ກຸບ​ໃບ​ໄມ້ ຫວຽດ​ນາມ ຢູ່ game show ແຟຊັນຢູ່​ອີ​ຕາ​ລີ

11:17 | 07/03/2023

ຍ​ສ​ໝ - ເປັນ​ຄັ້ງ​ທຳ​ອິດທີ່ລາຍ​ການ​ໂທ​ລະ​ພາບ ແຟ​ຊັນ ຂອງ ອີ​ຕາ​ລີ Tailor Made 2022 ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫວຽດ​ນາມ ນັ້ນ​ແມ່ນ ລີ​ອາ ຫງວຽນ ໂດຍ​​ແມ່​ນຜູ້​ຄວ້າ​ໄດ້​ລາງວັນ​ທີສອງ, ກໍ່​ແມ່ນ​ຄັ້ງ​ທຳ​ອິດທີ່ໄດ້ເຂົ້າຮ່ວມ​ລາຍ​ການ​ທີ່ເຂັ້ມຂຸ້ນໄປດ້ວຍສີ​ສັນ​ຂອງ​ ​ອາ​ຊີ​ຕາ​ເວັນ​ອອກ.

ນາຍົກລັດຖະມົນຕີ ຫວຽດນາມ ຕົກລົງສ້າງຕັ້ງຄະນະຊີ້ນຳແຫ່ງຊາດກ່ຽວກັບການຈັດຕັ້ງ SEA Game 31 ແລະ  ASEAN Para Game 11 ນາຍົກລັດຖະມົນຕີ ຫວຽດນາມ ຕົກລົງສ້າງຕັ້ງຄະນະຊີ້ນຳແຫ່ງຊາດກ່ຽວກັບການຈັດຕັ້ງ SEA Game 31 ແລະ ASEAN Para Game 11
ຜລິດຕະພັນ ສອງລຸ້ນຂອງ ບໍລິສັດຜລິດລົດຍົນ VinFast : sedan ແລະ SUV ກຽມເປີດໂຊຕົວ ຢູ່ Paris Motor Show 2018 ຜລິດຕະພັນ ສອງລຸ້ນຂອງ ບໍລິສັດຜລິດລົດຍົນ VinFast : sedan ແລະ SUV ກຽມເປີດໂຊຕົວ ຢູ່ Paris Motor Show 2018
ກຸບ​ໃບ​ໄມ້ ຫວຽດ​ນາມ ຢູ່ game show ແຟຊັນຢູ່​ອີ​ຕາ​ລີ
ນັກ​ອອກ​ແບບ ລີ​ອາ ຫງວຽນ (ພາບ: thanhnien.vn)

ກຸບ​ໃບ​ໄມ້ ຫວຽດ​ນາມ ຢູ່ game show ແຟຊັນຢູ່​ອີ​ຕາ​ລີ

ເປັນ​ຄັ້ງ​ທຳ​ອິດທີ່ລາຍ​ການ​ໂທ​ລະ​ພາບແຟ​ຊັນ ຂອງ ອີ​ຕາ​ລີ Tailor Made 2022 ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫວຽດ​ນາມ ນັ້ນ​ແມ່ນ ລີ​ອາ ຫງວຽນ ໂດຍ​ແມ່ນ​ຜູ້​ຄວ້າ​ໄດ້​ລາງວັນ​ທີສອງ, ກໍ່​ແມ່ນ​ຄັ້ງ​ທຳ​ອິດທີ່ໄດ້ເຂົ້າຮ່ວມ​ລາຍ​ການ​ທີ່ເຂັ້ມຂຸ້ນໄປດ້ວຍສີ​ສັນ​ຂອງ​ ​ອາ​ຊີ​ຕາ​ເວັນ​ອອກ.

ໂດຍ​ມີ​ໜ້າ​ຕາ​ໜ້າ​ຮັກ ພ້ອມ​ກັບ​ຮູບ​ຮ່າງ ແລະ Style ແຟ​ຊັນ​​ສ່ວນ​ໜຶ່ງທີ່​ບໍ່ທຳມະດາ, ຍິງ​ສາວ​ເກີດ​ປີ 1993 ນີ້​ເບິ່ງ​ຄື​ວ່າ​ເປັນ​ຍິງສາວທີ່​ຍັງ​ບໍ່​ທັນ​ສ້າງ​ຄອບ​ຄົວ.

