ຫວຽດນາມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​​ສະມັດຊາໃຫຍ່ສົນທິສັນຍາປີ 2003 ກ່ຽວກັບການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸ.

08:53 | 13/06/2024

ຍສໝ - ວັນ​ທີ 11 ມິຖຸນາ, ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງສະມັດຊາໃຫຍ່ສົນທິສັນຍາ​ປີ 2003 ກ່ຽວກັບການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸທີ່​ດຳ​ເນີນ​ຢູ່ ​ຝຣັ່ງ, ຫວຽດນາມ ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ສູງ ທີ່ໄດ້ຮັບການເລືອກຕັ້ງເປັນ​ຮອງ​ປະທານ​ສະມັດຊາໃຫຍ່ສົນທິສັນຍາປີ 2003 ຈາກ​ບັນດາ​ປະ​ເທດ​ສະມາຊິກ​.

ທ່ານ ປະທານ​ກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ​ໄດ້​ສຳ​ຜັດຕົວຈິງ​ກັບເຕັກນິກ​ການ​ຍ້ອມ​ຜ້າ​ຂອງ​ຊາວ ຢ້າວ​ຕຽນ
ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ

ດ້ວຍ​ການໄດ້ຮັບການ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​ສະມັດຊາໃຫຍ່ສົນທິສັນຍາປີ ​​2003 ກໍ່ໄດ້ຍົກຈຳນວນ​ກົນ​ໄກ​ສຳຄັນ​ຂອງ UNESCO ທີ່ ຫວຽດນາມ ​ເຂົ້າ​ຮ່ວມ​​ຂຶ້ນ​ເປັນຕົວເລກທີ 6 (ສະມາຊິກ​ຄະນະ​ກຳມະການ​ມໍລະດົກ​ໂລກ ​ແລະ ສະພາບໍລິຫານ​ງານ UNESCO, ຮອງ​ປະທານ​ສະມັດຊາໃຫຍ່ UNESCO, ຮອງ​ປະທານ​ຄະນະ​ກຳມະການລະຫວ່າງລັດຖະບານສົນທິສັນຍາປີ 2005 ກ່ຽວກັບການປົກປັກຮັກສາ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍຂອງບັນດາການສະແດງອອກທາງດ້ານວັດທະນະທໍາ, ຮອງປະທານຄະນະກໍາມະການລະຫວ່າງລັດຖະບານ ແລະ ຮອງປະທານສະມັດຊາໃຫຍ່ສົນທິສັນຍາປີ 2003).

ຫວຽດນາມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​​ສະມັດຊາໃຫຍ່ສົນທິສັນຍາປີ 2003 ກ່ຽວກັບການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸ.

ຄະນະ​ຜູ້​ແທນ ​ຫວຽດນາມ ໂດຍ​ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່າກິມຫງອກ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ​ຫວຽດນາມ (ຢູ່ກາງ) ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ​ສະມັດຊາໃຫຍ່ສົນທິສັນຍາປີ 2003 ກ່ຽວກັບການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸ. (ພາບ: TTXVN).

ໃນ​ຖານະ​ທີ່​ເປັນ​ຜູ້​ບໍລິຫານ, ຫວຽດນາມ ຈະ​ເຂົ້າ​ຮ່ວມ​ໃນ​ຂະ​ບວນການ​ກໍ່ສ້າງ​ໂດຍ​ກົງ, ຜ່ານ​ບັນດາ​ຂໍ້ກຳນົດທີ່​ສຳຄັນ​ຂອງ UNESCO ກ່ຽວ​ກັບ​ວັດທະນະທຳ, ປະກອບສ່ວນ​ເຂົ້າໃນການປະຕິບັດ​ບັນດາເປົ້າໝາຍຂອງ​ສົນທິສັນຍາ​ປີ 2003 ໃຫ້ສົມບູນກວ່າອີກ.ຍາດແຍ່ງເອົາບັນດາ​ໂຄງການ, ​ແຜນການ, ຂໍ້​ລິ​ເລີ່ມ​ຂອງ UNESCO ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາປະເທດຊາດ, ຮັກສາ ​ແລະ ເສີມຂະຫຍາຍຄຸນຄ່າ​ມໍລະດົກ, ຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ຊາດ, ປະຊາຊົນ​ໃນ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ໃນ​ລະດັບ​ທົ່ວໂລກ.

