ຫຼາຍຈຸດໝາຍປາຍທາງ​ທີ່​ດຶງ​ດູດຢູ່ ຫວຽດນາມ ສຳລັບນັກ​ທ່ອງ​ທ່ຽວ​ ຝຣັ່ງ

17:08 | 02/07/2024

ຍສໝ - ທີ່ລາຍການເເນະນຳການທ່ອງທ່ຽວ ຫວຽດນາມ (“Vietnam Tourism Roadshow”) ໄດ້ດຳເນີນຢູ່ Paris ວັນທີ 25 ມິຖຸນາ, ມີຫຼາຍຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກພິເສດ, ​ສະ​ເພາະ​ຂອງຫວຽດນາມ ໄດ້ຮັບການແນະນຳໂດຍກົມທ່ອງທ່ຽວແຫ່ງຊາດ ໄປເຖິງນັກທ່ອງທ່ຽວຊາວ ຝຣັ່ງ.

​ເຍື່ອງ​ອາ​ຫານ ​ແລະ ວັນນະຄະດີ ​ຫວຽດນາມ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ຝຣັ່ງ
ສູ້​ຊົນ​ສ້າງ​ທັດສະນິຍະພາບ​ນ້ຳ​ຕົກຕາດ​ບ້ານ​ຢົກ (ຫວຽດ​ນາມ) - ດຶກ​ທຽນ (ຈີນ) ​ໃຫ້​ເປັນ​ຕົວ​ແບບ​ການ​ທ່ອງ​ທ່ຽວ​ຂ້າມ​ຊາຍ​ແດນ

ທີ່ພົ້ນເດັ່ນ​ເຊັ່ນ: ການທ່ອງທ່ຽວທາງດ້ານວັດທະນະທໍາ-ປະຫວັດສາດ, ການທ່ອງທ່ຽວນິເວດ, ການທ່ອງທ່ຽວທະເລໝູ່ເກາະ ກັບບັນດາທັດສະນີຍະພາບ, ຫາດຊາຍ, ບ້ານ... ຂອງ 54 ຊົນເຜົ່າ ພວມໄດ້ສຸມໃສ່ການຂຸດຄົ້ນຕາມທິດພັດທະນາການທ່ອງທ່ຽວແບບຍືນຍົງ.

ພິ​ເສດ, ຫວຽດນາມ ມີມໍລະດົກ​ວັດທະນະທຳ, ທຳ​ມະ​ຊາດ 8 ແຫ່ງ ແລະ 15 ມໍລະດົກ​ວັດທະນະທຳ​ນາມມະທຳ, 9 ມໍລະດົກ​ວັດທະນະທຳ​ສາລະຄະດີ ​ແລະ ສວນສາທາລະນະທໍລະນີທົ່ວໂລກ 3 ແຫ່ງ ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO. ຄຽງ​ຂ້າງ​ບັນດາຈຸດໝາຍປາຍທາງທີ່ລື້ງແກ່ນ​ຄື: ຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິນ, ນະຄອນດານັງ, ຍ່າຈ່າງ, ຫ້າລອງ... ຫຼາຍຊື່ເຂດດິນແດນ, ຜະລິດ​ຕະພັນ​ໃໝ່ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ແຂກ​ທີ່​ມາ​ຈາກ ສາທາລະນະ​ລັດ ຝຣັ່ງ ​ແລະ ​ເອີ​ລົບ ​ຄື: ຕາແສງ ຊາປ່າ, ລະບົບຮ່ອງຮອຍປະຫວັດສາດ ດ້ຽນບຽນ​ຝູ, ລະບົບທັດສະນີຍະພາບ ຈາງອານ, ກຸງເກົ່າເຫ້ວ, ເມືອງ​ເກົ່າ​ໂຮ້ຍອານ, ທ່ອງ​ທ່ຽວ​ຖ້ຳ ​ເຊີນ​ດອງ, ພັກຕາກອາກາດທ່ອງ​ທ່ຽວທະເລຢູ່ເກາະ ຟູ໋ກວກ...

