ຄຶກຄື້ນຟ້ອນແຊ ຊາວເຜົ່າຜູ້ໄທ ຢູ່ ດ້ຽນບຽນ ທີ່ງານບຸນດອກສ້ຽວປ່າ 2024

09:17 | 22/03/2024

ຟ້ອນແຊໄທຂອງ ດ້ຽນບຽນ ທີ່ງານບຸນດອກສ້ຽວປ່າ 2024 ທີ່ຄຶກຄື້ນມ່ວນຊື່ນ

ກວດພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ ດ້ຽນບຽນ ໂດຍບໍ່ເສຍຄ່າ ກວດພະຍາດ, ແຈກຢາຍຢຸກຢາໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ ດ້ຽນບຽນ ໂດຍບໍ່ເສຍຄ່າ

ໂດຍແມ່ນໜຶ່ງໃນບັນດາກິດຈະກຳຂອງປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ ແລະງານບຸນດອກສ້ຽວປ່າ ປີ 2024, ວັນທີ 17 ມີນາ, ຢູ່ສະໜາມກິລາແຂວງດ້ຽນບຽນ ໄດ້ດຳເນີນງານມະໂຫລານສິລະປະຟ້ອນແຊຊາວເຜົ່າຜູ້ໄທ, ມໍລະດົກວັດທະນະທຳນາມມະທໍາຕາງໜ້າໃຫ້ມວນມະນຸດ ໄດ້ດຶງດູດນັກສະແດງນັບພັນຄົນພ້ອມກັບນັກທ່ອງທ່ຽວທີ່ມາຈາກທົ່ວທຸກສາລະທິດ ທີ່ມາເປັນກໍາລັງໃຈ ແລະ ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

ຄຶກຄື້ນຟ້ອນແຊ ຊາວເຜົ່າຜູ້ໄທ ຢູ່ ດ້ຽນບຽນ ທີ່ງານບຸນດອກສ້ຽວປ່າ 2024
ຄຶກຄື້ນຟ້ອນແຊຊາວເຜົ່າຜູ້ໄທ ຢູ່ ດ້ຽນບຽນ ທີ່ງານບຸນດອກສ້ຽວປ່າ 2024 . ພາບ: ຮວ່າງເຈື່ອງ

ເຂົ້າຮ່ວມລາຍການສະແດງສິລະປະຟ້ອນແຊຊາວເຜົ່າຜູ້ໄທ ມີ 14 ທີມທີ່ມາຈາກບັນດາໂຮງຮຽນມັດທະຍົມຕອນປາຍ, ໂຮງຮຽນວິຊາຊີບ, ພະແນກສຶກສາ ແລະ ບຳລຸງສ້າງຂອງບັນດາເມືອງ, ເທດສະບານ, ນະຄອນ ແລະ ບັນດາສະໂມສອນວັດທະນະທຳເຜົ່າຜູ້ໄທ ໃນບໍລິເວນແຂວງ ດ້ຽນບຽນ.

ສິລະປະຟ້ອນແຊຊາວເຜົ່າຜູ້ໄທ ຂອງຫວຽດນາມ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າເປັນມໍລະດົກວັດທະນະທຳນາມມະທໍາຕາງໜ້າໃຫ້ມວນມະນຸດ. ສະນັ້ນ, ແຂວງດ້ຽນບຽນ ໄດ້ ແລະ ກໍາລັງຂະຫຍາຍສິລະປະຟ້ອນແຊຊາວເຜົ່າຜູ້ໄທໃນຊຸມຊົນ, ດຶງດູດນັກຮຽນ, ນັກສຶກສາ ແລະ ບັນດາສະໂມສອນຂອງແຂວງເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ຜ່ານງານມະໂຫລານ ແມ່ນແນໃສ່ສືບຕໍ່ເຊີດຊູ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ແລະຄວາມງາມທີ່ເປັນເອກະລັກສະເພາະຂອງຊຸດອາພອນປະຈຳເຜົ່າ, ເສີມຂະຫຍາຍບັນດາມໍລະດົກ ເຊິ່ງ UNESCO ໄດ້ຮັບຮອງເອົາ...

ບູນມີ

ເຫດການ
302 Found

Found

The document has moved here.