ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຕ້ອນຮັບຄະນະຜູ້ແທນກົມກອບກູ້ໄພພິບັດກອງທັບປະຊາຊົນຫວຽດນາມ.

09:30 | 19/11/2019

ຍສໝ - ວັນທີ 14 ພະຈິກນີ້, ຢູ່ຫ້ອງຮັບແຂກຂອງກົມພົວພັນຕ່າງປະເທດກະຊວງປ້ອງກັນ ປະເທດ, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນກົມກອບກູ້ໄພພິບັດກອງທັບປະຊາຊົນຫວຽດນາມ.

ວັນທີ 14 ພະຈິກນີ້, ຢູ່ຫ້ອງຮັບແຂກຂອງກົມພົວພັນຕ່າງປະເທດກະຊວງປ້ອງກັນ ປະເທດ, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນກົມກອບກູ້ໄພພິບັດກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ເລ່ແມງຕຽນ ຮອງຫົວໜ້າກົມກອບກູ້ໄພພິບັດກອງທັບປະຊາຊົນຫວຽດນາມເນື່ອງໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຕ້ອນຮັບຄະນະຜູ້ແທນກົມກອບກູ້ໄພພິບັດກອງທັບປະຊາຊົນຫວຽດນາມ.

ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ແລະ ສະຫາຍ ພົນຈັດຕະວາ ເລ່ແມງຕຽນ ຮອງຫົວໜ້າກົມກອບກູ້ໄພພິບັດກອງທັບປະຊາຊົນຫວຽດນາມ. (ພາບ:Lao's Army News)

ໃນໂອກາດນີ້ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ສະຫາຍ ພົນຈັດຕະວາ ເລ່ແມງຕຽນ ພ້ອມດ້ວຍຄະນະໃນຄັ້ງນີ້ເຊິ່ງຈະເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະ ພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ແລະ ສອງກອງທັບປະຊາຊົນລາວ-ຫວຽດນາມໃຫ້ນັບມື້ແໜ້ນແຟ້ນ ຍິ່ງໆຂຶ້ນ.

ສະຫາຍ ພົນຈັດຕະວາ ເລ່ແມງຕຽນ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ລາຍງານ ແລະ ທົບທວນຄືນເຖິງໝາກຜົນຂອງການພົວພັນຮ່ວມມືລະຫວ່າງກະຊວງ ປ້ອງກັນປະເທດຫວຽດນາມ- ລາວ, ລວມທັງໝາກຜົນຂອງການພົບປະແລກປ່ຽນບົດຮຽນລະຫວ່າງສອງຄະນະຜູ້ແທນກອບກູ້ໄພພິບັດຂອງກອງທັບປະຊາຊົນຫວຽດນາມ-ລາວ ໃນຄັ້ງນີ້ ແລະ ໃຫ້ການຢືນຢັນວ່າຈະພະຍາຍາມຊຸກຍູ້ສຸດຄວາມສາມາດພ້ອມກັບຝ່າຍລາວໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບກໍຄືຂອບເຂດການຮ່ວມມືການຊອກຄົ້ນ-ກອບກູ້ໄພພິບັດໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງຍິ່ງໆຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: Lao's Army News)

ເຫດການ
302 Found

Found

The document has moved here.