ຄາດ​ຄະ​ເນ​ແງ່​ຫວັງການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2024

14:40 | 18/01/2024

ຍສໝ - ຕາມບົດລາຍງານສະບັບນີ້, ຂະແໜງການບິນ ຂອງ ຫວຽດນາມ ໄດ້ມີການຟື້ນຟູທີ່ເປັນໜ້າປະທັບໃຈ ພາຍຫຼັງຜ່ອນຜັນຂໍ້ຈຳກັດກ່ຽວກັບການທ່ອງທ່ຽວຍ້ອນພະຍາດໂຄວິດ - 19 ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ມີ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ດ່າ​ນັງ ໃນ​ໄລ​ຍະ​ບຸນ​ກຸດ​ປີ​ໃຫມ່ 2024 ມີ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ດ່າ​ນັງ ໃນ​ໄລ​ຍະ​ບຸນ​ກຸດ​ປີ​ໃຫມ່ 2024
ນັກ​ທ່ອງ​ທ່ຽວ ຊື່ນຊົມຍິນດີ​ກັບ​ການ​ສຳ​ຜັດ​ກັບ​ເທບ​ໃນ​ໝູ່​ບ້ານ​ທີ່​ມີ​ກິ່ນ​ຫອມ​ຂອງ​ເມືອງ​ເຫ້ວ ນັກ​ທ່ອງ​ທ່ຽວ ຊື່ນຊົມຍິນດີ​ກັບ​ການ​ສຳ​ຜັດ​ກັບ​ເທບ​ໃນ​ໝູ່​ບ້ານ​ທີ່​ມີ​ກິ່ນ​ຫອມ​ຂອງ​ເມືອງ​ເຫ້ວ

ວັນທີ 17 ມັງກອນ, The Outbox Company (Outbox) - ບໍລິສັດຄົ້ນຄ້ວາການຕະຫຼາດ ແລະ ໄຈ້ແຍກຂໍ້ມູນແຂກທ່ອງທ່ຽວນຳໜ້າຢູ່ ຫວຽດນາມ ໄດ້ອອກບົດລາຍງານໄຈ້ແຍກ “ສະພາບການທ່ອງທ່ຽວ ຫວຽດນາມ 2024” ສະແດງໃຫ້ເຫັນວ່າ ຄາດວ່າ ຈຳນວນແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ຈະເພີ່ມຂຶ້ນໃນປີ 2024.

ຕາມບົດລາຍງານສະບັບນີ້, ຂະແໜງການບິນ ຂອງ ຫວຽດນາມ ໄດ້ມີການຟື້ນຟູທີ່ເປັນໜ້າປະທັບໃຈ ພາຍຫຼັງຜ່ອນຜັນຂໍ້ຈຳກັດກ່ຽວກັບການທ່ອງທ່ຽວຍ້ອນພະຍາດໂຄວິດ - 19 ທັງຢູ່ພາຍໃນ ແລະ ຕ່າງປະເທດ. ຫວຽດນາມ ໄດ້ຟື້ນຟູ ຕະຫຼາດການບິນພາຍໃນປະເທດ ໄວທີ່ສຸດໃນໂລກ ແລະ ຄາດຄະເນວ່າ ຈະແມ່ນຕະຫຼາດການບິນທີ່ມີການພັດທະນາຢ່າງວ່ອງໄວຢູ່ອັນດັບທີ 5 ໃນທົ່ວໂລກໃນປີ 2035.

ຄາດ​ຄະ​ເນ​ແງ່​ຫວັງການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2024

ຄາດ​ຄະ​ເນ​ແງ່​ຫວັງການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2024

ກ່ຽວກັບຜົນສຳເລັດຂອງຂະແໜງທ່ອງທ່ຽວຫວຽດນາມ ໃນປີຜ່ານມາ, ຜູ້ຕາງໜ້າ The Outbox Company (Outbox) ໄດ້ແບ່ງປັນວ່າຂະແໜງທ່ອງທ່ຽວ ຫວຽດນາມ ມີການຟື້ນຟູຫຼາຍພໍສົມຄວນດ້ວຍຈຳນວນແຂກທ່ອງທ່ຽວສາກົນ ບັນລຸ 12,59 ລ້ານເທື່ອຄົນ, ທົບເກືອບ 4 ເທົ່າເມື່ອທຽບໃສ່ກັບປີ 2022. ຈຸດພົ້ນເດັ່ນຂອງຂະແໜງທ່ອງທ່ຽວ ຫວຽດນາມໃນປີ 2023 ແມ່ນຄວາມເປັນຫຼາຍຮູບແບບຂອງແຂກທ່ອງທ່ຽວສາກົນ ຢູ່ ຫວຽດນາມ ນັບແຕ່ຕະຫຼາດທີ່ຫາກໍ່ພົ້ນເດັ່ນຂຶ້ນຕະຫຼອດຮອດບັນດາຕະຫຼາດສະເພາະ, ໄປຄຽງຄູ່ກັນນັ້ນແມ່ນບັນດາຕະຫຼາດຢູ່ອາຊີຕາເວັນອອກຄື: ຈີນ, ສ.ເກົາຫຼີ… ຂະແໜງທ່ອງທ່ຽວ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຈາກພາກພື້ນຕ່າງໆ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.