ຫວຽດນາມ ໄດ້ນຳເຂົ້າໃນບັນຊີລາຍຊື່ບັນດາຕະຫຼາດການທ່ອງທ່ຽວທີ່ສຳຄັນຂອງອົດສະຕາລີ

06:03 | 12/07/2024

ຍສໝ - ອົງການ​ການ​ຄ້າ​ ແລະ​ ການ​ລົງທຶນ​ອົດ​ສະ​ຕາ​ລີ (Austrade) ມີ​ແຜນ​ຈະນໍາເອົາຫວຽດນາມ​ ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ຕະຫຼາດ​ທ່ອງ​ທ່ຽວທີ່​ສຳຄັນຂອງ​ອົດ​ສະ​ຕາ​ລີ​, ​ໃນນັ້ນ ລວມມີ: ຈີນ, ອິນ​ເດຍ, ຍີ່ປຸ່ນ, ສ.​ເກົາຫຼີ ​ແລະ ອິນ​ໂດ​ເນ​ເຊຍ.

ປະທານປະເທດ ໂຕເລີມ ມາຮອດນະຄອນຫຼວງວຽງຈັນ, ຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ ປະທານປະເທດ ໂຕເລີມ ມາຮອດນະຄອນຫຼວງວຽງຈັນ, ຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ

ຫວ່າງແລ້ວນີ້, ທ່ານ ຫງວຽນ​ຈຸ່ງ​ແຄ໋ງ ຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດນາມ ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ການທ່ອງທ່ຽວ ຫວຽດນາມ - ອົດ​ສະ​ຕາ​ລີ ຢູ່ Melbourne (ອົດ​ສະ​ຕາ​ລີ). ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ການ​ນຳ​ຂອງ​ໜ່ວຍງານຈໍານວນໜຶ່ງຂຶ້ນກັບ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດນາມ; ການ​ນຳ Austrade ​ແລະ ຜູ້ຕາງໜ້າ​ບັນດາ​ສະມາຄົມ, ວິສາຫະກິດການທ່ອງທ່ຽວ, ທີ່​ພັກ ​ແລະ ​ການບິນ... ຂອງ 2 ປະ​ເທດ.

Hội nghị Du lịch Việt Nam - Australia. (Ảnh: TTXVN) ກອງປະຊຸມທ່ອງທ່ຽວຫວຽດນາມ - ອົດສະຕາລີ. (ພາບ: ສໍານັກຂ່າວສານຫວຽດນາມ)

ກອງປະຊຸມການທ່ອງທ່ຽວຫວຽດນາມ - ອົດສະຕາລີ. (ພາບ: ສໍານັກຂ່າວສານຫວຽດນາມ)

ທ່ານ ຫງຽມ​ຊວນ​ຮ່ວາ, ອັກຄະລັດຖະທູດ​ຂອງ​ສະຖານທູດ​ຫວຽດນາມ ປະຈຳ ອົດ​ສະ​ຕາ​ລີ ມີ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​​ວ່າ: ຫວຽດນາມ - ອົດ​ສະ​ຕາ​ລີ ຫາ​ກໍ່​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃນ​ເດືອນ ມີນາ 2024. ໃນນັ້ນ, ຂົງເຂດການທ່ອງທ່ຽວໄດ້ຮັບການເຕື້ອງເຖິງລະອຽດໃນຖະແຫຼງການຮ່ວມຂອງບັນດາການນຳຂອງ 2 ປະເທດ, ນັ້ນແມ່ນການຊົມເຊີຍ ແລະ ຊອກຫາກາລະໂອກາດເພື່ອຊ່ວຍເຫຼືອການພັດທະນາການທ່ອງທ່ຽວສອງຝ່າຍ.

