ການທ່ອງທ່ຽວ ຫວຽດນາມ ແມ່ນ “ດວງດາວທີ່ກຳລັງພົ້ນເດັ່ນຂຶ້ນ” ຢູ່ ອີຕາລີ

16:57 | 02/07/2024

ຍສໝ - ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ນາງ Alessandra Priante, ຜູ້​ອຳ​ນວຍ​ການ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ ອີ​ຕາ​ລີ (ENIT) ທີ່​ລາຍການ​ແນະ​ນຳການ​ທ່ອງ​ທ່ຽວ​ ຫວຽດ​ນາມ ໂດຍ​ກົມການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດ​ນາມ ສົມທົບ​ກັບ​ສະ​ຖານ​ທູດ ​ຫວຽດ​ນາມ ປະ​ຈຳ ອີ​ຕາ​ລີ, ຈັດຂຶ້ນໃນວັນ​ທີ 27 ມີຖຸນາ, ຢູ່​ນະ​ຄອນ Milan (ອິຕາລີ).

ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວັນບຸນກົງສຸນ Lyon 2024
ຫວຽດນາມ ຈະ​ເປີດ​ຫ້ອງການ​ສົ່ງ​ເສີມ​ການທ່ອງທ່ຽວ​ແຫ່ງ​ທຳ​ອິດ​ຢູ່ ​ລາວ

​ເຂົ້າ​ຮ່ວມ​ເຫດການດັ່ງກ່າວ ​ມີ​ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ການທ່ອງ​ທ່ຽວ, ສະມາຄົມ​ທ່ອງ​ທ່ຽວ, ​ໂຮງ​ແຮມ, ​ແລະ ສາຍ​ການບິນ​ຂອງ ອີ​ຕາ​ລີ ​ແລະ ຫວຽດນາມ.

ກ່າວ​ຄຳ​ປາໄສ​ທີ່​ພິ​ທີ, ທ່ານ ຫງວຽນ​ຈູງ​ແຂ໋ງ, ຫົວໜ້າ​ກົມ​ການທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ ​ໃຫ້​ຮູ້​ວ່າ: ອີ​ຕາ​ລີ ​ແມ່ນທ້ອງ​ຕະຫຼາດ​ດັ້ງ​ເດີມ ​ແລະ ສຳຄັນແຖວໜ້າ​ຂອງ​ການທ່ອງທ່ຽວ ຫວຽດນາມ ຢູ່ ​ເອີ​ລົບ. ​ໃນ​ປີ 2023, ຫວຽດນາມ ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ ​ອີ​ຕາ​ລີ​ ປະມານ 57.000 ຄົນ, ບັນລຸ​ມາດຕາສ່ວນການ​ຟື້ນ​ຟູ​ກ່ວາ 80% ​ເມື່ອ​ທຽບ​ໃສ່​ໄລຍະ​ກ່ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.

ຕາມ​ທ່ານ ຫງວຽນ​ຈຸງ​ແຂ໋ງ ແລ້ວ, ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ອຸດົມສົມບູນ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ທຳ​ມະ​ຊາດ, ວັດທະນະທຳ, ມີ​ບັນດາ​ຜະລິດ​ຕະພັນດ້ານການ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ​ໃຫມ່, ມີ​ທ່າ​ໄດ້​ປຽບ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ​ການທ່ອງທ່ຽວ. ການທ່ອງທ່ຽວ​ກະສິກຳ, ການທ່ອງ​ທ່ຽວ​ຊຸມ​ຊົນອີງໃສ່ທຳມະຊາດ ​ແລະ ລົງທັດສະນະຕົວຈິງ​ດ້ານວັດທະນະທຳ, ວັດທະນະທຳ​ໝູ່​ບ້ານ​ຫັດຖະກຳ​ພື້ນ​ເມືອງ, ບັນດາງານ​ບຸນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ພິເສດ, ອາຫານ​ທີ່​ມີ​ຊື່​ສຽງ​ຂອງ ​ຫວຽດນາມ ​ເຊັ່ນ: ເຝີ, ແນມ, ເຂົ້າປູ້ນຊີ້ນປີ້ງ, ​ເຂົ້າ​ຈີ່... ​ແມ່ນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວ​ສາກົນ.

ທ່ານໄດ້ຢືນຢັນວ່າ ລາຍການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ ອີຕາລີ ແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດທ່ອງທ່ຽວຂອງ 2 ປະເທດແບ່ງປັນຂໍ້ມູນຂ່າວສານອັບເດດ, ມຸ່ງໄປເຖິງການຮ່ວມມືດຳເນີນທຸລະກິດ, ເພີ່ມທະວີການແລກປ່ຽນການທ່ອງທ່ຽວ, ກະກຽມໃຫ້ແກ່ໄລຍະໃໝ່, ພັດທະນາເຂັ້ມແຂງກວ່າ. ສາຍການບິນໂດຍກົງສະດວກ, ຂັ້ນຕອນການເຂົ້າອອກເມືອງງ່າຍດາຍ, ແຫຼ່ງທ່ອງທ່ຽວ ແລະ ຜະລິດຕະພັນການທ່ອງທ່ຽວທີ່ດຶງດູດ, ການຕ້ອນຮັບອັນອົບອຸ່ນຂອງປະຊາຊົນແມ່ນເງື່ອນໄຂທີ່ເໝາະສົມເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວລະຫວ່າງສອງປະເທດ.

