ພິທີເປີດງານວັດພູຫີນອອ່ນພະອະວາໂລກິເຕສວນ ໃນປີ 2024

17:50 | 28/03/2024

ຍສໝ - ງານບຸນວັດພູຫີນອ່ອນພະອະວາໂລກິເຕສວນ ຫງູ​ແຫ່ງ​ເຊີນ ຢູ່ນະຄອນດາໜັງ ໄດ້ຮັບການຈັດອັນດັບຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໃຫ້ເປັນມໍລະດົກວັດທະນະທຳທີ່ຈັບຕ້ອງບໍ່ໄດ້ແຫ່ງຊາດ; ກົມ​ໃຫຍ່​ທ່ອງ​ທ່ຽວ​ຈັດ​ໃຫ້​ເປັນ​ໜຶ່ງ​ໃນ 15 ງານ​ບຸນ​ໃຫຍ່​ຂອງ​ປະ​ເທດ.

ໜັງສືພິມອາເຈນຕິນາໄດ້ລົງຄະແນນສຽງ ຊາບາ ເປັນເມືອງນ້ອຍທີ່ສວຍງາມທີ່ສຸດໃນໂລກ ໜັງສືພິມອາເຈນຕິນາໄດ້ລົງຄະແນນສຽງ ຊາບາ ເປັນເມືອງນ້ອຍທີ່ສວຍງາມທີ່ສຸດໃນໂລກ
ອາ​ຊ​ຽນ Para Games 2022: ຫວຽດ​ນາມ ສືບ​ຕໍ​່​ທຳ​ລາຍສະ​ຖິ​​​ຕິ ອາ​ຊ​ຽນ Para Games 2022: ຫວຽດ​ນາມ ສືບ​ຕໍ​່​ທຳ​ລາຍສະ​ຖິ​​​ຕິ

ງານ​ສະ​ແດງ​ສິ​ລະ​ປະ​ໃນ​ພິ​ທີເປີດງານວັດພູຫີນອອ່ນພະອະວາໂລກິເຕສວນ ປີ 2024 (ພາບ: ເຈີ່ນເລ​ເລີ​ມ/ສໍານັກງານຂ່າວຫວຽດນາມ)

ໃນຕອນ​ຄ່ຳ​ວັນ​ທີ 26 ມີນາ​ນີ້, ຢູ່​ທີ່​ວັດພູຫີນອ່ອນພະອະວາໂລກິເຕສວນ, ນະຄອນ​ດາ​ໜັງ ​ໄດ້​ຈັດ​ພິທີເປີດ​ງານ​ບຸນວັດຫີນອອ່ນພະອະວາໂລກິເຕສວນ ຫງູ​ແຫ່ງ​ເຊີນ ປີ 2024.

ປີ 2024 ​ແມ່ນ​ປີ​ທີ 2 ທີ່ຈັດ​ງານ​ບຸນຂຶ້ນ​ຢູ່​ຂັ້ນ​ນະຄອນ ​ແລະ ຈັດຂຶ້ນໃນວັນ​ທີ່​ນະ​ຄອນ​ໄດ້​ສະ​ເຫຼີມ​ສະ​ຫຼອງ​ວັນ​ປົດ​ປ່ອຍ​ດາ​ໜັງ​ຄົບ​ຮອບ 49 ປີ (29 ມີນາ) ຢ່າງ​ເບີກ​ບານ​ມ່ວນ​ຊື່ນ.

ທ່ານ ເຈີ່ນ​ຈີ໋​ເກື່ອງ ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ ນະ​ຄອນດາໜັງ ໄດ້ກ່າວ​ວ່າ: ວັດພູຫີນອ່ອນພະອະວາໂລກິເຕສວນຫງູ​ແຫ່ງ​ເຊີນແມ່ນ​ໜຶ່ງ​ໃນ​ບັນ​ດາ​ງານ​ບຸນປະເພນີ​ທີ່​ໄດ້ນໍາເອົາ​ອົງ​ປະ​ກອບ​ທີ່ສຳ​ຄັນ​ຂອງ​ຄວາມ​ເຊື່ອ​ຖື​ທາງ​ພຸດ​ທະ​ສາ​ສະ​ໜາ​ຂອງ​ນະ​ຄອນ.

ພິທີເປີດງານວັດພູຫີນອອ່ນພະອະວາໂລກິເຕສວນ ໃນປີ 2024

ພິທີເປີດງານວັດພູຫີນອອ່ນພະອະວາໂລກິເຕສວນ ໃນປີ 2024.

ນີ້​ແມ່ນ​ໜຶ່ງ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະທີ່ສຸດ​ຂອງ​ເຂດ ຫງູ​ແຫ່ງ​ເຊີນ, ​ແມ່ນການຕົກຄ້າງສິ່ງທີ່ມີຄຸນ​ຄ່າທາງດ້ານ​ວັດທະນະທຳ​ ພຸດທະ​ສາສະໜາ ​ແລະ ເຂດມໍລະດົກ ຫງູ​ແຫ່ງ​ເຊີນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງການ​ສົມສົມປະສານທີ່ລົງຕົວຢ່າງເຊັດເຈນ ລະຫວ່າງທໍາມະກັບ​ຊາດ, ​ຊາດກັບທໍາມະ ໄດ້ຮັບການຮ່ວມຈິດຮ່ວມໃຈຈາກປະຊາຊົນ ແລະ ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ແຕ່​ຂັ້ນ​ສູນ​ກາງ​ຮອດ​ທ້ອງ​ຖິ່ນ ອານຸລັກ, ຮັກສາ ​ແລະ ​ເຊີດ​ຊູຄຸນດັ່ງກ່າວ.

