ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມື ຫວຽດນາມ - ຍີ່ປຸ່ນ ແລະ ເພື່ອສະເຫຼີມສະຫຼອງວັນວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ທີ່ສະຖານທູດຫວຽດນາມ ປະຈຳ ຍີ່ປູ່ນ, ສະມາຄົມປັນຍາຊົນ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຈັດຕັ້ງການພົບປະນັກປັນຍາຊົນຫວຽດນາມ ດີເດັ່ນ 100 ຄົນ ໂດຍການເປັນອຸປະຖຳຂອງສະຖານທູດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ.
ຍສໝ - ຜູ້ກຳກັບການສະແດງ ຟ້າມທຽນເອີນ, ຍາດໄດ້ລາງວັນ ມືກ້ອງຄຳ ໃນຟິມຮູບເງົາ “ຢູ່ໃນຝັກຫຼອກ”
ຍສໝ - ວັນທີ 19 ພຶດສະພາດ ການສະເຫຼີມສະຫຼອງ133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນຢູ່ຕ່າງປະເທດ (19/5/1890 –19/5/2023) ໂດຍຊາວຫວຽດນາມອາໄສຢູ່ຫຼາຍປະເທດ ແລະ ເຂດແຄ້ວນ ຈັດຂຶ້ນດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.
ຍສໝ - ໃນຕອນບ່າຍ ວັນທີ 17 – 19 ພຶດສະພາ ໄດ້ເຮັດພິທີກຳທາງສາສະໜາອັດຖິຂອງທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 115 ອັດຖິ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ກວາງບິ່ງ ແລະ ເງະອານ.
ຍສໝ - ຕອນບ່າຍວັນທີ 4 ພຶດສະພາ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປຮອດ ສະໜາມບິນສາກົນ Hearthrow, ນະຄອນຫຼວງ ລອນດອນ, ລາຊະອານາຈັກ ອັງກິດ, ເລີ່ມຕົ້ນບັນດາການເຄື່ອນໄຫວເພື່ອເຂົ້າຮ່ວມພິທີ ຂຶ້ນຄອງລາຊະບັນລັງ ເຈົ້າຊີວິດ ອັງກິດ Charles III, ຕາມຄຳເຊື້ອເຊີນຂອງ ພະບໍລົມວົງສານຸວົງ ສະຫະດ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ.
ຍສໝ - ເຫດການໄດ້ຈັດຂຶ້ນດ້ວຍຫຼາຍການເຄື່ອນໄຫວທາງດ້ານວັດທະນະທຳສີລະປະຄື: ເຕັ້ນສາກ, ບັນລະຍາຍດ້ວຍຫົວຂໍ້ “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ເປັນຊາວຫວຽດນາມ”.
ຍສໝ - ໂດຍສືບຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນຕອນທ່ຽງຂອງວັນທີ 11 ເມສາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ໄດ້ໄປຢ້ຽມຢາມພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ລາວ ແລະພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ.
ຍສໝ - ໃນຕອນຄ່ຳທີ່ກຳລັງເຮັດວຽກງານກ່ຽວກັບປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ, ຂ້າພະເຈົ້າໄດ້ແບ່ງປັນຂໍ້ມູນກັບພໍ່ແມ່ປະຊາຊົນ. ໃນຂະນະນັ້ນ ທຸກຄົນພວມຮູ້ສຶກດີໃຈ: "ທ້ອນໂຮມປະເທດເປັນເອກະພາບແລ້ວ, ປະຊາຊົນເຮົາມີສິດເສລີແລ້ວ". ທຸກຄົນຍັງເວົ້າວ່າ "ເສຍດາຍແຕ່ວ່າ ລຸງໂຮ່ໍ ບໍ່ຢູ່ ເພື່ອໄດ້ເຫັນວັນທ້ອນໂຮມປະເທດຊາດເປັນເອກະພາບນີ້".
