ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວກັບ ​ຫວຽດ​ນາມ ທີ່​ງານ​ບຸນ​ວັດ​ທະ​ນະ​ທຳຊົນເຜົ່າ Bagnara ຢູ່ ອີ​ຕາ​ລີ

16:54 | 05/07/2024

ຍສໝ - ອາຫານ ແລະ ວັດທະນະທຳ ຫວຽດນາມ ໄດ້ກາຍເປັນທີ່ຄຸ້ນເຄີຍຢູ່ເທດສະບານ Bagnara di Romagna, ແຂວງ Ravenne ຂຶ້ນກັບເຂດ Emilie Romagna, ພາກເໜືອຂອງ ອີຕາລີ. ຄວາມ​ປະ​ທັບ​ໃຈກ່ຽວກັບ ຫວຽດ​ນາມ ຂອງບັນດາຜູ້​ເຂົ້າ​ຮ່ວມ​ງານ​ບຸນ​ວັດ​ທະ​ນະ​ທຳຊົນ​ເຜົ່າ​ Bagnara ​ຄັ້ງ​ທີ 16 ທີ່​ຈັດຕັ້ງແຕ່​ວັນ​ທີ 27 – 30 ມິ​ຖຸ​ນາ, ແມ່ນ​ນັບ​ມື້​ນັບ​ເລິກ​ເຊິ່ງຍ້ອນມີ​ບັນ​ດາ​ຈຸດ​ເດັ່ນ​ພິ​ເສດ.

ວັດ​ທະ​ນະ​ທຳສິ​ລະ​ປະໂຄສະນາຮູບພາບປະ​ເທດ​ຊາດ, ປະ​ຊາ​ຊົນ​ຫວຽດ​ນາມ ຢູ່ ສ.ເຊັກ​ໂກ
ງານ​ມະ​ຫາ​ກຳ​ສົ່ງ​ເສີມ​ການ​ຄ້າ ແລະ ແລກ​ປ່ຽນ​ວັດ​ທະ​ນະ​ທຳ ລະ​ຫວ່າງ ຫວຽດ​ນາມ - ລາວ

ຮ້ານວາງສະແດງ​ ຫວຽດ​ນາມ ໄດ້ຕົບແຕ່ງຢ່າງຕິດຕາຕ້ອງໃຈ ຕາມ​ແບບ​ພື້ນ​ເມືອງ ແລະ​ ເຍື່ອງ​ອາ​ຫານ ​ຫວຽດ​ນາມ ​ກໍ​ເປັນ​ທີ່​ນິ​ຍົມ​ຫຼາຍ. ປີ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຕາ​ລີ ເຢື່ອງຫາຍຮື່ງ ແມ່ນ​ແຂກ​ຮັບເຊີນພິເສດຄົນ​ດຽວ​ໃນ​ງານ​ບຸນ, ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ການ​ນຳ​ນະຄອນ, ກໍ່​ໄດ້​ພາໄປ​ຢ້ຽມຢາມ​ບັນດາ​ຮ້ານ​ວາງສະ​ແດງໃນງານບຸນ, ພ້ອມ​ທັງ​ເຊີນ​ມອບ​ຂອງຂວັນ​ໃຫ້​ບັນດາຜູ້​ຈັດ​ຕັ້ງ​ງານ​ບຸນ.

ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວກັບ ​ຫວຽດ​ນາມ ທີ່​ງານ​ບຸນ​ວັດ​ທະ​ນະ​ທຳຊົນເຜົ່າ Bagnara ຢູ່ ອີ​ຕາ​ລີ

ການ​ສະ​ແດງ​ສິ​ລະ​ປະ​ໂດຍ​ສະ​ມາ​ຄົມ​ຂົວຕໍ່​​ວັດ​ທະ​ນະ​ທຳ ຫວຽດ​ນາມ - ອີ​ຕາ​ລີ ສະແດງ​ໃນ​ງານ​ບຸນ. ພາບ: ເຢືອງຮວາ/ນັກຂ່າວ TTXVN ປະຈຳ ອີຕາລີ

ທ່ານເຈົ້າຄອງນະຄອນ Mattia Galli ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ເຢື່ອງຫາຍຮື່ງ ​ແລະ ທ່ານ​ນາງ ເລທິບິກເຮຶອງ, ເລຂາທິການ​ໃຫຍ່​ສະຫະພັນ​ປະທານ​ບັນດາສະມາຄົມຊາວ ຫວຽດນາມ ຢູ່ ອີ​ຕາ​ລີ. ທ່ານ ​ໄດ້​ແຈ້ງໃຫ້ຊາບກ່ຽວກັບຜົນສຳ​ເລັດ​ຂອງງານບຸນ​ທີ່ໄດ້ຈັດຕັ້ງ​ປະຈຳ​ປີ​ນີ້ ແລະ ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງຮ້ານວາງສະແດງ ຫວຽດນາມ, ປະກອບສ່ວນ​ຊ່ວຍ​ໃຫ້​ວັດທະນະທຳ ​ແລະ ອາຫານ ​ຫວຽດນາມ ​​ນັບ​ມື້​ນັບແຜ່ກະຈາຍຢ່າງ​ເລິກ​ເຊິ່ງກວ້າງຂວາງກວ່າ​ອີກ.

