ນະ​ຄອນ ໂຮ້ຍ​ອານ ມີຕື່ມ​ອີກ 2 ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ

16:41 | 29/02/2024

ຍສໝ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫາກໍປະກາດບັນດາຂໍ້ຕົກລົງຮັບຮອງເອົາອາຊີບຫັດຖະກຳທີ່ເປັນມູນເຊື້ອເຮັດເຮືອນແພ ແລະ ອາຊີບຈັກສານອູ່ດ້ວຍໃບສາລີ ຢູ່ນະຄອນ ໂຮ້ຍອານ, ແຂວງ ກວ໋າງນາມ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.

ກວາງ​ນາມ ຕ້ອນ​ຮັບ​ນາມ​ມະ​ຍົດ ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ແຫ່ງ​ຊາດ ໃຫ້​ສຳລັບວັນ​ບຸນ​ໂຄມ​ໄຟ ໂຮ້ຍ​ອາຍ ກວາງ​ນາມ ຕ້ອນ​ຮັບ​ນາມ​ມະ​ຍົດ ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ແຫ່ງ​ຊາດ ໃຫ້​ສຳລັບວັນ​ບຸນ​ໂຄມ​ໄຟ ໂຮ້ຍ​ອາຍ
UNESCO ຮ່ວມ​ເດີນ​ທາງ​ພ້ອມ​ກັບ ເທື່ອ​ທຽນ​ເຫວ້ ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ UNESCO ຮ່ວມ​ເດີນ​ທາງ​ພ້ອມ​ກັບ ເທື່ອ​ທຽນ​ເຫວ້ ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ

ອາຊີບຈັກສານອູ່ດ້ວຍໃບສາລີ ໄດ້ມີມາແຕ່ດົນນານ ແລະ ພັດທະນາຢູ່ເກາະ ກູ່ລາວຈ່າມ, ນະຄອນ ໂຮ້ຍອານ ໃນຫຼາຍສະຕະວັດ. ອາຊີບເຮັດເຮືອນແພຢູ່ ຕາແສງ ເກີ້ມແທງ, ນະຄອນ ໂຮ້ຍອານ ໄດ້ສ່ອງແສງປະຫວັດສາດແຫ່ງການກໍ່ສ້າງ ແລະ ພັດທະນາໝູ່ບ້ານ ແລະ ໝູ່ບ້ານອາຊີບ, ຂະແໜງອາຊີບທີ່ເປັນມູນເຊື້ອຢູ່ຕາແສງ ເກີ້ມແທງ ເວົ້າສະເພາະ ແລະ ຕົວເມືອງ - ທ່າພານິດ ໂຮ້ຍອານ ເວົ້າລວມ. ທ່ານນາງ ເຈືອງທິງອກເກີ໋ມ, ຫົວໜ້າສູນວັດທະນະທຳ - ກິລາ ແລະ ວິທະຍຸ - ໂທລະພາບນະຄອນ ໂຮ້ຍອານ ໃຫ້ຮູ້ວ່າ ນະຄອນ ໂຮ້ຍອານ ພວມມານະພະຍາຍາມອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າຂອງອາຊີບຫັດຖະກຳທີ່ເປັນມູນເຊື້ອນີ້ໃຫ້ເປັນຢ່າງດີທີ່ສຸດ.

ນະ​ຄອນ ໂຮ້ຍ​ອານ ມີຕື່ມ​ອີກ 2 ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ
ນະ​ຄອນ ໂຮ້ຍ​ອານ ມີຕື່ມ​ອີກ 2 ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ

ຫັດຖະກຳ​ພື້ນ​ເມືອງ​ນີ້​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໂດຍ​ອີງ​ໃສ່​ວັດ​ຖຸ​ດິບ (ຕົ້ນ​ປາມ, ຕົ້ນ​ໄມ້​ໄຜ່) ຂອງ​ຊາວ​ທ້ອງ​ຖິ່ນ. ດ້ວຍ​ການ​ສ້າງ​ເຮືອນ​ຊານ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ​ເຮືອນ​ໄມ້​ໄຜ່ ​ແລະ ບ້ານ​ໝາກພ້າວ​ນຳ​ມາ​ໃຫ້​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ​ໂຮ້ຍອານ ​ໃນ​ຕະຫຼອດ​ການ​ເດີນທາງ​ຂອງ​ການ​ສ້າງສາ ​ແລະ ພັດທະນາ​ທ່າ​ກຳ​ປັ່ນ​ການ​ຄ້າ​ບູຮານ​ແຫ່ງ​ນີ້.

“ປັດຈຸບັນ, ພວກຂ້າພະເຈົ້າ ກຳນົດໜ້າທີ່ຈຸດສຸມແມ່ນ ບຳລຸງສ້າງ, ອົບຮົມ ແລະ ດຶງດູດບັນດານັກສິລະປະກອນ, ຜູ້ເຮັດອາຊີບຫັດຖະກຳທີ່ເປັນມູນເຊື້ອນີ້, ກໍຄືດຶງດູດເພື່ອນໜຸ່ມເຂົ້າຮ່ວມການປະຕິບັດຕົວຈິງ ແລະ ປະດິດຄິດສ້າງບັນດາຮູບແບບສິລະປະພື້ນເມືອງນີ້”.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ທັດສະນີຍະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.