ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ: ຄ​ວາ​ມ​ຊົງ​ຈຳ​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ ປາ​ຣີ​ ຍັງ​ຄົງ​ຕົວຕະຫຼອດ​ການ

12:03 | 23/03/2023

ຍ​ສ​ໝ - ໃນ​ຕອນ​ຄ່ຳທີ່ກຳ​ລັງ​ເຮັດ​ວຽກ​ງານ​ກ່ຽວ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຂ້າ​ພະ​ເຈົ້​າ​ໄດ້​ແບ່ງ​ປັນ​ຂໍ້​ມູນ​ກັບ​ພໍ່​ແມ່​ປະ​ຊາ​ຊົນ. ໃນ​ຂະ​ນະ​ນັ້ນ ທຸກ​ຄົນ​ພວມ​ຮູ້​ສຶກ​ດີ​ໃຈ: "ທ້ອນ​ໂຮມ​ປະ​ເທດ​ເປັນ​ເອ​ກະ​ພາບ​ແລ້ວ, ປະ​ຊາ​ຊົນ​ເຮົາ​ມີ​ສິດ​ເສ​ລີ​ແລ້ວ". ທຸກ​ຄົນ​ຍັງ​ເວົ້າ​ວ່າ "ເສຍ​ດາຍແຕ່​ວ່າ ລຸງ​ໂຮ່ໍ ​ບໍ່​ຢູ່ ເພື່ອໄດ້​ເຫັນ​​ວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບນີ້"​.

ເພີ່ມ​ທະ​ວີ​ການ​ສື່​ສານ​ນະ​ໂຍ​ບາຍ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເພີ່ມ​ທະ​ວີ​ການ​ສື່​ສານ​ນະ​ໂຍ​ບາຍ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ
ແນະ​ນຳ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ພົວພັນຕ່າງ​ປະ​ເທດ ແລະ ປ້ອງ​ກັນ​ຊາດ​ຂອງ ຫວຽດ​ນາມ ຢູ່ ເວ​ເນ​ຊູ​ເອ​ລາ ແນະ​ນຳ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ພົວພັນຕ່າງ​ປະ​ເທດ ແລະ ປ້ອງ​ກັນ​ຊາດ​ຂອງ ຫວຽດ​ນາມ ຢູ່ ເວ​ເນ​ຊູ​ເອ​ລາ

50 ປີ​ຜ່ານ​ພົ້ນ​ໄປ, ບັນ​ດາ​ຄວາມ​ຮູ້​ສຶກ​ກ່ຽວ​ກັບ​ວັນ​ປະ​ເທດ​ຊາດ​ສ້າງ​ສັນ​ຕິ​ພາບ​ຄືນ​ໃໝ່​ຍັງ​ຄົງ​ຕົວ​ໃນ​ຄວາມ​ຊົງ​ຈຳ​ຂອງ​ຊາວ​ຫວຽດ​ນາມ ເຖິງວ່າ​ຢູ່​ໄກ​ປະ​ເທດ​ຊາດ​ນັບ​ພັນ​ກີ​ໂລ​ແມັດ. ດ້ວຍ​ນ້ຳ​ສຽງ​ທີ່​ຕື້ນ​ຕັນ​ໃຈ, ທ່ານ​ນາງ ຫງວຽນ​ທິ​ຊວັນ​ແອວງ, ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ອຸ​ດອນ ທາ​ນີ, ໄທ ​ໄດ້​ເລົ່າ​ຄືນ​ວັນ​ເຊັນ​ສົນ​ທິ​ສັນ​ຍາ ປາ​ຣີ ​ວ່າ: ໃນ​ມື້​ນັ້ນ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໄທ ພວກ​ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕາມ​ຂ່າວ​ຄາວ​ກ່ຽວ​ກັບ​ຫວຽດ​ນາມ​ ຜ່ານທາງ​ວິ​ທະ​ຍຸ. ວັນ​ຫວຽດ​ນາມ ໄດ້​ເຊັນ​ສົນ​ທິ​ສັນ​ຍາ ປາ​ຣີ, ໃນ​ຍາມ​ນັ້ນ, ຂ້າ​ພະ​ເຈົ້າ​ກຳລັງສອນ​ພາ​ສາ​ຫວຽດ. ພາຍ​ຫຼັງ​ໄດ້​ຮັບ​ຂ່າວ​ຜ່ານ​ວິ​ທະ​ຍຸ, ຄວາມ​ຮູ້​ສຶກ​ໃນ​ຍາມ​ນັ້ນແມ່ນ​ບໍ່​ສາ​ມາດ​ພັນ​ລະ​ນາ​ໄດ້, ແຕ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈຫຼາຍ.

