ໂຄສະນາການທ່ອງທ່ຽວຫວຽດນາມ ຢູ່ ລັດເຊຍ

14:46 | 10/07/2024

ຍສໝ-ໃນ​ຕົ້ນ​ເດືອນ​ກໍລະກົດ 2024, ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ (ກະຊວງ​ວັດທະນະທຳ, ກິລາ ແລະທ່ອງ​ທ່ຽວ) ຈະ​ຈັດ​ຕັ້ງ​ລາຍການ​ແນະນຳ​ການທ່ອງທ່ຽວ ຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ.

ໄທ: ໂຄສະນາໝາກລີ້ນຈີ່ຫວຽດນາມ ດ້ວຍສະຕິກເກີທີ່ເປັນເອກະລັກ ໄທ: ໂຄສະນາໝາກລີ້ນຈີ່ຫວຽດນາມ ດ້ວຍສະຕິກເກີທີ່ເປັນເອກະລັກ
ບິ່ງທ້ວນ ນຳເອົາໝາກມັງກອນ, ຜະລິດຕະພັນກະເສດ OCOP ເຂົ້າໄປລາວ ເພື່ອໂຄສະນາ, ແນະນຳໃຫ້ນັກທ່ອງທ່ຽວສາກົນ ບິ່ງທ້ວນ ນຳເອົາໝາກມັງກອນ, ຜະລິດຕະພັນກະເສດ OCOP ເຂົ້າໄປລາວ ເພື່ອໂຄສະນາ, ແນະນຳໃຫ້ນັກທ່ອງທ່ຽວສາກົນ

​ກິດຈະກໍາ​ໄດ້​ຈັດ​ຂຶ້ນ​ຢູ່ 2 ນະຄອນ​ຄື: Moscow (ວັນທີ 3-5) ​ແລະ Saint Petersburg (ວັນທີ 5-7) ​ແນໃສ່ຜັນຂະຫຍາຍປະຕິບັດ​ມະຕິເລກທີ 82/NQ-CP ຂອງ​ລັດຖະບານກ່ຽວກັບໜ້າທີ່ຕົ້ນຕໍ ແລະການແກ້ໄຂບັນຫາສໍາຄັນໃນການຊຸກຍູ້ການຟື້ນຟູ, ​ເລັ່ງລັດ​ພັດທະນາ​ການທ່ອງທ່ຽວ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ, ເພີ່ມທະວີຄວາມ​ສາມາດ​ແກ່ງ​ແຍ້​ງ, ຊຸກຍູ້​ການ​ດຶງ​ດູດ​ຕະຫຼາດ​ນັກ​ທ່ອງ​ທ່ຽວລັດ​ເຊຍ​ ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19.

Vịnh Hạ Long ອ່າວ ຮ່າລອງ

ອ່າວ ຮ່າລອງ.

​ກິດຈະກໍາ​ລວມມີ 2 ພາກສ່ວນ, ​ໃນ​ນັ້ນ​ມີ: ການ​ພົບ​ປະ​ວິ​ສາ​ຫະກິດ ຫວຽດນາມ - ລັດ​ເຊຍ ​ແລະ ​ແນະນຳ​ການທ່ອງທ່ຽວ ຫວຽດນາມ. ກອງ​ປະຊຸມ​ຄັ້ງ​ນີ້​ຈະມີການເຂົ້າ​ຮ່ວມ​ຂອງຜູ້ແທນຫຼາຍຮ້ອຍຄົນເຊິ່ງແມ່ນວິສາຫະກິດການທ່ອງທ່ຽວ, ໜັງສືພິມສື່ມວນຊົນ, ອົງການ​ຄຸ້ມ​ຄອງ​ການທ່ອງທ່ຽວ​ຂອງ​ສອງ​ປະ​ເທດ. ນອກຈາກ​ການ​ປາ​ໄສ ​ແລະ ການ​ນຳ​ສະ​ເໜີ​ຂໍ້​ມູນອັບເດດ​ຂ່າວສານ​ທີ່​​ກ່ຽວ​ກັບ​ກົນ​ໄກ​ນະ​ໂຍບາຍ, ສະພາບ​ການ​ພັດທະນາ​ການທ່ອງທ່ຽວ​ຂອງ​ຫວຽດນາມ, ​ແຫຼ່ງທ່ອງ​ທ່ຽວ ​ແລະຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເໝາະ​ສົມ​ກັບ​ຄວາມ​ນິຍົມ​ຂອງ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ແລ້ວ, ​ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ຮັບ​ຊົມ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ພື້ນ​ເມືອງ​ຫວຽດນາມ ໂດຍບັນດາ​ນັກ​ສິລະ​ປະກອນ​ຂອງ​ສະຖາບັນ​ດົນຕີ​ແຫ່ງ​ຊາດ ຫວຽດນາມ ແລະໂຮງ​ລະ​ຄອນ​ສິ​ລະ​ປະຮ່ວມສະໄໝຫວຽດນາມ ສະແດງ. ພ້ອມ​ກັນ​ນັ້ນ, ກໍ່ມີ​ໂອກາດ​ໄດ້​ຮັບ​ຂອງ​ຂວັນຈາກ​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ຫວຽດນາມ ມອບ​ໃຫ້.

ລາຍການ​ແນະນຳ​ການທ່ອງທ່ຽວ​ຫວຽດນາມ ​ໄດ້​ຮັບ​ການຈັດ​ຕັ້ງຂຶ້ນ​ໃນ​ຂອບ​ເຂດ​ວັນ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ ຈັດ​ຕັ້ງ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາກ່ຽວກັບຫຼັກການພື້ນຖານຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ. ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ລາຍການ​ສະ​ແດງ​ສິລະ​ປະ, ສາຍ​ຮູບ​ເງົາ, ງານ​ວາງສະ​ແດງ​ແນະນຳ​ຫວຽດນາມ ​ໄດ້​ຮັບ​ການຈັດ​ຂຶ້ນ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ມິດຕະພາບ ​ແລະການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ຊຸກຍູ້​ການ​ແລກປ່ຽນ​ນັກ​ທ່ອງ​ທ່ຽວ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ຫວຽດນາມ - ສະຫະພັນລັດເຊຍ.

ລັດ​ເຊຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ແລກປ່ຽນ​ນັກ​ທ່ອງ​ທ່ຽວ​ທີ່​ສຳຄັນ​ຂອງ​ຫວຽດນາມ. ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ​ມັກ​ເລືອກ​ເອົາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ພົ້ນ​ເດັ່ນ​ຄື: ຍາ​ຈ່າງ, ຝູ໋ກວກ, ຟານ​ທຽດ, ມູຍ​ແນ້... ​ໃນ​ປີ 2023, ຫວຽດນາມ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ 125.610 ເທື່ອຄົນ, ​ເພີ່ມ​ຂຶ້ນ 314,6% ​ເມື່ອ​ທຽບ​ໃສ່​ປີ 2022. ​ໃນ 5 ​ເດືອນ​ຕົ້ນ​ປີ 2024. ມີ​ນັກ​ທ່ອງ​ທ່ຽວລັດ​ເຊຍ​ ມາ​ຫວຽດນາມ 95.000 ກວ່າ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 175% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023. ປະຈຸ​ບັນ, ລັດ​ເຊຍ ນອນຢູ່ໃນໜຶ່ງປະເທດ​ທີ່​ມີ​ນະ​ໂຍບາຍ​ຍົກເວັ້ນ​ວີ​ຊາ​ຝ່າຍ​ດຽວເຂົ້າຫວຽດນາມ ດ້ວຍກໍານົດເວລາ​ເຖິງ 45 ວັນ.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.