ຕອນຮຸ່ງເຊົ້າ, ຟ້າຍັງມົວໆນ້ຳຄ້າງ, ຊຸງໝີປໍ໋ (ອາຍຸ 28 ປີ, ຢູ່ຕາແສງ ປ່າວີ) ໄດ້ຈັດແຈງກະກຽມໄປເຮັດວຽກ. ສະຖານທີ່ທີ່ລາວເຮັດວຽກແມ່ນ homestay ປ່າວີ ຂຶ້ນກັບໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນ ຊົນເຜົ່າມົ້ງ ຢູ່ບ້ານ ປ່າວີຮ້າ. homestay ຢູ່ຫ່າງຈາກບ້ານຂອງລາວປະມານ 600 ແມັດ ສະນັ້ນ ລາວຍ່າງໄປ, ບາງຄັ້ງຄາວຈຶ່ງໃຊ້ລົດຈັກ. ໃນທ້າຍອາທິດ, ມີນັກທ່ອງທ່ຽວມາຢ້ຽມຢາມ homestay ຫຼາຍກ່ວາ ສະນັ້ນ ເວລາເຮັດວຽກຂອງ ຊຸງໝີປໍ໋ ແມ່ນເລີ່ມແຕ່ 6:30 ໂມງເຊົ້າຫາ 11 ໂມງແລງ ດ້ວຍບັນດາວຽກເຮັດຄື: ຕ້ອນຮັບແຂກ, ເຮັດຄວາມສະອາດຫ້ອງ, ປຸງແຕ່ງອາຫານ.
“ກ່ອນນີ້, ຂ້າພະເຈົ້າເຮັດວຽກງານທຸກປະເພດຄື: ຊ່າງກໍ່ສ້າງ, ແບກຫາບ, ຂາຍເຄື່ອງ... ແຕ່ລາຍຮັບກໍບໍ່ແນ່ນອນ, ບາງເດືອນກໍມີວຽກ ບາງເດືອນກໍບໍ່ມີ. ເມຍຂອງຂ້າພະເຈົ້າໄປຂາຍເຄື່ອງຢູ່ຕະຫຼາດ, ແຕ່ລະເດືອນໄດ້ເງິນປະມານ 3-4 ລ້ານດົ່ງ. ຄອບຄົວມີລູກ 3 ຄົນ ສະນັ້ນ ກໍລຳບາກຫຼາຍ. ແຕ່ໂຊກດີທີ່ຫຼັງຈາກໄດ້ເຂົ້າຮ່ວມສ້ອມແປງ homestay ປ່າວີ, ເຈົ້າຂອງເຮືອນໄດ້ຮັບຂ້າພະເຈົ້າມາເຮັດວຽກນຳ, ມາຮອດປັດຈຸບັນ, ຂ້າພະເຈົ້າເຮັດວຽກຢູ່ທີ່ນີ້ໄດ້ 4 ເດືອນແລ້ວ. ທັງມີລາຍຮັບທີ່ໝັ້ນຄົງ (7 ລ້ານດົ່ງ/ເດືອນ) ທັງໄດ້ເຮັດວຽກຢູ່ໃກ້ກັບບ້ານ, ທັງກໍມີເງື່ອນໄຂເບິ່ງແຍງລູກ, ພໍ່ແມ່”. ຊຸງໝີປໍ໋ ກ່າວ.
ນອກຈາກ ຊຸງໝີປໍ໋ ແລ້ວ. ຍັງມີຊາວທ້ອງຖິ່ນອີກ 2 ຄົນທີ່ເຮັດວຽກຢູ່ homestay ປ່າວີ ດ້ວຍລາຍຮັບແຕ່ 5-7 ລ້ານດົ່ງ/ເດືອນ, ມີທີ່ພັກ ແລະ ອາຫານໃຫ້ພ້ອມ.
ໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນ ຊົນເຜົ່າມົ້ງ ຢູ່ບ້ານ ປ່າວີຮ້າ, ຕາແສງ ປ່າວີ, ເມືອງແມ່ວວາກ, ແຂວງ ຮ່າຢາງ. (ພາບ: ແທງລວນ) |
ຕາມທ່ານນາງ ຮວ່າງທິຮ່ຽນ (ອາຍຸ 36 ປີ), ເຈົ້າຂອງ homestay ປ່າວີ ແລ້ວ, homestay ຂອງຄອບຄົວລາວ ໄດ້ຮັບການກໍ່ສ້າງຕາມສະຖາປັດຕະຍະກຳຂອງຊາວເຜົ່າມົ້ງ, ແບບເຮືອນມີເສົາໄມ້, ໂຄງຮ່າງສາມຫ້ອງກາງ ແລະ ສອງຫ້ອງຂ້າງ ພ້ອມກັບຫຼັງຄາມຸງດິນຂໍສອງຊັ້ນ, ອ້ອມຮອບດ້ວຍຮົ້ົ້ວຫີນທີ່ເຮັດຢ່າງພິຖີພິຖັນ, ໃນເຮືອນໄດ້ຕົບແຕ່ງບັນດາເຄື່ອງໃຊ້ຂອງຊາວເຜົ່າມົ້ງ, ປູກດອກໄມ້ຢູ່ເດີ່ນຕື່ມອີກ...
