ເຊີນລາ: ກະກຽມໃຫ້ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ ຢ່າງຕັ້ງໜ້າ

07:54 | 21/03/2024

ເຊີນລາ: ກະກຽມໃຫ້ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ ຢ່າງຕັ້ງໜ້າ

ແຂວງ ເຊີນລາ ໄດ້ຈັດຕັ້ງພິທີເປີດ​ງານ​ບຸນ​ກາ​ເຟ​ເຊີນ​ລາ​ຄັ້ງ​ທຳ​ອິດ​ປີ 2023 ແຂວງ ເຊີນລາ ໄດ້ຈັດຕັ້ງພິທີເປີດ​ງານ​ບຸນ​ກາ​ເຟ​ເຊີນ​ລາ​ຄັ້ງ​ທຳ​ອິດ​ປີ 2023
ສະມາຄົມນັກຮົບເກົ່າ ແຂວງ ເຊີນລາ - ແຂວງໄຊຍະບູລີ (ລາວ) ຊຸກຍູ້ການແລກປ່ຽນປະສົບການໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ ສະມາຄົມນັກຮົບເກົ່າ ແຂວງ ເຊີນລາ - ແຂວງໄຊຍະບູລີ (ລາວ) ຊຸກຍູ້ການແລກປ່ຽນປະສົບການໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ

“ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ” ປີ 2024 ຈະດຳເນີນໃນລະຫວ່າງວັນທີ 21-23 ມີນາ, ຢູ່ແຂວງຫົວພັນ, ສປປ ລາວ, ດ້ວຍຫຼາຍກິດຈະກໍາທ່ອງທ່ຽວ, ວັດທະນະທໍາທີ່ເປັນເອກະລັກສະເພາະ. ນັກຂ່າວໜັງສືພິມເຊີນລາ ໄດ້ສຳພາດທ່ານ ເຈິ່ນຊວນຫວຽດ ຮອງຫົວໜ້າພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງເຊີນລາ ກ່ຽວກັບເຫດການນີ້. ຂໍແນະນໍາໃຫ້ເພື່ອນຜູ້ອ່ານໄດ້ຮັບຊາບ.

ນັກຂ່າວ: ຂໍຮຽນທ່ານໃຫ້ຮູ້ກ່ຽວກັບກິດຈະກຳເຄື່ອນໄຫວທີ່ຈະດໍາເນີນໃນ “ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ” ປີ 2024?

ເຊີນລາ: ກະກຽມໃຫ້ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ ຢ່າງຕັ້ງໜ້າ

ກະກຽມໃຫ້ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ ຢ່າງຕັ້ງໜ້າ. ພາບ: ເຊີນລາ

ທ່ານ ເຈິ່ນຊວນຫວຽດ: ໂດຍສືບຕໍ່ຜົນສໍາເລັດຂອງການເຄື່ອນໄຫວດ້ານວັດທະນະທໍາ-ການທ່ອງທ່ຽວ ທີ່ໄດ້ສົມທົບກັນຈັດຕັ້ງສຳເລັດ, ຄື: ວັນບຸນພົບປະແລກປ່ຽນວັດທະນະທໍາ, ກິລາ ແລະທ່ອງທ່ຽວເຂດຊາຍແດນລະຫວ່າງຫວຽດນາມ-ລາວ ຄັ້ງທີ 2 ຢູ່ແຂວງເຊີນລາ ປີ 2017; “ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ” ຢູ່ແຂວງຫົວພັນ ປີ 2018…, ແຂວງເຊີນລາ ໄດ້ສົມທົບກັບແຂວງຫົວພັນ ຈັດຕັ້ງ “ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ” ປີ 2024 ຂຶ້ນດ້ວຍຫຼາຍກິດຈະກໍາການທ່ອງທ່ຽວ, ວັດທະນະທໍາທີ່ເປັນເອກະລັກສະເພາະ, ຄື: ລາຍການສະແດງສິລະປະດ້ວຍຫົວຂໍ້ທີ່ວ່າ “ບົດເພງແຫ່ງຄວາມຮັກ ເຊີນລາ-ຫົວພັນ”. ງານວາງສະແດງຮູບພາບທີ່ສວຍງາມກ່ຽວກັບດິນແດນ, ປະຊາຊົນ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ຜະລິດຕະພັນການທ່ອງທ່ຽວ, ສີສັນວັດທະນະທຳ ແລະນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ, ເຊີນລາ-ຫົວພັນ. ຈັດຕັ້ງຮ້ານວາງສະແດງ, ແນະນໍາຜະລິດຕະພັນທ່ອງທ່ຽວ, ວັດທະນະທໍາ, ຜະລິດຕະພັນທ້ອງຖິ່ນຂອງສອງແຂວງເຊີນລາ-ຫົວພັນ. ຈັດຕັ້ງຄະນະ Famtrip ລົງສໍາຫຼວດເຂດທ່ອງທ່ຽວ, ແຫຼ່ງທ່ອງທ່ຽວ, ສະຖານທີ່ບໍລິການທ່ອງທ່ຽວ, ສ້າງແຫຼ່ງທ່ອງທ່ຽວ ເຊີນລາ-ຫົວພັນ, ກອງປະຊຸມຮ່ວມສຳພັນເພື່ອພັດທະນາການທ່ອງທ່ຽວ ເຊີນລາ-ຫົວພັນ. ການພົບປະເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງແຂວງເຊີນລາ-ຫົວພັນ, ລົງນາມບົດບັນທຶກການຮ່ວມມືໄລຍະ 2024-2026 ລະຫວ່າງສອງແຂວງ...

