ຍສໝ - ຖະໜົນເກົ່າ ໂຮ້ຍອານ, ຫໍພິພິທະພັນວັດຖຸພັນຮ່ອງຮອຍສົງຄາມ (ນະຄອນ ໂຮ່ຈີມິນ) ແລະ ອຸໂມງໃຕ້ດິນ ກູ້ຈີ ແມ່ນ 3 ຕົວແທນຂອງ ຫວຽດນາມ ທີ່ໄດ້ຈັດເຂົ້າໃນບັນຊີລາຍຊື່ 25 ສະຖານທີ່ທ່ອງທ່ຽວທີ່ນິຍົມທີ່ສຸດຂອງ ອາຊີ ໂດຍຜູ້ອ່ານ TripAdvisor ຄັດເລືອກ.
ຍສໝ - ອົງການການຄ້າ ແລະ ການລົງທຶນອົດສະຕາລີ (Austrade) ມີແຜນຈະນໍາເອົາຫວຽດນາມ ເຂົ້າໃນບັນຊີລາຍຊື່ຕະຫຼາດທ່ອງທ່ຽວທີ່ສຳຄັນຂອງອົດສະຕາລີ, ໃນນັ້ນ ລວມມີ: ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ອິນໂດເນເຊຍ.
ຍສໝ-ໃນຕົ້ນເດືອນກໍລະກົດ 2024, ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ) ຈະຈັດຕັ້ງລາຍການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ສະຫະພັນລັດເຊຍ.
ຍສໝ - “ຂ້າພະເຈົ້າມີແຜນຈະໃຊ້ເວລາ 3 ອາທິດ ເພື່ອຄົ້ນຫາພາກເໜືອ ຫວຽດນາມ. ຂ້າພະເຈົ້າຢາກໄປຢ້ຽມຢາມນ້ຳຕົກຕາດ ບ້ານຢົກ ແລະ ຜ່ານການແນະນຳ, ຂ້າພະເຈົ້າເລືອກເອົາໝູ່ບ້ານ ຄ໋ວຍກີ, ສະຖານທີ່ຫ່າງຈາກນ້ຳຕົກພຽງ 2 ກິໂລແມັດ ເພື່ອພັກເຊົາ. ທຸກສິ່ງທຸກຢ່າງດີ: ອາຫານແຊບ, ປະຊາຊົນທີ່ຮັກແພງແຂກຄົນ ແລະ ພ້ອມແລ້ວທີ່ຈະໃຫ້ຄໍາແນະນໍາກ່ຽວກັບບ່ອນທີ່ຈະໄປ, ຖະຫນົນຫົນທາງ, ແຜນທີ່ ... ", ທ່ານ Redouane Mahi, ນັກທ່ອງທ່ຽວຊາວ ຝຣັ່ງ ແບ່ງປັນ.
ຍສໝ - ອາຫານ ແລະ ວັດທະນະທຳ ຫວຽດນາມ ໄດ້ກາຍເປັນທີ່ຄຸ້ນເຄີຍຢູ່ເທດສະບານ Bagnara di Romagna, ແຂວງ Ravenne ຂຶ້ນກັບເຂດ Emilie Romagna, ພາກເໜືອຂອງ ອີຕາລີ. ຄວາມປະທັບໃຈກ່ຽວກັບ ຫວຽດນາມ ຂອງບັນດາຜູ້ເຂົ້າຮ່ວມງານບຸນວັດທະນະທຳຊົນເຜົ່າ Bagnara ຄັ້ງທີ 16 ທີ່ຈັດຕັ້ງແຕ່ວັນທີ 27 – 30 ມິຖຸນາ, ແມ່ນນັບມື້ນັບເລິກເຊິ່ງຍ້ອນມີບັນດາຈຸດເດັ່ນພິເສດ.
