ຮັກສາອາຊີບ, ຮັກສາສິລະປະການພິມລວດລາຍຂີ້ເຜິ້ງຂອງຊົນເຜົ່າ ຢ້າວຕຽນ

14:32 | 03/07/2024

ຍສໝ - ໂດຍຫ່າງຈາກເທດສະບານ ຫງວ່ຽນບິ່ງ (ເມືອງ ຫງວ່ຽນບິ່ງ, ແຂວງ ກາວບັງ) ປະມານ 20 ກິໂລແມັດ, ໝູ່ບ້ານ ຮວ່າຍຂ່າວ (ຕາແສງ ກວາງແທ່ງ, ເມືອງ ຫງວ່ຽນບິ່ງ) ຕັ້ງຢູ່ໃນຮ່ອມພູ. ຢູ່​ທີ່​ນີ້, ພີ່ນ້ອງຊົນເຜົ່າ ຢ້າວ​ຕຽນ ຍັງ​ຄົງ​ຮັກ​ສາ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ການ​ພິມ​ລວດລາຍ​ດ້ວຍ​ຂີ້​ເຜິ້ງ.

ລາຍການສະແດງສິລະປະທີ່ເປັນເອກະລັກ "ບົດເພງໄຊດັງກ້ອງສະໜັ່ນຕະຫຼອດໄປ"
ລາຍການສະແດງສິລະປະ “ທະເລໝູ່ເກາະຫວຽດນາມ ທີ່ສັກກະລະບູຊາ”

ສິລະປະທີ່ເປັນເອກະລັກສະເພາະ ແລະ ແປກຂອງການພິມລວດລາຍດ້ວຍຂີ້ເຜີ້ງ

ຫຼັງ​ຈາກຫ່າ​ຝົນ​ເດືອນ​ມິຖຸນາ​ແລ້ວ, ອາກາດ​ຢູ່ ​ຮວ່າຍຂ່າວ ​ແມ່ນ​ປອດ​ໃສ​ ແລະ​ ເຢັນ​ສະບາຍ. ບັນດາເຮືອນໄມ້, ມຸງດ້ວຍກະເບື້ອງຊ້ອນທັບກັນແບບດັ້ງເດີມ, ເລົ້າເຂົ້າເປືອກຕັ້ງໄວ້ທາງຫນ້າຂອງປະຕູແມ່ນລັກສະນະພິເສດຂອງສະຖານທີ່ນີ້. ຢູ່​ເທິງ​ພູ, ຢູ່​ຕໍ່ໜ້າ​ເຮືອນ​ຫຼັງ​ໜຶ່ງ​ທີ່​ມີ​ຮູບ​ຮ່າງ​ເກົ່າ​ແກ່, ບັນດາ​ແມ່​ຍິງ ຢ້າວ​ຕຽນ ພວມ​ໝົກໝຸ້ນ, ​ບົວລະບັດດູແລ​ບັນດາ​ຂັ້ນຕອນ​ຂອງ​ການ​ພິມ​ລວດລາຍ​ເທິງ​ແຜ່ນ​ແພພື້ນເມືອງດ້ວຍ​ຂີ້ເຜີ້ງ.

ຮັກສາອາຊີບ, ຮັກສາສິລະປະການພິມລວດລາຍຂີ້ເຜິ້ງຂອງຊົນເຜົ່າ ຢ້າວຕຽນ

ແຫຼ່ງ​ທ່ອງ​ທ່ຽວ​ຊຸມ​ຊົນ​ຢູ່​ໝູ່​ບ້ານ ຮ​ວ່າຍ​ຂ່າວ, ຕາ​ແສງ ກວາງ​ແທ່ງ, ເມືອງ ຫງວ່ຽນ​ບິ່ງ, ແຂວງ ກາວ​ບັງ ເບິ່ງ​ຈາກມູມສູງ.

