ແຂວງ ຮ່າ​ລອງ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ນັບ​ພັນ​ຄົນ​ມາ​ພັກຜ່ອນ​ຢ່ອນ​ອາລົມ

17:40 | 11/02/2024

ຍສໝ - ຕອນ​ເຊົ້າ​ວັນ​ບຸນ​ກຸດປີ​ໃໝ່, ອ່າວ ຮ່າ​ລອງ (ກວາງ​ນິງ) ໄດ້​ຕ້ອນ​ຮັບ​ບັນ​ດາ​ນັກ​ທ່ອງ​ທ່ຽວ​ກຸ່ມ​ທຳ​ອິດ “ບຸກ​ເຂົ້າ” ແລະ​ລົງ​ເຮືອ​ໄປ​ຢ້ຽມ​ຢາມ​ອ່າວ​ມໍ​ລະ​ດົກ.

ຮ່າ​ໂນ້ຍ ຕ້ອນຮັບ​ປີ​ໃໝ່ 2024 ​ດ້ວຍ​ການ​ສະ​ແດງ​ສິລະ​ປະ​ທີ່​ໜ້າ​ປະ​ທັບ​ໃຈ ຮ່າ​ໂນ້ຍ ຕ້ອນຮັບ​ປີ​ໃໝ່ 2024 ​ດ້ວຍ​ການ​ສະ​ແດງ​ສິລະ​ປະ​ທີ່​ໜ້າ​ປະ​ທັບ​ໃຈ
ນັກ​ທ່ອງ​ທ່ຽວ ຊື່ນຊົມຍິນດີ​ກັບ​ການ​ສຳ​ຜັດ​ກັບ​ເທບ​ໃນ​ໝູ່​ບ້ານ​ທີ່​ມີ​ກິ່ນ​ຫອມ​ຂອງ​ເມືອງ​ເຫ້ວ ນັກ​ທ່ອງ​ທ່ຽວ ຊື່ນຊົມຍິນດີ​ກັບ​ການ​ສຳ​ຜັດ​ກັບ​ເທບ​ໃນ​ໝູ່​ບ້ານ​ທີ່​ມີ​ກິ່ນ​ຫອມ​ຂອງ​ເມືອງ​ເຫ້ວ

ຕອນເຊົ້າວັນທີ 10 ກຸມພາ, ກົງກັບວັນທີ 1 ຂອງບຸນເຕັດ, ອ່າວຮ້າລອງ ແຂວງກວາງນິງ ໄດ້ຕ້ອນຮັບບັນດາຄະນະທຳອິດມາຢ້ຽມຢາມ, ຂຶ້ນກຳປັ່ນໄປທ່ຽວອ່າວທີ່ເປັນມໍລະດົກ

ຄະນະແຂກທຳອິດຂອງປີໃໝ່ ປີມະໂລງທີ່ມີ 298 ຄົນໄດ້ມາຮອດທ່າກຳປັ່ນແຂກສາກົນ ຮ້າລອງ ໃນບັນຍາດຟືດຟື້ນຂອງການຟ້ອນສິງໂຕ ແລະ ເຕັ່ມໄປດ້ວຍສີແດງຂອງດອກຄາຍ. ທ່ານ ກາວເຕືອງຮຸຍ ປະທານຄະນະກຳມະການ ປຊຊ ແຂວງ ກວາງນິງ ໄດ້ມີໜ້ານັບແຕ່ເຊົ້າ ເພື່ອຕ້ອຍຮັບແຂກຜູ້ທຳອິດ, ມອບດອກໄມ້ ແລະ ອັ່ງເປົາເງິນໂຊກດີ ຕາມຮີດຄອງປະເພນີຂອງຊາວ ຫວຽດນາມ ພ້ອມດ້ວຍບັນດາຄຳອວຍພອນປີໃໝ່…ຄາດວ່າ, ໃນວັນທີ 1 ຂອງບຸນເຕັດ, ຈະມີແຂກປະມານກ່ວາ 4000 ເມື່ອຄົນຂຶ້ນກຳປັ່ນ ໄປຢ້ຽມຊົມ ອ່າວ ຮ້າລອງ.

ແຂວງ ຮ່າ​ລອງ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ນັບ​ພັນ​ຄົນ​ມາ​ພັກຜ່ອນ​ຢ່ອນ​ອາລົມ

ທ່ານ Kim Cheawon ນັກ​ທ່ອງ​ທ່ຽວ​ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ: “ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ​ທີ່​ໄດ້​ຮັບ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ໃນ​ວັນ​ທີ 1 ຂອງ​ປີ. ຂ້າພະ​ເຈົ້າຮູ້ສຶກ​ຕື່ນ​ເຕັ້ນ​ຫຼາຍ​ທີ່​ໄດ້​ມາ​ຢ້ຽມຢາມ​ອ່າວ​ຮ່າ​ລອງ ​ເພາະວ່າ​ຂ້າພະ​ເຈົ້າ​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ສະຖານ​ທີ່​ນີ້​ມາ​ກ່ອນ. ການເດີນທາງໃນຕົ້ນປີນີ້ມີສິ່ງໃຫມ່ໆຫຼາຍຢ່າງ."

ທ່ານ​ນາງSoi Yuna ​ຍັງ​ປະ​ຫລາດ​ໃຈ​ຫລາຍ​ຕໍ່​ການ​ຕ້ອນ​ຮັບ​ຂອງ​ທ້ອງ​ຖິ່ນ​ເທື່ອ​ທີ​ສອງ​ທີ່​ນາງ​ກັບ​ຄືນ​ມາ​ທີ່​ນີ້. ນາງ ແບ່ງປັນວ່າ: ເຖິງວ່າ ສ.ເກົາຫຼີ ສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດກໍ່ຕາມ, ແຕ່ການໄປຫຼິ້ນບຸນເຕັດຢູ່ ຫວຽດນາມ ແມ່ນປະສົບການອັນລ້ຳຄ່າທີ່ສຸດຄື: “ຫວຽດນາມ ມີວິທີການສະເຫຼີມສະຫຼອງບຸນເຕັດທີ່ແຕກຕ່າງກັນກວ່າພວກເຮົາ, ແຕ່ບັນຍາກາດແມ່ນມີຄວາມເບີກບານມ່ວນຊື່ນ ແລະ ສະໜິດສະໜົມ”. ສະ​ບາຍ​ດີ​ປີ​ໃຫມ່!".

ຄຳຮຸ່ງ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.