ນັກ​ສຶກ​ສາຫວຽດ​ນາມ ຢູ່​ລັດ​ເຊຍ​ຮ່ວມ​ແຮງ​ຮ່​ວມ​ໃຈ​ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຢູ່​ຊີ​ຣີ

13:00 | 08/03/2023

ຍ​ສ​ໝ - ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸສົນ​ໜູນຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ຊີ​ຣີ, ນັກ​ສຶກ​ສາ​ຫວຽດນາມ ຢູ່​ລັດ​ເຊຍ ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ເທົ່າ​ນັ້ນ ​ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ​ ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນຂອງ​ຊາດ, ປະ​ກອບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ.

ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກລະເບີດໝາກມິນພາຍຫຼັງສົງຄາມ ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກລະເບີດໝາກມິນພາຍຫຼັງສົງຄາມ
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ

ໃນ​ວັນ​ທີ 12 ກຸມ​ພາ, ວັນ​ທີ 18 ກຸມ​ພາ, ວັນ​ທີ 26 ກຸມ​ພາ, ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ ແລະ ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ໄດ້​ມອບ​ສິນ​ຄ້າ​ທີ່​ມີ​ມູນ​ຄ່າ​ປະ​ມານ 40.000 USD ໃຫ້​ແກ່​ສະ​ຖານ​ທູດ ຊີ​ຣີ ປະ​ຈຳ ມົດ​ສະ​ກູ ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ທີ່​ໂຫດ​ຮ້າຍ​ຢູ່​ປະ​ເທດ​ນີ້. ທັງ​ສາມ​ຄັ້ງທີ່​ສະ​ໜັ​ບ​ສະ​ໜູນ, ນັກ​ສຶກ​ສາ ຫວຽດ​ນາມ ທີ່​ພວມ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ນະ​ຄອນຫຼວງ ມົດ​ສ​ະ​ກູດ ຄື ມະ​ຫາ​ວິ​ທະ​ຍາ​ໄລ​ການ​ພົວ​ພັນ​ຕ່າງ​ປະ​ເທດ ມົດ​ສະ​ກູ (MGIMO), ມະ​ຫາ​ວິ​ທະ​ຍາ​ໄລ ພາ​ສາສາດ ແຫ່ງ​ຊາດ ມົດ​ສະ​ກູ (MGLU), ມະ​ຫາວິທະ​ຍາ​ໄລນ້ຳ​ມັນ​ອາຍ​ແກັດ ແຫ່ງ​ຊາດ ລັດ​ເຊຍ Gubkin​, ມະ​ຫາ​ຍາ​ໄລສັງ​ລວມ​ມິດ​ຕະ​ພາບ​ບັນ​ດາ​ເຜົ່າ ລັດ​ເຊຍ (RUDN) ໄດ້​ເຂົ້າ​ຮ່ວມ​ເປັນ​ສາ​ສະ​ໝັກ​ແຍກ, ຕິດ​ປ້າຍ, ສະ​ໜັບ​ສະ​ໜູນ​ບັນ​ດາ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ.

ວັນ​ທີ 26 ກຸມ​ພາ, ຢູ່​ບໍ​ລິ​ເວນ​ສະ​ຖານ​ທູດຊີ​ຣີ ​ປະ​ຈຳ​ລັດ​ເຊຍ, ນັກ​ສຶກ​ສາ​ຫວຽດ​ນາມ ໄດ້​ພົບ​ປະ​ກັບ ອາ​ຈານ Valentina Babakishvili, ສັງກັດມະ​ຫາ​ວິ​ທະ​ຍາ​ໄລ​ສັງ​ລວມ​ແຫ່ງ​ຊາດ Moscow. ຢູ່​ທີ​ນີ້ ຜູ້​ອາ​ສາ​ສະ​ໝັກຊີ​ຣີ ​ໄດ້​ແຍກ, ຫີບ​ຫໍ່​ສິນ​ຄ້າ​ທີ່​ປຽກ​ນ້ຳ​ຍ້ອນ​ຫິ​ມະ ແລະ ຝົນ​ຕົກ​ກ່ອນ​ທີ່​ຈະ​ນຳ​ຂຶ້ນ​ລົດ​ຂົນ​ສົ່ງ​ໄປ​ຍັງ​ສະ​ໜາ​ມ​ບິນ​ເພື່ອ​ຂົນ​ສົ່ງ​ໄປ​ຍັງ​ຊີ​ຣີ.