ນັກຂ່າວ: ເພື່ອເຮັດໃຫ້ “ວັນບຸນທ່ອງທ່ຽວວັດທະນະທຳເຊີນລາ-ຫົວພັນ” ດຳເນີນປະສົບຜົນສໍາເລັດຢ່າງຈົບງາມ, ວຽກງານກະກຽມໄດ້ຜັນຂະຫຍາຍຄືແນວໃດ, ຂໍຮຽນທ່ານ?

ທ່ານ ເຈິ່ນຊວນຫວຽດ: ໂດຍປະຕິບັດຕາມການຊີ້ນໍາຂອງຄະນະກຳມະການປະຊາຊົນແຂວງ, ພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງ ໄດ້ເປັນເສນາທິການກ່ຽວກັບການສ້າງ, ປະກາດໃຊ້ແຜນການເລກທີ 59/KH-UBND ລົງວັນທີ 27 ກຸມພາ 2024 ຂອງຄະນະກຳມະການປະຊາຊົນແຂວງເຊີນລາ ກ່ຽວກັບການຈັດຕັ້ງ “ວັນບຸນທ່ອງທ່ຽວວັດທະນະທຳເຊີນລາ-ຫົວພັນ” ຢູ່ແຂວງຫົວພັນ, ສປປ ລາວ. ວັນທີ 31 ມັງກອນ 2024, ຄະນະກຳມະການປະຊາຊົນແຂວງເຊີນລາ ໄດ້ເຮັດວຽກກັບອຳນາດການປົກຄອງແຂວງຫົວພັນ ຢູ່ດ່ານຊາຍແດນຈ່ຽງເຄືອງ, ເມືອງຊົງມາ. ສອງຝ່າຍໄດ້ເຫັນດີເປັນເອກະພາບບັນດາເນື້ອໃນຕາມແຜນການຂອງແຂວງເຊີນລາ ກ່ຽວກັບການຈັດຕັ້ງ “ວັນບຸນທ່ອງທ່ຽວວັດທະນະທຳເຊີນລາ-ຫົວພັນ”. ພ້ອມກັນນັ້ນ, ຄະນະປະຕິບັດງານພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງເຊີນລາ ຍັງໄດ້ຈັດຕັ້ງການສຳຫຼວດ ແລະເຮັດວຽກກັບພະແນກຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວແຂວງຫົວພັນ. ຕາມນັ້ນແລ້ວ, ສອງແຂວງກໍ່ໄດ້ເຫັນດີເປັນເອກະພາບບັນດາເນື້ອໃນຕາມແຜນການຂອງແຂວງເຊີນລາ ກ່ຽວກັບການຈັດຕັ້ງວັນບຸນ, ລະອຽດແມ່ນ: ເຫັນດີເປັນເອກະພາບກ່ຽວກັບເວລາ, ສະຖານທີ່ຈັດຕັ້ງເຫດການ. ໜູນຊ່ວຍແຂວງເຊີນລາ ຮັບປະກັນກ່ຽວກັບການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ໄຟຟ້າ, ນໍ້າປະປາ... ຢູ່ສະຖານທີ່ຈະດຳເນີນກິດຈະກໍາຂອງວັນບຸນ. ຊີ້ນຳບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງສົມທົບກັບແຂວງເຊີນລາ ເຂົ້າຮ່ວມກິດຈະກໍາຕ່າງໆ, ຄື: ງານວາງສະແດງຮູບພາບທີ່ສວຍງາມ; ຄັດເລືອກ ແລະແນະນຳຜູ້ຕາງໜ້າເຂດທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ຮ້ານອາຫານ ແລະໂຮງແຮມຂອງແຂວງຫົວພັນ ເຂົ້າຮ່ວມກອງປະຊຸມສໍາມະນາຮ່ວມສຳພັນ ເພື່ອພັດທະນາການທ່ອງທ່ຽວ; ສົມທົບກັນສຳລັບກິດຈະກຳວັດທະນະທຳວົງຄະນະຍາດຢູ່ເຂດວາງສະແດງ, ແນະນຳສິນຄ້າ. ຊີ້ນຳບັນດາຫົວໜ່ວຍທີ່ກ່ຽວຂ້ອງໃຫ້ການໜູນຊ່ວຍບັນດາຄະນະຜູ້ແທນ ແລະຄະນະປະຕິບັດງານແຂວງເຊີນລາ ໃນການເຄື່ອນໄຫວເຂົ້າ-ອອກເມືອງ ຢູ່ບັນດາດ່ານຊາຍແດນຂອງແຂວງຫົວພັນ-ເຊີນລາ ຢ່າງສະດວກ...

