ສູ້​ຊົນ​ສ້າງ​ທັດສະນິຍະພາບ​ນ້ຳ​ຕົກຕາດ​ບ້ານ​ຢົກ (ຫວຽດ​ນາມ) - ດຶກ​ທຽນ (ຈີນ) ​ໃຫ້​ເປັນ​ຕົວ​ແບບ​ການ​ທ່ອງ​ທ່ຽວ​ຂ້າມ​ຊາຍ​ແດນ

ສູ້​ຊົນ​ສ້າງ​ທັດສະນິຍະພາບ​ນ້ຳ​ຕົກຕາດ​ບ້ານ​ຢົກ (ຫວຽດ​ນາມ) - ດຶກ​ທຽນ (ຈີນ) ​ໃຫ້​ເປັນ​ຕົວ​ແບບ​ການ​ທ່ອງ​ທ່ຽວ​ຂ້າມ​ຊາຍ​ແດນ

00:00 | 30/05/2024

ສູ້​ຊົນ​ສ້າງ​ທັດສະນິຍະພາບ​ນ້ຳ​ຕົກຕາດ​ບ້ານ​ສົກ (ຫວຽດ​ນາມ) - ດຶກ​ທຽນ (ຈີນ) ​ໃຫ້​ເປັນ​ຕົວ​ແບບ​ການ​ທ່ອງ​ທ່ຽວ​ຂ້າມ​ຊາຍ​ແດນ

ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ ຫວຽດ​ນາມ ເລີ່ມຕົ້ນສີສັນໃໝ່​ຢູ່ສະໜາມຫຼິ້ນ​ສາ​ກົນ?
ລາວ ​ແລະ ​ໄທ ເລີ່ມ​ທົດລອງແລ່ນລົດ​ໄຟ​ຂ້າມ​ຊາຍ​ແດນ​ໃໝ່

ນີ້​ແມ່ນ​ຄຳ​ເຫັນ​ຂອງ ​ທ່ານ ຮວ່າງ​ຊວນ​ແອັງ, ປະທານ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ກາວ​ບັ່ງ ທີ່ກອງກອງປະຊຸມຮ່ວມກັບ​ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ​ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍດໍາເນີນການທົດ​ລອງເຂດທັດສະນິຍະພາບນ້ຳຕົກຕາດບ້ານຢົກ (ຫວຽດນາມ) - ດຶກທຽນ (Detian, ຈີນ) ເມື່ອບໍ່ດົນມານີ້.

Phấn đấu xây dựng khu cảnh quan thác Bản Giốc (Việt Nam) - Đức Thiên (Trung Quốc) thành mô hình kiểu mẫu du lịch qua biên giới

ຕາມ​ບົດ​ລາຍ​ງານ​ທີ່​ການເຮັດວຽກ, ພາຍຫຼັງ 8 ​ເດືອນ​ທີ່ດຳ​ເນີນ​ການ​ທົດ​ລອງ​ເຂດ​ທັດສະນິຍະພາບ​ນ້ຳຕົກຕາດ​ບ້ານຢົກ (ຫວຽດນາມ) - ດຶກ​ທຽນ (ຈີນ) ​​ຍັງຄົງຮັກສາຈຳນວນ​ນັກ​ທ່ອງ​ທ່ຽວສອງຝ່າຍທີ່ເດີນທາງໄປທັດສະນະທ່ອງ​ທ່ຽວ, ​ສັງລວມຈໍານວນນັກທ່ອງທ່ຽວສອງຝ່າຍແຕ່ວັນທີ 15 ກັນຍາ 2023 ຫາວັນທີ 13 ພຶດສະພາ 2024 ມີ 8.458 ເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວຈາກຝ່າຍຫວຽດນາມ ໄປຈີນ 4.323 ເທື່ອຄົນ; ນັກ​ທ່ອງ​ທ່ຽວ​ຈາກ​ຈີນ​ໄປ​ຫວຽດ​ນາມ​ມີ 4.135 ເທື່ອຄົນ. ວຽກງານປ້ອງກັນຄວາມສະຫງົບ; ການກວດກາ ແລະ ຄຸ້ມຄອງຄົນເຂົ້າເມືອງຢູ່ດ່ານຊາຍແດນບ້ານຢົກ (ຫວຽດນາມ) - ດຶກທຽນ (ຈີນ) ມີບັນດາກອງກໍາລັງທະຫານຊາຍແດນ, ດ່ານພາສີ, ດ່ານກັກກັນພະຍາດປະຕິບັດຕາມລະບຽບການ, ສ້າງເງື່ອນໄຂສະດວກໃຫ້ນັກທ່ອງທ່ຽວຂອງທັງສອງຝ່າຍເດີນທາງໄປມາຍັງເຂດທັດສະນິຍະພາບ​. ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ໂດຍສານນັກ​ທ່ອງ​ທ່ຽວ​ໄປ​ມາ​ຢູ່​ເຂດທັດສະນິຍະພາບ​​ແມ່ນ​ໄດ້ປະສານ​ສົມທົບ​ກັນ​ຂ້ອນຂ້າງເຂົ້າກັນໄດ້ດີ, ປະຕິບັດ​ຕາມ​ກົດໝາຍ​ຂອງ​ສອງ​ຝ່າຍ.