ຫຼາຍຈຸດໝາຍປາຍທາງ​ທີ່​ດຶງ​ດູດຢູ່ ຫວຽດນາມ ສຳລັບນັກ​ທ່ອງ​ທ່ຽວ​ ຝຣັ່ງ

ນັກ​ທ່ອງ​ທ່ຽວ ​ຝຣັ່ງ​ ໄປກັບ tour ລົດສາມລໍ້ເພື່ອຢ້ຽມ​ຢາມ​ ຮ່າ​ໂນ້ຍ. ພາບ: DNCC

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການທ່ອງ​ທ່ຽວ​ຊຸມ​ຊົນ​ ​ໄດ້​ອີງ​ໃສ່​ທຳ​ມະ​ຊາດ ​ແລະ ການລົງຕົວຈິງວັດທະນະທຳ, ວິຖີ​ຊີວິດ, ຮີດຄອງ​ປະ​ເພນີ​ຂອງ​ຊາວ​ ຫວຽດນາມ, ລະບົບບັນດາໝູ່​ບ້ານ​ອາຊີບ​ພື້ນ​ເມືອງ, ງານ​ບຸນ​ທີ່​ມີ​ເອກະລັກວັດທະນະທຳ, ເຍື່ອງ​ອາຫານ​ທີ່​ມີ​ຊື່​ສຽງຂອງ​ ຫວຽດນາມ ​ຄື: ເຝີ, ແນມ, ເຂົ້າປູ້ນຊີ້ນປີ້ງ... ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ນັກ​ທ່ອງ​ທ່ຽວ​ສາ​ກົນເປັນຈຳນວນຫຼວງຫຼາຍ. ຫຼາຍຈຸດໝາຍປາຍທາງ, ຜະລິດຕະພັນການທ່ອງທ່ຽວ ໄດ້ຈັດອັນດັບໜຶ່ງຂອງໂລກໂດຍບັນດານັກຊ່ຽວຊານເວັບໄຊ ແລະ ເຄືອຂ່າຍໃຫ້ຄຳປຶກສາ, ຕີລາຄ່າການທ່ອງທ່ຽວທີ່ມີອິດທິພົນ ເຊັ່ນ: World Travel Award, TripAdvisor, Telegraph... ຫຼື ອົງການສື່ມວນຊົນໃຫຍ່ເຊັ່ນ CNN, BBC...

ບັນດາຜະລິດ​ຕະພັນ​ການທ່ອງທ່ຽວ​ກະສິກຳ-ຊົນນະບົດ, ການທ່ອງທ່ຽວ​ເບິ່ງແຍງສຸຂະພາບ, ການທ່ອງ​ທ່ຽວ​ກິລາ ​ແລະ ການລົງຕົວຈິງ, ແລະ ການທ່ອງທ່ຽວ​ຊຸມ​ຊົນ ແມ່ນ​ທ່າແຮງຂອງ​ ຫວຽດນາມ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ການທ່ອງທ່ຽວ​ຂອງ​ນັກ​ທ່ອງ​ທ່ຽວ ຝຣັ່ງ ​ແລະ ​ເອີ​ລົບ, ນອກຈາກ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ພື້ນ​ເມືອງ​ໃນ​ເມື່ອ​ກ່ອນ.

ທີ່ເຫດການ, ຜູ້ຕາງໜ້າ​ບັນດາ​ບໍລິສັດທ່ອງທ່ຽວ ແລະ ທ່ອງ​ທ່ຽວ​ຫຼາຍ​ແຫ່ງ​ໃຫ້​ຄຳ​ເຫັນ​ວ່າ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ ເພື່ອ​ຮ່ວມ​ມື​ພັດທະນາ​ຂົງເຂດນີ້​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ປະຈຸ​ບັນ ຫວຽດນາມ ​ແມ່ນ​ຈຸດໝາຍປາຍທາງທີ່ນັບມື້ນັບດຶງດູດຂອງຫຼາຍ​ປະ​ເພດທ່ອງທ່ຽວສຳລັບນັກທ່ອງທ່ຽວຊາວ ຝຣັ່ງ.

ທ່ານນາງ Gwenaelle Mary, ຜູ້ອຳນວຍການການບໍລິການລູກຄ້າ, ງານວາງສະແດງການທ່ອງ IFTM Top Resa ກ່າວວ່າ “ຫວຽດນາມ ເປັນປະເທດທີ່ມີຄວາມ​ສາ​ມາດບົ່ມຊ້ອນທ່ອງທ່ຽວຫຼາຍແຫ່ງ, ມີຄວາມ​ສາ​ມາດດຶງດູດນັກທ່ອງທ່ຽວຫຼາຍຄົນຢູ່ ຝຣັ່ງ ທີ່ຢາກມາຊອກຮູ້ແລະ ຄົ້ນຫາຢູ່ ອາຊີ. ”.