“ແມ່ນ​ແລ້ວ, ຂ້າ​ພະ​ເຈົ້າ​ແມ່ນ​ຍິງສາວ​ທີ່ບໍ່​ທຳ​ມະ​ດາ, ແຕ່​ມີ​ແຕ່​ໃນ​ເສັ້ນ​ທາງ​ປ່ຽນ​ແປງແນວ​ຄິດ​ເທົ່າ​ນັ້ນ. ແຕ່​ລະ​ເທື່ອ​ເມື່ອ​ມີ​ການ​ປ່ຽນ​ແປງ​ແບບ​ບັງ​ເອີນ, ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ່​ເຮັດ​ໃຫ້​ແມ່​ຂອງ​ຕົນ​ຕົກ​ໃຈ ຍ້ອນ​ການ​ປ່ຽນ​ແປງ​ 180 ອົງສາ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຕົກ​ສະ​ເຫງີ ” ລີ​ອາ ຫງວຽນ (ຊື່​ແທ້ແມ່ນ ຫງວຽນ​ຮ່​ວາງ​ຢ້ຽມ​ລິງ) ແບ່ງ​ປັນ.

​ມີ​ປະ​ຫວັດ​ຫຍໍ້​ທີ່​ເປັນ​ໜ້າ​ຈັບ​ອົກ​ຈັບ​ໃຈ: ໂດຍ​ແມ່ນ​ອະ​ດີດ​ນັກ​ສຶກ​ສາ​ທີ່​ດີ​ເລີດ​ຂອງຂະແໜງ​ເລກຄອມ, ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ທຳ​ມະ​ຊາດ (ມະ​ຫາ​ວິ​ທະ​ຍາ​ໄລ​ຮ່າ​ໂນ້ຍ), ຮຽນ​ຮົບ​ປະ​ລິ​ຍາ​ຕີ​ລະ​ດັບ​ເກັ່ງ ຂະ​ແໜງ​ເສດ​ຖະ​ກິດ​ການ​ເງິນ, ມະ​ຫາ​ວິ​ທະ​ຍາ Leicester (ລາ​ຊະ​ອາ​ນາ​ຈັກ ອັງ​ກິດ) ແລ້ວກັບ​ເມືອ​ປະ​ເທດ​ເຂົ້າ​ເຮັດ​ວຽກ​ຢູ່ສອງ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ໃຫຍ່, ແລ້ວມາ​ຮອດ​ມື້​ໜຶ່ງ ຈິ່ງຮູ້​ສຶກວ່າ​ຕົນ​ເອງ​ບໍ່​ເໝາະ​ກັບ​ວຽກ​ງານທີ່​ກຳ​ລັງ​ເຮັດ

ຂ້າ​ພະ​ເຈົ້​າ​ຮູ້​ສຶກ​ອຶດ​ອັດ, ບໍ່​ພຽງ​ແຕ່​ຍ້ອນ​ສະ​ພາບ​ແວດ​ລ້ອມ​ຂອງ​ການ​ເຮັດ​ວຽກ, ແຕ່ກໍ່ບໍ່​ແມ່ນ​ຍ້ອນ​ລາຍ​ຮັບ ຫຼື ຄວາມ​ກົດ​ດັນ​ໃນ​ການ​ເຮັດ​ວຽກ​, ເຊິ່ງ​ພຽງ​ແຕ່​ແມ່ນ​ຕົນ​ເອງ​ຮູ້​ສຶກ​ວ່າ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ພາບ​ແຕ້ມ​ທີ່​ເປັນສີດຽວກັນໝົດ. ນັ້ນ​ບໍ່​ແມ່ນ​ບັນ​ຍາ​ກາດ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ດຳ​ລົງ​ຊີ​ວິດ​ໃນ​ທຸກວັນ. ຂ້າ​ພະ​ເຈົ້າ​ຢາກ​ດຳ​ລົງ​ຊີ​ວິດ​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ທີ່​ສວຍ​ສົດ​ງົດ​ງາມ​ກ່​ວາ​ນີ້​ອີກ, ຕ້ອງ​ເປັນ​ໂລກ​ໂດຍ​ຕົນ​ເອງ​ສ້າງ​​ຂຶ້ນ, ລີ​ອາ ຫງວຽນ ​ແບ່ງ​ປັນ.

ກຸບ​ໃບ​ໄມ້ ຫວຽດ​ນາມ ຢູ່ game show ແຟຊັນຢູ່​ອີ​ຕາ​ລີ
ຜະ​ລິດ​ຕະ​ພັນ​ອອກ​ແບບ​ຂອງ ລີ​ອາ ຫງວຽນ (ພາບ: thanhnien.vn)

ພາຍຫຼັງ​ໃບຂໍ​ຢຸດ​ງານ​ໄດ້​ຮັບ​ການ​ຕົກລົງຢ່າງ​ໄວວາ, ແມ່ນ​ການ​ປ່ຽນ​ແປງ​ຄັ້ງຍິ່ງໃຫຍ່​ທີ່​ສຸດ​ຂອງ​ນັກ​ຊ່ຽວ​ຊານ​ໄຈ້​ແຍກ​ດ້ານ​ການ​ເງິນ​ນີ້. ລາວ​ຮຽນ​ຕໍ່ ເປັນ​ເວ​ລາ 4 ປີ ແລະ ໄດ້​ຮັບ​ໃບ​ປະ​ກາດລະດັບ​ເກັ່ງ​ວິ​ຊາອອກ​ແບບ​ແຟ​ຊັ​ນຂອງ ໂຮງ​ຮຽນ NABA - Nuova Accademia di Belle Arti (ປະ​ເທດ​ອີ​ຕາ​ລີ).