ເມື່ອເລົ່າຄືນມື້ທຳອິດທີ່ນຳ 27 ຄອບຄົວເຂົ້າຮ່ວມລົງທຶນ, ດຳເນີນທຸລະກິດ homestay ຢູ່ໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນ ຊົນເຜົ່າມົ້ງ ເມື່ອ 8 ປີທີ່ຜ່ານມາ, ນາງ ຮ່ຽນ ໃຫ້ຮູ້ວ່າ: ສອງຜົວເມຍນາງເຄີຍຊິນກັບການເຮັດກະສິກຳ, ປະຈຸບັນໄດ້ຫັນເປັນເຮັດການເຄື່ອນໄຫວທ່ອງທຽວ, ດ້ວຍທຶນລົງທຶນຂະຫນາດໃຫຍ່ ສະນັ້ນ ສອງຜົວເມຍນາງ ກໍມີຄວາມເປັນຫ່ວງ, ລັງເລຫຼາຍ. ຫຼັງຈາກໄດ້ຮັບການລະດົມ, ໜູນຊ່ວຍຈາກອຳນາດການປົກຄອງທ້ອງຖິ່ນ, ສອງຜົວເມຍນາງ ກໍໄດ້ຕັດສິນໃຈລົງທຶນ. ຕາມນັ້ນແລ້ວ, ຄອບຄົວຂອງນາງ ແລະ ຄົວເຮືອນອື່ນໆທີ່ເຂົ້າຮ່ວມດຳເນີນທຸລະກິດການບໍລິການພາຍໃນໝູ່ບ້ານ ກໍໄດ້ຮັບການໜູນຊ່ວຍດ້ານໜ້າພຽງ ໂດຍບໍ່ໃຫ້ເສຍຄ່າ ເປັນເວລາ 50 ປີ; ໜູນຊ່ວຍ 80 ລ້ານດົ່ງ/ຄອບຄົວເຮັດທຸລະກິດ; ໄດ້ຫຼຸດຜ່ອນອັດຕາດອກເບ້ຍຈາກທະນາຄານກະສິກຳ ແລະ ພັດທະນາຊົນນະບົດ, ທະນາຄານນະໂຍບາຍສັງຄົມ.
ອຳນາດການປົກຄອງທ້ອງຖິ່ນ ກໍຈັດຕັ້ງຊຸດເຝິກອົບຮົມວິຊາສະເພາະການທ່ອງທ່ຽວ, ການຕ້ອນຮັບນັກທ່ອງທ່ຽວໃຫ້ແກ່ຫົວໜ້າຄອບຄົວ, ທັກສະການບໍລິການຫ້ອງພັກ, ພະນັກງານຕ້ອນຮັບ, ພໍ່ຄົວ, ວຽກງານຮັບປະກັນຫຼັກອະນາໄມຄວາມປອດໄພດ້ານອາຫານ, ເປີດຊຸດຝຶກອົບຮົມພາສາອັງກິດແບບເລັ່ງລັດ ... ນາງ ຮ່ຽນ ແລະ ຄອບຄົວອື່ນໆຈໍານວນຫຼາຍ ໄດ້ຮັບໂອກາດໄປຢ້ຽມຢາມ, ຮຽນຮູ້ບັນດາຮູບແບບພັດທະນາການທ່ອງທ່ຽວຊຸມຊົນຢ່າງມີປະສິດທິຜົນຢູ່ ຮວ່າບິງ, ເຊີນລາ, ໄທຫງວຽນ...
“ມາຮອດປະຈຸບັນ, ຈຳນວນນັກທ່ອງທ່ຽວທີ່ມາໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນຊົນເຜົ່າມົ້ງ ແມ່ນມີຈຳນວນຫຼວງຫຼາຍ ແລະ ໝັ້ນຄົງ. ສ່ວນ homestay ປ່າວີ, ໂດຍສະເລ່ຍແລ້ວ ພວກຂ້າພະເຈົ້າຕ້ອນຮັບແຂກທ່ອງທ່ຽວ 20 ເທື່ອຄົນຕໍ່ມື້, ເວລາຈຸດສຸມໃນວັນບຸນ, ເຕັດ, ທ້າຍອາທິດ, homestay ແມ່ນເຕັມໝົດ”, ນາງ ຮ່ຽນ ກ່າວ.
