ແຂວງຂອນແກ່ນ (ໄທ) ໄດ້ສະເໜີສ້າງແຜນຖ້ຽວບິນໂດຍກົງໄປຫວຽດນາມ

08:26 | 06/03/2023

ຍສໝ - ໃນວັນ​ທີ 28 ກຸມພາ​ນີ້, ທີ່​ການ​ພົບ​ປະ​ກັບ​ ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ໄທ ຟານ​ຈີ​ແທ່ງ, ທ່ານເຈົ້າແຂວງ ​ຂອນ​ແກ່ນ Kraisorn Kongchalad ​ໄດ້​ສະ​ເໜີ​ການ​ສຶກສາ​ເປີດ​ເສັ້ນທາງບິນໂດຍ​ກົງ ຈາກ​ຂອນ​ແກ່ນ ໄປຫາດ່າ​ນັງ ​ເພື່ອ​ຊຸກຍູ້​ການ​ລົງທຶນ, ການ​ຄ້າ, ການທ່ອງທ່ຽວ, ​ແລກປ່ຽນ​ວັດທະນະທຳ, ການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ທ້ອງ​ຖິ່ນ.

ລໍຖ້າຕ້ອນຮັບຖະໜົນຫວຽດນາມ ຢູ່ນະຄອນອຸດອນທານີ (ປະເທດໄທ) ລໍຖ້າຕ້ອນຮັບຖະໜົນຫວຽດນາມ ຢູ່ນະຄອນອຸດອນທານີ (ປະເທດໄທ)
ຊຸກ​ຍູ້​ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ແຂ​ວງ ໜອງ​ບົວ ລຳ​ພູ (ໄທ) ຊຸກ​ຍູ້​ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ແຂ​ວງ ໜອງ​ບົວ ລຳ​ພູ (ໄທ)

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟານ​ຈີ້​ແທ່ງ ​ໄດ້​ແບ່ງປັນ​ກັບ​ເຈົ້າ​ແຂວງ​ຂອນ​ແກ່ນ ເຖີງບາງ​ຈຸດ​ກ່ຽວ​ກັບ​ສະພາບ​ການ​ພົວພັນ​ດ້ານ​ການ​ເມືອງ - ການຕ່າງປະ​ເທດ; ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ, ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ ​ໃນ​ໄລຍະ​ຜ່ານ​ມາ ​ແລະ 2 ຝ່າຍ​ມຸ່ງໄປສູ່​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ລົງນາມການຄພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ໃນ​ປີ​ນີ້ (2013-2023).

ແຂວງຂອນແກ່ນ (ໄທ) ໄດ້ສະເໜີສ້າງແຜນຖ້ຽວບິນໂດຍກົງໄປຫວຽດນາມ
ທ່ານ​ເອກ​ອັກຄະ​ລັດຖະທູດ ຟານ​ຈີ້​ແທ່ງ ແລະ ​ເຈົ້າ​ແຂວງ​ຂອນ​ແກ່ນ

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ໄທ ​ໄດ້​ພັດທະນາ​ຢ່າງ​ດີງາມ​ ໃນ​ບັນດາ​ຂົງ​ເຂດ​ຈາກ​ການ​ເມືອງ - ຄວາມ​ໝັ້ນຄົງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ, ວັດທະນະທຳ, ການ​ສຶກສາ, ການ​ແລກປ່ຽນ​ປະຊາຊົນ, ການ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ... ທ່ານ​ເອກ​ອັກຄະ​ລັດຖະທູດ​ ໄດ້ຖື​ວ່າ: ຂອນ​ແກ່ນ ​ແມ່ນ​ແຂວງ​ໜຶ່ງ​ທີ່ມີທີ່​ຕັ້ງ​ສຳຄັນ, ​ເປັນ​ໃຈກາງ​ຂອງ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ໄທ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນໃນການ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ ​ແຂວງ​ຂອນ​ແກ່ນ ​ແລະ ນະຄອນ​ດ່າ​ນັງ ຈະ​ຜັນຂະຫຍາຍບົດບັນທຶກ​ຊ່ວຍ​ຈຳ ​ກ່ຽວ​ກັບ​ການ​ຮ່ວມ​ມື​ແຮກສ່ຽວ, ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວຄື: ການ​ຄົ້ນ​ຄ້ວາ, ພິຈາລະນາ​ການຈັດ​ຕັ້ງ​ຄະນະ​ຜູ້​ແທນ​ການ​ນຳ​ແຂວງ ​ແລະ ວິ​ສາ​ຫະກິດໄປ​ຊອກ​ຮູ້, ​ເຊື່ອມ​ໂຍງ ​ແລະ ຮ່ວມ​ມື​ກັບ​ນະຄອນດ່ານັງ​; ຈັດຕັ້ງເວທີປາໄສສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວລະຫວ່າງ 2 ທ້ອງຖິ່ນ.

ທ່ານ Kraisorn Kongchalad ປາດ​ຖະໜາ​ວ່າ ​ໃນອະນາຄົດອັນໃກ້ນີ້ 2 ຝ່າຍ​ຈະ​ຄົ້ນຄວ້າ ​ແລະ ​ເປີດ​ສາຍ​ການບິນ​ໂດຍ​ກົງ​ຈາກ​ຂອນ​ແກ່ນ ຫາ ດ່າ​ນັງ ​ໂດຍໄວ ເພື່ອ​ແນ​ໃສ່​ຊຸກຍູ້​ການ​ດຶງ​ດູດ​ການ​ລົງທຶນ, ການ​ຄ້າ, ການທ່ອງທ່ຽວ, ການ​ແລກປ່ຽນ​ວັດທະນະທຳ ​ແລະ ການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ທ້ອງ​ຖິ່ນ. ທ່ານ​ເຈົ້າ​ແຂວງ​ຂອນ​ແກ່ນ ໄດ້ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ລວມ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ໃຫ້ແກ່​ແຂວງ​ຂອນ​ແກ່ນ ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ​ແລະ ຢືນຢັນ​ວ່າ ລັດຖະບານ​ແຂວງ ​ຈະ​ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ​ໄທເຊື້ອຊາດ​ຫວຽດນາມ ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.