ຕາມ ທ່ານ ຫງຽມ​ຊວນ​ຮ່ວາ ແລ້ວ, ປະຈຸບັນມີໂອກາດຂອງຄວາມສາມາດບົ່ມຊ້ອນຕ່າງໆ ທີ່ສາມາດນໍາໄປຂຸດຄົ້ນເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ອົດສະຕາລີ, ລວມທັງເງື່ອນໄຂສະດວກຕ່າງໆຍ້ອນການພົວພັນລະຫວ່າງ 2 ປະເທດນັບມື້ນັບພັດທະນາ; ຄວາມສົນໃຈຂອງ​ນັກ​ທ່ອງ​ທ່ຽວອົດ​ສະ​ຕາ​ລີ ຕໍ່ກັບ​ຫວຽດ​ນາມ ກໍ່ມີຫຼາຍຂຶ້ນ ແລະ ກົງກັນຂ້າມ; ບັນດາ​ອົງການ, ການຈັດຕັ້ງຂອງພາກລັດທີ່ກ່ຽວຂ້ອງ ​ແລະ ທຸລະກິດຂອງ​ສອງ​ປະ​ເທດ​ ກໍ່ກໍາລັງມານະພະຍາຍາມ​ກະຕຸກຊຸກຍູ້​​ພັດທະນາ​ການທ່ອງທ່ຽວ​ສອງຝ່າຍ. ບົນ​ພື້ນຖານດັ່ງກ່າວ, ທ່ານ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ຈະສາມາດຮ່ວມມື​ກັນ​ເພື່ອປະຕິບັດການຫັນກາລະ​ໂອກາດໃຫ້​ປະກົດຜົນເປັນຈິງ ​ແລະ ນຳ​ມາ​ເຊິ່ງໝາກຜົນ​ທີ່ເປັນຮູບປະທໍາ.

Cục trưởng Cục Du lịch quốc gia Việt Nam Nguyễn Trùng Khánh. (Ảnh: TTXVN) ທ່ານ ຫງວຽນຈຸ່ງແຄ໋ງ ຫົວໜ້າກົມທ່ອງທ່ຽວແຫ່ງຊາດຫວຽດນາມ.(ພາບ: ສໍານັກຂ່າວສານຫວຽດນາມ)

ທ່ານ ຫງວຽນຈຸ່ງແຄ໋ງ ຫົວໜ້າກົມທ່ອງທ່ຽວແຫ່ງຊາດຫວຽດນາມ.(ພາບ: ສໍານັກຂ່າວສານຫວຽດນາມ)

ທ່ານ ຫງວຽນຈຸ່ງແຄ໋ງ ​ຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດນາມ ​ໄດ້ມີຄໍາເຫັນແລກປ່ຽນທີ່ກອງປະຊຸມ​ວ່າ: ລັດຖະບານ ຫວຽດນາມ ກໍາລັງພະຍາຍາມ​ພັດທະນາ​ຂະ​ແໜງ​ການທ່ອງທ່ຽວ​ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດຖະກິດປາຍແຫຼມ. ກວ່າ 2 ປີ​ຫຼັງຈາກ​ເປີດ​ປະ​ຕູ​ຄືນ​ໃໝ່​ພາຍຫຼັງການແຜ່ລະບາດພະຍາດ Covid – 19, ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ຫວຽດ​ນາມ​ ກໍາລັງໄດ້​ຢູ່ໃນທ່ວງທ່າ​ຟື້ນຕົວ​ຄືນ​ໃໝ່ ດ້ວຍ​ຜົນ​ງານ​ທີ່​ພົ້ນ​ເດັ່ນຫຼາຍຢ່າງ. ຂະແໜງທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວຫຼາຍແຫ່ງຂອງຫວຽດນາມ ໄດ້ຮັບເປັນກຽດດ້ວຍລາງວັນອັນຊົງກຽດລະດັບສາກົນ, ຖືກຮັບຮອງເຂົ້າໃນກຸ່ມສະຖານທີ່ທ່ອງທ່ຽວແຖວໜ້າຂອງໂລກ, ສິ່ງເຫຼົ່ານັ້ນໄດ້ຢັ້ງຢືນເຖິງເຄື່ອງໝາຍການຄ້າ, ກຳລັງແຮງດຶງດູດ ແລະ ຄຸນນະພາບຂອງການທ່ອງທ່ຽວ ຫວຽດນາມ.