ເພື່ອໃຫ້ນັກທ່ອງທ່ຽວຮູ້ກ່ຽວກັບໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນ ຊົນເຜົ່າມົ້ງ ເວົ້າລວມ ແລະ homestay ເວົ້າສະເພາະ, ນອກຈາກການໜູນຊ່ວຍຂອງແຂວງ, ເມືອງແລ້ວ, ທ່ານນາງຮ່ຽນ ກໍ່ໄດ້ເປັນເຈົ້າການຕັ້ງ fanpage ຂອງ homestay ປ່າວີ ໃນ Facebook, Zalo, ເຊື່ອມຕໍ່ກັບອົງການທ່ອງທ່ຽວ, ບັນດາໜ້າເວບທ່ອງທ່ຽວ... ເພື່ອໂຄສະນາ. homestay ປ່າວີ ຍາມໃດກໍ່ກະກຽມເຂົ້າໜົມປະເພດຕ່າງໆທີ່ເຮັດຈາກເມັດທັນຍະພືດ ບັກວິດ, ຕົ້ນໄມ້ພິເສດຂອງແຂວງ ຮ່າຢາງ ທີ່ເຮັດໂດຍນາງ ຮ່ຽນ ເອງ ແລະ ບັນດາສະມາຊິກສະຫະກອນການບໍລິການກະສິກຳ ແລະ ການຄ້າ ປ່າວີ ເຮັດເພື່ອແນະນຳໃຫ້ແກ່ແຂກທ່ອງທ່ຽວ.
ກໍຄ້າຍຄືກັນ homestay ປ່າວີ, ບັນດາ homestay ອື່ນໆຢູ່ໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນ ຊົນເຜົ່າມົ້ງ ລ້ວນແຕ່ເຕັມໄປດ້ວຍລັກສະນະວັດທະນະທຳຂອງຊາວເຜົ່າມົ້ງ ນັບແຕ່ການອອກແບບຈົນເຖິງການຕົບແຕ່ງ, ອາຫານພື້ນເມືອງ. ມາຮອດໝູ່ບ້ານ, ແຂກທ່ອງທ່ຽວສາມາດສຳຜັດກັບຫຼາຍຮູບການວັດທະນະທຳຊີວິດຂອງຊາວທ້ອງຖິ່ນເຊັ່ນ ສານກະຕ່າກະບຸງ, ປັ່ນ, ຕ່ຳຜ້າ, ເຄື່ອງລະຫຼີ້ນພື້ນເມືອງ... ນັກທ່ອງທ່ຽວສາມາດສຳຜັດກັບການບໍລິການຄື: ອາບນ້ຳ, ແຊ່ຕີນດ້ວຍໃບຢາພື້ນເມືອງ; ຊົມບັນດາລາຍການວັດທະນະທຳ, ສີລະປະທີ່ມີລັກສະນະວັດທະນະທໍາມົ້ງໃນຄ່ຳຄືນທ້າຍອາທິດ.
ຕາມທ່ານ ໂງແມ້ງເກື່ອງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ແມ່ວວາກ ແລ້ວ, ເມືອງໄດ້ກຳນົດການອະນຸລັກຮັກສາ, ຮັກສາວັດທະນະທຳພື້ນເມືອງ, ພັດທະນາການທ່ອງທ່ຽວຊຸມຊົນເປັນໜຶ່ງໃນບັນດາໜ້າທີ່ສຳຄັນ. ມາຮອດປະຈຸບັນ, ເມືອງມີ 5 ໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນ ລວມມີ: ໝູ່ບ້ານໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນ ຊົນເຜົ່າມົ້ງ ຢູ່ບ້ານ ປ່າວີຮ້າ (ຕາແສງ ປ່າວີ); ໝູ່ບ້ານໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນ ຊົນເຜົ່າ ໂລໂລ ບ້ານ ສາງປ່າ A (ເມືອງແມ່ວວາກ); ໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນ ຊົນເຜົ່າ ໄຢ໋ ບ້ານ ຕ໋າດຫງາ່ (ຕາແສງ ຕ໋າດຫງາ່), ໝູ່ບ້ານໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນ ຊົນເຜົ່າ ໄຕ ບ້ານ ບານຕົງ (ຕາແສງ ນຽມເຊີນ) ແລະ ໝູ່ບ້ານໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນ ຊົນເຜົ່າ ໜູ່ ບ້ານ ເຄົ່າວາຍ (ຕາແສງ ເຄົ່າວາຍ). ການຜັນຂະຫຍາຍບັນດາຮູບແບບໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນ ໄດ້ນຳມາເຊິ່ງຄຸນຄ່າດ້ານເສດຖະກິດ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ປະຊາຊົນ, ລົບລ້າງຄວາມຫິວ - ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໃຫ້ເມືອງ ແມ່ວວາກ. ເມືອງພວມຄົ້ນຄວ້າ ແລະ ສະເໜີໃຫ້ແຂວງສືບຕໍ່ສ້າງໝູ່ບ້ານວັດທະນະທຳການທ່ອງທ່ຽວທີ່ມີເອກະລັກສະເພາະຂອງຊາວເຜົ່າ ໂລໂລ, ໜຶ່ງໃນຈຳນວນ 16 ຊົນເຜົ່າສ່ວນໜ້ອຍທີ່ມີປະຊາກອນບໍ່ຮອດ 10.000 ຄົນ.
ມິງດຶກ