ຫວຽດນາມ - ອີຣານ ຮ່ວມ​ກັນຂຸດ​ຄົ້ນຄວາມສາມາດບົ່ມຊ້ອນ, ກາລະ​ໂອກາດ​ພັດທະນາ​ການທ່ອງທ່ຽວ

14:34 | 03/07/2024

ຍສໝ - “ອີ​ຣານ​ ມີຊື່​ສຽງ​ດ້ວຍ​ບັນດາທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ຫວຽດ​ນາມ ພັດແມ່ນ​ສະ​ຖານ​ທີ່​ດຶງ​ດູດ ດ້ວຍທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ມີເອກະລັກພິເສດຂອງ​ທິດຕາ​ເວັນ​ອອກ. ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ ມີ​ຄວາມ​ເປັນມິດ, ຮັກແພງແຂກຄົນ... ນັ້ນ​ແມ່ນບັນດາຄວາມສາມາດບົ່ມຊ້ອນ​ ແລະ ກາລະ​ໂອກາດ ​ເພື່ອ​ໃຫ້ 2 ຝ່າຍ​ພັດທະນາ​ການທ່ອງທ່ຽວ​ຜ່ານ​ການ​ແລກປ່ຽນ​ປະສົບ​ການ ​ແລະ ການ​ຮ່ວມ​ມື”. ທ່ານ Ali Akbar Nazari, ເອກ​ອັກຄະ​ລັດຖະທູດ ອີຣານ ປະຈຳ ຫວຽດນາມ ກ່າວຄຳປາໄສທີ່ລາຍການ “Roadshow ​ທ່ອງ​ທ່ຽວ ອີຣານ - ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2024 - ການສຳມະນາການທ່ອງທ່ຽວ ອີ​ຣານ - ຫວຽດ​ນາມ” ໄດ້ດຳເນີນໃນວັນ​ທີ 1 ກໍລະກົດ ຢູ່​ ຮ່າ​ໂນ້ຍ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ ​ອີຣານ ຈັດ​ຕັ້ງ​ການສຳມະນາສົ່ງ​ເສີມ​ການທ່ອງທ່ຽວ​ຢູ່​ ຫວຽດນາມ.

ນະຄອນ ​ໂຮ່ຈິ​ມິນ ສ້າງ “ໂອກາດ​ທອງ” ​ໃຫ້​ບັນດາ​ວິ​ສາ​ຫະກິດ ອິດສະຣາ​ແອນ ລົງທຶນ, ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ
ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວັນບຸນກົງສຸນ Lyon 2024

ການສຳມະນາ​ໂດຍ​ກະຊວງ​ມໍລະດົກ​ວັດທະນະທຳ, ທ່ອງ​ທ່ຽວ ​ແລະ ຫັດຖະກຳ​ສິລະປະ ປະເທດ ສາທາລະນະລັດ ອິດສະລາມ ອີຣານ ສົມທົບ​ກັບ​ສະຖານທູດ​ສາທາລະນະ​ລັດ ອິດສະ​ລາມ ອີຣານ ປະຈຳ ຫວຽດນາມ ຈັດ​ຕັ້ງ, ເພື່ອແນະນຳ​ຄວາມສາມາດບົ່ມຊ້ອນດ້ານ​ການທ່ອງທ່ຽວ​ຂອງ ອີຣານ, ພ້ອມ​ກັນ​ນັ້ນ​ ກໍ່​ສ້າງ​ເວທີ​ປາ​ໄສພົບປະ, ​ແລກປ່ຽນ​ລະຫວ່າງ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ. ຜ່ານ​ນັ້ນ, ກໍ່ນຳ​ເອົາ​ບັນດາ​ຂໍ້​ມູນ, ຮູບພາບ​ທີ່​ແທ້​ຈິງ​ກ່ຽວ​ກັບ ອີຣານ ໄປສູ່ບັນດາວິສາຫະກິດທ່ອງທ່ຽວ ​ແລະ ຊາວ ຫວຽດນາມ, ປະກອບສ່ວນ​ຊຸກຍູ້​ການພົບປະແລກປ່ຽນ​ວັດທະນະທຳ, ທ່ອງ​ທ່ຽວ​ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ.

