ຫວຽດນາມ ດຶງດູດນັກທ່ອງທ່ຽວ ເອີລົບ ໃນລະດູແລ້ງ

14:53 | 31/05/2024

ຍສໝ - ພື້ນຖານການທ່ອງທ່ຽວດີຈິຕອນ Agoda ໃຫ້ຮູ້ວ່າ ຫວຽດນາມ ຢືນອັນດັບທີ 3 ໃນບັນຊີລາຍຊື່ບັນດາຈຸດໝາຍປາຍທາງຂອງ ອາຊີ ທີ່ດຶງດູດນັກທ່ອງທ່ຽວຊາວ ເອີຣົບ ຫຼາຍທີ່ສຸດໂດຍອີງໃສ່ຈຳນວນຄັ້ງຂອງການຄົ້ນຫາທີ່ພັກ.

ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ລົງນາມໃນການຮ່ວມມືກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ລົງນາມໃນການຮ່ວມມືກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ
EuroCham: ວິສາຫະກິດ ເອີລົບ ຫາກໍ EuroCham: ວິສາຫະກິດ ເອີລົບ ຫາກໍ "ລົງທຶນ" ຕື່ມອີກ 100 ລ້ານ USD ຢູ່ ຫວຽດນາມ

ອີງຕາມຂໍ້ມູນການຄົ້ນຫາຈາກ Agoda ໃນເດືອນ ເມສາ 2024, ມາເລເຊຍ ໄດ້ຮັບຮູ້ຈຳນວນການຄົ້ນຫາເພີ່ມຂຶ້ນ 89%. ຍີ່ປຸ່ນ ​ຢືນ​ອັນ​ດັບ​ທີ 2 ດ້ວຍ​ອັດຕາ​ການ​ເຕີບ​ໂຕ 71% ​ເມື່ອ​ທຽບ​ໃສ່​ປີ​ກາຍ. ສະເພາະ ຫວຽດນາມ​ ຢືນ​ຢູ່​ອັນ​ດັບ​ທີ 3, ຮັບຮູ້ຈຳນວນການຄົ້ນຫາ​ເພີ່ມ​ຂຶ້ນ 66% ​ໃນ​ການ​ຄົ້ນ​ຫາຈາກ​ນັກ​ທ່ອງ​ທ່ຽວ​ ເອີ​ລົບ.

ຢູ່ ຫວຽດນາມ, 3 ຈຸດໝາຍປາຍທາງທີ່ນັກທ່ອງທ່ຽວຊາວ ເອີຣົບ ຄົ້ນຫາຫຼາຍທີ່ສຸດຄື: ນະຄອນ ໂຮ່ຈີມິນ, ໂຮ້ຍອານ ແລະ ຍາຈ່າງ ຍ້ອນມີການສົມທົບກັນຢ່າງກົມກຽວກັບການພັກຜ່ອນ, ການຜະຈົນໄພ ແລະ ວັດທະນະທຳ. ສາມ​ຈຸດ​ໝາຍປາຍທາງ​ແຫ່ງ​ນີ້ ກໍ່​ແມ່ນ​ທາງ​ເລືອກ​ທີ່​ດີ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ທີ່​ຢາກ​ມາ​ພັກຜ່ອນໄລຍະຍາວໃນຍາມພັກແລ້ງ​ຢູ່​ ຫວຽດ​ນາມ.

ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ ​ເອີ​ລົບ ​ເຂົ້າຄົ້ນຫາ ​ຫວຽດນາມ​ ຫຼາຍ​ກວ່າ​ໝູ່​ແມ່ນ​ມາ​ຈາກ​ ຝຣັ່ງ, ​ເຢຍລະ​ມັນ, ອັງກິດ, ​ໂຮ​ນລັງ ​ແລະ ​ແອ​ັດສະປາຍ.

ຫວຽດນາມ ດຶງດູດນັກທ່ອງທ່ຽວ ເອີລົບ ໃນລະດູແລ້ງ

ຫວຽດນາມ​ ຢືນ​ອັນ​ດັບ​ທີ 3 ​ໃນ​ບັນຊີລາຍຊື່ບັນດາຈຸດໝາຍປາຍທາງຂອງ ອາຊີ ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ເອີ​ລົບ​ ຫຼາຍ​ທີ່​ສຸດ​ໂດຍ​ອີງ​ໃສ່​ຈຳນວນຄັ້ງຂອງການ​ຄົ້ນຫາ​ທີ່​ພັກ.

