ເອກອັກຄະລັດຖະທູດ ຜູ້ໃໝ່ຂອງ ສປປ ລາວໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

15:53 | 12/11/2019

ຍສໝ​ - ຕອນບ່າຍວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ ເນື່ອງໃນໂອກາດມາຮັບໜ້າທີ່ທາງການທູດຢູ່ຫວຽດນາມ.

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ປະກອບສ່ວນ, ເພີ່ມພູນຄູນສ້າງໃຫ້ ສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ ຫຼາຍກວ່າອີກ ແລະ ນັບມື້ນັບບັນລຸບັນດາຜົນງານໃໝ່.

ເອກອັກຄະລັດຖະທູດ ຜູ້ໃໝ່ຂອງ ສປປ ລາວໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ບົນພື້ນຖານຂໍ້ຕົກລົງຂັ້ນສູງ, ເຊິ່ງສອງປະເທດພວມຜັນຂະຫຍາຍຫຼາຍໂຄງການຮ່ວມມືຮອບດ້ານໃນຫຼາຍຂົງເຂດ, ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ສົມທົບກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ເພື່ອຍົກສູງຄຸນນະພາບຂອງໂຄງການຮ່ວມມືດັ່ງກ່າວ, ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ຊຸກຍູ້ບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ. ທ່ານນາຍົກລັດຖະມົນຕີຖືວ່າ ສອງຝ່າຍ ຈະຍົກສູງປະສິດທິຜົນການຮ່ວມມືຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ອະນຸພາກພື້ນ, ກໍຄືຕັ້ງໜ້າສົມທົບທາງດ້ານທັດສະນະ ແລະ ຫຼັກໝັ້ນໃນບັນດາບັນຫາລວມຂອງພາກພື້ນ.

ສ່ວນທ່ານເອກອັກຄະລັດຖະທູດຄົນໃໝ່ ແສງເພັດ ຮຸ່ງບຸນຍວງ ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ, ນໍາການພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດເຂົ້າສູ່ລວງເລິກກວ່າອີກ. ທ່ານເອກອັກຄະລັດຖະທູດສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະຮັບດໍາລົງຕໍາແໜ່ງເປັຍປະທານ ອາຊຽນ ໃນປີ 2020 ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ເປັນຢ່າງດີທີ່ສຸດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.