ລໍຖ້າຕ້ອນຮັບຖະໜົນຫວຽດນາມ ຢູ່ນະຄອນອຸດອນທານີ (ປະເທດໄທ)

09:36 | 28/02/2023

ຍສໝ - ແຂວງອຸດອນທານີ ເປັນບ່ອນຂອງຊຸມຊົນຄົນຕ່າງປະເທດທີ່ໃຫຍ່ທີ່ສຸດໃນທົ່ວປະເທດໄທ. ດ້ວຍ​ປະຫວັດ​ການ​ສ້າງສາ ​ແລະ ພັດທະນາ​ທີ່​ຍາວ​ນານ, ປະຊາ​ຄົມ​ມີ​ຈິດ​ໃຈ​ສາມັກຄີ, ​ຕິດພັນກັນ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມປະເທດ​ປະຈຳຖິ່ນ.

ຮັດ​ແໜ້ນ​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ເທື່ອ​ທຽນ​ເຫ້ວ ກັບ​ແຂວງ​ຕ່າງໆຂອງປະເທດໄທ ຮັດ​ແໜ້ນ​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ເທື່ອ​ທຽນ​ເຫ້ວ ກັບ​ແຂວງ​ຕ່າງໆຂອງປະເທດໄທ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີໄທ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີໄທ

ແຂວງອຸດອນທານີ ເປັນບ່ອນຂອງຊຸມຊົນຄົນຕ່າງປະເທດທີ່ໃຫຍ່ທີ່ສຸດໃນທົ່ວປະເທດໄທ. ດ້ວຍ​ປະຫວັດ​ການ​ສ້າງສາ ​ແລະ ພັດທະນາ​ທີ່​ຍາວ​ນານ, ປະຊາ​ຄົມ​ມີ​ຈິດ​ໃຈ​ສາມັກຄີ, ​ຕິດພັນກັນ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມ​ປະເທດປະຈຳຖິ່ນ.

ລໍຖ້າຕ້ອນຮັບຖະໜົນຫວຽດນາມ ຢູ່ນະຄອນອຸດອນທານີ (ປະເທດໄທ)
ທ່ານ​ເອກ​ອັກຄະ​ລັດຖະທູດ ຟ່ານຈິແທັງ ​ແລະ ທ່ານ​ເຈົ້າ​ຄອງ​ນະຄອນອຸ​ດອນທານີ. (ພາບ: TTXVN)

ການ​ສ້າງ​​ຖະໜົນ​ຫວຽດ​ນາມ ແມ່ນ​ການ​ພັດ​ທະ​ນາທີ່ຈຳເປັນ ​ຂອງ​ຊຸມ​ຊົນ​ຊາວ​ຫວຽດ​ນາມ ຢູ່​ແຂວງອຸ​ດອນ​ທາ​ນີ. ນີ້​ແມ່ນ​ການ​ແບ່ງ​ປັນ​ຂອງ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ໄທ ຟ່ານຈິແທັງ ກັບ​ຊາວ​ຫວຽດ​ນາມ ຢູ່​ແຂວງ ອຸ​ດອນ​ທາ​ນີ ໃນ​ໄລ​ຍະ​ດຳ​ເນີນ​ການ​ຢ້ຽມ​ຢາມ​ພາກ​ພື້ນ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ໄທ.

ດ້ວຍ​ປະຊາ​ຄົມ​ຊາວເຊື້ອຊາດ​ຫວຽດນາມ ອາ​ໄສ​ຢູ່​ທີ່ນີ້ ກວ່າ 60.000 ກວ່າ​ຄົນ, ​ແຂວງ​ອຸດອນ​ທານີ​ແມ່ນ​ແຂວງ​ທີ່​ມີ​ຊາວເຊື້ອຊາດ​ຫວຽດນາມ ອາ​ໄສ​ຢູ່​ຫຼາຍ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ​ໄທ. ນີ້​ກໍ່​ແມ່ນ​ສະຖານ​ທີ່​ປະທານ ​ໂຮ່ຈີ​ມິນ ​ເຄີຍ​ດຳລົງ​ຊີວິດ, ​ໄດ້​ເປີດ​ໂຮງຮຽນ​ສອນໜັງສື ​ແລະ ​ເຜີຍ​ແຜ່ຄວາມຮູ້ການ​ປະຕິວັດ​ໃຫ້ປະຊາຊົນ ແລະ ​ພະນັກງານຊາວ​ເຊື້ອຊາດຫວຽດນາມ ທີ່ອາ​ໄສ​ຢູ່​ທີ່ນີ້ ​ໃນ​ຊຸມທ້າຍ​ປີທີ 20 ​ຂອງສະຕະວັດ​ກ່ອນ. ພາຍຫຼັງ​ເກືອບ 100 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ແຂວງ ອຸ​ດອນ​ທາ​ນີ, ໄທ ນັບ​ມື້​ນັບ​ພັດທະນາ​ຢ່າງ​ເຂັ້ມແຂງ​ ແລະ ມີ​ບົດບາດ​ສຳຄັນ​​ໃນ​ຊີວິດ​ສັງຄົມ​ຂອງ​ແຂວງ. ສະ​ນັ້ນ, ແນວ​ຄວາມ​ຄິດ​ສ້າງ​ຕັ້ງຖະໜົນຫວຽດນາມ ຢູ່ ແຂວງອຸ​ດອນ​ທາ​ນີ ກໍ່ໄດ້​ຮັບ​ການ​ຊຸກ​ຍູ້​ຈາກ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ໄທ ແລະ ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກອຳນາດການປົກຄອງ​ແຂວງ, ນະ​ຄອນ ອຸ​ດອນ.