ນອກຈາກ​ນັ້ນ, ​ເມື່ອ​ລະດູ​ແລ້ງ​ຂອງ ​ເອີ​ລົບ ​ໃກ້​ຈະ​ມາ​ເຖິງ, ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ ອາຊີ, ​ໃນ​ນັ້ນ​ມີ ຫວຽດນາມ, ບໍ່​ພຽງ​ແຕ່​ແມ່ນ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ນິຍົມ​ຢູ່​ນອກ ​ເອີ​ລົບ​ ເທົ່າ​ນັ້ນ ຫາກ​ຍັງເປັນການຢັ້ງຢືນເຖິງ​ການ​ເຕີບ​ໂຕ​ຢ່າງ​ແຮງນຳອີກ. Agoda ໄດ້ບັນທຶກການເຕີບໂຕ 52% ໃນການຄົ້ນຫາທີ່ພັກຂອງນັກທ່ອງທ່ຽວຊາວ ເອີຣົບ ໃນເດືອນ ເມສາ 2024 ສໍາລັບການເດີນທາງທ່ອງທ່ຽວໃນ ອາຊີ ຂອງເຂົາເຈົ້າໃນລະດູແລ້ງນີ້.

ບັນດາ​ປັດ​ໄຈ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ບັນດາ​ຈຸດໝາຍ​ປາຍທາງ​ຂອງ​ ອາຊີ​ ມີ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ທີ່​ມີ​ຄວາມ​ຕ້ອງການ​ໄປທ່ອງທ່ຽວ​ທີ່​ຫຼາຍຮູບແບບ. ນັກ​ທ່ອງ​ທ່ຽວ ​ເອີ​ລົບ ​ມັກ​ການ​ເດີນ​ທາງ​ໄປທ່ອງທ່ຽວ ​ອາ​ຊີ​ ເພາະ​ມັນມີການລົງພຶດຕິກຳຕົວຈິງໃນການທ່ອງທ່ຽວທີ່​ອຸດົມສົມ​ບູນ​, ຈາກຈັງຫວະ​ຊີ​ວິດ​ບົນຖະ​ຫນົນ​ທີ່​ຟົດຟື້ນ​, ບັນດາຮ່ອງຮອຍປະ​ຫວັດ​ສາດ​ທີ່​ຍາວ​ນານ... ຕະຫຼອດເຖິງສະ​ຖານ​ທີ່​ພັກຜ່ອນຕາກອາກາດ.

ຕາມ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ), ນັກ​ທ່ອງ​ທ່ຽວ​ສາກົນ​ມາ ຫວຽດນາມ ​ໃນ​ເດືອນ ເມສາ ບັນລຸ 1,55 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 58,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ໃນ 4 ​ເດືອນ​ຕົ້ນ​ປີ 2024, ຍອດຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ ບັນລຸ 6,2 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 68,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023.

ສຳລັບຂອບຂະ​ໜາດ​ຂອງທ້ອງຕະ​ຫຼາດ, ສ. ​ເກົາ​ຫຼີ ​ສືບ​ຕໍ່​ແມ່ນ​ທ້ອງຕະ​ຫລາດທີ່ມີນັກທ່ອງທ່ຽວມາຫຼາຍ​ທີ່​ສຸດ​ຂອງ​ ຫວຽດ​ນາມ ດ້ວຍ 1,6 ລ້ານ​ເທື່ອ​ຄົນ (ກວມ​ເອົາ 25,8%). ຈີນ​ ຢູ່​ອັນ​ດັບ​ທີ 2, ມີ​ນັກທ່ອງທ່ຽວ 1,25 ລ້ານ​ເທື່ອ​ຄົນ (ກວມ​ເອົາ 20%), ຖັດມາ​ແມ່ນທ້ອງ​ຕະຫຼາດ ​ໄຕ້​ຫວັນ (ຈີນ) ຢູ່​ອັນ​ດັບທີ 3 (418.000 ​ເທື່ອ​ຄົນ), ອາ​ເມ​ລິ​ກາ​ ຢູ່​ອັນ​ດັບທີ 4 (301.000 ເທື່ອ​ຄົນ), ຍີ່​ປຸ່ນ ​ຢູ່​ອັນ​ດັບທີ 5 (235.000 ເທື່ອ​ຄົນ).

ໃນ 10 ທ້ອງຕະຫຼາດທີ່ໃຫຍ່ທີ່ສຸດຂອງການທ່ອງທ່ຽວ ຫວຽດນາມ, ຍັງມີ ມາເລເຊຍ (181.000 ເທື່ອ​ຄົນ), ອົດສະຕາລີ (180.000 ເທື່ອ​ຄົນ), ໄທ (163.000 ເທື່ອ​ຄົນ), ອິນເດຍ (158.000 ເທື່ອ​ຄົນ), ກຳປູເຈຍ (155.000 ເທື່ອ​ຄົນ).

ມິງດຶກ

ເຫດການ
302 Found

Found

The document has moved here.