​ໃນ 5 ເດືອນ​ຕົ້ນ​ປີ 2024, ຈະ​ມີ​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ​ ມາ​ຫວຽດນາມ 213.000 ເທື່ອຄົນ, ​ເພີ່ມ​ຂຶ້ນ 35% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023, ເຮັດໃຫ້​ອົດ​ສະ​ຕາ​ລີ ຂຶ້ນສູ່ອັນດັບ​ເປັນ​ແຫຼ່ງ​ລູກຄ້າ​ໃຫຍ່​ອັນ​ດັບ 7 ຂອງ ຫວຽດນາມ.

ຫວຽດນາມ ໄດ້ເຂົ້າຮ່ວມໃນບັນຊີລາຍຊື່ບັນດາຕະຫຼາດການທ່ອງທ່ຽວທີ່ສຳຄັນຂອງອົດສະຕາລີ

ນັກທ່ອງທ່ຽວອົດສະຕາລີ ຢູ່ອ່າວຮະລອງ, ຫວຽດນາມ

ທ່ານ ຫງວຽນຈຸ່ງແຄ໋ງ ​ເຊື່ອ​ໝັ້ນ​ວ່າ ​ຄວາມ​ເອົາ​ໃຈ​ໃສ່ແບບ​ພິ​ເສດ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ​ແລະ ບັນດາ​ການ​ເຄື່ອນ​ໄຫວຮ່ວມມື, ການສົ່ງເສີມການທ່ອງທ່ຽວສອງຝ່າຍທີ່ຕັ້ງໜ້າຂອງ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຄື: ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ, ກົມ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ແລະ ອຳນາດການປົກຄອງທ້ອງຖິ່ນ... ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ 2 ປະເທດຈະພັດທະນາໄປຢ່າງຈົບງາມ, ບັນລຸໄດ້ບັນດາຂີດໝາຍສຳຄັນໃໝ່ໃນອະນາຄົດອັນໃກ້ໆນີ້.

ນອກຈາກນີ້ ທ່ານ ຍັງສະແດງຄວາມປາດ​ຖະໜາ​ວ່າ ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ເຊື່ອມ​ຕໍ່​ບັນດາວິສາຫະກິດຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ສ້າງ​ເຄືອ​ຂ່າຍການ​ທ່ອງ​ທ່ຽວ ​ແລະ ຍົກ​ສູງ​ປະສິດທິ​ຜົນໃນການ​ພັດທະນາ​ຕະຫຼາດ​ລູກ​ຄ້າ​ທີ່​ມີ​ທ່າ​ແຮງບົ່ມຊ້ອນ.

ຫວຽດນາມ ໄດ້ເຂົ້າຮ່ວມໃນບັນຊີລາຍຊື່ບັນດາຕະຫຼາດການທ່ອງທ່ຽວທີ່ສຳຄັນຂອງອົດສະຕາລີ

ທ່ານ Raff Ciccone, ສະມາຊິກສະພາສູງອົດສະຕາລີ. (ພາບ: ສໍານັກຂ່າວສານຫວຽດນາມ)