ແມ່ເຖົ້າ​ ບານ​ທິ​ລຽນ (ຢູ່​ໝູ່​ບ້ານ ຮວ່າຍ​ຂ່າວ) ໄດ້​ຖື​ຂີ້​ເຜີ້ງ​ສີ​ເຫຼືອງ​ເຂັ້ມ ແລະ ຄ່ອຍໆ​ຖູ​ໃສ່ຈານ​ເຫຼັກ​ເຄືອບສີເຄືອບ​ທີ່​ວາງ​ໄວ້​ເທິງ​ຖ່ານ​ໄຟ​ຮ້ອນ. ຂີ້ເຜີ້ງຄ່ອຍໆລະລາຍ ແລະ ຮັກສາຄວາມຮ້ອນໃນຂະນະທີ່ບັນດາແມ່ຍິງໃຊ້ເຄື່ອງມືຈຸ່ມເຂົ້າໄປໃນຂີ້ເຜີ້ງ ແລະ ພິມລວດລາຍເທິງໜ້າຜ້າ.

ແມ່ເຖົ້າ​ ເລົ່າວ່າ: ສິ​ລະ​ປະ​ການພິມ​ລວດລາຍ​ດ້ວຍ​ຂີ້​ເຜິ້ງ​ແມ່ນ​ກຳ​ເນີດ​ມາ​ຈາກ​ມູນເຊື້ອກຸ້ມຕົນເອງຂອງ​ຊົນເຜົ່າ ຢ້າວຕຽນ. ນັບ​ແຕ່​ສະ​ໄໝ​ບູ​ຮານ, ຊົນເຜົ່າ ຢ້າວ​ຕຽນ ໄດ້​ປູກ​ຝ້າຍ, ເຂັນເສັ້ນດ້າຍ, ຕ່ຳຜ້າ ແລະ ຍ້ອມ​ສີ​ຄາມ ເພື່ອ​ຜະລິດ​ເຄື່ອງ​ນຸ່ງ​ພື້ນ​ເມືອງ. ໃນ​ຂະ​ບວນ​ການ​ດັ່ງ​ກ່າວ, ເຕັກ​ນິກ​ການ​ພິມ​ລວດລາຍ​ດ້ວຍ​ຂີ້​ເຜີ້ງ​ໄດ້​ເກີດ​ຂຶ້ນ​ ແລະ​ ພັດ​ທະ​ນາ​ເປັນ​ວິ​ທີ​ການ​ຕົບ​ແຕ່ງ​ທີ່​ເປັນ​ເອ​ກະ​ລັກສະເພາະ.

​ໂດຍຮັບຟັງຜູ້ອາວຸໂສໃນບ້ານເລົ່າຄືນ, ເມື່ອ​ອາຍຸ​ໄດ້ 10 ປີ, ​ບັນດາແມ່ຍິງ ຢ້າວຕຽນ ​ໄດ້​ຮັບ​ການ​ສອນ​ຈາກ​ແມ່​ເຖົ້າ ​ແລະ ​ແມ່​ກ່ຽວ​ກັບ​ວິທີ​ເຮັດ​ເຄື່ອງ​ນຸ່ງ​ປະຈຳ​ເຜົ່າ​ຂອງ​ຕົນ​, ​ໃນ​ນັ້ນ​ມີ​ເຕັກນິກ​ການ​ພິມ​ລວດລາຍ​ດ້ວຍ​ຂີ້ເຜີ້ງ​ໃສ່​ຜ້າ. ​ເມື່ອ​ມີ​ອາຍຸ 14 ປີ, ນາງ​ ລຽນ​ ໄດ້​ຮູ້​ວິທີ​ຍ້ອມ​ຜ້າ ​ແລະ ພິມ​ບັນດາປຶກຜ້າ​ທຳ​ອິດ​ຂອງ​ຕົນ. ເມື່ອ​​ແຕ່ງ​ງານ​ແລ້ວ, ນາງ​ໄດ້​ເອົາ​ເສື້ອ​ຜ້າ​ບາງຊຸດ​ທີ່​ຫຍິບ​ດ້ວຍ​ຜ້າ​ພິມ​ຂີ້ເຜີ້ງໄປນຳ.

ຮັກສາອາຊີບ, ຮັກສາສິລະປະການພິມລວດລາຍຂີ້ເຜິ້ງຂອງຊົນເຜົ່າ ຢ້າວຕຽນ

ແມ່ເຖົ້າ ບານ​ທິ​ລຽນ (ຊ້າຍ​ສຸດ) ແລະ ​ເອື້ອຍ​ນ້ອງ​ຢູ່​ໝູ່​ບ້ານ​ ຮວ່າຍ​ຂ່າວ ​ພິມ​ລວດລາຍ​ດ້ວຍ​ຂີ້​ເຜິ້ງ.

