ຊຸກ​ຍູ້​ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ແຂ​ວງ ໜອງ​ບົວ ລຳ​ພູ (ໄທ)

08:48 | 28/02/2023

ຍ​ສ​ໝ - ວັນ​ທີ 24 ກຸມ​ພາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ໄທ ຟານ​ຈີ​ແທງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ສຸ​ວິ​ດ ຈັນ​ວອນ ​ເຈົ້າ​ແຂວງ ໜອງ​ບົວ​ລຳ​ພູ ເພື່ອ​ປຶກ​ສາ​ຫາ​ລື​ວິ​ທີ​​ຊຸກ​ຍູ້​ການ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ​ລະ​ຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ການ​ລົງ​ທຶນ, ການ​ຄ້າ, ເສດ​ຖະ​ກິດ, ການທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ ແລະ ການ​ພົບ​ປະແລກ​ປ່ຽນປະ​ຊາ​ຊົນ​.

ຫວຽດ​ນາມ ແລະ ຍີ່​ປຸ່ນ ຍູ້​ແຮງ​ບັນ​ດາ​ການ​ເຄຶ່ອນ​ໄຫວ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ ຫວຽດ​ນາມ ແລະ ຍີ່​ປຸ່ນ ຍູ້​ແຮງ​ບັນ​ດາ​ການ​ເຄຶ່ອນ​ໄຫວ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ
EuroCham ສະ​ເໜີ ຫວຽດ​ນາມ ປັບ​ປຸງ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ EuroCham ສະ​ເໜີ ຫວຽດ​ນາມ ປັບ​ປຸງ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ

ຊຸກ​ຍູ້​ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ແຂ​ວງ ໜອງ​ບົວ ລຳ​ພູ (ໄທ)

ວັນ​ທີ 24 ກຸມ​ພາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ໄທ ຟານ​ຈີ​ແທງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ສຸ​ວິ​ດ ຈັນ​ວອນ ​ເຈົ້າ​ແຂວງ ໜອງ​ບົວ​ລຳ​ພູ ເພື່ອ​ປຶກ​ສາ​ຫາ​ລື​ວິ​ທີ​​ຊຸກ​ຍູ້​ການ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ​ລະ​ຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ການ​ລົງ​ທຶນ, ການ​ຄ້າ, ເສດ​ຖະ​ກິດ, ການທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ ແລະ ການ​ພົບ​ປະແລກ​ປ່ຽນ​ປະ​ຊາ​ຊົນ​.

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟານ​ຈີ​ແທັງ ​ໃຫ້​ຮູ້​ວ່າ: ການ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ມີ​ບົດບາດ​ສຳຄັນ ​ແລະ ຕ້ອງໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ເໜີ​ໃຫ້​ແຂວງ​ໜອງ​ບົວ​ລຳ​ພູ​ ຄົ້ນຄວ້າ ​ແລະ ພິ​ຈາ​ລະ​ນາ​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ໄປ​​ຊອກ​ຮູ້, ​ເຊື່ອມຕໍ່ການຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ຫຼາຍ​ຈຸດ​ຄ້າຍຄື​ກັນ​ຢູ່ ຫວຽດນາມ.

ຊຸກ​ຍູ້​ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ແຂ​ວງ ໜອງ​ບົວ ລຳ​ພູ (ໄທ)
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ໄທ ຟານ​ຈີ​ແທງ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ໄທ​ເຊື້ອ​ຊາດ ຫວຽດ​ນາມ (ພາບ: ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ໄທ)

ໄປ​ຄຽງ​ຄູ່​ກັນ​ນັ້ນ, ​​ທາງແຂວງ​ສາມາດ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ເຊື່ອມ​ຕໍ່​ກັບ​ບາງ​ແຂວງ​ໃກ້​ຄຽງ​ໃນ​ພາກ​ອີສານ​ຂອງ​ໄທ ​ເຊັ່ນ: ອຸດອນ​ທານີ ​ເພື່ອ​ໃຫ້​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ໃນ​ແຂວງ​ຈັດ​ຕັ້ງ​ລາຍການ​ທ່ອງ​ທ່ຽວ​ໃຫ້​ຊາວ​ໄທ​ໄປ​ຢ້ຽມຢາມ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່​ຮຽກຮ້ອງ​ໃຫ້​ແຂວງ ໜອງ​ບົວ​ລຳ​ພູ ສືບ​ຕໍ່​ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ປະຊາ​ຄົມ​ຊາວ​ຫວຽດນາມພວມທີ່ອາ​ໄສ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ໜອງ​ບົວ​ລຳ​ພູ.

ທ່ານ ສຸ​ວິ​ດ ຈັນ​ວອນ ​ໃຫ້​ຮູ້​ວ່າ: ​ແຂວງ ໜອງ​ບົວ​ລຳ​ພູ ຖື​ເປັ​ນ​ສຳ​ຄັນ ​ແລະ ຍາມ​ໃດ​ກໍ່​ສະໜັບສະໜູນ​ປະຊາ​ຄົມ​ຊາວໄທ​ເຊື້ອ​ຊາດຫວຽດນາມ ທີ່ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ. ທ່ານ​ກໍ່ຕີ​ລາຄາ​ສູງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ທີ່ປະສົບ​ຜົນສຳ​ເລັດໃນ​ການ​ດຳ​ເນີນ​ທຸລະ​ກິດ​ໃນ​ບໍ​ລິ​ເວນ​ແຂວງ ​ແລະ ມີ​ການ​ປະກອບສ່ວນ​ລວມ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ. ທາງແຂວງ​ຍາມ​ໃດ​ກໍ່ຖື​ເປັນ​ສຳ​ຄັນ ​ແລະ ​ສະໜັບສະໜູນ​ປະຊາ​ຄົມ​ຊາວໄທ​ເຊື້ອ​ຊາດ​ຫວຽດນາມ ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ບໍລິເວນແຂວງ.

​ໃນ​ລາຍການ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟານ​ຈີ​ແທງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ແຂວງ ໜອງ​ບົວ​ລຳ​ພູ. ປະຈຸ​ບັນ, ຈຳນວນ​ຊາວໄທ​ເຊື້ອ​ຊາດ​ຫວຽດນາມ​ໃນ​ແຂວງ​ມີ​ປະມານ 30 ຄອບຄົວ, ​ແຕ່ກໍ່ໄດ້​ສ້າງ​ຕັ້ງ​ສະມາຄົມ​ຊາວ​ຫວຽດນາມ ​ແຂວງ ໜອງ​ບົວ​ລຳ​ພູ, ຂຶ້ນ​ກັບ​ສະມາຄົມ​ໃຫຍ່ຊາວເຊື້ອ​ຊາດ​ຫວຽດນາມ​ທົ່ວ​ປະ​ເທດ​ໄທ. ພໍ່​ແມ່ປະຊາຊົນ​ຢູ່​ທີ່​ນີ້​ນັບ​ມື້​ນັບ​ພັດທະນາ​ເສດຖະກິດ​ດີ​ຂຶ້ນ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ທ້ອງ​ຖິ່ນ​ເປັນ​ຢ່າງ​ດີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.