ຕາມທ່ານ Raff Ciccone, ສະມາຊິກ​ສະພາ​ສູງຂອງ​ອົດ​ສະ​ຕາ​ລີ ແລ້ວ, ຫວຽດນາມ ​ແມ່ນ​ຕະຫຼາດຫຼັກແຫຼ່ງທີ່ສໍາຄັນ​ໃນ​ຂະ​ບວນຫັນ​ຕະຫຼາດ​ເສດຖະກິດ​ທ່ອງ​ທ່ຽວເປັນຫຼາຍຮູບຫຼາຍແບບ​ຂອງອົດ​ສະ​ຕາ​ລີ. ​ເພື່ອ​ຊ່ວຍ​ໃຫ້​ຂະ​ແໜງ​ການທ່ອງທ່ຽວ ອົດ​ສະ​ຕາ​ລີ ​ໄດ້ເຂົ້າ​ໃຈ​ຕະຫຼາດ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນີ້ ​ແລະ ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ຈາກ ຫວຽດນາມ ​ໄດ້​ດີກ​ວ່າ​ເກົ່າ, ທ່ານ Raff ​ກ່າວວ່າ Austrade ​ໄດ້​ສົມທົບ​ກັບ​ສະພາ​ສົ່ງ​ອອກ​-ທ່ອງ​ທ່ຽວ ອົດ​ສະ​ຕາ​ລີ (ATEC) ຈັດ​ຕັ້ງ​ລາຍການທີ່ເອີ້ນວ່າ “Vietnam Host” ​ໂດຍ​ຄາດ​ວ່າຈະ​ດຳ​ເນີນ​ໃນ​ສອງ​ສາມ​ເດືອນ​ຂ້າງ​ໜ້າ, ນຳ​ຫວຽດ​ນາມ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ຕະ​ຫຼາດ​ທ່ອງ​ທ່ຽວ​ທີ່​ສຳ​ຄັນ​ຂອງ​ອົດ​ສະ​ຕາ​ລີ, ໃນນັ້ນ ​ລວມ​ມີ ຈີນ, ອິນ​ເດຍ, ຍີ່​ປຸ່ນ, ສ.​ເກົາ​ຫຼີ ແລະ ອິນ​ໂດ​ເນ​ເຊຍ.

ທ່ານ​ ນາງ Phillippa King, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ Austrade ຢືນຢັນ​ວ່າ: ການທ່ອງທ່ຽວ​ແມ່ນ​ຂົງເຂດ “ສົ່ງ​ອອກ” ທີ່​ສຳຄັນ​ຂອງ​ທັງ​ 2 ປະ​ເທດ ແລະ ຍັງໄດ້ກ່າວອີກວ່າ, ປະຈຸ​ບັນຂະແໜງການ​ທ່ອງ​ທ່ຽວເຮັດໜ້າທີ່ເປັນໜຶ່ງໃນ​ຂົວ​ຕໍ່​ການ​ພົວພັນ​ລະຫວ່າງ​ 2 ​ປະ​ເທດ, ຍົກສູງ​ຄວາມ​ເຂົ້າ​ໃຈ​ຂອງ​ປະຊາຊົນ​ 2 ​ປະ​ເທດກ່ຽວກັບປະເທດຊາດ, ວັດທະນະທໍາ, ການສຶກສາຂອງກັນແລະກັນ.

ຍ້ອນມີປະຊາຄົມຊາວຫວຽດນາມ ຢູ່ ອົດສະຕາລີ ເປັນຈຳນວນຫຼວງຫຼາຍ, ທ່ານຈິ່ງຫວັງວ່າ ຂະແໜງການທ່ອງທ່ຽວ ອົດສະຕາລີ ຈະນຳເອົາປະສົບການຕົວຈິງອັນຍອດຍິ່ງມາໃຫ້ໝູ່ເພື່ອນ ແລະ ຄອບຄົວຂອງພວກເຂົາເມື່ອພວກເຂົາມາຮອດທີ່ “ດິນແດນຈິງໂຈ້” ຢ້ຽມຢາມຍາດຕິພີ່ນ້ອງ. ທ່ານຫວັງເປັນຢ່າງຍິ່ງວ່າ ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ມາຍັງອົດ​ສະ​ຕາ​ລີ ນັບ​ມື້​ນັບ​ຫຼາຍ​ກວ່າ​ອີກ ແລະ ໃນທາງກັບກັນ, ຂະນະດຽວກັນກໍ່ເຊື່ອໝັ້ນວ່າກອງ​ປະຊຸມ​ຈະ​ສ້າງ​ໂອກາດ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ​ອົງການ​ລັດຖະບານ​ຂອງ 2 ປະ​ເທດຮ່ວມກັນ​ປຶກສາ​ຫາລື, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ວິທີ​ການ​ຂອງຂະແໜງນີ້​ຈະສາມາດຊ່ວຍເຫຼືອເປົ້າໝາຍ​ຂອງ​ລັດຖະບານ 2 ປະ​ເທດໄດ້ຢ່າງແທ້ຈິງ ເພື່ອແນໃສ່​ເພີ່ມກະແສນັກທ່ອງທ່ຽວຂອງ​ 2 ປະ​ເທດ.

