ຈຳນວນນັກທ່ອງທ່ຽວຕ່າງປະເທດ ເຂົ້າມາລາວເພີ່ມຂຶ້ນເປັນສະຖິຕິໃນ 11 ເດືອນ

09:43 | 12/01/2024

ຍສໝ - ຕາມ​ຂ່າວສານ​ຫວຽດນາມ, ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ 9 ​ເດືອນ​ຕົ້ນ​ປີ 2023 ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຂົ້າ​ມາ​ລາວ 2,4 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ເປັນ​ປະຫວັດ​ການ 285% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຕົວເລກນີ້ແມ່ນຫຼັກຖານສະແດງເຖິງການດຶງດູດການເພີ່ມຂຶ້ນຂອງອຸດສາຫະກໍາການທ່ອງທ່ຽວ "ປະເທດລ້ານຊ້າງ" ຕໍ່ກັບນັກທ່ອງທ່ຽວສາກົນ.

ນັກທ່ອງທ່ຽວຕ່າງປະເທດ ມີຄວາມແປກໃຈກັບ Halloween ໃນນະຄອນໂຮ່ຈີມິນ ນັກທ່ອງທ່ຽວຕ່າງປະເທດ ມີຄວາມແປກໃຈກັບ Halloween ໃນນະຄອນໂຮ່ຈີມິນ
ບຸນອອກພັນສາ! ນັກທ່ອງທ່ຽວຢ້ຽມຢາມຫລວງພະບາງຄຶກຄືນ ບຸນອອກພັນສາ! ນັກທ່ອງທ່ຽວຢ້ຽມຢາມຫລວງພະບາງຄຶກຄືນ

ຂໍ້ມູນຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໃຫ້ຮູ້ວ່າ: ໃນຈຳນວນນັກທ່ອງທ່ຽວ 2,4 ລ້ານເທື່ອຄົນທີ່ກ່າວມາຂ້າງເທິງນັ້ນ, ນັກທ່ອງທ່ຽວຈາກໄທ ຢືນອັນດັບທີ 1 ມີເກືອບ 1 ລ້ານຄົນ, ນັກທ່ອງທ່ຽວຫວຽດນາມ ຢືນອັນດັບທີ 2 ມີ 6 ແສນກວ່າເທື່ອຄົນ, ຕໍ່ໄປແມ່ນ ສປ ຈີນ ເກືອບ 480.000 ເທື່ອຄົນ. ສ່ວນທີ່ເຫຼືອສ່ວນຫຼາຍແມ່ນມາຈາກພາກພື້ນອາຊີປາຊີຟິກ, ເອີຣົບ ແລະ ອາເມລິກາ.

ຈຳນວນນັກທ່ອງທ່ຽວຕ່າງປະເທດ ເຂົ້າມາລາວເພີ່ມຂຶ້ນເປັນສະຖິຕິໃນ 11 ເດືອນ

ຈຳນວນນັກທ່ອງທ່ຽວຕ່າງປະເທດ ເຂົ້າມາລາວເພີ່ມຂຶ້ນເປັນສະຖິຕິໃນ 11 ເດືອນ

ຕາມກະຊວງດັ່ງກ່າວແລ້ວ, ຈໍານວນນັກທ່ອງທ່ຽວເຂົ້າມາລາວທີ່ເພີ່ມຂຶ້ນນັ້ນ ສ່ວນໜຶ່ງແມ່ນຍ້ອນການຄົມມະນາຄົມທີ່ດີຂຶ້ນ ໂດຍສະເພາະທາງລົດໄຟ ຈຶ່ງໄດ້ອຳນວຍຄວາມສະດວກໃຫ້ແກ່ການເດີນທາງຂອງນັກທ່ອງທ່ຽວ. ນອກ​ນີ້, ​ແນວ​ຄວາມ​ຄິດ​ທີ່​ພົ້ນ​ເດັ່ນ​ກ່ຽວ​ກັບ “ການທ່ອງທ່ຽວ​ກະຈາຍ” ຍັງ​ດຶງ​ດູດ​ຄວາມ​ສົນ​ໃຈ​ໃນ​ພາກ​ພື້ນ. ແນວທາງໃໝ່ນີ້ ຮຽກຮ້ອງໃຫ້ມີການສຳຫຼວດຈຸດໝາຍປາຍທາງທີ່ມີຄົນໄປທ່ຽວໜ້ອຍ ໂດຍສະເພາະເຂດຊົນນະບົດໃນລາວ ເຊິ່ງຈຸດທີ່ດຶງດູດແມ່ນຄວາມງາມຂອງທຳມະຊາດ ເຊັ່ນ ສີພັນດອນ, ຢູ່ພາກໃຕ້ຂອງລາວ ແມ່ນ “ດຶງດູດນັກທ່ອງທ່ຽວ” ຍ້ອນທິວທັດທີ່ສວຍງາມ ແລະ ນ້ຳຕົກຕາດທີ່ງົດງາມ.

ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ກ່າວ​ວ່າ ການ​ຊຸກຍູ້​ແຫຼ່ງທ່ອງ​ທ່ຽວ​ແຫ່ງ​ໃໝ່​ຍັງ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ຍຸດ​ທະ​ສາດ​ຂອງ​ລັດຖະບານ​ລາວ ​ໃນ​ປີ 2024 ​ແລະ ການ​ເປັນ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ ​ໃນ​ປີ 2024 ຂອງ​ລາວ. ລັດຖະບານ ​ແລະ ບັນດາ​ວິ​ສາ​ຫະກິດ​ລາວ ພວມ​ສົມທົບ​ກັນ​ຊຸກຍູ້​ການທ່ອງທ່ຽວ​ຜ່ານ​ງານ​ວາງສະ​ແດງ​ສາກົນ ​ແລະ ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ອາ​ຊຽນ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ 4,6 ລ້ານ​ເທື່ອ​ຄົນ, ສ້າງ​ລາຍ​ຮັບ​ກ່ວາ 700 ລ້ານ USD ​ໃນ​ປີ 2024.

ການ​ເຄື່ອນ​ໄຫວ​ທີ່​ຜ່ານ​ມາ​ເຊັ່ນ​ປີ​ຢ້ຽມຢາມ​ລາວ​ແລະ​ປີ​ຢ້ຽມຢາມ​ລາວ-ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຫຼວງ​ຫຼາຍ. ຕົວຢ່າງ ປີ​ທ່ອງ​ທ່ຽວ​ລາວ 2018 ມີ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ 4,1 ລ້ານ​ເທື່ອ​ຄົນ (​ເພີ່ມ​ຂຶ້ນ 8,2% ​ເມື່ອ​ທຽບ​ໃສ່​ປີ 2017), ຫຼື ປີ​ທ່ອງ​ທ່ຽວ ລາວ-ຈີນ 2019 ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ 4,58 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 9% ເມື່ອ​ທຽບ​ໃສ່​ປີ 2018.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.