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳໄທ, ໃນວັນທີ 18 ມີນານີ້, ລັດຖະບານແຂວງຂອນແກ່ນ ຢູ່ພາກຕາເວັນອອກສຽງເໜືອຂອງໄທ, ສະຖານກົງສຸນໃຫຍ່ຫວຽດນາມ ແລະ ສະມາຄົມຊາວ ໄທ ເຊື້ອຊາດ ຫວຽດນາມ ປະຈຳແຂວງຂອນແກ່ນ ໄດ້ຈັດພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງວັດເສົ້າດຽວ, ເຊິ່ງແມ່ນສັນຍາລັກແຫ່ງນໃຈມິດຕະພາບ ຫວຽດນາມ - ໄທ ຢູ່ເຂດດິນແດນ ຂອນແກນ
ຕອນບ່າຍວັນທີ 13 ມີນາ, ຢູ່ແຂວງ ອຸດອນທານີ, ພາກຕາເວັນອອກສ່ຽງເໜືອຂອງໄທ, ກອງທຶນທຶນການສຶກສາ ວື່ອາຢິງ- ສະໂມສອນ “ເພື່ອຮວ່າງຊາ - ເຈື່ອງຊາທີ່ຮັກແພງ” ໄດ້ມອບຂໍ້ຕົກລົງວ່າດ້ວຍການຮັບເຂົ້າເປັນສະມາຊິກສະມາຄົມ ແລະ ບຸກຄົນຊາວຫວຽດນາມ ຢູ່ແຂວງ ອຸດອນ - ພາກຕາເວັນອອກສ່ຽງເໜືອຂອງໄທ.
ຍສໝ - ເຂົ້າຮ່ວມການເຄື່ອນໄຫວທຳການກຸສົນໜູນຊ່ວຍຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວຢູ່ຊີຣີ, ນັກສຶກສາຫວຽດນາມ ຢູ່ລັດເຊຍ ບໍ່ພຽງແຕ່ປະກອບສ່ວນຊ່ວຍຜູ້ປະສົບເຄາະຮ້າຍເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນມູນເຊື້ອ ຊ່ວຍເຫຼືອເຊິ່ງກັນແລະກັນຂອງຊາດ, ປະກອບສ່ວນໂຄສະນາພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ ໄປຍັງເພື່ອນມິດສາກົນ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ແລ້ວ, ໃນການເຂົ້າຮ່ວມການສະແດງດົນຕີ, ບັນດານັກຮ້ອງ, ຊາວໜຸ່ມເຍົາວະຊົນ ຫວຽດນາມ ໄດ້ຮ້ອງບັນດາບົດເພງ, ຈັງຫວະ, ວາດຟ້ອນຍ້ອງຍໍສັນລະເສີນບັນດາຄຸນຄ່າທີ່ດີງາມຂອງປະເທດຊາດ ແລະ ຊາວຫວຽດນາມ.
ຍສໝ - ເປັນຄັ້ງທຳອິດທີ່ລາຍການໂທລະພາບ ແຟຊັນ ຂອງ ອີຕາລີ Tailor Made 2022 ໄດ້ມີການເຂົ້າຮ່ວມຂອງຊາວຫວຽດນາມ ນັ້ນແມ່ນ ລີອາ ຫງວຽນ ໂດຍແມ່ນຜູ້ຄວ້າໄດ້ລາງວັນທີສອງ, ກໍ່ແມ່ນຄັ້ງທຳອິດທີ່ໄດ້ເຂົ້າຮ່ວມລາຍການທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງ ອາຊີຕາເວັນອອກ.
ຍສໝ - ໃນວັນທີ 28 ກຸມພານີ້, ທີ່ການພົບປະກັບ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ຟານຈີແທ່ງ, ທ່ານເຈົ້າແຂວງ ຂອນແກ່ນ Kraisorn Kongchalad ໄດ້ສະເໜີການສຶກສາເປີດເສັ້ນທາງບິນໂດຍກົງ ຈາກຂອນແກ່ນ ໄປຫາດ່ານັງ ເພື່ອຊຸກຍູ້ການລົງທຶນ, ການຄ້າ, ການທ່ອງທ່ຽວ, ແລກປ່ຽນວັດທະນະທຳ, ການແລກປ່ຽນປະຊາຊົນລະຫວ່າງສອງທ້ອງຖິ່ນ.
ຍສໝ - ແຂວງອຸດອນທານີ ເປັນບ່ອນຂອງຊຸມຊົນຄົນຕ່າງປະເທດທີ່ໃຫຍ່ທີ່ສຸດໃນທົ່ວປະເທດໄທ. ດ້ວຍປະຫວັດການສ້າງສາ ແລະ ພັດທະນາທີ່ຍາວນານ, ປະຊາຄົມມີຈິດໃຈສາມັກຄີ, ຕິດພັນກັນ ແລະ ເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນ.
ຍສໝ - ວັນທີ 24 ກຸມພາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ຟານຈີແທງ ໄດ້ມີການພົບປະກັບທ່ານ ສຸວິດ ຈັນວອນ ເຈົ້າແຂວງ ໜອງບົວລຳພູ ເພື່ອປຶກສາຫາລືວິທີຊຸກຍູ້ການຮ່ວມມືຢູ່ທ້ອງຖິ່ນລະຫວ່າງ 2 ປະເທດໃນຂົງເຂດການລົງທຶນ, ການຄ້າ, ເສດຖະກິດ, ການທ່ອງທ່ຽວ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ.
