ແນະນຳກາລະໂອກາດການທ່ອງທ່ຽວ ແລະ ການລົງທຶນຢູ່ ຫວຽດນາມ ໃຫ້ປະເທດເພື່ອນມິດ

07:36 | 18/06/2024

ຍສໝ - ໃນເດືອນ ມິຖຸນາ ປີ 2024, ໂດຍມີຫຼາຍການເຄື່ອນໄຫວໂຄສະນາການທ່ອງທ່ຽວ, ຊຸກຍູ້ການລົງທຶນ, ເປີດກວ້າງການພົວພັນຮ່ວມມືກັບຫຼາຍປະເທດໃນໂລກ ໄດ້ຮັບການຈັດຕັ້ງຈາກຫຼາຍທ້ອງຖິ່ນ ແລະ ວິສາຫະກິດຂອງ ຫວຽດນາມ.

ສື່ມວນຊົນ, ເຜີຍແພ່ແນະນຳການທ່ອງທ່ຽວຫວຽດນາມ ເພື່ອດຶງດູດນັກທ່ອງທ່ຽວສາກົນ
ຫວຽດນາມ ແລະ ລາວ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືດ້ານການທ່ອງທ່ຽວ

ກວາງບິ່ງ ໂຄສະນາກາລະ​ໂອກາດ​ລົງທຶນ​ດ້ານ​ການທ່ອງທ່ຽວ​ທີ່​ດຶງ​ດູດ​ໃຈ​ກັບ​ບັນດາ​ນັກ​ລົງທຶນ ຝລັ່ງ ​ແລະ ​ແບນ​ຊິກ

ແຕ່ວັນທີ 13-14 ມິຖຸນາ, ຄະນະກຳມະການປະຊາຊົນແຂວງ ກວາງບິ່ງ ໄດ້ຈັດເຫດການ “ກວາງບິ່ງ: ຄວາມງາມບົ່ມຊ້ອນ ແລະ ກາລະໂອກາດລົງທຶນທີ່ເປັນໜ້າສົນໃຈ”, ກອງປະຊຸມສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວແຂວງ ກວາງບິ່ງ ຢູ່ ຝລັ່ງ ແລະ ແບນຊິກ.

ນີ້​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ຂີດ​ໝາຍ​ບາດ​ລ້ຽວ​ສຳຄັນ​ຂອງ​ແຂວງ ກວາງ​ບິ່ງ ​ໃນຄວາມມານະພະຍາຍາມໃນການໂຄສະນາການທ່ອງທ່ຽວ ​ແລະ ດຶງ​ດູດ​ການ​ລົງທຶນ​ເຂົ້າ​ທ້ອງຕະຫຼາດ ​ເອີ​ລົບ.

ແນະນຳກາລະໂອກາດການທ່ອງທ່ຽວ ແລະ ການລົງທຶນຢູ່ ຫວຽດນາມ ໃຫ້ປະເທດເພື່ອນມິດ

ຄະ​ນະ​ຜູ້​ແທນ​ແຂວງ ກວາງ​ບິ່ງ ສົ່ງ​ເສີມ​ການ​ລົງ​ທຶນ ແລະ ​ໂຄສະນາການ​ທ່ອງ​ທ່ຽວ​ຢູ່ ຝ​ລັ່ງ.

ຈຸດ​ພົ້ນ​ເດັ່ນ​ຂອງ​ບັນດາ​ເຫດການ​ແມ່ນ​ກອງ​ປະຊຸມ​ສຳ​ມະ​ນາບັນຫາສະເພາະ, ບ່ອນ​ທີ່​ບັນດາ​ນັກ​ຊ່ຽວຊານການ​ທ່ອງ​ທ່ຽວ​ໄດ້​ແບ່ງປັນ​ກ່ຽວ​ກັບ​ຄວາມ​ສາມາດ​ພັດທະນາ​ການທ່ອງທ່ຽວ​ຂອງ​ແຂວງ ກວາງ​ບິ່ງ, ທ່າ​ໄດ້​ປຽບ​ໃນ​ການ​ແກ່ງ​ແຍ້​ງ ​ແລະ ກາລະໂອກາດ​ລົງທຶນ​ທີ່​ດຶງ​ດູດໃຫ້ບັນດາ​ນັກ​ລົງທຶນ​ຈາກ ​ແບນ​ຊິກ.