ແມ່ເຖົ້າ ລຽນ ໃຫ້ຮູ້ວ່າ “ຂີ້ເຜີ້ງຕ້ອງເປັນຂີ້ເຜິ້ງທີ່ປະຊາຊົນເອົາມາຈາກຖໍ້າເຜິ້ງສອງແຫ່ງໃນບ້ານ. ປະມານເດືອນ 6 ຕາມຈັນທະປະຕິທິນ, ພາຍຫຼັງຝູງເຜິ້ງບິນໄປ, ປະບັນດາຮັງທີ່ມີຂີ້ເຜີ້ງສີທອງທີ່ໃຫຍ່, ບໍ່ມີນໍ້າເຜິ້ງເຫຼືອຢູ່. ​ໃນ​ເວລາ​ນີ້, ໝໍ​ມໍ​ໃນ​ໝູ່​ບ້ານ​ກຳນົດ​ເວລາ ​ແລະ ວັນ​ທີ່​ຈະ​ຂຶ້ນ​ເອົາ​ຮັງ, ​ເຮັດ​ພິທີ​ບູຊາ, ຜູ້​ຊາຍ​ໃນ​ໝູ່​ບ້ານ​ກໍ່​ຈະ​ຕັ້ງຄ້າງ​ເພື່ອ​ປີນ​ຂຶ້ນ​​ເອົາ​ຮັງ. ບັນດາຮັງເຜິ້ງຖືກນໍາມາເຮືອນເພື່ອຕົ້ມແລ້ວແບ່ງອອກເທົ່າທຽມກັນໃຫ້ທັງໝູ່ບ້ານ”.

ການພິມ​ລວດລາຍດ້ວຍຂີ້​ເຜິ້ງ​​​ໃສ່​ຜ້າຢ່າງ​ລະອຽດລະອໍ​, ນາງ ຫງວຽນ​ທິ​ຢ໋ຽນ (ໝູ່​ບ້ານ​ ຮວ່າຍ​ຂ່າວ) ໄດ້​ແບ່ງ​ປັນ​ວ່າ: ຂະ​ບວນ​ການ​ຜະ​ລິດອອກເປັນ​ຜະ​ລິດ​ຕະ​ພັນ​​ທີ່​ເພິ່ງ​ພໍ​ໃຈ​ ຕ້ອງ​ຮຽກຮ້ອງຄວາມ​ເຄັ່ງຄັດ ດ້ວຍ 5 ຂັ້ນ​ຕອນ​ຄື: ຂັດເສດຜ້າອອກ, ສ້າງ​ຮູບ​ລວດລາຍ​ດ້ວຍ​ຂີ້​ເຜິ້ງ, ຍ້ອມ​ດ້ວຍ​ສີ​ຄາມ, ຕີຂີ້ເຜິ້ງໃຫ້ລະ​ລາຍ ແລະ ຕາກໃຫ້ແຫ້ງ.

​ໃນ​ຂັ້ນຕອນພິມ​ລວດລາຍ, ​ແມ່​ຍິງ​ ຢ້າວ​ຕຽນ ​ຕ້ອງ​ໃຊ້​ທໍ່​ໄມ້​ໄຜ່​ທີ່​ມີ​ຂະໜາດແຕກຕ່າງ​ກັນ​ເພື່ອ​ພິມ​ຮູບ​ວົງ​ມົນ. ໄມ້ແຫຼມບາງໆຖືກເບັດເປັນສາມຫຼ່ຽມເພື່ອພິມເສັ້ນຊື່ ແລະ ມູມ, ໃບໄມ້ຈິດ (Thysanolaena latifolia) ຖືກໜີບພຽງເພື່ອໃຊ້ເປັນແບບ. ຕົ້ມຂີ້ເຜີ້ງຈົນກ່ວາມັນລະລາຍ ແລະ ຮັກສາຄວາມຮ້ອນເພື່ອໃຫ້ຂີ້ເຜີ້ງສາມາດພິມໃສ່ຜ້າ ແລະ ມີລວດລາຍທີ່ຊັດເຈນ.