ງານ​ວາງສະ​ແດງ​ກ່ຽວກັບ​ຮູບ​ພາບ​ກ່ຽວ​ກັບ​ປະ​ເທດຊາດ, ປະຊາຊົນ, ອາຫານ​ ຫວຽດນາມ ພ້ອມ​ກັນກັບຊຸດເສືອຜ້າອາພອນ ແລະ ເຄື່ອງ​ດົນຕີ​ກໍ່​ໄດ້​ຮັບ​ການຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ​ ໂດຍ​ສະຖານທູດ ​ແລະ ສະມາຄົມ​ຂົວຕໍ່​ວັດທະນະທຳ ຫວຽດນາມ - ອີ​ຕາ​ລີ ​ຢູ່​ຊັ້ນລຸ່ມ​ຫໍພິພິທະ​ພັນຂອງເທດສະບານ, ຊ່ວຍໃຫ້​ຜູ້​ເຂົ້າ​ຮ່ວມ​ງານ​ບຸນ​ມີມູມມອງທີ່ລະອຽດ, ສຳຜັດໂດຍກົງກວ່າກ່ຽວ​ກັບ​ປະ​ເທດຊາດ, ປະ​ຊາ​ຊົນ ແລະ ວັດ​ທະ​ນະ​ທຳ​ ​ຫວຽດ​ນາມ.

ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວກັບ ​ຫວຽດ​ນາມ ທີ່​ງານ​ບຸນ​ວັດ​ທະ​ນະ​ທຳຊົນເຜົ່າ Bagnara ຢູ່ ອີ​ຕາ​ລີ

ລາຍການສະແດງຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ໃນງານບຸນ. ພາບ: ເຢືອງຮວາ/ນັກຂ່າວ TTXVN ປະຈຳ ອີຕາລີ

ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ບຸນ, ອະດີດເຈົ້າຄອງນະຄອນ Bagnara, ທ່ານ Riccardo Falcone ​ໃຫ້​ຮູ້​ວ່າ “Festival ​ນີ້ ​ເລີ່ມຈັດ​ຂຶ້ນ​ເມື່ອ 16 ປີ​ກ່ອນ, ດ້ວຍ​ຈິດ​ໃຈ​ອາສາ​ສະໝັກ ​​ເພື່ອ​ລົບ​ລ້າງ​ຄວາມ​ຕາຍຕົວຕໍ່​ບັນດາ​ເຜົ່າ​ອື່ນໆ. ສຳລັບ​ພວກ​ຂ້າພະ​ເຈົ້າ, ການ​ຈັດ​ຕັ້ງ​ festival ໝາຍ​ເຖິງ​ການຫັນນິຍາມຂອງການ​ດຳລົງ​ຊີວິດ​ແບບ​ອ້າຍ​ນ້ອງ​ລະຫວ່າງບັນດາເຜົ່າ ແລະ ບັນດາພື້ນຖານວັດທະນະທຳທີ່​ແຕກ​ຕ່າງ​ກັນໃຫ້ປະກົດຜົນເປັນຈິງ. ສະມາຄົມ​ຂົວຕໍ່​ວັດທະນະທຳ ອີ​ຕາ​ລີ - ຫວຽດນາມ ຢູ່ Bologna ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ງານ​ບຸນ, ເຄື່ອນໄຫວຢ່າງ​ຕັ້ງໜ້າ, ປະກອບສ່ວນ​ຫຼາຍ​​ແນວຄວາມ​ຄິດ ແລະ ທັງແຫຼ່ງການໜູນຊ່ວຍດ້ວຍຄວາມສະໝັກໃຈ ແລະ ມິດຕະພາບສຳ​ລັບ​ງານ​ບຸນ”.

ບັນດາແຂກຊາວ ​ອີ​ຕາ​ລີ ​ແລະ ສາ​ກົນ​ທີ່​ເຂົ້າ​ຮ່ວມ​ງານ​ບຸນ​ລ້ວນ​ແຕ່​ລໍ​ຖ້າ ເພື່ອຊິມບັນດາອາ​ຫານ ​ຫວຽດ​ນາມ​ ຈາກ​ສາມ​ເຂດພາກ​ທີ່​ໄດ້ປຸງແຕ່ງ​ຕໍ່​ໜ້າ​ແຂກທີ່ມາຊິມອາຫານ, ສົດແຊບ​ ແລະ ຮັບປະກັນຫຼັກອະນາໄມ.

ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວກັບ ​ຫວຽດ​ນາມ ທີ່​ງານ​ບຸນ​ວັດ​ທະ​ນະ​ທຳຊົນເຜົ່າ Bagnara ຢູ່ ອີ​ຕາ​ລີ

ແຂກຊາວ ​ອີ​ຕາ​ລີ ​ແລະ ສາ​ກົນ​ ໄດ້ຊິມບັນດາອາຫານ ຫວຽດນາມ ທີ່ງານບຸນ. ພາບ: ເຢືອງຮວາ/ນັກຂ່າວ TTXVN ປະຈຳ ອີຕາລີ

ບັນດາ​ຜູ້​ປຸງແຕ່ງເຍື່ອງ​ອາ​ຫານ​ພື້ນ​ເມືອງ ຫວຽດນາມ ​ເພື່ອ​ແນະນຳ​ໃຫ້​ແຂກຊາວ ອີ​ຕາ​ລີ ​ແລະ ຕ່າງປະ​ເທດ ແມ່ນບັນດາ​ສະມາຊິກ​ຂອງສະມາຄົມ​ຂົວຕໍ່​ວັດທະນະທຳ ຫວຽດນາມ - ອີ​ຕາ​ລີ. ບັນດາອ້າຍ​ເອື້ອຍ​ນ້ອງ​ ໄດ້​ສະ​ໝັກໃຈ​ໃຊ້​ເວ​ລາ ແລະ ຄວາມ​ພະ​ຍາ​ຍາມຫຼາຍ​ມື້​ລ່ວງ​ໜ້າ ​ເພື່ອ​ກະ​ກຽມ​ອາ​ຫານ​ພື້ນ​ເມືອງ​ທີ່​ແຊບ​ຊ້ອຍ ແລະ ​ງາມຕາ.

ທ່ານ​ນາງ Flavia Santonico, ຮອງ​ປະ​ທານ​ສະ​ມາ​ຄົມ​ຂົວຕໍ່​ວັດ​ທະ​ນະ​ທຳ ຫວຽດ​ນາມ - ອີ​ຕາ​ລີ ໃຫ້​ຮູ້​ວ່າ “ສະ​ມາ​ຄົມ​ຂອງ​ພວກຂ້າພະເຈົ້າ​ໄດ້​ກຳ​ເນີດ​ມາ​ດ້ວຍ​ບັນ​ດາ​ສະ​ມາ​ຊິກໃນໄລຍະ​ຕົ້ນໆ ແມ່ນ​ພໍ່​ແມ່​ທີ່​ໄດ້​ຮັບ​ລ້ຽງ​ລູກ​ຫຼານ​ ຫວຽດ​ນາມ. ສະ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ເຂົ້າ​ໃຈ​ປະ​ເທດ​ນີ້​ເປັນ​ຢ່າງ​ດີ ແລະ ເຄີຍ​ໄປ​ຢ້ຽມ​ຢາມ​ຫຼາຍ​ແຫ່ງ​ຢູ່​ ຫວຽດ​ນາມ. ພິ​ເສດ, ພວກ​ຂ້າ​ພະ​ເຈົ້າພາກ​ພູມ​ໃຈ​ທີ່​ສຸດກ່ຽວກັບທ່ານ​ນາງ ເຮືອງ, ປະ​ທານ​ສະ​ມາ​ຄົມ, ຜູ້ໜູນຊ່ວຍການ​ເຕີບ​ໂຕ​ຂອງ​ລູກ​ຫຼານພວກ​ຂ້າ​ພະ​ເຈົ້າໃນອູ່ວັດ​ທະ​ນະ​ທຳ​ ຫວຽດ​ນາມ, ຫຼໍ່ລ້ຽງຄວາມຮັກຕໍ່ກັບປະເທດ ເຊິ່ງໄດ້​ໃຫ້ເກີດພວກລູກຫຼານ.

