ຊາວຫວຽດນາມຢູ່ ຕວກກີ ໄດ້ຕີລາຄາສູງການໜູນຊ່ວຍຂອງສະຖານທູດ

09:26 | 27/02/2023

ຍສໝ ສະຖານທູດ​ໄດ້​ມີ​ແຜນການ​ສົມທົບ​ກັບ​ປະຊາ​ຄົມ​ຊາວຫວຽດນາມ ຢູ່ຕວກກີ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໜູນ​ຊ່ວຍ​ອັນ​ສຳຄັນ​ໃຫ້​ແກ່​ປະຊາຊົນ ​ເພື່ອ​ໃຫ້​ຊີວິດ​ການ​ເປັນ​ຢູ່​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ.

ທ່ານປະທານາທິບໍດີ ຕວກກີ ໄດ້ລົງພື້ນທີ່ສະແດງຄວາມຂອບໃຈຄະນະກູ້ໄພຫວຽດນາມ ທ່ານປະທານາທິບໍດີ ຕວກກີ ໄດ້ລົງພື້ນທີ່ສະແດງຄວາມຂອບໃຈຄະນະກູ້ໄພຫວຽດນາມ
ຄະນະກູ້ໄພກູ້ຊີບ ຫວຽດນາມຢູ່ ຕວກກີ: ບໍ່ໄດ້ຫວັ່ນໄຫວກັບຄວາມຫຍຸ້ງຍາກ, ຕັ້ງໃຈທີ່ຈະດຳເນີນ ພາລະກິດອັນສູງສົ່ງຢ່າງສໍາເລັດ ຄະນະກູ້ໄພກູ້ຊີບ ຫວຽດນາມຢູ່ ຕວກກີ: ບໍ່ໄດ້ຫວັ່ນໄຫວກັບຄວາມຫຍຸ້ງຍາກ, ຕັ້ງໃຈທີ່ຈະດຳເນີນ ພາລະກິດອັນສູງສົ່ງຢ່າງສໍາເລັດ

ປະຊາຊົນຊາວຫວຽດນາມ ທີ່ອາ​ໄສ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ຕວກກີ ​ໄດ້​ຕີ​ລາຄາ​ສູງ​ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ ​ແລະ ສະ​ແດງ​ຄວາມຕື້ນຕັນໃຈຕໍ່​ຄວາມເອົາໃຈໃສ່, ຊຸກຍູ້ ​ແລະ ການ​ຢ້ຽມຢາມຖາມຂ່າວ​ຂອງ​ສະຖານທູດຫວຽດນາມ.

​ໃນ​ການ​ໃຫ້​ສຳພາດ​ຕໍ່​ສຳນັກ​ຂ່າວສານ​ຫວຽດນາມ, ທ່ານ ເຢືອງນາມ​ເຟືອງ, ຜູ້​ບໍລິຫານ​ເວັບ​ “ປະຊາ​ຄົມ​ຊາວ​ຫວຽດນາມ ປະຈຳ ຕວກກີ” ​ໃຫ້​ຮູ້​ວ່າ ພາຍຫຼັງ​ເກີດເຫດ​ແຜ່ນດິນ​ໄຫວ, ລາວ​ແມ່ນ​ຜູ້​ທີ່​ໄດ້ຮັບ​ໂທລະສັບ​ຈາກ​ສະຖານທູດ​ໂດຍ​ກົງ, ​ສະເໜີລົງບົດຂ່າວສານຕ່າງໆເພື່ອໃຫ້​ພົນລະ​ເມືອງ​ຫວຽດນາມ​ທຸກ​ຄົນ​ຮູ້​ສະພາບ​ການ, ​ໂດຍ​ສະ​ເພາະ​ ແມ່ນ​ສາຍ​ດ່ວນ​ຂອງ​ສະຖານທູດ​ເພື່ອ​ໃຫ້​ພົນລະ​ເມືອງ​ທຸກ​ຄົນ​ໄດ້ຮັບຮູ້. ​ໂຊກ​ດີທີ່ໃນ​ໄພພິບັດ​ທີ່​ຜ່ານ​ມາ ບໍ່​ມີ​ກໍລະນີ​ໂຊກ​ຮ້າຍ​ທີ່ເປັນ​ຊາວຫວຽດນາມ ຢູ່ ຕວກກີ, ມີ​ພຽງ 7 ຄອບຄົວ​ທີ່​ມີ​ໄພ້ ຫວຽດນາມ ​ໄດ້​ຮັບ​ຜົນ​ກະທົບ.

ຊາວຫວຽດນາມຢູ່ ຕວກກີ ໄດ້ຕີລາຄາສູງການໜູນຊ່ວຍຂອງສະຖານທູດ
ທ່ານ ເຢືອງນາມ​ເຟືອງ, ຜູ້​ບໍລິຫານ​ເວັບ​ “ປະຊາ​ຄົມ​ຊາວ​ຫວຽດນາມ ປະຈຳ ຕວກກີ”. (ພາບ: TTXVN)

ທ້າວ ບູ່ຍຊ່ວນມາຍ, ຫົວຫນ້າສະມາຄົມນັກສຶກສາຫວຽດນາມໃນປະເທດຕວກກີ, ກໍ່ໄດ້ຕີລາຄາສູງ ແລະ ຮັບຮູ້ການປົກປ້ອງພົນລະເມືອງຂອງສະຖານທີ່ໄດ້ປະຕິບັດຢ່າງໄວວາ. ບໍ່ພຽງແຕ່ຕິດຕໍ່ປະສານງານ ແລະ ລົງບົດຂ່າວສານກ່ຽວກັບ​ສາຍ​ດ່ວນ ເພື່ອ​ໃຫ້​ພົນລະ​ເມືອງ​ທຸກ​ຄົນ​ໄດ້ຮັບຮູ້, ຫຼັງຈາກເກີດເຫດແຜ່ນດິນໄຫວ 3 ມື້, ​ສະຖານທູດໄດ້ສົ່ງເຈົ້າຫນ້າທີ່ໄປທີ່ Adana - ສະຖານທີ່ໃກ້ກັບໃຈກາງຂອງແຜ່ນດິນໄຫວ, ກຽມພ້ອມຫນູນຊ່ວຍພົນລະເມືອງຫວຽດນາມ ຖ້າມີຄວາມຈໍາເປັນ.

ຊາວຫວຽດນາມທີ່ດຳລົງຊີວິດຢູ່ໃນເຂດທີ່ຖືກກະທົບ ສ່ວນຫຼາຍແມ່ນແມ່ຍິງ. ໂດຍໄດ້ຮັບຮູ້ຢ່າງຈະແຈ້ງວ່າ ໄລຍະເວລາການກໍ່ສ້າງພື້ນຖານໂຄງລ່າງຄືນໃຫມ່ ຈະມີຄວາມຫຍຸ້ງຍາກຫຼາຍຂຶ້ນ, ສະຖານທູດກໍ່ໄດ້ວາງແຜນທີ່ຈະປະສານງານກັບປະຊາຊົນຫວຽດນາມ ໃນປະເທດຕວກກີ​ ເພື່ອ​ໃຫ້​ຊີວິດ​ການ​ເປັນ​ຢູ່​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.