ຍສໝ ສະຖານທູດໄດ້ມີແຜນການສົມທົບກັບປະຊາຄົມຊາວຫວຽດນາມ ຢູ່ຕວກກີ ເພື່ອຜັນຂະຫຍາຍບັນດາໂຄງການໜູນຊ່ວຍອັນສຳຄັນໃຫ້ແກ່ປະຊາຊົນ ເພື່ອໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຮ້ານຂາຍເຝີ ມີຊື່ວ່າ “ເບັບຈູເຊີນ - ໝາຍຄວາມວ່າເຮືອນຄົວຂອງອາວເຊີນ” ໂດຍຕັ້ງຢູ່ ເມືອງ Gwangsan ແຂວງ Qwangju ສ. ເກົາຫລີ ແມ່ນຮ້ານເຝິທີ່ມີຊື່ສຽງຂອງ ຊາວຫວຽດນາມ. ເຖິງວ່າ ຮ້ານຂາຍເຝີນີ້ ເປີດຍັງບໍ່ທັນດົນປານໃດ ແຕ່ ເບັບຈູເຊີນ ໄດ້ກາຍເປັນສະຖານທີ່ລື້ງເຄີຍຂອງຫລາຍໆຄົນທີ່ນິຍົມເຝີ ຫວຽດນາມ.
ຍສໝ -ວັນທີ 16 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ດັ້ງມີງຄອຍ ໄດ້ນຳໜ້າຄະນະຜູ້ແທນສະຖານທູດຫວຽດນາມ ໄດ້ລົງຢ້ຽມຢາມຖາມຂ່າວສະພາບການຢູ່ສູນການຄ້າ Sadovod (ຫຼືເອີ້ນວ່າ ຕະຫຼາດນົກ) ຢູ່ ມົດສະກູ ແລະ ຢ້ຽມຢາມສະພາບການດຳເນີນທຸລະກິດ ແລະ ການຄ້າຂອງຊາວຫວຽດນາມ ຢູ່ທີ່ນີ້.
ພາຍຫຼັງ 1 ອາທິດໄດ້ເຮັດວຽກຢູ່ ຕວກກີ ດ້ວຍຄວາມຮີບດ່ວນ ແລະ ຕັ້ງໜ້າ, ຕອນບ່າຍວັນທີ 19 ເດືອນກຸມພາ 2023, ຄະນະກູ້ໄພຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ສຳເລັດໜ້າທີ່ ແລະ ກັບຄືນປະເທດ ຫວຽດນາມ.
ຍສໝ - ວາລະສານ Times (ສະຫະພັນບັນດາອົງການມິດຕະພາບຫວຽດນາມ) ແມ່ນບ່ອນທີ່ໜ້າເຊື່ອຖືຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເມື່ອຢາກອັບເດດຂ່າວການເມືອງ, ເສດຖະກິດ, ວັດທະນະທຳ ແລະ ບັນຫາສັງຄົມຢູ່ພາຍໃນປະເທດຢ່າງຖືກຕ້ອງກັບຄວາມຈິງ ແລະ ພາວະວິໄສ. ວາລະສານ Times ຍັງໄດ້ສ້າງເວທີປາໄສທີ່ມີປະໂຫຍດ ແລະ ການເຊື່ອມຕໍ່ລະຫວ່າງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປະເທດຊາດ.
ຍສໝ -ທ່ານເອກອັກຄະລັດຖະທູດ ໂດເຊີນຫາຍ ຢືນຢັນວ່າ, ສະຖານທູດ ຫວຽດນາມ ປະຈຳ ຕວກກີ ຈະສືບຕໍ່ຮັກສາການພົວພັນ ກັບປະຊາຊົນເພື່ອແນໃສ່ຕິດຕາມກວດກາສະພາບການປະຈຳວັນ, ໜູນຊ່ວຍຢ່າງທັນການໃນສະພາວະການຈຳເປັນ.
ຍສໝ - ຕອນບ່າຍວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ດັ້ງແທັງເຟືອງ, ຮອງຫົວໜ້າຄະນະພົວພັນຕ່າງປະເທດ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບການອຖປະຖຳຈາກບັນດານັກປະພັນທີ່ຍາດໄດ້ລາງວັນຄ້ອນຕີ ກ່ຽວຄຳ: ທ່ານ Steve ບຸຍ ແລະ ທ່ານນາງ ໂງເຟີມເຈິນ ເປັນຈຳນວນເງິນ 50 ລ້ານດົ່ງໃຫ້ກອງທຶນສູນກາງ “ເພື່ອຄົນທຸກຍາກ”.
