ໝູ່​ບ້ານ​ຫີນ​ ຄ໋ວຍກີ: ຈຸດ​ພົ້ນ​ເດັ່ນ​ໃນການ​ທ່ອງ​ທ່ຽວ​ຊຸມ​ຊົນ​ຢູ່ ກາວບັ່ງ

07:29 | 06/07/2024

ຍສໝ - “ຂ້າ​ພະ​ເຈົ້າ​ມີ​ແຜນ​ຈະ​ໃຊ້​ເວ​ລາ 3 ອາ​ທິດ ເພື່ອຄົ້ນຫາພາກ​ເໜືອ​ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ຢາກ​ໄປ​ຢ້ຽມ​ຢາມ​​ນ້ຳ​ຕົກຕາດ ​ບ້ານ​ຢົກ ແລະ ຜ່ານ​ການ​ແນະ​ນຳ, ຂ້າ​ພະ​ເຈົ້າ​ເລືອກ​ເອົາ​ໝູ່​ບ້ານ ຄ໋ວຍກີ, ສະຖານທີ່ຫ່າງ​ຈາກ​ນ້ຳ​ຕົກ​ພຽງ 2 ກິ​ໂລ​ແມັດ ​ເພື່ອ​ພັກເຊົາ. ທຸກ​ສິ່ງ​ທຸກ​ຢ່າງ​ດີ: ອາ​ຫານ​ແຊບ, ປະ​ຊາ​ຊົນທີ່ຮັກແພງແຂກຄົນ ​ແລະ ​ພ້ອມແລ້ວທີ່​ຈະ​ໃຫ້​ຄໍາ​ແນະ​ນໍາ​ກ່ຽວ​ກັບ​ບ່ອນ​ທີ່​ຈະ​ໄປ, ຖະ​ຫນົນ​ຫົນ​ທາງ, ແຜນ​ທີ່ ... ", ທ່ານ Redouane Mahi, ນັກ​ທ່ອງ​ທ່ຽວຊາວ ​ຝຣັ່ງ ​ແບ່ງ​ປັນ.

ຫຼາຍຈຸດໝາຍປາຍທາງ​ທີ່​ດຶງ​ດູດຢູ່ ຫວຽດນາມ ສຳລັບນັກ​ທ່ອງ​ທ່ຽວ​ ຝຣັ່ງ
ໂຄສະນາ, ສົ່ງເສີມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາຍັງ ​ຫວຽດນາມ

ທ່ານ Redouane Mahi ພວມມີການໄປທ່ອງທ່ຽວຢູ່ ຫວຽດນາມ. ກ່ອນ​ທີ່​ຈະ​ມາ​ເຖິງ ກາວ​ບັ່ງ, ລາວ​ ໄດ້​ໃຊ້ເວ​ລາຫຼາຍ​ຢູ່​ ຮ່າ​ໂນ້ຍ, ຊາ​ປາ (ລາວ​ກາຍ) ແລະ ປະ​ຈຸ​ບັນ​ແມ່ນ​ຢູ່​ບ້ານ ຄ໋ວຍກີ, ຂຶ້ນກັບຕາ​ແສງ ດ່າມຖຸຍ, ເມືອງ ຈູ່ງແຄັງ, ແຂວງ ກາວ​ບັ່ງ ໄດ້ເວ​ລາ 2 ວັນ. ລາວ ໃຫ້ຮູ້ວ່າ ຢາກຄົ້ນຫາການເຄື່ອນໄຫວວັດທະນະທໍາຊຸມຊົນທີ່ເປັນເອກະລັກສະເພາະຢູ່ທີ່ນີ້ຕື່ມອີກ.

ໝູ່​ບ້ານ​ຫີນ​ ຄ໋ວຍກີ: ຈຸດ​ພົ້ນ​ເດັ່ນ​ໃນການ​ທ່ອງ​ທ່ຽວ​ຊຸມ​ຊົນ​ຢູ່ ກາວບັ່ງ

ໝູ່​ບ້ານ​ຫີນ ຄ໋ວຍກີ ທີ່​ເບິ່ງຈາກ​ມູມສູງ. (ພາບ: ດຶກອຽນ)