ນັກທ່ອງທ່ຽວສາກົນກວ່າ 8,8 ລ້ານເທື່ອຄົນ ມາຫວຽດນາມ
ຍສໝ - “ອີຣານ ມີຊື່ສຽງດ້ວຍບັນດາທິວທັດທຳມະຊາດທີ່ສວຍງາມ, ຫວຽດນາມ ພັດແມ່ນສະຖານທີ່ດຶງດູດ ດ້ວຍທິວທັດທຳມະຊາດທີ່ສວຍງາມມີເອກະລັກພິເສດຂອງທິດຕາເວັນອອກ. ປະຊາຊົນທັງສອງປະເທດ ມີຄວາມເປັນມິດ, ຮັກແພງແຂກຄົນ... ນັ້ນແມ່ນບັນດາຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດ ເພື່ອໃຫ້ 2 ຝ່າຍພັດທະນາການທ່ອງທ່ຽວຜ່ານການແລກປ່ຽນປະສົບການ ແລະ ການຮ່ວມມື”. ທ່ານ Ali Akbar Nazari, ເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ ກ່າວຄຳປາໄສທີ່ລາຍການ “Roadshow ທ່ອງທ່ຽວ ອີຣານ - ອາຊີຕາເວັນອອກສ່ຽງໃຕ້ 2024 - ການສຳມະນາການທ່ອງທ່ຽວ ອີຣານ - ຫວຽດນາມ” ໄດ້ດຳເນີນໃນວັນທີ 1 ...
ຍສໝ - ໂດຍຫ່າງຈາກເທດສະບານ ຫງວ່ຽນບິ່ງ (ເມືອງ ຫງວ່ຽນບິ່ງ, ແຂວງ ກາວບັງ) ປະມານ 20 ກິໂລແມັດ, ໝູ່ບ້ານ ຮວ່າຍຂ່າວ (ຕາແສງ ກວາງແທ່ງ, ເມືອງ ຫງວ່ຽນບິ່ງ) ຕັ້ງຢູ່ໃນຮ່ອມພູ. ຢູ່ທີ່ນີ້, ພີ່ນ້ອງຊົນເຜົ່າ ຢ້າວຕຽນ ຍັງຄົງຮັກສາສິລະປະທີ່ເປັນເອກະລັກສະເພາະຂອງການພິມລວດລາຍດ້ວຍຂີ້ເຜິ້ງ.
ຍສໝ - ທີ່ລາຍການເເນະນຳການທ່ອງທ່ຽວ ຫວຽດນາມ (“Vietnam Tourism Roadshow”) ໄດ້ດຳເນີນຢູ່ Paris ວັນທີ 25 ມິຖຸນາ, ມີຫຼາຍຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກພິເສດ, ສະເພາະຂອງຫວຽດນາມ ໄດ້ຮັບການແນະນຳໂດຍກົມທ່ອງທ່ຽວແຫ່ງຊາດ ໄປເຖິງນັກທ່ອງທ່ຽວຊາວ ຝຣັ່ງ.
ຍສໝ - ນັ້ນແມ່ນຄຳເຫັນຂອງທ່ານນາງ Alessandra Priante, ຜູ້ອຳນວຍການອົງການທ່ອງທ່ຽວແຫ່ງຊາດ ອີຕາລີ (ENIT) ທີ່ລາຍການແນະນຳການທ່ອງທ່ຽວ ຫວຽດນາມ ໂດຍກົມການທ່ອງທ່ຽວແຫ່ງຊາດຫວຽດນາມ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອີຕາລີ, ຈັດຂຶ້ນໃນວັນທີ 27 ມີຖຸນາ, ຢູ່ນະຄອນ Milan (ອິຕາລີ).
ຍສໝ - ວັນທີ 24 ມິຖຸນາ, ຢູ່ມະຫາວິທະຍາໄລ ເກີ່ນເທີ ໃຕ້ ໄດ້ຈັດພິທີເປີດຕົວພະແນກແພດສາດສາກົນ DNC ຂອງມະຫາວິທະຍາໄລ ເກີ່ນເທີ ໃຕ້. ນີ້ກໍ່ແມ່ນມະຫາວິທະຍາໄລແຫ່ງທີ 2 ນອກຈາກມະຫາວິທະຍາໄລແພດສາດ ແລະ ການຢາ ເກີນເທີ ທີ່ບຳລຸງສ້າງການແພດສາກົນຢູ່ນະຄອນ ເກີນເທີ.
ຍສໝ - ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ແຈ້ງວ່າ ງານບຸນສົ່ງເສີມການທ່ອງທ່ຽວ - ວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ປີ 2024 ຈະດຳເນີນແຕ່ວັນທີ 29 ມີຖຸນາ ຫາ ວັນທີ 3 ກໍລະກົດ.
ຍສໝ - ໃນເດືອນ ມິຖຸນາ ປີ 2024, ໂດຍມີຫຼາຍການເຄື່ອນໄຫວໂຄສະນາການທ່ອງທ່ຽວ, ຊຸກຍູ້ການລົງທຶນ, ເປີດກວ້າງການພົວພັນຮ່ວມມືກັບຫຼາຍປະເທດໃນໂລກ ໄດ້ຮັບການຈັດຕັ້ງຈາກຫຼາຍທ້ອງຖິ່ນ ແລະ ວິສາຫະກິດຂອງ ຫວຽດນາມ.