ຫວຽດນາມ - ອີຣານ ຮ່ວມ​ກັນຂຸດ​ຄົ້ນຄວາມສາມາດບົ່ມຊ້ອນ, ກາລະ​ໂອກາດ​ພັດທະນາ​ການທ່ອງທ່ຽວ

ທ່ານ Ali Asghar Shalbafian Hosseinabadi, ຮອງ​ລັດຖະມົນຕີ​ກະຊວງ​ມໍລະດົກ​ວັດທະນະທຳ, ທ່ອງ​ທ່ຽວ ​ແລະ ຫັດຖະກຳ​ສິລະປະ ອີຣານ ກ່າວຄຳປາໄສທີ່ເຫດການ. (ພາບ: ຮົງແອງ)

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Ali Akbar Nazari ​ແລ້ວ: ອີຣານ ມີ​ຊື່​ສຽງດ້ວຍບັນດາຮ່ອງຮອຍປະຫວັດສາດ​ບູຮານ; ບັນດາມໍລະດົກໂລກທີ່ໄດ້ຮັບການຮັບຮອງຈາກອົງການ UNESCO; ທິວທັດທໍາມະຊາດທີ່ສວຍງາມໃນ Mazandaran; ບັນດາກິດຈະກຳສະຖາປັດຕະຍະກຳທີ່ງົດງາມຂອງ Isfahan, Shiraz; ບັນດາຕະຫຼາດທີ່ເຕັມໄປດ້ວຍສີສັນຂອງ Tabriz. ດ້ວຍ​ປະຫວັດສາດ​ອັນ​ຍາວນານ, ວັດທະນະທຳ​ທີ່​ອຸດົມສົມບູນ, ປະຊາຊົນທີ່ຮັກແພງແຂກຄົນ, ເປັນມິດ, ອີຣານ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ, ​ໃນ​ນັ້ນ​ມີ​ ຫວຽດນາມ. ໃນຂະນະນັ້ນ, ຊາວ​ຫວຽດ​ນາມ ກໍ່ມີຄວາມຮັກແພງແຂກ, ມີຄວາມເມດຕາກະລຸນາ; ປະ​ເທດ​ຫວຽດ​ນາມ ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ມີ​ເອກະລັກພິເສດຂອງທິດ​ຕາ​ເວັນ​ອອກ ເປັນ​ຈຸດ​ໝາຍປາຍທາງທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ອີ​ຣານ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Ali Akbar Nazari ເຊື່ອ​ໝັ້ນ​ວ່າ 2 ປະ​ເທດ​ ຫວຽດ​ນາມ - ອີ​ຣານ ຈະ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ກາ​ລະ​ໂອ​ກາດ​ ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ໂດຍຜ່ານ​ການ​ແລກ​ປ່ຽນ​ປະ​ສົບ​ການ ແລະ ການ​ຮ່ວມ​ມື.

ຕາມ​ທ່ານ Ali Asghar Shalbafian Hosseinabadi, ຮອງ​ລັດຖະມົນຕີ​ກະຊວງ​ມໍລະດົກ​ວັດທະນະທຳ, ທ່ອງ​ທ່ຽວ ​ແລະ ຫັດຖະກຳ​ສິລະປະ ອີຣານ ​ແລ້ວ, ​ເຖິງ​ວ່າ ຫວຽດນາມ ​ແລະ ອີຣານ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ການທ່ອງທ່ຽວ ແຕ່ການ​ພົບ​ປະ​ແລກປ່ຽນ, ການ​ສົນທະນາ​ດ້ານ​ການທ່ອງທ່ຽວ​ລະຫວ່າງ 2 ປະ​ເທດ​ຍັງ​ບໍ່​ທັນ​ມີ​ຄວາມ​ຫຼາກ​ຫຼາຍ, ອຸດົມສົມບູນ. ທ່ານ​ຫວັງ​ວ່າ​ ການສຳມະນາຈະ​ປະກອບສ່ວນ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ການທ່ອງທ່ຽວ, ຜ່ານ​ນັ້ນ ກໍ່​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ.