ເຫດການ​ດັ່ງກ່າວຍັງ​ມີ​ເຂດ​ວາງສະ​ແດງ​ການທ່ອງທ່ຽວ​ ກວາງ​ບິ່ງ, ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວໄດ້​​ຄົ້ນພົບ​ບັນດາ​ຮູບ​ພາບ, ວິ​ດີ​ໂອ ​ແລະ ​ເອກະສານ​ກ່ຽວ​ກັບ​ບັນດາ​ຈຸດ​ປາຍທາງ​ທີ່​ດຶງ​ດູດ​ໃຈ​ຂອງ​ແຂວງ. ນັກທ່ອງ​ທ່ຽວ​ຍັງ​ມີ​ໂອ​ກາດ​ໄດ້​ສຳ​ຜັດ​ກັບ​ເຕັກ​ໂນ​ໂລ​ຊີ virtual reality VR 360°, ໂດຍຜ່ານນັ້ນ ຄື​ໄດ້​ເດີນ​ທາງ​ໄປ​ສູ່​ທັດ​ສະ​ນີ​ຍະ​ພາບ​ທີ່​ມີ​ຊື່​ສຽງ​ຂອງ ກວາງ​ບິ່ງ.

ນອກຈາກນັ້ນ, ບັນດາວິສາຫະກິດການທ່ອງທ່ຽວ ກວາງບິ່ງ ຍັງມີໂອກາດໄດ້ພົບປະ ແລະ ແລກປ່ຽນໂດຍກົງກັບບັນດານັກລົງທຶນ ແບນຊິກ, ເປີດກ້ວາງທ່າແຮງບົ່ມຊ້ອນໃໝ່ໃຫ້ແກ່ການຮ່ວມມືໃນຂະແໜງການທ່ອງທ່ຽວ ແລະ ບັນດາຂະແໜງການເສດຖະກິດອື່ນໆ.

ນະຄອນ ເຫ້ວ ແລະ ນະຄອນ Cergy (ຝລັ່ງ) ເປີດກວ້າງການຮ່ວມມື

​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ແຮກສ່ຽວ​ລະຫວ່າງ​ນະຄອນ ​ເຫ້ວ ​ແລະ ນະຄອນ Cergy (ຝລັ່ງ), ​ແຕ່​ວັນ​ທີ 7 – 13 ມີຖຸນາ, ຄະນະ​ຜູ້​ແທນ​ນະຄອນ Cergy ລວມມີ 10 ທ່ານ ນຳ​ໂດຍ​ທ່ານ Moussa Diarra – ຮອງ​ເຈົ້າ​ຄອງ​ນະຄອນ​ຮັບຜິດຊອບ​ການ​ຮ່ວມ​ມື​ສາກົນ ​ພ້ອມດ້ວຍຜູ້ຕາງໜ້າ​ບັນດາ​ນັກ​ສິລະ​ປະກອນ, ບັນດາ​ນັກ​ສິລະ​ປິນ, ຜູ້ຕາງໜ້າ​ບັນດາ​ສະມາຄົມ​ວັດທະນະທຳ ​- ສັງຄົມ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ ນະຄອນ ເຫ້ວ ພ້ອມ​ທັງ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສັບປະດາ​ Festival ສິລະ​ປະ​ສາກົນ ​ເຫ້ວ ປີ 2024.