ບັນດາລວດລາຍ​ຕົບແຕ່ງທີ່​ຖືກນຳໃຊ້​ໃນ​ເຄື່ອງ​ນຸ່ງ​ມັກ​ສະແດງ​ໃຫ້​ເຫັນ​ເຖິງ​ບັນດາ​ຮູບ​ພາບ​ທີ່​ກ່ຽວ​ພັນ​ກັບ​ຊີວິດ​ເຊັ່ນ: ປ່າ​ໄມ້, ພູ​ເຂົາ, ​ທຳ​ມະ​ຊາດ​ຂອງ​ຊົນ​ເຜົ່າ ຢhາວ​ຕຽນ ຫຼື ຄວາມປາດ​ຖະໜາ​ຢາກ​ມີ​ຊີວິດ​ທີ່​ດີກ​ວ່າ​ເກົ່າ, ສົມບູນ​ກວ່າ​ເກົ່າ​ເຊັ່ນ: ຮູບ​ຫຼຽນ, ຮູບ​ລວງ​ນອນ, ຮູບ​ສີ່​ແຈ​ສາກ, ຮູບຄື້ນນ້ຳ...

ການພິມແມ່ນເຮັດຢ່າງຕໍ່ເນື່ອງຈົນກ່ວາຜ້າຫມົດ. ເມື່ອຂີ້ເຜີ້ງແຫ້ງ, ມັນຈະຖືກຍ້ອມສີຄາມເປັນຫຼາຍຄັ້ງ, ຕາກແດດໃຫ້ແຫ້ງໃນຕອນກາງເວັນ ແລະ ແຊ່ນ້ຳສີຄາມໃນຕອນກາງຄືນ. ຫຼັງຈາກການຍ້ອມສີຄາມໄດ້ດັ່ງໃຈແລ້ວ, ແຜ່ນຜ້າໄດ້ຖືກຈຸ່ມໃນນ້ຳຕົ້ມ, ໃນເວລານັ້ນຂີ້ເຜີ້ງຮ້ອນຈະລະລາຍ ແລະ ລວດລາຍຕ່າງໆຈະປະກົດບັນດາລວດລາຍຢູ່ພື້ນສີຄາມ. ສ່ວນຖືກພິມຂີ້ເຜິ້ງຈະບໍ່ໄດ້ຖືກຍ້ອມສີຄາມ ດັ່ງນັ້ນ ມັນຍັງຄົງຮັກສາສີຂາວເດີມ.

ນາງ ຢ໋ຽນ ແບ່ງປັນວ່າ “​ບັນດາແຜ່ນຜ້າ​ທີ່​ພິມລວດລາຍຂີ້ເຜີ້ງ​ນັ້ນ ແມ່​ຍິງ ​ຢ້າວ​ຕຽນ ​ຈະໄດ້​ໃຊ້​ເພື່ອ​ຫຍິບ​ຊຸດສິ້ນ/ກະໂປ່ງ. ຊຸດໜຶ່ງໃຊ້ເວລາປະມານຫນຶ່ງເດືອນເພື່ອເຮັດໃຫ້ສໍາເລັດ. ສະ​ນັ້ນ, ຊາວ ​ຢ້າວຕຽນ ພຽງ​ແຕ່​ເບິ່ງ​ຊຸດ​ອາພອນ​ເທົ່າ​ນັ້ນ​ ຈຶ່ງ​ຈະ​ຮູ້​ວ່າ​ເຈົ້າ​ສາວ​ມີ​ຄວາມ​ເກັ່ງ​ຄວາມ​ສາມາດ, ດຸ​ໝັ່ນ, ຮູ້​ວິທີ​ເບິ່ງ​ແຍງ​ຄອບຄົວ​ຫຼື​ບໍ່”.

ພັດທະນາ​ການ​ທ່ອງ​ທ່ຽວ​ຊຸມ​ຊົນ, ອະນຸລັກ​ຮັກສາອາຊີບ​ພື້ນ​ເມືອງ

ປະຈຸ​ບັນ, ​ບັນດາຊະນິດຜ້າ​ອຸດ​ສາ​ຫະກຳ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຍ້ອນ​ຄວາມ​ສະດວກ​ສະບາຍ​ໃນ​ການ​ນຳ​ໃຊ້, ​ແຕ່​ນາງ ​ບານ​ທິລຽນ​ ໃຫ້ຮູ້​ວ່າ ນາງ ​ແລະ ​ແມ່​ຍິງ​ໃນ​ບ້ານ​ບໍ່​ປະຖິ້ມ​ອາຊີບ​ພິມ​ຜ້າ​ດ້ວຍ​ຂີ້ເຜິ້ງ ​ເພາະມັນ​ແມ່ນ​​ເລືອດ​ເນື້ອຂອງເຂົາ.