Chủ tịch UBND tỉnh Cao Bằng Hoàng Xuân Ánh phát biểu tại buổi làm việc. (Ảnh: caobang.gov.vn)  ທ່ານ​ ກາວ​ບັ່ງຮ່ວາງຊວນແອັງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ມີ​ຄຳ​ເຫັນ​ທີ່​ກອງ​ປະຊຸມ. (ພາບ: ກາວບັ່ງ ລັດຖະບານຫວຽດນາມ)

ທ່ານ​ ່ຮວາງຊວນແອັງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກາວ​ບັ່ງ ມີ​ຄຳ​ເຫັນ​ທີ່​ກອງ​ປະຊຸມ. (ພາບ: caobang.gov.vn)

ແຂວງ ກາວ​ບັ່ງ ​ໄດ້​ຕັ້ງໜ້າ ​ແລະ ເປັນເຈົ້າການໃນວຽກ​ພົບປະເຈລະຈາ ປຶກສາ​ຫາລື​ກັບ​ຝ່າຍ​ຈີນ ທຸກ​ຂັ້ນ ເພື່ອແນໃສ່ຍອມຮັບ, ຕີລາຄາ​ຢ່າງ​ກົງ​ໄປ​ກົງ​ມາ, ຕົວຈິງກ່ຽວກັບສະພາບການຜັນຂະຫຍາຍດໍາເນີນການທົດ​ລອງເຂດທັດສະນິຍະພາບນ້ຳຕົກຕາດບ້ານຢົກ (ຫວຽດນາມ) - ດຶກທຽນ (ຈີນ). ສຳເລັດການກໍ່ສ້າງພື້ນຖານໂຄງລ່າງຢູ່ເຂດທິວທັດທຳມະຊາດ, ມາຮອດປະຈຸບັນ, ໄດ້ບຸກເບີກບໍລິເວນພື້ນທີ່ຕີນນ້ຳຕົກ ແລະ ເຂດຫຼັກໝາຍ 834/1-835 ແລ້ວ; ມ້າງກະຕູບ, ຕູບມ້ຽນເຄື່ອງ, ຫ້ອງນໍ້າຊົ່ວຄາວ ແລະ ລານຈອດລົດຫຼາຍບ່ອນ. ກໍ່ສ້າງປະດັບປະດາບາງໂຄງການໃຫ້ສົມບູນແບບ; ດໍາເນີນການລົງທຶນກໍ່ສ້າງເສັ້ນທາງຫຼວງເລກທີ 206 ທີ່ມີຄວາມຍາວທັງໝົດ 24.5 ກິໂລແມັດ ເຊື່ອມຕໍ່ຈາກຕາແສງ ດ່າມຖຸ້ຍ, ເມືອງຈຸ່ງແຂງ ຫາດ່ານຊາຍແດນ ຫຼີວ້ານ. ​ໂຄງການ​ດັ່ງກ່າວ​ໄດ້​ສ້າງ​ສຳ​ເລັດ ​ແລະ ນຳ​ໃຊ້​ແຕ່​ປີ 2023 ​ເປັນຕົ້ນ​ມາ, ​ໄດ້​ຫຼຸດ​ຈຳນວນ​ລົດ​ບັນທຸກ​ຕູ້​ຄອນ​ເທນເນີ ​ແລະ ລົດ​ຂົນ​ສົ່ງ​ສິນຄ້າ​ໄປ​ເຖິງ​ດ່ານ​ຊາຍ​ແດນ ຫຼີວ້ານ ໂດຍບໍ່​ເຂົ້າ​ຜ່ານເຂດ​ທ່ອງ​ທ່ຽວ​ນ້ຳ​ຕົກ​ບ້ານ​ຢົກ.