ນັກ​ສຶກ​ສາຫວຽດ​ນາມ ຢູ່​ລັດ​ເຊຍ​ຮ່ວມ​ແຮງ​ຮ່​ວມ​ໃຈ​ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຢູ່​ຊີ​ຣີ
ຜູ້​ຕາງ​ໜ້າ​ນັກ​ສຶກ​ສາ​ຫວຽດ​ນາມ ມອບ​ຂອງ​ຂວັນ​ໃຫ້​ແກ່ ສະ​ຖານ​ທູດ​ຊີ​ຣີ ​ປະ​ຈຳລັດ​ເຊຍ (ພາບ: ແທັງ​ຟອງ)

ເພື່ອນ​ຈິງກວັກ​ວິງ, ປະ​ລິນ​ຍາ​ໂທປີ​ທີ 2 ​ຢູ່ MGIMO ໃຫ້​ຮູ້​ວ່າ ໂດຍ​ໄດ້​ຮັບ​ຂໍ້​ມູນ​ຈາ​ກ​ສະ​ຖານ​ທູດຊີ​ຣີ ​ປະ​ຈຳລັດ​ເຊຍ, ນັບ​ແຕ່​ວັນ​ທີ 8 ກຸມ​ພາ ຫາ​ວັນ​ທີ 25 ກຸມ​ພາ ນັກ​ສຶກ​ສາ​ຫວຽດ​ນາມ ໄດ້​ເອົາ​ປະ​ກາດ​ລົງ​ບັນ​ດາ​ກຸ່ມ​ຂອງ​ແຕ່​ລະ​ໂຮງ​ຮຽນ, ຮຽກ​ຮ້ອງ​ການ​ເຂົ້າ​ຮ່ວມ, ອຸ​ປະ​ຖຳ, ໜູ​ນ​ຊ່ວຍດ້ານກຳ​ລັງ​ແຮງ​ງານ, ສິນ​ຄ້າຕ່າງໆ. ບັນ​ດາ​ການ​ສະ​ໜັບ​ສະ​ໜູນ ​ໄດ້​ຮັບ​ຢູ່​ບັນ​ດາ​ໂຮງ​ຮຽນ, ຕະຫຼາດ, ຈາກ​ຜູ້​ອຸ​ປະ​ຖຳ, ສູນ​ການ​ການ​ຄ້າ ຮ່າ​ໂນ້ຍ - ມົດ​ສະ​ກູ. ການ​ຈັດ​ສິນ​ຄ້າ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ໄດ້​ດຳ​ເນີນ​ຢູ່​ບັນ​ດາ​ຕະຫຼາດ​ຄື: Liublino, Sadovod ເຊິ່ງ​ແມ່ນ​ສະ​ຖານ​ທີ່​ທີ່​ມີ​ຊາວ​ຫວຽດ​ນາມ ຄ້າ​ຂາຍຫຼາຍ​ທີ່​ສຸດ​ຢູ່​ມົດ​ສະ​ກູ ແລະ ເຮືອນ​ສ່ວນ​ຕົວ​ຂອງ​ຜູ້​ອຸ​ປ​ະ​ຖຳ.