“ລູກ​ສາວ​ຂອງ​ຂ້າພະ​ເຈົ້າ ​ອາຍຸ 14 ປີ ​ໄດ້​ຮັບ​ການ​ສອນອາຊີບການ​ພິມ​ລວດລາຍ​ດ້ວຍ​ຂີ້ເຜີ້ງ​ເມື່ອ 2 ປີ​ກ່ອນ, ​ລາວມີ​ຄວາມ​ກະຕືລືລົ້ນ​ທີ່​ຈະ​ຮຽນ​ຮູ້, ​ເມື່ອ​ໃດ​ທີ່​ນາງ​ມີ​ເວລາ​ຫວ່າງ, ນາງ​ໄດ້​ນຳ​ເອົາ​ເຄື່ອງ​ມື​ອອກ​ມາ​ຝຶກ​ເຮັດ, ​ໃນ​ປີ 2023, ນັກ​ທ່ອງ​ທ່ຽວ​ຊາວ​ ຝລັ່ງ ​ຄົນ​ໜຶ່ງ​ໄດ້​ມາ​ຢ້ຽມຢາມ ຮວ່າຍຂ່າວ ແລະ ຂ້າພະເຈົ້າໄດ້ແນະນໍານາງໄປສໍາຜັດກັບເຕັກນິກການພິມຜ້າ. ເບິ່ງຜະລິດຕະພັນທີ່ນາງເຮັດດ້ວຍມືຂອງຕົນເອງ, ນາງກໍ່ມີຄວາມພາກພູມໃຈຫຼາຍ ແລະ ຍ້ອງລວດລາຍທີ່ສວຍງາມນີ້ແບບບໍ່ຢຸດ. ຄວາມມັກຮັກຂອງລາວເຮັດໃຫ້ຂ້າພະເຈົ້າມີແຮງຈູງໃຈທີ່ຈະສືບຕໍ່ຮັກສາອາຊີບ.

​ເມື່ອ​ເຂົ້າ​ຮ່ວມ​ບາງ​ເຫດການ​ຢູ່ ​ຮ່າ​ໂນ້ຍ ​ເຊັ່ນ: “ຂີ້ເຜິ້ງ-​ສີ​ຄາມ” ​ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ຈັດ​ຕັ້ງ​ໃນ​ເດືອນ ພະຈິກ ປີ 2023; ຕະຫຼາດ​ນັດສີສັນປະເທດຊາດບ້ານເມືອງ ກາວ​ບັງ ຢູ່​ໝູ່​ບ້ານ​ວັດທະນະທຳ ​ແລະ ການທ່ອງ​ທ່ຽວ​ບັນດາ​ເຜົ່າ​ ຫວຽດນາມ (ດົງ​ໂມ, ເຊີນ​ໄຕ) ​ແຕ່​ເດືອນ ເມສາ ປີ 2024... ນາງ ລຽນ ເລົ່າວ່າ “ຂ້າພະ​ເຈົ້າ​ກໍ່​ຍາດແຍ່ງໂອກາດ​ນີ້ ເພື່ອແນະນຳ ​ແລະ ໂຄສະນາ​ສິລະ​ປະ​ການ​ພິມ​ລວດລາຍດ້ວຍ​ຂີ້​ເຜີ້ງ​ໃຫ້​ປະຊາຊົນ​ນະຄອນຫຼວງ ​ແລະ ນັກທ່ອງທ່ຽວ".

ຮັກສາອາຊີບ, ຮັກສາສິລະປະການພິມລວດລາຍຂີ້ເຜິ້ງຂອງຊົນເຜົ່າ ຢ້າວຕຽນ

ນັກ​ທ່ອງ​ທ່ຽວ​ສຳ​ຜັດ​ກັບ​ເຕັກ​ນິກ​ການ​ພິມ​ລວດລາຍ​ດ້ວຍ​ຂີ້​ເຜິ້ງ​ຢູ່​ໝູ່​ບ້ານ​ ຮວ່າຍ​ຂ່າວ.