​ເນື່ອງ​ໃນ​ໂອກາດ​ນີ້, ການ​ນຳ​ຂອງ​ສອງ​ນະຄອນ​ໄດ້​ເຂົ້າ​ຮ່ວມ, ​ເປັນ​ສັກຂີ​ພິຍານ ​ແລະ ຕັດ​ແຖບ​ຜ້າ​ເປີດ​ການ​ເຄື່ອນ​ໄຫວ​ພົບປະແລກປ່ຽນ​ວັດທະນະທຳ-ສິລະ​ປະ​ລະຫວ່າງ 2 ນະຄອນ ດ້ວຍ​ຫົວ​ຂໍ້ “ຈາກ​ມູນເຊື້ອເຖິງ​ຄວາມ​ທັນ​ສະ​ໄໝ”, ​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຮູບ​ພາບ ​ເຫ້ວ - Cergy ​ແລະ ​ການ​ວາງສະແດງສາຍ​ວິ​ດີ​ໂອ​ແນະນຳນະຄອນ Cergy ສູ່​ປະຊາຊົນນະຄອນ ​ເຫ້ວ ​ແລະ ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ Festival ​ເຫ້ວ ​ໃນ​ວັນ​ທີ 9 ມິຖຸນາ​ ຢູ່​ຫໍວັດທະນະທຳເລກ 23 – 25 ຖະໜົນ ເລ​ເລີຍ, ນະຄອນ​ ເຫ້ວ.

ແນະນຳກາລະໂອກາດການທ່ອງທ່ຽວ ແລະ ການລົງທຶນຢູ່ ຫວຽດນາມ ໃຫ້ປະເທດເພື່ອນມິດ

ການ​ເຄື່ອນ​ໄຫວພົວພັນ​ແລກປ່ຽນ​ວັດທະນະທຳ-ສິລະ​ປະ​ລະຫວ່າງ​ສອງ​ນະຄອນ​ດ້ວຍ​ຫົວ​ຂໍ້ “ຈາກ​ມູນເຊື້ອເຖິງຄວາມ​ທັນ​ສະ​ໄໝ”.

2 ນະຄອນຍັງໄດ້ສົມທົບກັນຈັດຕັ້ງການແນະນຳຊຸດສະສົມມີດ ຂອງນັກສິລະປິນ Denis Lagarde ແລະ ກອງປະຊຸມແບ່ງປັນປະສົບການກ່ຽວກັບການຟື້ນຟູເຄື່ອງປັ້ນດິນເຜົາໂດຍສິລະປິນ Saenko Manon - ປະທານສະມາຄົມອາຊີບຫັດຖະກໍາ Vauréal ແລະ ອາຊີບເຄື່ອງປັ້ນດິນເຜົາ ເປັນປະທານ.

ໂດຍຜ່ານ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ໄດ້​ຍົກ​ອອກ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງ​ບັນດາ​ນັກ​ຊ່ຽວຊານ, ນັກ​ສຶກສາ​ວິຊາ​ສະ​ເພາະ​ດ້ານ​ບູຮານ​ຄະ​ດີ, ຈຳລອງແບບມໍລະດົກ ​ແລະ ສິລະ​ປະ... ກໍ່ໄດ້ຮັບການຍົກຂຶ້ນຈາກບັນດາຜູ້ແທນທີ່ເຂົ້ສຮ່ວມງານ, ພ້ອມທັງໄດ້ຮັບຄວາມສະໜັບສະໜູນຂອງນັກຊ່ຽວຊານ ແລະ ການນຳສອງນະຄອນ.