ກ່າວ​ຄຳປາໄສທີ່ວາລະປະ​ຊຸມທີ່ພິທີ​ເປີດຄົບຄະນະຂອງກອງ​ປະຊຸມ​ຄັ້ງ​ທີ 10, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່າກິມຫງອກ ໃຫ້​ຮູ້​ວ່າ ຫວຽດນາມ ດ້ວຍມໍລະດົກ​ວັດທະນະທຳ​ບໍ່ເປັນວັດຖຸ 15 ແຫ່ງ ໄດ້​ຮັບ​ການ​ຈົດ​ທະບຽນ ແລະ ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸລະດັບຊາດ 550 ແຫ່ງນັ້ນ, ຍາມ​ໃດ​ກໍ່​ມີ​ຄວາມເອົາ​ໃຈ​ໃສ່ໃນ​ການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸ, ກໍ່ສ້າງ ​ແລະ ເຮັດໃຫ້ນະໂຍບາຍ, ກົດໝາຍ​ແຫ່ງ​ຊາດສຳເລັດສົມບູນຢ່າງບໍ່ຢຸດຢັ້ງ ແລະ ຫວ່າງ​ມໍ່ໆ​ມາ​ນີ້ ແມ່ນໂຄງການ​ເປົ້າໝາຍແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ວັດທະນະທຳ ​ຮອດ​ປີ 2045 ແລະ ກົດໝາຍ​ວ່າ​ດ້ວຍ​ມໍລະດົກ​ວັດທະນະທຳ​ສະບັບ​ປັບປຸງ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່າກິມຫງອກ ກໍ່ໄດ້ສະເໜີ UNESCO ແລະ ບັນດາປະເທດສະມາຊິກຕ້ອງສືບຕໍ່ເພີ່ມທະວີການຮ່ວມມືສາກົນ, ຜັນຂະຫຍາຍສົນທິສັນຍາຢ່າງມີປະສິດທິຜົນ, ບຸລິມະສິດແບ່ງປັນປະສົບການ, ເພີ່ມທະວີກຳລັງຄວາມ​ສາມາດ​ໃຫ້ແກ່ບັນດາປະເທດພວມພັດທະນາ, ບັນດາ​ປະ​ເທດ​ອາ​ຟຣິກາ, ກຸ່ມ​​ເກາະ​ນ້ອຍທີ່ພວມພັດທະນາ, ຊຸກຍູ້​ການເຂົ້າຮ່ວມ ແລະ ​ປະກອບສ່ວນ​ຂອງ​ຊຸມ​ຊົນ, ​ແມ່ຍິງ ​ແລະ ຊາວ​ໜຸ່ມ.

ບັນດາ​ປະ​ເທດ​ສະມາຊິກ​ສົນທິສັນຍາ​ປີ 2003 ໄດ້ຕີ​ລາຄາ​ສູງ​ບັນດາ​ປະສົບ​ການ, ຄວາມ​ຮູ້ຄວາມເຂົ້າໃຈ ແລະ ຄວາມ​ມານະ​ພະຍາຍາມ​ຂອງ ​ຫວຽດນາມ ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍມໍລະດົກ​ວັດທະນະທຳ​ບໍ່ເປັນວັດຖຸ ທັງ​ດ້ານ​ທິດ​ສະ​ດີ, ກົດໝາຍ ​ແລະ ການປະຕິບັດຕົວຈິງ.

ຫວຽດນາມ​ ໄດ້​ຮັບ​ການ​ເລືອກ​ເປັນ 'ຖານທັບແນວໜ້າ' ​ໃຫ້​ບັນດາ​ບໍລິສັດ​ເຄິ່ງຊັກນຳໄຟຟ້າໃນ​ທົ່ວ​ໂລກ. ຫວຽດນາມ​ ໄດ້​ຮັບ​ການ​ເລືອກ​ເປັນ 'ຖານທັບແນວໜ້າ' ​ໃຫ້​ບັນດາ​ບໍລິສັດ​ເຄິ່ງຊັກນຳໄຟຟ້າໃນ​ທົ່ວ​ໂລກ.

ຍສໝ - ໜ້າເວບໄຊ Meil Kyungjae (ສ.​ເກົາຫຼີ) ​ໃຫ້​ຄຳ​ເຫັນ​ວ່າ ເມື່ອ​ ຫວຽດນາມ​ ກາຍ​ເປັນ “ພະວິຫານ” ຂອງ​ຂະ​ບວນການຫຼັງການ​ຜະລິດທາດເຄິ່ງຊັກນຳໄຟຟ້າ​ທົ່ວ​ໂລກ, ທ້ອງຕະຫຼາດຫຼັກຊັບ​ກໍ່​ຮ້ອນ​ຂຶ້ນພ້ອມ.

ຫວຽດ​ນາມ ຈັດ​ສົ່ງ​ນາຍ​ທະ​ຫານຕື່ມ​ອີກ 4 ສະ​ຫາຍ ໄປ​ເຂົ້າ​ຮ່ວມ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຫວຽດ​ນາມ ຈັດ​ສົ່ງ​ນາຍ​ທະ​ຫານຕື່ມ​ອີກ 4 ສະ​ຫາຍ ໄປ​ເຂົ້າ​ຮ່ວມ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ຍສໝ - ທ່ານພົນໂທ ຮວ່າງຊວນຈ໊ຽນ ເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີ ແລະຄວາມມານະພະຍາຍາມສູງ, ນາຍທະຫານ 4 ສະຫາຍຈະປະຕິບັດໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເຊິ່ງພັກ, ລັດ ແລະກອງທັບມອບໝາຍໃຫ້ໄດ້ເປັນຢ່າງດີ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.