ສຳ​ລັບ​ເພື່ອນ​ ເຈິ່ນ​ກົງ​ເຕິມ​ແອັງ​, ນັກ​ສຶກ​ສາ​ຂະ​ແໜງ​ພົວ​ພັນ​ຕ່າງ​ປະ​ເທດ​, ເລ​ຂາ​ໜ່ວຍ​ຊາວ​ໜຸ່ມ RUDN ແລ້ວ, ກາ​ນ​ເຂົ້າ​ຮ່ວມ​ການ​ເຄື່ອ​ນ​ໄຫວ​ອາ​ສາ​ສະ​ໝັກ​ບໍ່​ພຽງ​ແຕ່​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເທົ່າ​ນັ້ນ​ ຫາກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ຮູ້​ຈັກ​ເຖິງ​ຫຼາຍ​ກໍ​ລະ​ນີ​ທີ່​ຫຍຸ້ງ​ຍາກ​ລຳ​ບາກ, ຮັບ​ຟັງ​ບັນ​ດາ​ເລື່ອງ​ລາວ​ຕ່າງໆ ກໍ່​ຄື​ເຊື່ອມ​ຕົວ​ເຂົ້າ​ກັບ​ແງ່​ມູນ​ຕ່າງໆ​ຂອງ​ການ​ດຳ​ລົງ​ຊີ​ວິດ. ບັ້ນ​ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ຊີ​ຣີ​ ກົງ​ກັບ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ເພື່ອນ ເລ​ດຶ​ກ​ແທງ, ນັກ​ສຶກ​ສາ MIGIMO. ກ່ອນ​ໜ້າ​ນັ້ນ, ແທັງ​ ມີ​ແຜນ​ການ​ຈະ​ໄປ​ທ່ຽວ ແລະ ສັງສັນກັບ​ໝູ່​ເພື່ອນ. ແຕ່​ເມື່ອ​ຮູ້​ຈັກ​ເຖິງ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸ​ສົນ​ນີ້, ແທັງ​ ຕັດ​ສິນ​ໃຈ​ປ່ຽນ​ແປງ​ແຜນ​ການ​ດ້ວຍ​ຄວາມ​ຫວັງ​ຢາກ​ປະ​ກອບ​ສ່ວນ​ໃຫ້​ແກ່​ປະ​ຊາ​ຄົມ.

ນັບ​ແຕ່​​ເຊົ້າ, ແທັງ ​ພ້ອມ​ກັບ​ເພື່ອນ​ມິດ​ຂອງ​ຕົນ​ໄປ​ຍັງ​ສະ​ຖານ​ທູດຊີ​ຣີ ​ປະ​ຈຳລັດ​ເຊຍ. ສັບ​ຊ້ອນ, ຫີບ​ຫໍ່​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ດ້ວຍ​ຕົນ​ເອງ ເພື່ອ​ສົ່ງ​ໄປ​ໃຫ້​ຊາວ​ຊີ​ຣີ, ແທັງ ​ຮູ້​ສຶກ​ສາ​ວ່າ ວັນ​ຄ້າຍ​ວັນ​ເກີດ​ໃນ​ປີ​ນີ້​ຂອງ​ຕົນ​ມີ​ຄວາມ​ພິ​ເສດ​ກ່​ວາ​ເມື່ອ​ທຽບ​ໃສ່​ກັບ​ທຸກໆປີ​. ຍ້ອນ​ວ່າ​ການ​ກະ​ທຳ​ຂອງ​ເຮົາ​ຈະ​ຊ່ວຍ​ໃຫ້​ຊາວ​ຊີ​ຣີ ​ສ່ວນ​ໃດ​ສ່ວນ​ໜຶ່ງຫຼຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກ ໃນ​ການ​ດຳ​ລົງ​ຊີ​ວິດ. ນັ້ນ​ແມ່ນ​ຂອ​ງ​ຂວັນ​ວັນ​ເກີດ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ, ແທັງ​ ແບ່ງ​ປັນ.

ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸສົນ​ສະ​ໜັບ​ສະ​ໜູນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ຊີ​ຣີ, ນັກ​ສຶກ​ສາ​ຫວຽດ​ນາມ ຢູ່​ລັດ​ເຊຍ ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ເທົ່າ​ນັ້ນ ​ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນຂອງ​ຊາດ, ປະ​ກອບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.