ຍສໝ - ແຂວງ ແທງຮວ໋າ ພວມມຸ່ງໄປເຖິງການກໍ່ສ້າງ, ຂຸດຄົ້ນ tour ທ່ອງທ່ຽວຈຳນວນໜຶ່ງເຊື່ອມຕໍ່ກັບແຂວງຫົວພັນ (ລາວ), ສຸມໃສ່ບັນດາຜະລິດຕະພັນການທ່ອງທ່ຽວຄື: ລົງຕົວຈິງ, ວັດທະນະທຳ-ປະຫວັດສາດ, ນິເວດຊຸມຊົນ.
ຍສໝ - ວັນທີ 11 ມິຖຸນາ, ທີ່ກອງປະຊຸມໃຫຍ່ຄັ້ງທີ 10 ຂອງສະມັດຊາໃຫຍ່ສົນທິສັນຍາປີ 2003 ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ດຳເນີນຢູ່ ຝຣັ່ງ, ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງສູງ ທີ່ໄດ້ຮັບການເລືອກຕັ້ງເປັນຮອງປະທານສະມັດຊາໃຫຍ່ສົນທິສັນຍາປີ 2003 ຈາກບັນດາປະເທດສະມາຊິກ.
ຍສໝ - ໃນລະຫວ່າງວັນທີ 1-8 ກໍລະກົດ, ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງໂຄງການແນະນຳການທ່ອງທ່ຽວຢູ່ນະຄອນຫຼວງ Moscow ແລະ Saint Petersburg, ສະຫະພັນລັດເຊຍ ເພື່ອໂຄສະນາຄວາມງາມຂອງປະເທດ ແລະ ປະຊາຊົນຫວຽດນາມ.
ຍສໝ - ວັນທີ 4 ມິຖຸນາ, ຂໍ້ມູນຈາກຄະນະກໍາມະການປະຊາຊົນແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ ໃນກາງເດືອນມິຖຸນານີ້ ຄະນະຜູ້ແທນແຂວງ ບິ່ງທ້ວນ ຈະໄປລາວ ເພື່ອໂຄສະນາຜະລິດຕະພັນ ແລະ ສົ່ງເສີມການຄ້າບັນດາປະເພດສິນຄ້າກ່ຽວກັບໝາກມັງກອນ, ຜະລິດຕະພັນກະເສດ OCOP...
ຍສໝ - ຫວ່າງມໍ່ໆນີ້, ວາລະສານ Travel+Leisure (ອາເມລິກາ) ໄດ້ໃຫ້ກຽດນະຄອນ ຍາຈາງ (ແຂວງ ແຄ໋ງຮວ່າ) ເປັນໜຶ່ງໃນ 8 ສະຖານທີ່ພັກຕາກອາກາດຢູ່ຫາດຊາຍທີ່ສວຍງາມທີ່ສຸດໃນໂລກສຳລັບຜູ້ອອກກິນເບ້ຍບຳນານ.
ຍສໝ - ໜັງສືພິມ Nikkei Asia ຂອງຍີ່ປຸ່ນ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ຫຼີກລ່ຽງຄວາມຮ້ອນ ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວອາຊີເມື່ອບໍ່ດົນມານີ້.
ຍສໝ - ພື້ນຖານການທ່ອງທ່ຽວດີຈິຕອນ Agoda ໃຫ້ຮູ້ວ່າ ຫວຽດນາມ ຢືນອັນດັບທີ 3 ໃນບັນຊີລາຍຊື່ບັນດາຈຸດໝາຍປາຍທາງຂອງ ອາຊີ ທີ່ດຶງດູດນັກທ່ອງທ່ຽວຊາວ ເອີຣົບ ຫຼາຍທີ່ສຸດໂດຍອີງໃສ່ຈຳນວນຄັ້ງຂອງການຄົ້ນຫາທີ່ພັກ.
ສູ້ຊົນສ້າງທັດສະນິຍະພາບນ້ຳຕົກຕາດບ້ານສົກ (ຫວຽດນາມ) - ດຶກທຽນ (ຈີນ) ໃຫ້ເປັນຕົວແບບການທ່ອງທ່ຽວຂ້າມຊາຍແດນ
ຍສໝ - ລະດູໃບໄມ້ຫຼົ່ນທີ່ຈະມາເຖິງນີ້, ເຝີ - ອາຫານປະຈຳຊາດຫວຽດນາມ ຈະໄດ້ “ສົ່ງອອກ” ໄປຍັງ ສ.ເກົາຫຼີ, ຕາມລາຍການ ວັນຂອງເຝີ ຈັດຕັ້ງໂດຍໜັງສືພິມ Tuoi Tre (ໄວໜຸ່ມ).