ໂດຍປະຕິບັດ​ນະ​ໂຍບາຍ​ເຊື່ອມ​ຕໍ່​ລະຫວ່າງການ​ພັດທະນາ​ການທ່ອງທ່ຽວ​​ຊຸມ​ຊົນ​ກັບ​ການ​ຮັກສາ​ເອກະລັກ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ, ​ເມືອງ ຫງວ່ຽນ​ບິ່ງ, ​ແຂວງ ກາວ​ບັງ ​ໄດ້​ກໍ່ສ້າງ​ໝູ່​ບ້ານ​ ຮວ່າຍ​ຂ່າວ ​ໃຫ້​ກາຍ​ເປັນ​ແຫຼ່ງທ່ອງ​ທ່ຽວ​​ຊຸມ​ຊົນ. ຕາມ​ທ່ານ ຮວ່າງ​ກວັກ​ເຈິ໋ນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ກວາງ​ແທ່ງ ​ແລ້ວ, ​ແຕ່​ປີ 2018, ​ເມືອງ ຫງວ່ຽນ​ບິ່ງ ​ໄດ້​ເລີ່​ມຕົ້ນຜັນຂະຫຍາຍການລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ກໍ່ສ້າງ​ເສັ້ນທາງ, ​ນຳ​​ໄຟຟ້າມາ​ໃຫ້​ໝູ່​ບ້ານ ຮວ່າຍ​ຂ່າວ; ກໍ່ສ້າງ​ສະຖານ​ທີ່​ຕ້ອນຮັບແຂກ, ​ບ່ອນ​ວາງສະ​ແດງເຄື່ອງມື, ​ເຄື່ອງ​ນຸ່ງ, ​ເຄື່ອງ​ໃຊ້​ປະຈຳ​ວັນ​ຂອງ​ປະ​ຊາ​ຊົນ... ພີ່ນ້ອງປະຊາຊົນຍັງ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ການທ່ອງທ່ຽວ​ຊຸມ​ຊົນ, ຝຶກ​ອົບ​ຮົມທັກສະ​ການ​ຕ້ອນຮັບ ​ແລະ ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ...

ໂດຍໄດ້ເຂົ້າສູ່ການເຄື່ອນໄຫວແຕ່ປີ 2020, ມາຮອດປະຈຸບັນ, ມີ 7/35 ຄົວເຮືອນຢູ່ໝູ່ບ້ານ ຮວ່າຍຂ່າວ ໄດ້ດຳເນີນທຸລະກິດການບໍລິການ homestay ເພື່ອຮັບໃຊ້ນັກທ່ອງທ່ຽວທີ່ມາຢ້ຽມຢາມ ແລະ ພັກຜ່ອນຢ່ອນອາລົມ; ໂດຍສະເລ່ຍແລ້ວ, ເຮືອນພັກແຕ່ລະແຫ່ງສາມາດຮອງຮັບແຂກໄດ້ 10 ຄົນ. ​ເມື່ອ​ມີ​ນັກ​ທ່ອງ​ທ່ຽວ, ປະຊາຊົນ​ຈະສະເໜີ ​ແລະ ​ແນະນຳ​ໃຫ້​ເຂົາ​ເຈົ້າ​ສຳ​ຜັດ​ກັບ​ເຕັກນິກ​ການ​ພິມ​ຜ້າດ້ວຍ​ຂີ້ເຜີ້ງ. ສະ​ເລ່ຍ​ແຕ່​ລະ​ປີ, ຮວ່າຍຂ່າວ ​ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ 400 – 600 ເທື່ອຄົນ​ມາ​ຢ້ຽມຢາມ ​ແລະ ສຳຜັດຕົວຈິງ, ​ໃນ​ນັ້ນ​ມີ​ທັງນັກ​ທ່ອງ​ທ່ຽວ​ສາກົນ.