ປະຈຸ​ບັນ, ​ແຂວງກາວ​ບັ່ງ ກໍາລັງລົງທຶນຜັນຂະຫຍາຍໃນການ​ກໍ່ສ້າງ 3 ​ໂຄງການຢູ່​ເຂດທັດສະນິຍະພາບດ້ວຍເງິນລົງ​ທຶນ 3.218 ຕື້​ດົ່ງ ​ເພື່ອການລົງທືນຂອງຄະນະ​ຄຸ້ມ​ຄອງ​ເຂດ​ທ່ອງ​ທ່ຽວ​ນ້ຳ​ຕົກ​ຕາດບ້ານຢົກ, ລົງທຶນ​ເຂົ້າ​ໃນ​ບັນດາ​ລາຍການຕ່າງໆ​ຄື: ​ເຂດ​ບໍລິການທ່ອງທ່ຽວ​ຊົ່ວຄາວ ​ແລະ ລາຍການເສີມຕື່ມຕ່າງໆ, ແຫຼ່ງທ່ອງທ່ຽວນ້ຳຕົກຕາດບ້ານຢົກ; ກໍ່ສ້າງຫ້ອງການປະຈຳຄະນະຄຸ້ມຄອງເຂດທ່ອງທ່ຽວນ້ຳຕົກຕາດບ້ານຢົກ ຊົ່ວຄາວ; ​ເຂດ​ບໍລິການ​ຊົ່ວຄາວ ​ແລະ ລາຍການເສີມຕື່ມຕ່າງໆ​ຢູ່​ເຂດຄຸ້ມຄອງ​ບ້ານຢົກ. ສຳລັບ​ບັນດາ​ໂຄງການ​ທີ່​ຄາດ​ວ່າ​ຈະ​ຜັນຂະຫຍາຍການກໍ່ສ້າງ, ​ແຂວງ​ໄດ້​ແຈ້ງ​ໃຫ້​ລັດຖະບານ ​ແລະ ບັນດາກະຊວງ ຂັ້ນ​ສູນ​ກາງ ສະໜັບສະໜູນແຫຼ່ງທຶນ​ງົບປະມານ​ສູນ​ກາງ​ໃຫ້​ແຂວງ ກາວ​ບັ່ງ ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ເຂດ​ທ່ອງ​ທ່ຽວ​ນ້ຳ​ຕົກ​ຕາດບ້ານຢົກ.

ແຂວງ ກາວບັ່ງ ສະເໜີໃຫ້ທຸກຂັ້ນທີ່ມີສິດອໍານາດ ເອົາໃຈໃສ່ຈັດວາງແຫຼ່ງທຶນເພື່ອຊ່ວຍເຫຼືອແຂວງລົງທຶນ, ພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ ດໍາເນີນການທົດ​ລອງເຂດທັດສະນິຍະພາບນ້ຳຕົກຕາດບ້ານຢົກ; ອະນຸມັດ “ໂຄງການກ່ຽວກັບກົນໄກນະໂຍບາຍສຳລັບເຂດທັດສະນິຍະພາບນ້ຳຕົກຕາດບ້ານຢົກ” ໄວກ່ອນກຳນົດ, ຮັບປະກັນເງື່ອນໄຂຕ່ຳສຸດເພື່ອຜັນຂະຫຍາຍໃຫ້ແກ່ການດຳເນີນງານຢ່າງເປັນທາງການກັບບັນດາໂຄງການກໍ່ສ້າງແຂວງທີ່ກໍາລັງຜັນຂະຫຍາຍຢູ່. ບັນດາ​ກະຊວງ, ຂະແໜງການ​ຄົ້ນຄວ້າກໍ່ສ້າງວິທີແກ້ໄຂຄວາມ​ຫຍຸ້ງຍາກ, ຂໍ້ຄົງຄ້າງ; ຊ່ວຍເຫຼືອແນະນໍາ ​ແລະ ຮຽກຮ້ອງ​ບັນດາ​ນັກ​ລົງທຶນ​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ສົນ​ໃຈ ​ເຂົ້າຮ່ວມລົງທຶນ​ພັດທະນາ​ການທ່ອງທ່ຽວ​ຢູ່​ເຂດ​ທັດສະນິຍະພາບ; ​ແລກປ່ຽນ, ​ຊຸກຍູ້​ຝ່າຍ​ຈີນ ຜັນຂະຫຍາຍ​ບັນດາລໍາດັບການດໍາເນີນ​ຂັ້ນຕອນ​ການ​ຕ່າງປະ​ເທດ ທີ່ກ່ຽວຂ້ອ​ງເຖິງ​ການ​ເຄື່ອນ​ໄຫວ​ທີ່ເປັນ​ທາງ​ການ.