ໝູ່​ບ້ານ​ ຄ໋ວຍກີ ທີ່ພົ້ນເດັ່ນ​ດ້ວຍ​ບັນດາເຮືອນຮ້ານທີ່ເຮັດດ້ວຍຫີນທີ່ກວ້າງ​ຂວາງບົນ​ເນື້ອ​ທີ່​ປະມານ 10.000 ຕາ​ແມັດ, ອີງຫຼັງໃສ່ພູຫີນປູນຕັ້ງຕະຫງ່ານ, ຢູ່​ທາງ​ໜ້າ​ແມ່ນ​ສາຍ​ນ້ຳ ຄ໋ວຍກີ ທີ່​​ໃສ ແລະ ເຢັນ​ສະ​ບາຍ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ໝູ່​ບ້ານ​ບູຮານ​ຂອງ​ຊາວ​ເຜົ່າ​ໄຕ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ ຍ້ອນຈຸດສະຖາປັດຕະຍະກຳທີ່ເປັນ​​​ເອກະລັກ​ສະ​ເພາະ​ ແລະ ວັດທະນະທຳ​ພື້ນ​ເມືອງ. ຊາວ​ເຜົ່າ​ໄຕ​ຢູ່​ທີ່​ນີ້ ​ໄດ້​ໝູນ​ໃຊ້ບັນດາເຮືອນຮ້ານ​ທີ່​ມີ​ອາຍຸ​ນັບ​ຮ້ອຍ​ປີ, ໄດ້ກໍ່ສ້າງ​ດ້ວຍ​ຫີນທັງໝົດ, ຫຼັງຄາມຸງດິນຂໍພຶ້ນເມືອງ ເພື່ອເຮັດ homestay ຕ້ອນຮັບແຂກທີ່ມາພັກເຊົາ​.

​ຜົວ​ເມຍຂອງ ທ່ານ ຈ້ຽວອິກສີ - ທ່ານນາງ ຫຼີທິດ້ຽບ ແມ່ນ​ຜູ້​ນຳໜ້າໃນການເຮັດທ່ອງ​ທ່ຽວ​ຊຸມ​ຊົນ​ຢູ່ ຄ໋ວຍກີ. ທ່ານ​ ສີ ກ່າວວ່າ : "ປີ 2016, ຂ້າພະ​ເຈົ້າ​ໄດ້​ໄປ​ທ່ຽວ ຮວ່າງຊູຟີ (ຮ່າ​ຢາງ), ​ໄດ້​ເຫັນ​ປະ​ຊາ​ຊົນເຮັດທ່ອງ​ທ່ຽວ​ຊຸມ​ຊົນໄດ້​ເປັນ​ຢ່າງ​ດີ, ສະ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ປຶກສາ​ຫາລື​ກັບ​ເມຍ ​ເພື່ອ​ເປີດ homestay, ຕັ້ງຊື່ວ່າ ອ໋ຽນຍີ. ພວກ​ຂ້າພະ​ເຈົ້າ​ ໄດ້ຊົມໃຊ້ເຮືອນ 5 ຫ້ອງໃນ​ໝູ່​ບ້ານ​ເພື່ອ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ, ໃຊ້ເງິນພຽງ​ແຕ່​ 50 ລ້ານ​ດົ່ງ​ ເພື່ອ​ຊື້​ຜ້າ​ຫົ່ມ, ໝອນ, ເສື່ອຕື່ມ. ໃນ​ປີ 2021, ພວກ​ຂ້າພະ​ເຈົ້າ ໄດ້ກໍ່ສ້າງ​ homestay ແຫ່ງທີ 2 ໃສ່ຊື່ວ່າ ອ໋ຽນຍີ 2 ດ້ວຍ 17 ຫ້ອງ ​ແລະ ເຮືອນຮ້ານແຫ່ງໜຶ່ງທີ່​ສາມາດຕ້ອນຮັບແຂກ 25 - 30 ຄົນຢູ່ລວມໝູ່.