ຫວຽດນາມ - ອີຣານ ຮ່ວມ​ກັນຂຸດ​ຄົ້ນຄວາມສາມາດບົ່ມຊ້ອນ, ກາລະ​ໂອກາດ​ພັດທະນາ​ການທ່ອງທ່ຽວ

ຜູ້ຕາງໜ້າ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ອີຣານ ​ໄດ້​ປຶກສາ​ຫາລື​ຢູ່​ລາຍການ “Roadshow ​ທ່ອງ​ທ່ຽວ ອີຣານ - ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2024 - ການສຳມະນາການທ່ອງທ່ຽວ ອີ​ຣານ - ຫວຽດ​ນາມ”, ໃນວັນ​ທີ 1 ກໍລະກົດ ຢູ່​ ຮ່າ​ໂນ້ຍ. (ພາບ: ຮົງແອງ)

ທ່ານ ຮວ່າງດ້າວເກື່ອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ ຫຼາຍການເຄື່ອນໄຫວຮ່ວມມື, ສົ່ງເສີມການທ່ອງທ່ຽວໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ດຶງດູດການເຂົ້າຮ່ວມຂອງບັນດາອົງການ, ສະມາຄົມ, ວິສາຫະກິດທ່ອງທ່ຽວສອງປະເທດ. ​ເດືອນສິງຫາ 2023, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ ຫວຽດນາມ ​- ອີຣານ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ຈັດ​ຕັ້ງ​​ບັນດາການ​ເຄື່ອນ​ໄຫວ, ເຫດການ​ແນະນຳ​ຮູບ​ພາບ​ປະ​ເທດ​ຊາດ, ປະຊາຊົນ, ການທ່ອງທ່ຽວວັດທະນະທຳ ຫວຽດນາມ ຢູ່ ​ອີ​ຣານ ຢ່າງສຳເລັດຜົນ, ໂດຍຜ່ານນັ້ນ ກໍ່ເຮັດ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ສະ​ໜິດ​ສະ​ໜົມ​ກັນ, ເຂົ້າ​ໃຈ​ເຊິ່ງກັນ ແລະ ຮັກ​ແພງ​ເຊິ່ງ​ກັນ​ແລະ​ກັນ​ກວ່າ.

ຫວຽດນາມ ສະເໜີໃຫ້ UNCTAD ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ ຫວຽດນາມ ສະເໜີໃຫ້ UNCTAD ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ

ຍສໝ - ​ເວທີ​ປາ​ໄສ​ການ​ນຳ​ທົ່ວ​ໂລກ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງກອງປະຊຸມສະຫະ​ປະຊາ​ຊາດ (ສປຊ) ກ່ຽວ​ກັບ​ການ​ຄ້າ ​ແລະ ການ​ພັດທະນາ (UNCTAD) ​ໄດ້​ດຳເນີນຢູ່​ສຳນັກງານ ສປຊ ທີ່​ນະຄອນ Geneva, ​ສະ​ວິດ ​ແຕ່​ວັນ​ທີ 12 – 13 ມິຖຸນາ, ຕາມ​ເວລາ​ທ້ອງ​ຖິ່ນ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານດຳເນີນ​ທຸລະ​ກິດ, ການ​ລົງທຶນ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານດຳເນີນ​ທຸລະ​ກິດ, ການ​ລົງທຶນ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ ຫວຽດນາມ - ລາວ

ຍສໝ - ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ແລະ ເຮດວຽກຢູ່ ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 4 ມິຖຸນາ, ຄະນະ​ຜູ້​ແທນ​ຂັ້ນ​ສູງອົງການ​ກວດກາ​ແຫ່ງລັດ​ ລາວ ໂດຍສະຫາຍ ຄຳ​ພັນ ພົມມະ​ທັດ, ກຳມະການ​ກົມການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າຄະນະ​ກວດກາ​ສູນ​ກາງ​ພັກປະຊາຊົນປະຕິວັດ​ລາວ, ຫົວໜ້າ​ຄະນະປ້ອງກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນສູນ​ກາງ, ຫົວໜ້າອົງການກວດກາ​ແຫ່ງລັດ​ ລາວ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ທະນາຄານ​ການ​ຄ້າຫຸ້ນ​ສ່ວນກ​ານ​ລົງທຶນ ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.