ບໍ່​ພຽງ​ແຕ່​ເປັນ​ພໍ່ຄົວ, ແມ່ຄົວທີ່ເກັ່ງເທົ່າ​ນັ້ນ, ອ້າຍເອື້ອຍນ້ອງສະ​ມາ​ຊິກ​ຍັງ​ເປັນ​ນັກ​ຮ້ອງ, ນັກສະແດງ​ ເຕັ້ນ​ທີ່​ມີ​ຄວາມຫຼົງໄຫຼ. ຫຼັງຈາກຊົ່ວໂມງໃນເຮືອນຄົວ, ອ້າຍເອື້ອຍນ້ອງ ໄດ້ປ່ຽນເຄື່ອງນຸ່ງ, ໄປຫາ​ເວທີໃຫຍ່ເພື່ອສະແດງ. ຫົວຂໍ້ຕົ້ນຕໍຂອງງານບຸນປີນີ້ ແມ່ນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. ອ້າຍ​ເອື້ອຍ​ນ້ອງ​ ນຸ່ງ​ຊຸດ​ພື້ນ​ເມືອງເພື່ອເຂົ້າ​ຮ່ວມແຫ່ຂະບວນໃນ​ງານ​ບຸນ.

ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວກັບ ​ຫວຽດ​ນາມ ທີ່​ງານ​ບຸນ​ວັດ​ທະ​ນະ​ທຳຊົນເຜົ່າ Bagnara ຢູ່ ອີ​ຕາ​ລີ

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຕາ​ລີ ເຢື່ອງຫາຍຮື່ງ ໄດ້​ມອບ​ຂອງ​ທີ່​ລະນຶກ​ໃຫ້​ທ່ານ Mattia Galli, ເຈົ້າຄອງນະຄອນ Bagnara di Romagna. ພາບ: ເຢືອງຮວາ/ນັກຂ່າວ TTXVN ປະຈຳ ອີຕາລີ

ຜ່ານ 6 ຄັ້ງ​ທີ່​ເຂົ້າ​ຮ່ວມ​ງານ​ບຸນ​ນີ້, ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ ​ຫວຽດ​ນາມ ນັບ​ມື້​ນັບ​ສະ​ໜິດ​ສະ​ໜົມກັບ​ຊາວ ອີ​ຕາ​ລີ ແລະ ເພື່ອນ​ມິດ​ສາ​ກົນ​ໃນ​ພາກ​ພື້ນ. ​ໃນ​ງານ​ວາງສະ​ແດງ​ຕຸກກະຕາຢູ່​ງານ​ບຸນ​ປີ​ນີ້, ພວກ​ຂ້າພະ​ເຈົ້າ ​ໄດ້​ເຫັນ​ທຸງຊາດ ແລະ ຕຸກກະຕາ ຫວຽດນາມ. ເມື່ອຖືກຖາມ, ເຈົ້າຂອງຫ້ອງວາງສະແດງຕຸກກະຕາ Klare Trabalza ກ່າວວ່າ "ນີ້ແມ່ນຊຸດສະສົມຂອງແມ່ຂອງຂ້າພະເຈົ້າ, ຜູ້ທີ່ບໍ່ເຄີຍໄປທ່ອງທ່ຽວ, ແຕ່ໄດ້ຮັບຕຸກກະຕາຈາກຫມູ່ເພື່ອນຫຼາຍຄົນ. ເພິ່ນໄດ້ມີຄວາມນັບຖື ແລະ ຮັກສາພວກມັນໄວ້. ໂດຍຜ່ານ​ງານ​ບຸນ, ພວກ​ຂ້າພະເຈົ້າ ​ໄດ້​ເຂົ້າໃຈກ່ຽວ​ກັບ​ ຫວຽດ​ນາມ ​ຕື່ມ​ອີກ ແລະ ລູກ​ສາວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ເອົາ ​ຫວຽດ​ນາມ ແມ່ນສະຖານທີ່ໄປ​ຮານິມູນ ໃນ​ເດືອນ​ກຸມ​ພາ​ທີ່ຜ່ານ​ມາ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ

ຍສໝ - ຕອນ​ບ່າຍ​ວັນ​ທີ 7 ມີນານີ້, ຢູ່ນະຄອນຫຼວງ Canberra, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນ​ລະ​ຍາ ໄດ້​ມີ​ການ​ພົບ​ປະ​ກັບ​ບັນ​ດາ​ພະ​ນັກ​ງານ, ລັດຖະກອນບັນດາອົງການຜູ້ຕາງໜ້າ ແລະ ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ.

ນະ​ຄອນ ໂຮ້ຍ​ອານ ມີຕື່ມ​ອີກ 2 ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ ນະ​ຄອນ ໂຮ້ຍ​ອານ ມີຕື່ມ​ອີກ 2 ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ

ຍສໝ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫາກໍປະກາດບັນດາຂໍ້ຕົກລົງຮັບຮອງເອົາອາຊີບຫັດຖະກຳທີ່ເປັນມູນເຊື້ອເຮັດເຮືອນແພ ແລະ ອາຊີບຈັກສານອູ່ດ້ວຍໃບສາລີ ຢູ່ນະຄອນ ໂຮ້ຍອານ, ແຂວງ ກວ໋າງນາມ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.