ໝູ່​ບ້ານ​ຫີນ​ ຄ໋ວຍກີ: ຈຸດ​ພົ້ນ​ເດັ່ນ​ໃນການ​ທ່ອງ​ທ່ຽວ​ຊຸມ​ຊົນ​ຢູ່ ກາວບັ່ງ

ຫ້ອງ​ພັກ​ຂອງ ອ໋ຽນຍີ homestay. (ພາບ: ອ໋ຽນຍີ homestay)

ໂດຍໝູນໃຊ້ທີ່​ຕັ້ງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ homestay - ອີງຫຼັງໃສ່ພູຫີນ, ອວ່າຍໜ້າໄປ​ຫາ​ສາຍ​ນ້ຳ, ພວກ​ຂ້າພະ​ເຈົ້າ​ໄດ້​ສ້າງ​ສອງ​ຫ້ອງ​ໄວ້​ໃກ້​ໜ້າ​ຜາ​ຫີນ. ດ້ານໜຶ່ງຂອງຫ້ອງແມ່ນໜ້າຜາຫີນປູນເປັນຮູບທໍ່ກົມ, ອີກດ້ານໜຶ່ງກໍ່ສ້າງດ້ວຍຫີນ, ມີປ່ອງຢ້ຽມທີ່ເບິ່ງເຫັນເດີ່ນເຮືອນລວມ. ຫ້ອງນອນມີຫ້ອງນໍ້າ, ແອເຢັນ, ຕູ້ເສື້ອຜ້າ, wifi ຟຣີ... ດ້ວຍລາຄາ 800 - 1 ລ້ານດົ່ງ/ຄືນ. ຫ້ອງນີ້ນັກທ່ອງທ່ຽວຫຼາຍຄົນນິຍົມເນື່ອງຈາກຄວາມແປກໃຫມ່, ເປັນເອກະລັກຂອງມັນ. ເຂົາ​ເຈົ້າ​ມາ​ທີ່​ນີ້​ເພື່ອ​ສຳ​ຜັດ​ການນອນໃນ​ຖ້ຳຈະເປັນແນວໃດ..."

ຄຽງຄູ່ກັບການປັບປຸງຄຸນນະພາບການບໍລິການເທື່ອລະກ້າວ, ຄອບຄົວຂອງທ່ານ ຈ້ຽວອິກສີ ຍັງສຸມໃສ່ການໂຄສະນາ homestay ໃນບັນດາສື່ສັງຄົມເຊັ່ນ Facebook, Zalo, TikTok, ເຊື່ອມໂຍງກັບເວທີການທ່ອງທ່ຽວໃຫຍ່ເຊັ່ນ Booking, Agoda ... ເພື່ອແນະນໍາ homestay ຂອງຄອບຄົວໄປສູ່ນັກ​ທ່ອງ​ທ່ຽວ​ພາຍໃນ ແລະ ​ຕ່າງ​ປະ​ເທດ​.

ເມື່ອມີລູກຄ້າຕ່າງປະເທດຕິດຕໍ່ມາ, ໃນເບື້ອງຕົ້ນຍ້ອນການສື່ສານພາສາຕ່າງປະເທດຍັງຈໍາກັດຢູ່, ຄູ່​ຜົວ​ເມຍຂອງລາວ ໄດ້ໃຊ້ເຄື່ອງມືແປພາສາອັດສະລິຍະ Google Translate ເພື່ອຊອກຮູ້ ແລະ ຕອບສະໜອງບັນດາຄຳຮຽກຮ້ອງຂອງລູກຄ້າ. ພາຍຫຼັງ​ການ​ຝຶກ​ອົບຮົມ​ເປັນ​ໄລຍະ​ໜຶ່ງ, ກໍ່ມີລູກ​ຫຼານທີ່​ຮຽນ​ຢູ່​ມະຫາວິທະຍາ​ໄລ​ຢູ່​ຮ່າ​ໂນ້ຍ ມາ​ໜູນ​ຊ່ວຍ, ການ​ສື່ສານ​ກັບ​ແຂກ​ຕ່າງປະ​ເທດຕໍ່ homestay ອ໋ຽນຍີ ກໍ່ກາຍເປັນສະດວກ​ສະບາຍ. ສະນັ້ນ, homestay ກໍ່ມີແຂກເຕັມເປັນປະຈຳ.

ທ່ານ ສີ ກ່າວວ່າ “ໃນ 2 ປີຜ່ານມາ, ມີລູກຄ້າຮູ້ຈັກກັບ homestay ຫຼາຍຂື້ນ, ໃນທ້າຍອາທິດ, ປົກກະຕິມີລູກຄ້າ 20-30 ຄົນ/ມື້, ກ່ອນໜ້ານີ້, ຄອບຄົວຂອງຂາ້ພະເຈົ້າ ປູກສາລີ, ເຂົ້າ ພຽງແຕ່ພໍກິນ, ທຸກໆຄັ້ງທີ່ຢາກອອກໄປຕະຫຼາດ ກໍ່ຕ້ອງຂາຍເຂົ້າເປືອກ, ຂາຍສາລີ. ປະຈຸບັນ ແຫຼ່ງລາຍຮັບຕົ້ນຕໍຂອງຄອບຄົວແມ່ນມາຈາກທຸລະກິດບໍລິການ homestay".