ພາຍຫຼັງ​ກອງ​ປະຊຸມ ກໍ່ດຳເນີນລາຍການ​ພົບ​ປະ​ກັບ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ຫວຽດນາມ - ອົດ​ສະ​ຕາ​ລີ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 8 ວິ​ສາ​ຫະກິດ​ການບິນ, ການທ່ອງ​ທ່ຽວ ​ແລະ ທີ່​ພັກ​ຂອງ ຫວຽດນາມ; 28 ອົງ​ການ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ແລະ​ ວິສາຫະກິດ; ຄຽງ​ຄູ່​ກັນ​ນັ້ນ​ແມ່ນ 2 ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລືໃນ​ຫົວ​ຂໍ້ “ສົ່ງ​ເສີມ​ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ ໄປ ອົດ​ສະ​ຕາ​ລີ” ແລະ “ການ​ສົ່ງ​ເສີມ​ນັກ​ທ່ອງ​ທ່ຽວ ອົດ​ສະ​ຕາ​ລີ ໄປ ຫວຽດ​ນາມ”. ຂໍ້​ມູນຕ່າງໆທີ່ຜູ້ຕາງໜ້າ​ຫວຽດນາມ ແບ່ງປັນໄດ້ນຳມາເຊິ່ງມູມມອງທີ່ລະອຽດກວ່າເກົ່າ​ໃຫ້​ກັບບັນດາ​ແຂກ​ທີ່​ເຂົ້າ​ຮ່ວມ. ສ່ວນໃຫຍ່ລ້ວນແຕ່ສະແດງຄວາມພໍໃຈກັບການພັດທະນາອີກຄັ້ງຂອງການທ່ອງທ່ຽວສາກົນ ພາຍຫຼັງການລະບາດຂອງພະຍາດໂຄວິດ-19.

ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ວ່າ: ຫວຽດນາມ ມີທ່າແຮງ​ບົ່ມ​ຊ້ອນທາງ​ດ້ານ​ການທ່ອງທ່ຽວໃຫ່ຍຫຼວງທີ່ສຸດ, ຕະຫຼາດ​ທ່ອງ​ທ່ຽວ ຫວຽດນາມ ພວມ​ຂະ​ຫຍາຍ​ຕົວ ​ແລະ ຕີ​ລາຄາ​ວ່າ ນີ້​ລ້ວນແຕ່ແມ່ນ​ຕະຫຼາດ​ທີ່​ນັກ​ທ່ອງ​ທ່ຽວ ອົດ​ສະ​ຕາ​ລີ ຈໍານວນຫຼາຍ​ເລືອກ​ເຟັ້ນ, ພິ​ເສດ​ແມ່ນ​ສະຖານ​ທີ່​ທີ່​ມີ​ຊື່​ສຽງ​ຄື: ຮ່າ​ໂນ້ຍ, ອ່າວຮ່ະລອງ, ​ເຫ້ວ, ​ໂຮ້ຍອານ... ຢູ່ ຫວຽດນາມ, ນັກ​ທ່ອງ​ທ່ຽວ​ມີ​ໂອກາດພົບປະກັບ​ປະຊາຊົນ​ທ້ອງ​ຖິ່ນ ​ແລະ ມີ​ປະສົບ​ການ​ພິ​ເສດ. ສິ່ງນີ້​ເຮັດ​ໃຫ້​ຫວຽດນາມ​ກາຍເປັນ​ຈຸດໝາຍ​ປາຍທາງ​ທີ່​ແຕກ​ຕ່າງ​ກັນ​ເມື່ອ​ທຽບ​ໃສ່​ກັບ​ບ່ອນ​ອື່ນໆ. ຍ້ອນແນວ​ນັ້ນ ນັກ​ທ່ອງ​ທ່ຽວຈິ່ງມີຄວາມພໍອົກພໍໃຈ​ເມື່ອໄປ​ທ່ອງ​ທ່ຽວໄລຍະ​ຫຼາຍວັນ​ຢູ່​ຫວຽດນາມ.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.