ຕາ​ແສງ ກວາງ​ແທ່ງ ກໍ່​ສົມທົບ​ກັບ​ຫ້ອງການວັດທະນະທຳ ​ແລະ ຖະ​ແຫຼ​ງຂ່າວ​ເມືອງ ຫງວ່ຽນ​ບິ່ງ, ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ​ ແຂວງ ກາວ​ບັງ ​ໄດ້ເປີດ​ຫ້ອງ​ຮຽນສອນ​ກ່ຽວ​ກັບ​ການ​ຕ່ຳຜ້າ, ຖັກ​ແສ່ວ, ພິມ​ລວດລາຍ​ດ້ວຍ​ຂີ້ເຜີ້ງ​ໃສ່​ຊຸດ​ອາພອນຂອງຊົນເຜົ່າ ຢ້າວຕຽນ.

ນາຍບ້ານ ຮວ່າຍຂ່າວ ຫຼີຫຶວຕັງ ໃຫ້ຮູ້ວ່າ: ນັບແຕ່ກາຍເປັນແຫຼ່ງທ່ອງທ່ຽວຊຸມຊົນ, ໝູ່ບ້ານໄດ້ຮັບການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ປະຊາຊົນມີຄວາມຕື່ນຕົວໃນການສ້ອມແປງເຮືອນຊານ, ຮັກສາວັດທະນະທຳພື້ນເມືອງເພື່ອຕ້ອນຮັບແຂກທ່ອງທ່ຽວ. ​ເຖິງ​ວ່າ​ຍັງ​ປະຖົມປະຖານ, ​ແຕ່​ຫວັງ​ວ່າ​ ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ເມືອງ ​ແລະ ຕາ​ແສງ, ການ​ບໍລິການ​ທ່ອງ​ທ່ຽວ​ທີ່​ຕິດ​ພັນ​ກັບ​ການ​ອະນຸລັກ​ຮັກສາ​ວັດທະນະທຳ​ພື້ນ​ເມືອງ ຈະ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ປະຊາຊົນ​ໃນ​ບ້ານ​ມີ​ຊີວິດ​ທີ່​ດີກ​ວ່າ​ເກົ່າ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ ​ແລະ ​ເຜີຍ​ແຜ່​ສິລະ​ປະການ​ພິມ​ລວດລາຍດ້ວຍຂີ້ເຜິ້ງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນເຜົ່າ​ ຢ້າວຕຽນ ນີ້ໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດນຳອີກ.

ຄ່ຳຄືນພົບປະແລກປ່ຽນສິລະປະສາກົນ ຕ້ອນຮັບປີໃໝ່ 2024: ເຊື່ອມຕໍ່ ແລະ ແຜ່ກະຈາຍຄວາມຮັກແພງ ຮ່າໂນ້ຍ ຄ່ຳຄືນພົບປະແລກປ່ຽນສິລະປະສາກົນ ຕ້ອນຮັບປີໃໝ່ 2024: ເຊື່ອມຕໍ່ ແລະ ແຜ່ກະຈາຍຄວາມຮັກແພງ ຮ່າໂນ້ຍ

ຍສໝ - ງານ​ພົບ​ປະ​ແລກປ່ຽນ​ສິລະ​ປະ​ສາກົນ​ຕ້ອນຮັບ​ປີ​ໃໝ່ 2024 ​ແມ່ນ​ໂອກາດ​ເພື່ອໂຄສະນາຮູບພາບນະຄອນຫຼວງ ຮ່າ​ໂນ້ຍ - ນະຄອນເພື່ອສັນຕິພາບ, ນະຄອນອະລິຍະທຳ - ສີວິໄລ - ທັນ​ສະ​ໄໝ ​ໄປເຖິງ​ເພື່ອນ​ມິດ​ສາກົນ.

ຄວາມໝາຍລາຍການສະແດງສິລະປະ “ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ - ລາວ” ຄວາມໝາຍລາຍການສະແດງສິລະປະ “ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ - ລາວ”

ຍສໝ - ນີ້ກໍ່ແມ່ນໂອກາດເພື່ອໃຫ້ລຸ້ນໜຸ່ມຂອງສອງປະເທດໄດ້ພົບປະແລກປ່ຽນ ແລະຮຽນຮູ້ຜ່ານການເຄື່ອນໄຫວວັດທະນະທຳ, ສິລະປະ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຮີດຄອງປະເພນີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.