ໝູ່​ບ້ານ​ຫີນ​ ຄ໋ວຍກີ: ຈຸດ​ພົ້ນ​ເດັ່ນ​ໃນການ​ທ່ອງ​ທ່ຽວ​ຊຸມ​ຊົນ​ຢູ່ ກາວບັ່ງ

ນາງ ຫງວຽນທິເຟືອງ, ເຈົ້າຂອງ Tay’s homestay. (ພາບ:ເຍີດແອງ)

ເຂົ້າ​ມາ​ດຳ​ເນີນ​ທຸລະ​ກິດ​ homestay ​ແຕ່​ປີ 2022, ​ນາງ ຫງວຽນ​ທິ​ເຟືອງ (​ຢູ່​ບ້ານ​ ບ້ານ​ຢົກ, ​ເມືອງ ດ່າມຖຸຍ, ແຂວງ ກາວ​ບັ່ງ), ​ເຈົ້າ​ຂອງ​ Tay’s homestay, ໄດ້​ຮຽນ​ຮູ້ປະສົບການຈາກ​ບັນດາ​ຄອບຄົວທີ່ໄປກ່ອນ​ໃນ​ບ້ານ ແລະ ຫຼາຍ​ທ້ອງ​ຖິ່ນອື່ນໆ.

ໂດຍຮັກສາສະຖາປັດຕະຍະກຳເຮືອນຮ້ານຫີນຂອງຊາວໄຕ, ກະເບື້ອງຊ້ອນທັບກັນ, ເສົາເຮືອນໄມ້ 5 ຫ້ອງ, ຮາວລະບຽງໄມ້, ຂັ້ນໄດຫີນ... ແຕ່ທ່ານນາງ ເຟືອງ ກໍ່ໄດ້ຍົກລະດັບພື້ນຖານວັດຖຸ ເພື່ອນຳມາເຊິ່ງພື້ນທີ່ຊີວິດທີ່ສະດວກສະບາຍ ແລະ ມີເຄື່ອງໃຊ້ຢ່າງຄົບຖ້ວນໃຫ້ແຂກ. ຕາມ​ນັ້ນ​ແລ້ວ, ທ່ານນາງ​ຈຶ່ງ​ສ້າງ​ເຮືອນ​ໃຫ້​ສູງ​ຂຶ້ນ​ເພື່ອ​ບໍ່​ໃຫ້​​ຫົວແຂກຕຳ; ໃຊ້ເພດານສັງກະສີສອງຊັ້ນພາຍໃຕ້ກະເບື້ອງຊ້ອນທັບກັນ ເພື່ອຫຼີກລ້ຽງການໄຫຼຂອງນ້ໍາໃນລະດູພະຍຸຝົນຕົກ; ຖອກຊີມັງແລ້ວຕິດກະເບື້ອງທີ່ເຮັດດ້ວຍກະເບື້ອງລາຍໄມ້ເພື່ອບໍ່ໃຫ້ມີສຽງດັງຢູ່ພື້ນ. ນອກ​ນີ້, homestay ຍັງສະຫນອງບັນດາການເຄື່ອນໄຫວສຳຜັດວັດທະນະທຳ​ເຊັ່ນ​ ການ​ຮ້ອງ​ເພງ, ຫຼິ້ນດົນຕີ ແລະ ເຕັ້ນສາບ. ນັກ​ທ່ອງ​ທ່ຽວ​ໄປ​ຍັງ​ ຄ໋ວຍກີ ກໍ່ຈະໄດ້ເຂົ້າ​ຮ່ວມ​ວຽກ​ງານ​ປະ​ຈໍາ​ວັນ​ຂອງ​ຊາວ​ທ້ອງ​ຖິ່ນ​ເຊັ່ນ ເກັບກ່ຽວເຂົ້າ, ຈັບຫາປາ, ຫລື ສຳຜັດ trekking, ປີນພູ...

