ວາຍເຟືອງ ເປັນຫົວໜ້າຄະນະ; ຝ່າຍກອງບັນຊາການທະຫານແຂວງສະຫວັນນະເຂດ, ມີກຳມະການກົມການເມືອງ ກອງບັນຊາການແຂວງ ທ່ານພົນຈັດຕະວາ ຈະເລີນ ວົງວິໄລ ເປັນຫົວໜ້າຄະນະ.

ໃນບັນຍາກາດແຫ່ງມິດຕະພາບພິເສດ, ສອງຝ່າຍໄດ້ຕີລາຄາສູງ ໝາກຜົນຂອງການປະສານ ວຽກງານການຕ່າງປະເທດດ້ານການທະຫານ ໃນປີ 2019. ໂດຍສະເພາະ ແມ່ນ ໄດ້ຮັບການແຈ້ງໃຫ້ຊາບຢ່າງທັນການ ທີ່ກ່ຽວກັບສະພາບການ ແລະ ປະສານສົມທົບ ເພື່ອແກ້ໄຂບັນດາບັນຫາ ເກີດຂື້ນໃນເສັ້ນຊາຍແດນ ໄດ້ເປັນຢ່າງດີ, ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນເຂດ; ປະສານສົມທົບການສຳຫຼວດ, ຄົ້ນຫາ, ເກັບໂຮມ ແລະ ສົ່ງກັບຄືນ 26 ສົບຂອງຜູ້ທີ່ ເປັນອາສາສະໝັກ ແລະ ຊ່ຽວຊານຫວຽດນາມເຊິ່ງເສຍສະຫຼະຊີວິດຢູ່ແຂວງສະຫວັນນະເຂດ; ຊີ້ນຳບັນດາເມືອງແຮກສ່ຽວ (ເຫີ່ອງຫວາ - ເຊໂປ) ໄດ້ເຄື່ອນໄຫວວຽກງານ ແລະ ສະກັດກັ້ນການເຄື່ອນໄຫວຕ້ານ ແລະ ທຳລາຍ ຂອງກຳລັງສັດຕູ ແລະ ອາດຊະຍາກຳ ຢ່າງມີປະສິດທິຜົນ...

ການພົບປະເຈລະຈາ ລະຫວ່າງກອງບັນຊາການທະຫານ ແຂວງກວາງຈິ - ແຂວງສະຫວັນນະເຂດ

ກອງບັນຊາການທະຫານ ສອງຝ່າຍ ໄດ້ເຊັນຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງປະຕິບັດບັນດາກິດຈະກຳປະສານງານການເຄື່ອນໄຫວ ປີ 2020. (ພາບ: baoquangtri.vn)

ທີ່ກອງປະຊຸມ, ກອງບັນຊາການທະຫານ ຂອງແຂວງກວາງຈິ - ກອງບັນຊາການທະຫານ ສະຫວັນນະເຂດ ໄດ້ປຶກສາຫາລື ແລະ ຕົກລົງ ເຊັນຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງປະຕິບັດບັນດາກິດຈະກຳປະສານງານການເຄື່ອນໄຫວ ປີ 2020 ໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຕິດພັນກັບການພັດທະນາ ເສດຖະກິດ - ສັງຄົມ; ກຳແໜ້ນສະພາບການເປັນປະຈຳ, ປະສານສົມທົບການລາດຕະເວນ, ຄວບຄຸມ ແລະ ຄຸ້ມຄອງລະບົບປັກຫຼັກໝາຍຊາຍແດນ ແລະ ເສັ້ນຊາຍແດນແຫ່ງຊາດລະຫວ່າງສອງແຂວງ; ແຈ້ງຂ່າວໃຫ້ຊາບເຊິ່ງກັນ ແລະ ກັນ ກ່ຽວກັບບັນຫາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.

ພ້ອມກັນນັ້ນ, ກອງບັນຊາການທະຫານ ແຂວງກວາງຈິ ສືບຕໍ່ສົ່ງພະນັກງານໄປຝຶກອົບຮົມ ໃຫ້ພະນັກງານພະແນກການທະຫານແຂວງສະຫວັນນະເຂດ ກ່ຽວກັບວຽກງານພັກ, ວຽກງານການເມືອງ, ວຽກງານເຕັກນິກ ແລະ ການເຝິກແອບຮ່າງກາຍທະຫານ ແລະ ແລກປ່ຽນກິລາ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.