3 ສະຖານີ່ທ່ອງທ່ຽວຂອງ ຫວຽດນາມ ໄດ້ເຂົ້າໃນບັນດາສະຖານທີ່ທ່ອງທ່ຽວທີ່ນິຍົມທີ່ສຸດໃນ ອາຊີ

09:47 | 14/07/2024

ຍສໝ - ຖະໜົນເກົ່າ ​ໂຮ້ຍອານ, ຫໍພິພິທະ​ພັນ​ວັດຖຸພັນຮ່ອງຮອຍສົງຄາມ (ນະຄອນ​ ໂຮ່ຈີ​ມິນ) ​ແລະ ອຸ​ໂມງໃຕ້ດິນ ກູ້ຈີ ​ແມ່ນ 3 ​ຕົວ​ແທນ​ຂອງ ​ຫວຽດນາມ ທີ່​ໄດ້ຈັດເຂົ້າໃນ​ບັນຊີ​ລາຍ​ຊື່ 25 ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ນິຍົມ​ທີ່​ສຸດ​ຂອງ​ ອາຊີ ​ໂດຍ​ຜູ້​ອ່ານ TripAdvisor ຄັດເລືອກ.

ຫວຽດນາມ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ການ​ປ້ອງ​ກັນ​ປະ​ເທດ​ໃຫຍ່​ທີ່​ສຸດ​ຂອງ​ອາຊີ
ຫວຽດນາມ - ຈຸດທີ່ດຶງດູດຂອງພາກພື້ນ ອາຊີ ໃນລະດູການທ່ອງທ່ຽວ 2024
3 ສະຖານີ່ທ່ອງທ່ຽວຂອງ ຫວຽດນາມ ໄດ້ເຂົ້າໃນບັນດາສະຖານທີ່ທ່ອງທ່ຽວທີ່ນິຍົມທີ່ສຸດໃນ ອາຊີ

ຖະໜົນເກົ່າ ​ໂຮ້ຍອານ.

ຕາມ​ນັ້ນ​ແລ້ວ, ຢູ່​ອັນ​ດັບ​ທີ 7 ຂອງບັນຊີລາຍຊື່, ​ໂຮ້ຍອານ ​ໄດ້​ຮັບ​ການ​ພັນລະນາໂດຍ TripAdvisor ວ່າ​ແມ່ນ​ຕັ້ງ​ຢູ່​ລຽບ​ຕາມ​ແມ່​ນ້ຳ ທູບົນ, ມີ​ຊື່​ສຽງ​ດ້ວຍ​ບັນດາ​ເຮືອນ​ບູຮານ​ທີ່​ມີ​ສີ​ເຫຼືອງ ​ແລະ ມໍລະດົກທີ່ເປັນມູນເຊື້ອ​ວັດທະນະທຳ​ທີ່​ອຸດົມສົມບູນ.

ເຄີຍ​ເປັນ​ບ່ອນ​ເຕົ້າ​ໂຮມ​ຂອງ​ບັນດາ​ພໍ່​ຄ້າ​ຊາວ ​ອາ​ຊີ, ​ໂຮ້ຍອານ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃນ​ໃຈ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ຍ້ອນ​ຄວາມ​ສະຫງົບ​ງຽບ, ເຂັ້ມຂຸ້ນໄປດ້ວຍ​ຄວາມເປັນ​ໝູ່​ບ້ານ, ​ແຕ່​ກໍ່​ບໍ່​ຂາດ​ບັນດາການສຳຜັດ​ທີ່​ເປັນ​ເອກະລັກ​ສະ​ເພາະ.

3 ສະຖານີ່ທ່ອງທ່ຽວຂອງ ຫວຽດນາມ ໄດ້ເຂົ້າໃນບັນດາສະຖານທີ່ທ່ອງທ່ຽວທີ່ນິຍົມທີ່ສຸດໃນ ອາຊີ

ຫໍພິພິທະ​ພັນ​ວັດຖຸພັນຮ່ອງຮອຍ​ສົງຄາມ.

ຢູ່ອັນ​ດັບ​ທີ 10 ຂອງບັນຊີລາຍຊື່​ແມ່ນ​ຫໍພິພິທະ​ພັນ​​ວັດຖຸພັນຮ່ອງຮອຍ​ສົງຄາມ​ຢູ່​ຖະໜົນ ຫວໍວັນ​ເຕີນ, ​ເມືອງ 3, ​​ນະຄອນ ​ໂຮ່ຈີ​ມິນ. ​ໂດຍໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃນ ​ປີ 1975, ຫໍພິພິທະ​ພັນ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ບໍ່​ຄວນມອງຂ້າມສຳລັບຄົນທີ່ຢາກຊອກ​ຮູ້​ປະຫວັດສາດ ຫວຽດນາມ.

ປະຈຸ​ບັນ, ຫໍພິພິທະ​ພັນ​ມີ​ວັດຖຸຸພັນ, ຮູບ​ພາບ ​ແລະ ຟິມ​ເອກະສານ​ກວ່າ 20.000 ​ຢ່າງ​ທີ່​ເນັ້ນ​ໜັກ​ເຖິງ​ບັນດາ​ສິ່ງ​ທີ່​ພົ້ນເດັ່ນທີ່ສຸດຂອງ​ຊາວ​ ຫວຽດນາມ ​ໃນ​ສອງບັ້ນ​ສົງຄາມ.