ຕາມ​ທ່ານ ຫງວຽນ​ຈຸງ​ແຄ໋ງ, ຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ແລ້ວ: ໂຄງການ​ແນະນຳ​ການທ່ອງທ່ຽວ ຫວຽດນາມ ຢູ່ ຝຣັ່ງ ຄັ້ງນີ້ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ຫວຽດນາມ ​ແລະ ສາທາລະນະລັດ ຝຣັ່ງ ​ແບ່ງປັນ​ຂໍ້​ມູນ, ກ້າວເຖິງ​ການ​ຮ່ວມ​ມື​ດ້ານ​ທຸລະ​ກິດ, ພັດທະນາ​ການທ່ອງທ່ຽວສອງສົ້ນໃນສະ​ພາບ​ການ​ຟື້ນ​ຟູຫຼັງ​ຈາກ​ໂລກ​ລະ​ບາດ Covid-19.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ດິງຕວານຖັງ ໄດ້ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມຈັດ​ຕັ້ງ​ໂຄງການ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແລ້ວ, ​ໂຄງການ​ສະໜອງ​ເຖິງນັກທ່ອງທ່ຽວ ບັນດາ​ຂໍ້​ມູນທີ່ມີປະໂຫຍດ ແລະ ໃໝ່ທີ່ສຸດກ່ຽວ​ກັບ​ ຫວຽດນາມ, ປະ​ເທດ​ທີ່​ມີພື້ນຖານ​ວັດທະນະທຳ​ຍາວ​ນານ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ພ້ອມກັນກັບບັນດາທັດສະນີຍະພາບ​ທີ່​ສວຍ​ງາມ ​ແລະ ມີ​ເງື່ອນ​ໄຂ​ສະດວກ​ສະບາຍຄື ຄວມປອດໄພ ແລະ ເປັນມິດ. ນອກຈາກ​ນັ້ນ, ອາຫານ​ທີ່​ໜ້າ​ສົນ​ໃຈ ​ແລະ ຄ່າ​ບໍລິການ​ການ​ທ່ອງ​ທ່ຽວ​ຕ່ຳ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ ​ຝຣັ່ງ ແລະ ບັນດາ​ປະ​ເທດ​ ເອີ​ລົບ ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ໂອກາດ​ໃຫ້​ນັກ​ຮຽນ ຫວຽດນາມ - ລາວ - ກຳປູ​ເຈຍ ​ທີ່ຮຽນພາສາ ຝຣັ່ງ ຊອກຮູ້ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ໂອກາດ​ໃຫ້​ນັກ​ຮຽນ ຫວຽດນາມ - ລາວ - ກຳປູ​ເຈຍ ​ທີ່ຮຽນພາສາ ຝຣັ່ງ ຊອກຮູ້ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ

ຍສໝ - ສູນ ຝຣັ່ງ ປະຈຳ ຫວຽດນາມ, ລາວ ແລະ ກຳປູເຈຍ ປຸກລະດົມໂຄງການສ້າງໂລກຄືນໃໝ່ພ້ອມກັນກັບພາສາ ຝຣັ່ງ, ໂຄງການ ເພື່ອຊ່ວຍໃຫ້ນັກຮຽນມັດທະຍົມຕອນປາຍທີ່ຮູ້ພາສາ ຝຣັ່ງ ໃນ 3 ປະເທດ ໄດ້ໄປຢ້ຽມຢາມ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນກ່ຽວກັບຫົວຂໍ້ການພັດທະນາແບບຍືນຍົງ.

ໂຄສະນາ​ວັດທະນະທຳ, ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ເຖິງ​ເພື່ອນ​ມິດສາ​ກົນ​ທີ່ Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024 ໂຄສະນາ​ວັດທະນະທຳ, ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ເຖິງ​ເພື່ອນ​ມິດສາ​ກົນ​ທີ່ Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024

ຍສໝ - Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ​ປະມານ 5.000 ຄົນ, ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 14 ກັນຍາ ຢູ່​ເຂດ​ຖະໜົນ​ຄົນ​ຍ່າງ ​ເຈີ່ນ​ເຍີນ​ຕົງ ​ແລະ ​ເຂດ​ອ້ອມ​ແອ້ມ (ຕາແສງ ​ຫງວຽນຢູ, ເມືອງ ຮາຍ​ບາຈື່ງ, ນະຄອນ​ ຮ່າ​ໂນ້ຍ).

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.