ງານວັດພູຫີນອອ່ນພະອະວາໂລກິເຕສວນໄດ້ຈັດຂຶ້ນເປັນເວລາ 4 ວັນ, ແຕ່ວັນທີ 26-29 ມີນາ (17-20 ກຸມພາຂອງປະຕິທິນຫວຽດນາມ). ໃນນັ້ນ, ພາກສ່ວນ​ງານບຸນປະກອບມີບັນດາພິທີ​ການ​ທາງ​ສາສະໜາ, ການສວດມົນພາວະນາ​ເພື່ອໃຫ້ປະເທດຊາດມີຄວາມ​ສະຫງົບ​ສຸກ ແລະ ຈະເລີນຮຸ່ງເຮືອງ; ງານ​ບຸນ​ລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ, ວັນນະຄະດີ ​ແລະ ກິລາ​ທີ່ຫຼາກຫຼາຍ, ​ເຕັມໄປດ້ວຍເອກະລັກທາງດ້ານ​ວັດທະນະທຳ​ຂອງ​ຊາດ, ບັນດາ​ລາຍການ​ສະ​ແດງ​ສິລະ​ປະ, ​ໃນ​ນັ້ນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ສິລະ​ປະ​ຊົນ​ເຜົ່າ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ຄື: ຍີ່ປຸ່ນ, ​ໄທ...

ງານວັດພູຫີນອອ່ນພະອະວາໂລກິເຕສວນ ຫງູ​ແຫ່ງ​ເຊີນ ຢູ່ນະຄອນດາໜັງ ໄດ້ຮັບການຈັດອັນດັບຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໃຫ້ເປັນມໍລະດົກວັດທະນະທຳທີ່ຈັບຕ້ອງບໍ່ໄດ້ແຫ່ງຊາດ; ກົມ​ໃຫຍ່​ທ່ອງ​ທ່ຽວ​ຈັດ​ໃຫ້​ເປັນ​ໜຶ່ງ​ໃນ 15 ງານ​ບຸນ​ໃຫຍ່​ຂອງ​ປະ​ເທດ.

ສະນັ້ນ, ງານບຸນນີ້ຈິ່ງເປັນຈຸດດຶງດູດໃຈບໍ່​ພຽງ​ແຕ່​ໃຫ້​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​​ທົ່ວໂລກ​ເທົ່າ​ນັ້ນ, ແຕ່ຍັງ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ສາ​ກົນ​ສຳ​ຜັດ ແລະ ຮຽນ​ຮູ້​ກ່ຽວ​ກັບ​ບັນ​ດາ​ຄຸນ​ຄ່າ​ທາງ​ດ້ານ​ຈິດ​ໃຈ​ທີ່​ຕິດ​ພັນ​ກັບ​ປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ.

ງານວັດພູຫີນອອ່ນພະອະວາໂລກິເຕສວນ ຫງູ​ແຫ່ງ​ເຊີນ ຍັງເປັນກິດຈະກໍາວັດທະນະທໍາຂອງຊຸມຊົນທີ່ເປັນເອກະລັກສະເພາະ, ແມ່ນຄວາມພະຍາຍາມຂອງປະຊາຊົນທ້ອງຖິ່ນໃນການຟື້ນຟູ, ຮັກສາຄຸນຄ່າປະເພນີອັນດີງາມຂອງຊາດ, ແມ່ນໂອກາດເພື່ອພີ່ນ້ອງຊາວພຸດ ແລະ ສວດມົນພາວະນາ​ເພື່ອໃຫ້ປະເທດຊາດມີຄວາມ​ສະຫງົບ​ສຸກ ແລະ ຈະເລີນຮຸ່ງເຮືອງ ສັດໂລກມີຄວາມສຸກສໍາລານ, ສ້າງຄວາມເມດຕາສົງສານ, ຫັນໄປສູ່ບຸນກຸສົນ ໃຫ້ມະນຸດທຸກໆຄົນ, ຄວາມສາມັກຄີລະຫວ່າງພຸດທະສາສະນິກະຊົນກັບປະເທດຊາດ, ແລະຄວາມຮັກຕໍ່ບ້ານເກີດເມືອງນອນ.

ພາຍຫຼັງທີ່ເປີດພິທີແລ້ວ, ມີ​ກິດຈະກໍາ​ວັດທະນະທຳ, ສິລະ​ປະ​ຫຼາຍ​ຢ່າງ​ໄດ້​ດຳ​ເນີນ​ໄປ. ມີບັນດາ​ຊາວ​ພຸດທະສາສະນິກະຊົນ, ປະຊາຊົນ ແລະ ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າ​ຮ່ວມ​ງານ​ບຸນ./.

ນະຄອນ ດາໜັງ ໄດ້ເປີດພິທີງານວັດພູຫີນອອ່ນພະອະວາໂລກິເຕສວນ ຫງູ​ແຫ່ງ​ເຊີນ ປີ 2023

ງານວັດພູຫີນອອ່ນພະອະວາໂລກິເຕສວນ ຫງູ​ແຫ່ງ​ເຊີນ ຢູ່ນະຄອນດາໜັງ ໄດ້ຮັບການຈັດອັນດັບຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໃຫ້ເປັນມໍລະດົກວັດທະນະທຳທີ່ຈັບຕ້ອງບໍ່ໄດ້ແຫ່ງຊາດ; ກົມ​ໃຫຍ່​ທ່ອງ​ທ່ຽວ​ຈັດ​ໃຫ້​ເປັນ​ໜຶ່ງ​ໃນ 15 ງານ​ບຸນ​ໃຫຍ່​ຂອງ​ປະ​ເທດ.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.