TripAdvisor ໃຫ້ຂໍ້ສັງເກດວ່າ: "ດ້ວຍບັນດາງານວາງສະແດງທີ່ເປັນໜ້າຈັບໃຈ ແລະ ຂໍ້ມູນທີ່ເປັນປະໂຫຍດ, ນັກທ່ອງທ່ຽວຈະໄດ້ໄປທັດສະນະທີ່ແທ້ຈິງທີ່ສຸດກ່ຽວກັບບັນດາສິ່ງທີ່ສົງຄາມສົ່ງຜົນກະທົບຕໍ່ການດຳລົງຊີວິດ".

3 ສະຖານີ່ທ່ອງທ່ຽວຂອງ ຫວຽດນາມ ໄດ້ເຂົ້າໃນບັນດາສະຖານທີ່ທ່ອງທ່ຽວທີ່ນິຍົມທີ່ສຸດໃນ ອາຊີ

ນັກ​ທ່ອງ​ທ່ຽວ​ສາ​ກົນ​ໄປ​ຢ້ຽມ​ຢາມ​ອຸ​ໂມງໃຕ້ດິນ ກູ້ຈີ.

ໂດຍຕັ້ງຫ່າງຈາກໃຈກາງນະຄອນ ໂຮ່ຈີມິນ ໄປທາງທິດຕາເວັນຕົກສ່ຽງເໜືອປະມານ 60 ກິໂລແມັດ, ​ອຸ​ໂມງໃຕ້ດິນ ກູ້ຈີ, ເປັນສັນຍາລັກແຫ່ງການຕໍ່ຕ້ານທີ່ຍືດເຍື້ອຍາວນານຂອງກອງທັບ ແລະ ປະຊາຊົນ ຫວຽດນາມ, ຢືນອັນດັບທີ 14 ໃນຈຳນວນ 25 ແຫຼ່ງທ່ອງທ່ຽວທີ່ນິ​ຍົມ​ທີ່​ສຸດຂອງ ອາຊີ.

ອຸ​ໂມງ​ໃຕ້ດິນດັ່ງກ່າວ​​ໄດ້ຮັບການ​ສ້າງ​ຂຶ້ນ​ໃນ​ທ້າຍ​ຊຸມ​ປີ 1940 ​ແລະ ​ໄດ້​ຖຶກຖິ້ມລະ​ເບີດ​ຢ່າງ​ຮຸນ​ແຮງໃສ່ຫຼາຍຄັ້ງ​ໃນ​ຊຸມ​ປີ 1960.

TripAdvisor ຂຽນວ່າ: "ອຸ​ໂມງໃຕ້ດິນ ກູ້ຈີ ຈະນຳມາເຊິ່ງການຜະຈົນໄພທີ່ຫນ້າຈັບໃຈ ແລະ ມີຄວາມສຳພັດໂດຍກົງ, ຊ່ວຍໃຫ້ນັກທ່ອງທ່ຽວຮູ້ສຶກເຖິງຄວາມໝາຍທາງປະຫວັດສາດ ແລະ ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບວັດທະນະທໍາທ້ອງຖິ່ນ".

ສະຖານທີ່ທ່ອງທ່ຽວທີ່ເປັນໜ້າສົນໃຈອື່ນໆໃນບັນຊີລາຍຊື່ນີ້ປະກອບມີ: Gardens by the Bay, ສິງກະໂປ (ອັນດັບທີ 1), ອັງກໍວັດ, ກຳປູເຈຍ (ອັນດັບທີ 2), ວິຫານ Taj Mahal, ອິນເດຍ (ອັນດັບທີ 4)...

ພິທີເປີດກອງປະຊຸມນະຄອນອັດສະລິຍະ ຫວຽດນາມ - ອາຊີ 2023 ພິທີເປີດກອງປະຊຸມນະຄອນອັດສະລິຍະ ຫວຽດນາມ - ອາຊີ 2023

ຍສໝ - ວັນທີ 29 ພະຈິກ, , ຢູ່ ຮ່າໂນ້ຍ, , ກອງປະຊຸມນະຄອນອັດສະລິຍະ ຫວຽດນາມ - ອາຊີ 2023 (Vietnam - Asia Smart City Summit 2023) ໄດ້ເປີດຢ່າງເປັນທາງການ.

ຫວຽດນາມ ປາດຖະໜາຢາກປະກອບສ່ວນເຂົ້າໃນອະນາຄົດຂອງ ອາຊີ ຫວຽດນາມ ປາດຖະໜາຢາກປະກອບສ່ວນເຂົ້າໃນອະນາຄົດຂອງ ອາຊີ

ຍສໝ - ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນລືວກວາງ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ອະ​ນາ​ຄົດ​ອາ​ຊີ​ຄັ້ງ​ທີ 28 ແລະ ຢ້ຽມ​ຢາມ ຍີ່​ປຸ່ນ ແຕ່​ວັນ​ທີ 24-26 ພຶດສະພາ.

ມິງດຶກ

ເຫດການ
302 Found

Found

The document has moved here.