ແຂວງ ເຊີນລາ ໄດ້ກະກຽມສຳເລັດບັນດາພາກສ່ວນຄື: ສ້າງການອອກແບບຈຳລອງ, ເວທີ, ເນື້ອໃນປ້າຍ, ຄຳຂວັນໂຄສະນາ, ລະບົບເວທີສຳລັບລາຍການສະແດງສິລະປະ, ແຜນການ, ລາຍການເຄື່ອນໄຫວໃນວັນບຸນ...

ນັກຂ່າວ: ແຂວງເຊີນລາ ໄດ້ຕັ້ງຄວາມຫວັງຄືແນວໃດແດ່ຕໍ່ “ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ” ປີ 2024, ຂໍຮຽນທ່ານ?

ທ່ານ ເຈິ່ນຊວນຫວຽດ: ວັນບຸນແມ່ນການເຄື່ອນໄຫວຫັນເປັນລະອຽດບັນດາໜ້າທີ່, ມາດຕະການໃນບົດສະຫຼຸບເລກທີ 94-KL/TU ລົງວັນທີ 23 ມັງກອນ 2021 ຂອງຄະນະບໍລິຫານງານອົງຄະນະພັກແຂວງເຊີນລາ ກ່ຽວກັບການພັດທະນາການທ່ອງທ່ຽວແຂວງເຊີນລາ ເຖິງ 2025, ທິດທາງຮອດປີ 2030; ບົດສະຫຼຸບເລກທີ 1007-KL/TU ລົງວັນທີ 5 ທັນວາ 2023 ຂອງຄະນະປະຈຳຄະນະພັກແຂວງ ວ່າດ້ວຍແຜນການເຄື່ອນໄຫວພົວພັນຕ່າງປະເທດ ປີ 2024; ຍູ້ແຮງນ້ຳໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ-ລາວ, ເຊີນລາ-ຫົວພັນ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ. ຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືໃນວິວັດການເຊື່ອມໂຍງເຂົ້າກັບສາກົນ; ເພີ່ມທະວີການຮ່ວມສໍາພັນ, ການຮ່ວມມືພັດທະນາຮອບດ້ານລະຫວ່າງສອງແຂວງ. ສ້າງກາລະໂອກາດໂຄສະນາ, ແນະນຳກ່ຽວກັບວັດທະນະທໍາ, ປະຊາຊົນ, ທັດສະນີຍະພາບທຳມະຊາດທີ່ສວຍງາມຂອງສອງແຂວງ, ສອງປະເທດໃຫ້ແກ່ນັກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດ. ຈາກນັ້ນ, ກໍ່ເປີດກວ້າງການພົບປະແລກປ່ຽນ ແລະການຮ່ວມມືດ້ານວັດທະນະທໍາ; ຮ່ວມສຳພັນພັດທະນາການທ່ອງທ່ຽວ ເຊີນລາ-ຫົວພັນ, ປະກອບສ່ວນສ້າງວຽກເຮັດງານທໍາ, ເພີ່ມລາຍຮັບໃຫ້ປະຊາຊົນສອງແຂວງ, ລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ພິເສດແມ່ນເຂດຊົນເຜົ່າສ່ວນໜ້ອຍ, ເຂດຊາຍແດນ.

ນັກຂ່າວ: ຂໍຂອບໃຈທ່ານ!

ບູນມີ

ເບິ່ງເພີ່ມເຕີມໃນ: ທັດສະນີຍະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.