ການທ່ອງທ່ຽວ ຫວຽດນາມ ແມ່ນ “ດວງດາວທີ່ກຳລັງພົ້ນເດັ່ນຂຶ້ນ” ຢູ່ ອີຕາລີ

ວິ​ສາ​ຫະ​ກິດ ​ຫວຽດ​ນາມ ແລະ ອີ​ຕາ​ລີ ໄດ້​ແລກ​ປ່ຽນ​ທີ່ລາຍການແນະ​ນຳ​ການ​ທ່ອງ​ທ່ຽວ​ ຫວຽດ​ນາມ ຢູ່ ອີ​ຕາ​ລີ.

ທ່ານ​ນາງ Alessandra Priante, ຜູ້ອຳນວຍການ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ ອີ​ຕາ​ລີ (ENIT), ຕີ​ລາຄາ​ວ່າ: ການທ່ອງທ່ຽວ ຫວຽດນາມ ​ແມ່ນ “ດວງດາວທີ່ກຳລັງ​ຂຶ້ນ” ຢູ່ ອີ​ຕາ​ລີ. ໃນເວລາທີ່ຜ່ານ​ມາ, ສະຖານທູດ ​ຫວຽດນາມ ປະຈຳ ອີ​ຕາ​ລີ ​ໄດ້​ດຳ​ເນີນ​ຫຼາຍ​ກິດຈະກຳ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ໂຄສະນາ​ການທ່ອງທ່ຽວ​ຢູ່​ບັນດາ​ທ້ອງ​ຖິ່ນ​ຄື: ການ​ພິມ​ຮູບ​ຖ່າຍ​ໂຄສະນາ​ການທ່ອງທ່ຽວ ​ຫວຽດນາມ ຢູ່​ທາງ​ລົດ​ໄຟຟ້າ Milan, ລົດ Ferrari ຢູ່ Macerata, ມອບ​ປຶ້ມ, ມອບ​ຮູບ​ເງົາ, ​ແຈກ​ຢາຍ​ເຄື່ອງ​ປັ້ນດິນ​ເຜົາ. .

ຕາມ​ທ່ານ​ນາງ Alessandra Priante ແລ້ວ, ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ຮັບ​ການ​ຊົມເຊີຍ ​ແລະ ການ​ສະໜັບສະໜູນ​ຈາກ​ປະຊາຊົນ​ ອີ​ຕາ​ລີ. ນາງສະ​ເໜີ​ໃຫ້​ລັດຖະບານ​ຂອງ​ສອງ​ປະ​ເທດ​ພິຈາລະນາ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ສອງ​ຝ່າຍ​ໃນ​ໄລຍະ​ໃໝ່ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ສະ​ເໜີ​ໃຫ້​ການ​ນຳ​ຂອງ​ສອງ​ປະ​ເທດ​ຊຸກຍູ້​ສາຍ​ການບິນ​ໂດຍ​ກົງ​ຈາກ​ຫວຽດນາມ ​ໄປ ​ອີ​ຕາ​ລີ​ ໂດຍ​ໄວ, ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ ແລະ ​ການທ່ອງທ່ຽວລະຫວ່າງສອງ​ປະ​ເທດ.

ທີ່​ເຫດການ, ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ອີ​ຕາ​ລີ ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ ​ແລະ ​ໄດ້​ຕັ້ງ​ຄຳ​ຖາມ​ຫຼາຍ​ຢ່າງ ​ເພື່ອແນໃສ່​ບັນດາ​ນະ​ໂຍບາຍ ​ແລະ ​ແຮງ​ຈູງ​ໃຈ​ດ້ານ​ການທ່ອງທ່ຽວ​ຢູ່ ຫວຽດນາມ ​ໃຫ້​ຈະແຈ້ງກວ່າ. ທ່ານ ຫງວຽນ​ຈຸງ​ແຂ໋ງ ໄດ້ຕອບບັນດາ​ຄຳ​ຖາມ ພ້ອມ​ທັງ​ແນະນຳ​ບາງ​ນະ​ໂຍບາຍ​ໃໝ່​ຂອງ​ລັດຖະບານ ຫວຽດນາມ ​ເພື່ອແນໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ສາກົນ​ ເວົ້າ​ລວມ ​ແລະ ນັກ​ທ່ອງ​ທ່ຽວ​ມາ​ຈາກ ອີ​ຕາ​ລີ ເວົ້າ​ສະ​ເພາະ.

ການທ່ອງທ່ຽວ ດ້ຽນບຽນ ເລີ່ມຕົ້ນສີສັນໃໝ່ ການທ່ອງທ່ຽວ ດ້ຽນບຽນ ເລີ່ມຕົ້ນສີສັນໃໝ່

ຍສໝ - ແຕ່​ວັນ​ທີ 8 – 18 ກຸມພາ (ຄື​ແຕ່​ວັນ​ທີ 29 ເດືອນ 12 ຫາ​ວັນ​ທີ 9 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ), ຈຳນວນ​ນັກ​ທ່ອງ​ທ່ຽວໃນບໍລິເວນແຂວງ ດ້ຽນບຽນ ໄດ້ເພີ່ມ​ຂຶ້ນ 3,8 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023.

ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃນ​ກຸ່ມ​ອາ​ຊຽນ ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃນ​ກຸ່ມ​ອາ​ຊຽນ

ຍສໝ - ວັນ​ທີ 23 ມັງກອນ​ນີ້, ກອງ​ປະຊຸມ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ອາ​ຊຽນ ຄັ້ງ​ທີ 59 ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ.

ມິງດຶກ

ເຫດການ
302 Found

Found

The document has moved here.