ເມື່ອ​ຫາ​ກໍ່​ໄດ້​ຮັບ​ເອົາ​ໃບ​ປະ​ກາດ, ລີ​ອາ ຕັດ​ສິນ​ໃຈ​ເຂົ້າ​ຮ່ວມ ລາຍ​ການ Tailor Made 2022 - ເຊິ່ງ​ແມ່ນ​ game show ໃນ​ໂທລະພາບຕົວ​ຈິງ​ທີ່​ສະ​ຫງວນ​ໃຫ້​ແກ່​ຜູ້​ມີ​ຄວາມ​ຫຼົງ​ໄຫຼກັບ​ແຟ​ຊັນ ແລະ ການ​ຕັດຫຍິບ ເຊິ່ງ​ໄດ້​ຮັບ​ການ​ອອກ​ອາ​ກາດ​ໃນ Discovery + ແລະ ຊ່ວງເວລາຄຳຂອງ​ Real Time TV ໃນ​ຕອນ​ຄ່ຳ​ວັນ​ພຸດ​ຂອງ​ທຸກ​ອາ​ທິດ.

ໂດຍນອນ​ໃນ 10 ຄົນ​ເຂົ້າ​ຮອບ​ຊີງ​ຊະ​ນະ​ເລີດ​ຂອງ ລາຍ​ການ Tailor Made 2022, ມີ​ແຕ່​ ລີ​ອາ ແມ່ນ​ຊາວ​ຕ່າງ​ປະ​ເທດ ແລະ ເປັນ​ຜູ້​ຕັດ​ຫຍິບ​ຊ້າ​ທີ່​ສຸດ​ຍ້ອນ​ລະ​ດັບ​ພາ​ສາອີ​ຕາ​ລີ ​ຍັງ​ບໍ່​ເກັ່ງ​ປານ​ໃດ, ເຊິ່ງ​ເຮັດ​ໃຫ້​ລາວ​ເສຍ​ເວ​ລາ​ເມື່ອ​ຕອບ​ສຳ​ພາດ​ແບບ​ບັງ​ເອີນ​ໃນ​ການ​ແຂ່ງ​ຂັນ.

ສິ່ງ​ທີ່​ເປັນ​ໜ້າ​ຈັບ​ໃຈ​ນັ້ນ​ແມ່ນ​ໃນ​ໂຕະ​ເຮັດ​ວຽກ​ຂອງ​ລາວ ຍາມ​ໃດ​ກໍ່​ມີ​ສອງວັດ​ຖຸ​ທີ່​ເປັນ​ສັນ​ຍາ​ລັກ​ຂອງ ຫວຽດ​ນາມ ນັ້ນ​ແມ່ນ ກຸມ​ໃບ​ໄມ້ ແລະ ຂຸ່ຍ.

ໂດຍ​ພຽງ​ແຕ່​ຍາດ​ໄດ້​ລ​າງວັນ​ທີສອງ​ກໍ່​ມີ​ຄວາມ​ໝາຍ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ປ່ອຍໃຫ້​ລາງວັນ​ທີ​່ຕົນ​ເອງ​ມີ​ຄວາມ​ຝັນ​ຢາກ​ໄດ້ຫຼຸດມືໄປ: ມີ​ໂອ​ກາດ​ຝືກ​ງານ ເປັນ​ເວ​ລາ 6 ເດືອນ​ຢູ່​ຫ້ອງ​ອອກ​ແບບ​ຂອງ Gucci 1 ທຶນ. ແຕ່​ກໍ່​ຍ້ອນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ນີ້ ຂ້າ​ພະ​ເຈົ້າ​ຈຶ່ງມີໂອ​ກາດ​ໄດ້​ອອກ​ໂທ​ລະ​ພາບ​ອີ​ຕາ​ລີ ​ເປັນ​ເວ​ລາ 6 ອາ​ທິດ, ເພື່ອ​ເລົ່າ​ໃຫ້​ເພື່ອ​ນ​ມິດ​ຊາວ​ອີ​ຕາ​ລີ ແລະ ຜູ້​ຊົມ​ອີ​ຕາ​ລີ ກ່ຽວ​ກັບ​ປະ​ເທດ​ຫວຽດ​ນາມ ຜ່ານ​ສອງ​ສັນ​ຍາ​ລັກ​ດັ່ງ​ກ່າວ. ລີ​ອາ ​ຫງວຽນ ​ແບ່ງ​ປັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.