ຍສໝ - ນ້ຳຕົກຕາດ ບ້ານຢົກ, ກາວບັ່ງ ແມ່ນກຸ່ມນ້ຳຕົກຕາດນ້ອຍທີ່ຕັ້ງຢູ່ລຽບຕາມຊາຍແດນ ຫວຽດນາມ - ຈີນ. ນ້ຳຕົກຕາດດັ່ງກ່າວໄດ້ຮັບການຄັດເລືອກຈາກວາລະສານທ່ອງທ່ຽວຂອງ ອາເມລິກາ Travel+Leisure ໃຫ້ເປັນໜຶ່ງໃນ 21 ນ້ຳຕົກຕາດທີ່ງາມທີ່ສຸດໃນໂລກ.
ຍສໝ - ຄວາມຕ້ອງການຂອງຄົນອິນເດຍ ໃນການເດີນທາງໄປຕ່າງປະເທດໄດ້ບັນທຶກການເຕີບໂຕຢ່າງແຂງແຮງໃນໄລຍະມໍ່ໆມານີ້. ໃນນັ້ນ, ຫວຽດນາມ ໄດ້ກາຍເປັນປະເທດທີ່ນິຍົມອັນດັບໜຶ່ງ.
ຍສໝ - ຕອນເຊົ້າວັນທີ 21 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ເຂດທ່ອງທ່ຽວວັດທະນະທຳ ສ໋ວຍຕ່ຽນ ແລະ ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມຂ່າວແຈ້ງກ່ຽວກັບງານບຸນໝາກໄມ້ພາກໃຕ້ ຄັ້ງທີ 20 - ສ໋ວຍຕ່ຽນ Farm Festival 2024.
ຍສໝ - ເຝີປົນ, ຍຳ ແລະ ກ້ອຍໄກ່ຂອງຫວຽດນາມ ໄດ້ເຂົ້າໄປໃນບັນຊີລາຍຊື່ຂອງ 100 ອາຫານກ້ອຍທີ່ສຸດໃນໂລກໂດຍເວັບໄຊອາຫານສາກົນ TasteAtlas.
ຍສໝ - ຄາດວ່າ ເຝີຫວຽດນາມ ຈະໄດ້ນຳເຂົ້າໃນລາຍການອາຫານຂອງບັນດາໂຮງແຮມ, ຮ້ານອາຫານໃນທົ່ວນະຄອນຫຼວງ Islamabad, ປາກິດສະຖານ.
ຍສໝ - ແຕ່ເດືອນພຶດສະພາ ປີ 2024, ກູບາ ຜັນຂະຫຍາຍວີຊາເອເລັກໂຕນິກໃໝ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວສາກົນ, ຊຸກຍູ້ຄວາມຕ້ອງການການທ່ອງທ່ຽວ. ກູບາ ມີເປົ້າໝາຍຈະຕ້ອນຮັບນັກທ່ອງທ່ຽວ 3,2 ລ້ານເທື່ອຄົນໃນປີ 2024.
ຍສໝ - ຕາມກົມພັດທະນາການທ່ອງທ່ຽວຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ແລ້ວ, ໃນ 3 ເດືອນຕົ້ນປີ 2024, ປະເທດນີ້ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1 ລ້ານກວ່າເທື່ອຄົນ. ໃນນັ້ນ ຈຳນວນນັກທ່ອງທ່ຽວຫວຽດນາມ ຢືນອັນດັບທີ 2 ເຊິ່ງໄດ້ຈັດອັນດັບຢູ່ຖັດຈາກ ໄທ ເທົ່ານັ້ນ.
ຍສໝ - ຕອນບ່າຍວັນທີ 27 ເມສານີ້, ຢູ່ທີ່ ຣີສອດ Lady Hill Sapa, ຄະນະກຳມະການປະຊາຊົນເທດສະບານເມືອງຊາປາ ໄດ້ສົມທົບກັບ ສະມາຄົມມິດຕະພາບນະຄອນທ່ອງທ່ຽວສາກົນ ຄຸນໝິງ ຈັດຕັ້ງກອງປະຊຸມໂຄສະນາການທ່ອງທ່ຽວສາກົນເປີດກວ້າງ.