ນາງ​ ເຟືອງ​ ກ່າວວ່າ “ພວກຂ້າພະເຈົ້າທັງຮຽນ ທັງເຮັດວຽກ. ມື້ທີ່ບໍ່ມີແຂກມາ, ປະຊາຊົນກໍ່ເຮັດວຽກນາ, ຮັກສາການດຳລົງຊີວິດປະຈຳວັນ. ເມື່ອ homestay ມີແຂກມາຢາມຫຼາຍ, ແມ່ຍິງໃນໝູ່ບ້ານກໍ່ພ້ອມທີ່ຈະແລ່ນໄປຊ່ວຍເຫຼືອ. ລາຍ​ຮັບ​ສະ​ເລ່ຍ​ຂອງພະນັກງານ​ຢູ່ homestay ແມ່ນ​ປະ​ມານ 6,1 ລ້ານ​ດົ່ງ/ເດືອນ. ໃນໄລຍະມີແຂກເປັນຈຳໜ່ວຍຫຼວງຫຼາຍ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ ເຊົ່າ​ຊາວ​ບ້ານ​ໄປ​ເຮັດ​ວຽກຕາມຊົ່ວ​ໂມງ​ ດ້ວຍ 350.000 ດົ່ງ/ຊົ່ວ​ໂມງ ຫຼື ​ເຮັດ​ວຽກ​ຕາມ show ລະອຽດດ້ວຍ​ແຕ່ 100.000 – 500.000 ດົ່ງ/show”.

ໝູ່​ບ້ານ​ຫີນ​ ຄ໋ວຍກີ: ຈຸດ​ພົ້ນ​ເດັ່ນ​ໃນການ​ທ່ອງ​ທ່ຽວ​ຊຸມ​ຊົນ​ຢູ່ ກາວບັ່ງ

ແມ່ຍິງຢູ່ ຄ໋ວຍກີ ຮັກສາສະໂມສອນ. (ພາບ: Tay's homestay)

ການເຄື່ອນໄຫວການທ່ອງທ່ຽວຊຸມຊົນ ໄດ້ສ້າງວຽກເຮັດ ແລະ ລາຍຮັບທີ່ໝັ້ນຄົງໃຫ້ແກ່ແມ່ຍິງບ້ານ ຄ໋ວຍກີ, ຊ່ວຍໃຫ້ເຂົາເຈົ້າມີລາຍຮັບເພີ່ມຈາກການເຂົ້າຮ່ວມບັນດາການເຄື່ອນໄຫວໃນບໍລິການທ່ອງທ່ຽວເຊັ່ນ ຂັບແທ່ນ, ຕີພິນຕິ໋ງ... ສິ່ງ​ດັ່ງກ່າວ​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່ ​ແລະ ອະນຸລັກ​ຮັກສາ​ວັດທະນະທຳພື້ນເມືອງ​ຂອງ​ຊາວ​ເຜົ່າ​ໄຕ ​ຢູ່​ບ້ານຢົກ.

ຕາມ​ທ່ານ ​ເລືອງວັນ​ລາ, ຫົວໜ້າຫ້ອງວັດທະນະທຳ ​ແລະ ຂໍ້ມູນເມືອງ ຈູ່ງແຄັງ ແລ້ວ, ມາ​ຮອດ​ປະຈຸ​ບັນ ຢູ່​ບ້ານ ຄ໋ວຍກີ ມີ homestay 17 ຫຼັງ, ໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຂຶ້ນ​. ຮອດ​ປີ 2023, ທົ່ວ​ເມືອງ ຈູ່ງແຄັງ ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ເກືອບ 1 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ​ ສະເພາະໝູ່​ບ້ານ​ຫີນ ຄ໋ວຍກີ ​ໄດ້ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ປະມານ 5.000 ເທື່ອຄົນ, ດ້ວຍກວ່າ 20% ​ແມ່ນ​ແຂກ​ສາກົນ. ການ​ພັດທະນາຮູບ​ແບບ​ການ​ທ່ອງ​ທ່ຽວ​ຊຸມ​ຊົນ​ຢູ່​ຄ໋ວຍກີ ປະສົບ​ຜົນສຳ​ເລັດ ​ໄດ້​ປະກອບສ່ວນ​ບໍ່ໜ້ອຍເຂົ້າ​ໃນ​ການ​ພັດທະນາ​ການທ່ອງທ່ຽວ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ຕາ​ແສງ ດ່າມຖຸຍ. ໄລ່ຮອດ​ທ້າຍ​ປີ 2020, ອັດຕາ​ຄອບຄົວ​ທຸກ​ຍາກ​ໃນ​ຕາ​ແສງ​ມີ​ພຽງ 8,9%.

ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງຕາມບັນດາຄຸນຄ່າວັດທະນະທໍາພື້ນເມືອງ, ທ່ານ ລາ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ເມືອງ ຈູ່ງແຄັງ ຈະສືບຕໍ່ຈັດຕັ້ງຊຸດອົບຮົມການຕ້ອນຮັບ, ແຕ່ງກິນ, ຫ້ອງຮຽນພາສາອັງກິດໄລຍະສັ້ນ ເພື່ອໃຫ້ປະຊາຊົນເຂົ້າເຖິງ ແລະ ເຊີນແຂກມາທ່ອງທ່ຽວ. ເມືອງຍັງໄດ້ສົມທົບກັບອົງການ ສວນສາທາລະນະທໍລະນີສາດທົ່ວໂລກ UNESCO ພູຜາແມ່ນ້ຳລຳເຊ ກາວບັ່ງ ເພື່ອແນະນຳ​ປະຊາຊົນ​ສ້າງ​ຄະນະ​ຄຸ້ມ​ຄອງ​ການທ່ອງທ່ຽວ​ຊຸມ​ຊົນ, ສ້າງຄະນະສີລະປະ ແລະ ຈັດຕັ້ງຮູບແບບການຈັດປະເພດສິ່ງເສດເຫຼືອ ເພື່ອເກັບ ແລະ ບໍາບັດສິ່ງເສດເຫຼືອ.

​ເຍື່ອງ​ອາ​ຫານ ​ແລະ ວັນນະຄະດີ ​ຫວຽດນາມ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ຝຣັ່ງ ​ເຍື່ອງ​ອາ​ຫານ ​ແລະ ວັນນະຄະດີ ​ຫວຽດນາມ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ຝຣັ່ງ

ຍສໝ - ວັນ​ທີ 15 ມິຖຸນາ​, ຄືຈຸດນັດ​ພົບ​ທີ່ໄດ້​ຈັດ​ຕັ້ງແຕ່ລະປີ​ທີ່ກາງສະໜາມຫຼວງ Monge ຢູ່ເມືອງ 5 ຢູ່​ນະຄອນຫຼວງ ປາຣີ (ຝຣັ່ງ), ວັນບຸນອາຫານ ​ແລະ ວັນນະຄະດີ ຫວຽດນາມ ດ້ວຍຊື່ວ່າ “Ici Vietnam Festival” ​ຄັ້ງ​ທີ່ 4 ໄດ້​ສືບຕໍ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ ຝຣັ່ງ ​ແລະ ...

ສູ້​ຊົນ​ສ້າງ​ທັດສະນິຍະພາບ​ນ້ຳ​ຕົກຕາດ​ບ້ານ​ຢົກ (ຫວຽດ​ນາມ) - ດຶກ​ທຽນ (ຈີນ) ​ໃຫ້​ເປັນ​ຕົວ​ແບບ​ການ​ທ່ອງ​ທ່ຽວ​ຂ້າມ​ຊາຍ​ແດນ ສູ້​ຊົນ​ສ້າງ​ທັດສະນິຍະພາບ​ນ້ຳ​ຕົກຕາດ​ບ້ານ​ຢົກ (ຫວຽດ​ນາມ) - ດຶກ​ທຽນ (ຈີນ) ​ໃຫ້​ເປັນ​ຕົວ​ແບບ​ການ​ທ່ອງ​ທ່ຽວ​ຂ້າມ​ຊາຍ​ແດນ

ຍສໝ - ນີ້​ແມ່ນ​ຄຳ​ເຫັນ​ຂອງ ​ທ່ານ ຮວ່າງ​ຊວນ​ແອັງ, ປະທານ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ກາວ​ບັ່ງ ທີ່ກອງກອງປະຊຸມຮ່ວມກັບ​ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ​ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍດໍາເນີນການທົດ​ລອງເຂດທັດສະນິຍະພາບນ້ຳຕົກຕາດບ້ານຢົກ (ຫວຽດນາມ) - ດຶກທຽນ (ຈີນ) ເມື່ອບໍ່ດົນມານີ້.

ມີງດຶກ

ເຫດການ
302 Found

Found

The document has moved here.