ລໍຖ້າຕ້ອນຮັບຖະໜົນຫວຽດນາມ ຢູ່ນະຄອນອຸດອນທານີ (ປະເທດໄທ)

​ເມື່ອ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແລ້ວ, ຖະໜົນ​ຫວຽດນາມ ຄາດ​ວ່າ​ຈະ​ກາຍ​ເປັນ​ສູນ​ວັດທະນະທຳ​ຂອງ​ຊາວ​ຫວຽດນາມ ຢູ່​ພາກ​ຕາ​ເວັນ​ອອກສ່ຽງ​ເໜືອ​ຂອງ​ໄທ. ພ້ອມ​ກັນ​ນັ້ນ, ນີ້​ຍັງ​ຈະ​ເປັນ​ສະຖານ​ທີ່​ອະນຸລັກ​ຮັກສາ​ຮີດຄອງ​ປະ​ເພນີ, ວັດທະນະທຳ​ຂອງ​ຊາວ​ຫວຽດນາມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ຫຼາຍ​ບ່ອນທີ່​ມາ​ຢ້ຽມຢາມ, ພິ​ເສດ​ແມ່ນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ, ລາວ ​ແລະ ປະຊາຊົນຫວຽດນາມ.…

ທ່ານ​ເອກ​ອັກຄະ​ລັດຖະທູດ ຟ່ານຈິແທັງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ເຈົ້າ​ຄອງ​ນະຄອນ, ພ້ອມ​ທັງ​ອຳນາດ​ການ​ປົກຄອງ​ນະຄອນ ອຸ​ດອນ​ທາ​ນີ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມຢູ່ໄທ, ​ໃນ​ນັ້ນ​ມີ​ການອຸປະຖຳ​ເງິນ​ເປັນ​ຈຳນວນ​ຫ​ຫຼາຍ ​ເພື່ອປັບແປງຕົກແຕ່ງເຂດ​ຖະໜົນ​ຫວຽດນາມ ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຢືນ​ຢັນ​ວ່າ ນີ້​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ຮັກ​ແພງ​ຂອງ​ຊາວອຸ​ດອນ ສຳລັບ​ຊາວ​ຫວຽດ​ນາມ ທີ່ອາ​ໄສ​ຢູ່​ແຂວງ ກໍ່​ຄື​ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່ເປັນມູນເຊື້ອ​ລະ​ຫວ່າງ​ຫວຽດ​ນາມ ແລະ ໄທ.

ລໍຖ້າຕ້ອນຮັບຖະໜົນຫວຽດນາມ ຢູ່ນະຄອນອຸດອນທານີ (ປະເທດໄທ)

ໃນຂະນະນັ້ນ, ທ່ານ​ເຈົ້າ​ຄອງ​ນະຄອນອຸ​ດອນ ກໍ່​ໄດ້​ຕີ​ລາຄາ​ສູງຈຸດ​ຄວາມ​ງາມ​ແບບ​ດັ້ງ​ເດີມ​ຂອງ​ຊາວ​ຫວຽດນາມ ທີ່ປະຊາຄົມພີ່ນ້ອງຊາວຫວຽດນາມ ຢູ່​ແຂວງອຸດອນ​ທານີ ຍາມ​ໃດ​ກໍ່​ໄດ້ຮັກສາໄວ້​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ເຈົ້າ​ຄອງ​ນະຄອນອຸ​ດອນ ຢືນຢັນ​ວ່າ ອຳນາດ​ການ​ປົກຄອງ​ນະຄອນ​ ຍາມ​ໃດ​ກໍ່​ສະໜັບສະໜູນ ​ແລະ ຊຸກຍູ້​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ຫວຽດນາມ ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.