​ໃນ​ໄລຍະ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ​ເຫ້ວ, ຄະນະ​ຜູ້​ແທນ​ໄດ້​ໄປ​ຢ້ຽມຢາມ​ຫໍພິພິທະ​ພັນ​ເອກະ​ຊົນ​ຂອງ​ທ່ານ​ນາງ Cécile Le Pham, ຢ້ຽມຢາມ​ໝູ່​ບ້ານ​ເຄື່ອງ​ປັ້ນດິນ​ເຜົາບູຮານ ເພືອກຕິກ ​ແລະ ລົງຕົວຈິງບັນດາ​ອາຊີບ​ຫັດຖະກຳ​ພື້ນ​ເມືອງ​ຄື: ໝູ່​ບ້ານຖັກສານເສື່ອຫຍ້າ ​ຟໍເຈກ, ບັນດາ​​ເຂດ​ປູກດອກບົວ ເພື່ອຮັບ​ໃຊ້​​​ການທ່ອງທ່ຽວ ​ແລະ ພັດທະນາອາຊີບຫັດຖະກຳ ​ແລະ ສົມທົບ​ກັບ​ວິທະຍາ​ໄລການ​ທ່ອງ​ທ່ຽວ​ ເຫ້ວ ກ່ຽວ​ກັບ​ຄວາມ​ອາດສາມາດ​ຂອງ​ການ​ຮ່ວມ​ມື​ໃນ​ການ​ຝຶກ​ອົບຮົມ​ຄູ​ອາຈານ ​ແລະ ນັກ​ສຶກສາ​ໃນ​ຂະ​ແໜງ​ການທ່ອງທ່ຽວ.

ໂຄສະນາການທ່ອງທ່ຽວຢູ່ ຮົ່ງກົງ (ຈີນ)

ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ຂະຫຍາຍ​ແຫຼ່ງນັກ​ທ່ອງ​ທ່ຽວ ​ຮົ່ງ​ກົງ ​ແລະ ສາກົນທີ່ມີຄວາມສາມາດບົ່ມຊ້ອນ, ບັນດາ​ວິ​ສາ​ຫະກິດ​ ຫວຽດນາມ ​ໃນ​ຂະ​ແໜງ​ການທ່ອງທ່ຽວ ​ແລະ ​ໂຮງ​ແຮມ ​ໄດ້​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດການ​ທ່ອງ​ທ່ຽວ​ສາກົນ​ ຮົ່ງ​ກົງ​ ຄັ້ງ​ທີ 38 (ITE-2024) ​ເຊິ່ງໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 13-16 ມີຖຸນາ.

ບັນດາວິສາຫະກິດ ຫວຽດນາມ ໄດ້ສົມທົບກັນໂຄສະນາທິວທັດທຳມະຊາດທີ່ສວຍງາມ, ໃນນັ້ນມີບັນດາຈຸດປາຍທາງແຖວໜ້າຫຼາຍແຫ່ງຄື: ຮ່າໂນ້ຍ, ຝູກວັ໋ກ, ດານັງ, ໂຮ້ຍອານ ກໍ່ຄືບັນດາແຫ່ງອາຫານການກິນຂອງ ຫວຽດນາມ… ໃຫ້ແກ່ນັກທ່ອງທ່ຽວ ແລະ ຜູ້ຕາງໜ້າຂະແໜງການ.

ແນະນຳກາລະໂອກາດການທ່ອງທ່ຽວ ແລະ ການລົງທຶນຢູ່ ຫວຽດນາມ ໃຫ້ປະເທດເພື່ອນມິດ

ພື້ນທີ່ຮ້ານວາງສະແດງຂອງບໍລິສັດການບິນ ຫວຽດນາມ ຢູ່ງານຕະຫຼາດນັດ.

​ນາງ ​ Koko Ko -ຊາວ​ ຮົ່ງ​ກົງ​ ແບ່ງປັນ​ວ່າ ເມື່ອ​ມາ​ຢ້ຽມຢາມ​ງານຕະຫຼາດນັດ​ການ​ທ່ອງ​ທ່ຽວ​ໃນ​ຄັ້ງ​ນີ້ ນາງ​ໄດ້ມີ​ຂໍ້​ມູນ​ຫຼາຍ​ຢ່າງ​ກ່ຽວ​ກັບ​ນະ​ໂຍບາຍ e-visa, ສະຖານ​ທີ່​ທ່ອງ​ທ່ຽວ, ອາຫານ​ ຫວຽດນາມ ​ກໍ່ຄືວິທີ​ເດີນທາງ​ດ້ວຍ​ຍົນ​.