ຍສໝ - ການສື່ສານນະໂຍບາຍໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນໜ້າທີ່ສຳຄັນຊ່ວຍຊາວຫວຽດນາມອາໄສຢູ່ຕ່າງປະເທດມີຄວາມເຂົ້າໃຈແຈ້ງ, ຖືກຕ້ອງກ່ຽວກັບແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ປະກອບສ່ວນເຂົ້າໃນການປົກປ້ອງພື້ນຖານແນວຄິດຂອງພັກໃນຂົງເຂດຖະແຫຼງການການຕ່າງປະເທດ.
ຍສໝ - ໃນປະຈຸບັນ, ທ່ານນາງ ໂຫງຕວຽດມາຍ ແມ່ນຊາວອາຊີຄົນດຽວ ທີ່ສອນພາສາອັງກິດຢູ່ມະຫາວິທະຍາໄລ Flinders, South Australia ທີ່ຫາກໍ່ຍາດໄດ້ລາງວັນຊະນະການສິດສອນທີ່ດີເລີດຂອງມະຫາວິທະຍາໄລດັ່ງກ່າວໃນປີ 2022.
ຍສໝ - ສະມາຄົມຊາວຫວຽດນາມ ປະຈໍາຝະຣັ່ງ (UGVF) ໄດ້ຈັດຕັ້ງບຸນປີໃໝ່ປະຈໍາຊາດ ປີເຖາະ ຢູ່ສະໂມສອນ Baltard, ນະຄອນ Nogent-sur-Marne ຢູ່ຊານເມືອງປາຣີ.
ຍສໝ - ຫວຽດນາມຜ່ານຜ່າປີ 2022 ທີ່ປະສົບຜົນສຳເລັດ ດ້ວຍຜົນງານຫຼາຍຢ່າງໃນຂົງເຂດວັດທະນະທຳ. ໝາກຜົນນັ້ນແມ່ນສ່ວນໜຶ່ງທີ່ມາຈາກບັນດາຄວາມມານະພະຍາຍາມຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ຂອງ ຫວຽດນາມ ໃນການຊຸກຍູ້ໂຄສະນາທາງດ້ານພາສາ ແລະ ວັດທະນະທຳຢ່າງກ້ວາງຂວາງໃນທົ່ວໂລກ. ນັ້ນແມ່ນຂໍ້ສັງເກດຂອງທ່ານສາດສະດາຈານ ນາງ Elena Tyumeneva ສັງກັດມະຫາວິທະຍາໄລ ພາສາສາດຂັ້ນສູງ (ກະຊວງການຕ່າງປະເທດ ລັດເຊຍ)
ຍສໝ - ຕາມກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຍີ່ປຸ່ນ ແລ້ວ, ໃນຈຳນວນຄົນຕ່າງປະເທດ 1,82 ລ້ານຄົນທີ່ພວມເຮັດວຽກຢູ່ຍີ່ປຸ່ນ, ຈຳນວນຄົນສັນຊາດຫວຽດນາມ ແມ່ນຫຼາຍທີ່ສຸດ, ມີເຖິງ 462.384 ຄົນ, ກວມເອົາ 25,4%.
ຍສໝ - ທ່ານນາງປະທານ VUFO ຫງວຽນເຟືອງງາ ເວົ້າວ່າ: ພວກຂ້າພະເຈົ້າໄດ້ເລືອກເອົາຫົວຂໍ້ນີ້ ໂດຍອີງໃສ່ບັນດາບຸລິມະສິດຂອງພັກ ແລະ ລັດ ຫວຽດນາມ ກຳນົດໃນປີ 2023 ແມ່ນປີບານພັບໃນການປະຕິບັດໜ້າທີ່ເສດຖະກິດ - ສັງຄົມ 5 ປີ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ
ຍສໝ - ຄວບຄຸມພະຍາດໂຄວິດ - 19, ເປີດປະຕູຕ້ອນຮັບແຂກທ່ອງທ່ຽວ ແລະ ຟື້ນຟູເສດຖະກິດ - ສັງຄົມ ໂດຍໄວ…ແມ່ນພາບພົດຂອງ ຫວຽດນາມ ໃນປີ 2022. ເພື່ອນມິດສາກົນຮູ້ສຶກແນວໃດກ່ຽວກັບ ຫວຽດນາມ ພາຍຫຼັງ 1 ປີທີ່ຜ່ານຜ່າຄວາມຫຍຸ້ງຍາກລຳບາກ?