Ông Thái Xuân Dũng, Phó Chủ nhiệm Ủy ban biên giới quốc gia, Bộ Ngoại giao phát biểu. (Ảnh: caobang.gov.vn)  ທ່ານ​ ຖາຍ​ຊວນ​ສຸງ, ຮອງ​ຫົວໜ້າຄະ​ນະ​ກຳ​ມະ​ການ​ຊາຍ​ແດນ​ແຫ່ງ​ຊາດ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ ມີຄໍາເຫັນ. (ພາບ: ກາວບັ່ງລັດຖະບານຫວຽດນາມ)

ທ່ານ​ ຖາຍ​ຊວນ​ຢຸງ, ຮອງ​ຫົວໜ້າຄະ​ນະ​ກຳ​ມະ​ການ​ຊາຍ​ແດນ​ແຫ່ງ​ຊາດ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ ຫວຽດນາມ ມີຄໍາເຫັນ. (ພາບ: caobang.gov.vn)

ໂດຍຕີ​ລາຄາ​ສູງ​ບັນດາຕໍ່ຄວາມມານະພະຍາຍາມ ແລະ ການຮັບຮູ້​ບັນດາຄໍາຄິດເຫັນນໍາສະເໜີສິ່ງ​ທີ່ສົມເຫດສົມຜົນ, ສະພາບຕົວຈິງຂອງແຂວງກາວບັ່ງ, ທ່ານ ​ຖາຍຊວນ​ຢຸງ, ຮອງ​ຫົວໜ້າ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ, ກະຊວງ​ການ​ຕ່າງປະ​ເທດ ໄດ້ກ່າວວ່າ: ຈະ​ສືບ​ຕໍ່​ຮ່ວມເດີນທາງ, ສະໜັບສະໜູນ, ຊ່ວຍເຫຼືອແຂວງແກ້ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້ຄົງຄ້າງ, ບັນລຸຜົນສຳ​ເລັດ​ຢ່າງ​ຕັ້ງໜ້າ ​ພາຍຫຼັງ 1 ປີ​ແຫ່ງ​ການ​ດຳ​ເນີນ​ການ​ທົດ​ລອງ​ໃຫ້​ນັກ​ທ່ອງ​ທ່ຽວ​ໄປມາຜ່ານ​ເຂດ​​ທັດສະນິຍະພາບ​ນ້ຳ​ຕົກ​ຕາດ​ບ້ານຢົກ (ຫວຽດນາມ) - ດຶກ​ທຽນ (ຈີນ). ນີ້​ຈະ​ແມ່ນ​ການ​ເປີດສາກໃຫ້​ການຮ່ວມ​ມືລະດັບ​ສູງ, ມີລະ​ດັບ​ວິຊາສະເພາະສູງ​ລະ​ຫວ່າງ​ສອງປະເທດ ຫວຽດ​ນາມ ແລະ ຈີນ; ສືບ​ຕໍ່​ຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ​ສີຂຽວ​ຂ້າມ​ຊາຍ​ແດນ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ການ​ຄ້າ, ​ແລກປ່ຽນ​ວັດທະນະທຳ, ​ຕອບ​ສະໜອງ​ຄວາມຮຽກຮ້ອງຕ້ອງການ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ໃຫ້ນັບມື້ນັບ​ດີ​ຂຶ້ນກວ່າເກົ່າ.

ທ່ານ ຮວ່າງຊວນແອັງ ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຫວັງເປັນຢ່າງຍິ່ງ​ວ່າ​ ບັນ​ດາ​ເນື້ອ​ໃນ​ທີ່​ໄດ້ປຶກ​ສາ​ຫາ​ລືກັນ ​ທີ່ການເຮັດວຍກນີ້ ​ຈະ​ໄດ້​ຮັບ​ການຜັນຂະຫຍາຍຢ່າງວ່ອງໄວ. ພ້ອມທັງໄດ້ມອບໝາຍໜ້າທີ່ຄວາມຮັບຜິດຊອບໃຫ້ບັນດາພະແນກ, ຂະແໜງການ, ໜ່ວຍງານ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ. ​ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຈະສືບ​ຕໍ່ເຮັດສໍາເລັດ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ, ເພີ່ມທະວີ​ການພົບປະ​ເຈລະຈາ​ກັບ​ຝ່າຍ​ຈີນ, ສູ້​ຊົນ​ນໍາເຂດທັດສະນິຍະພາບ​ນ້ຳ​ຕົກຕາດ​ບ້ານສົກ (ຫວຽດນາມ) - ດຶກ​ທຽນ (ຈີນ) ເຂົ້າສູ້​ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ຕາມ​ແຜນການ, ມຸ່ງ​ໄປ​ເຖິງ​ການ​ກໍ່ສ້າງ​ເຂດ​ທັດສະນີ​ຍະ​ພາບ​ໃຫ້​ກາຍ​ເປັນ​ຕົວ​ແບບ​ຂອງ​ການທ່ອງທ່ຽວ​ຂ້າມ​ຊາຍ​ແດນ ​ແລະ ການທ່ອງທ່ຽວ​ສີຂຽວ, ຊຸກຍູ້​ຄວາມ​ເຂົ້າ​ໃຈ, ພົບປະ​ແລກປ່ຽນ​ມິດຕະພາບ ​ແລະ ​ການຮ່ວມ​ມືຢ່າງແທ້ຈິງ ລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ ແລະ ທ້ອງຖິ່ນ ຈີນ.

THONGMY

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.