ບັນດາປຶ້ມຄູ່ມືການທ່ອງທ່ຽວທີ່ໄດ້ແຈກຢາຍຢູ່ໃນງານຕະຫຼາດນັດແມ່ນເປັນປະໂຫຍດຢ່າງແທ້ຈິງສໍາລັບນັກທ່ອງທ່ຽວ. ບັນດາ​ຫົວໜ່ວຍເຂົ້າຮ່ວມງານ​ ​ໄດ້​ນຳ​ເອົາ​ບັນດາ​ຜະລິດ​ຕະພັນ​ການທ່ອງ​ທ່ຽວ​ຫຼ້າ​ສຸດ​ເພື່ອ​ແນໃສ່ໂຄສະນາບັນດາ​ທ່າ​ໄດ້​ປຽບ​ທ້ອງ​ຖິ່ນ​ເຊັ່ນ: ການທ່ອງທ່ຽວ​ແບບ​ຍືນ​ຍົງ, ການທ່ອງທ່ຽວ​ຄົ້ນ​ຄ້ວາ, ການທ່ອງທ່ຽວ​ນ້ຳ​ແຂງ​ - ​ຫິມະ...

ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ ​ຈີນ-ຫວຽດນາມ ໂດຍ​ຜ່ານ​ການ​ຮ່ວມ​ມື, ​ການພົບປະ​ແລກປ່ຽນ​ການທ່ອງທ່ຽວ ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ ​ຈີນ-ຫວຽດນາມ ໂດຍ​ຜ່ານ​ການ​ຮ່ວມ​ມື, ​ການພົບປະ​ແລກປ່ຽນ​ການທ່ອງທ່ຽວ

ຍສໝ - ວັນ​ທີ 21 ພຶດສະພາ, ຢູ່​ຮ່າ​ໂນ້ຍ ໄດ້ດຳເນີນ “ການສຳມະນາວັດທະນະທຳ: ຊາ ແລະ ໂລກ” ແລະ ການສຳມະນາສົ່ງເສີມວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ ກວາງ​ຊີ (ຈີນ). ເຫດການ​ຄັ້ງ​ນີ້ ​ໂດຍ​ສູນວັດ​ທະ​ນະ​ທຳ ​ຈີນ ປະຈຳ ຮ່າ​ໂນ້ຍ​ ພ້ອມກັນກັບພະ​ແນກ​ວັດ​ທະ​ນະ​ທຳ ​ແລະ​ ທ່ອງ​ທ່ຽວ​ ກວາງ​ຊີ​ ຈັດ​ຕັ້ງ.

ງານບຸນໝາກໄມ້ພາກໃຕ້ 2024: ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ແຜ່ກະຈາຍຮູບພາບການທ່ອງທ່ຽວຫວຽດນາມ ອອກສູ່ສາກົນ ງານບຸນໝາກໄມ້ພາກໃຕ້ 2024: ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ແຜ່ກະຈາຍຮູບພາບການທ່ອງທ່ຽວຫວຽດນາມ ອອກສູ່ສາກົນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 21 ພຶດສະພາ, ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ເຂດ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ ສ໋ວຍຕ່ຽນ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຂ່າວແຈ້ງ​ກ່ຽວ​ກັບ​ງານ​ບຸນ​ໝາກ​ໄມ້​ພາກ​ໃຕ້ ​ຄັ້ງ​ທີ 20 - ສ໋ວຍຕ່ຽນ Farm Festival 2024.

ມິງດຶກ

ເຫດການ
302 Found

Found

The document has moved here.