​ປ້າ ຫງວຽນ​ທິ​ຊວັນ​ແອັງ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ໄທ (ພາບ:ດ )
​ປ້າ ຫງວຽນ​ທິ​ຊວັນ​ແອວງ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ໄທ

ໃນ​ຕອນ​ຄ່ຳທີ່ກຳ​ລັງ​ເຮັດ​ວຽກ​ງານ​ກ່ຽວ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຂ້າ​ພະ​ເຈົ້​າ​ໄດ້​ແບ່ງ​ປັນ​ຂໍ້​ມູນ​ກັບ​ພໍ່​ແມ່​ປະ​ຊາ​ຊົນ. ໃນ​ຂະ​ນະ​ນັ້ນ ທຸກ​ຄົນ​ພວມ​ຮູ້​ສຶກ​ດີ​ໃຈ: "ທ້ອນ​ໂຮມ​ປະ​ເທດ​ເປັນ​ເອ​ກະ​ພາບ​ແລ້ວ, ປະ​ຊາ​ຊົນ​ເຮົາ​ມີ​ສິດ​ເສ​ລີ​ແລ້ວ". ທຸກ​ຄົນ​ຍັງ​ເວົ້າ​ວ່າ "ເສຍ​ດາຍແຕ່​ວ່າ ລຸງ​ໂຮ່ໍ ​ບໍ່​ຢູ່ ເພື່ອໄດ້​ເຫັນ​​ວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບນີ້"​.

ວັນ​ເຊັນ​ສົນ​ທິ​ສັນ​ຍາ ປາ​ຣີ, ທ່ານ ​ເຈິ່ນງອກ​ຝຸ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຝ​ລັ່ງ​ ພວມ​ຮຽນຢູ່ຫ້ອງ ​ປ.5 ໂຮງ​ຮຽນ Lasan Taberd (ປັດ​ຈຸ​ບັນ​ແມ່ນ​ໂຮງ​ຮຽນ ​ເຈິ່ນ​ດ້າຍ​ເຫງ້ຍ) ຢູ່​ນະ​ຄອນ​ໂຮ່​ຈີ​ມິນ.

ຫ້ອງ​ ປ.5, ນີ້​ແມ່ນນອນ​ໃນ​ເກນ​ອາ​ຍຸ​ຕ້ອງ​ປະ​ຕິ​ບັດ​ຄຳ​ສັ່ງລະ​ດົມ​ພົນ​ທົ່ວ​ປະ​ເທດ​ຂອງ​ລະ​ບົບພວກ​ທະຫານຫຸ່ນ​ໄຊ​ງ່ອນ. ເມື່ອ​ໄດ້​ຮັບ​ຂ່າວ​ວ່​າ ​ສົນ​ທິ​ສັນ​ຍາ​ປາ​ຣີ ​ໄດ້​ຮັບ​ການ​ລົງນາມ​ແລ້ວ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈຫຼາຍ. ຍ້ອນ​ບໍ່​ຕ້ອງ​ເຂົ້າ​ເປັນ​ທະ​ຫານ, ໄປ​ສະ​ໜາມ​ຮົບ ແລະ ເສຍ​ຊີ​ວິດ​ແບບ​ບໍ່​ມີ​ປະ​ໂຫຍດ​ໃຫ້​ແກ່​ອຳ​ນາດ​ການ​ປົກ​ຄອງ​ທະຫານຫຸ່ນ​ໄຊ​ງ່ອນ​ອີກ.

ໃນ​ຊຸມ​ວັນ​ເກີດ​ສົງ​ຄາມ, ປະ​ຊາ​ຊົນ​ສອງ​ພາກ​ໃຕ້, ​ເໜືອ ຕ້ອງ​ຜ່ານ​ຜ່າ​ຄວ​າມ​ເຈັບ​ປວດ, ສູນເສຍ​ຫຼາຍ​ຢ່າງ. ມາ​ຮອດ​ປັດ​ຈຸ​ບັນ, ບັນ​ດາ​ບາດ​ແພສົງ​ຄາມ​ຍັງ​ບໍ່​ທັນ​ເຊົາໝົດເທຶ່ອ…ສຳ​ລັບ​ຂ້າ​ພະ​ເຈົ້າ​ກໍ່​ມີ​ພີ່​ນ້ອງ​ທີ່ເສຍ​ສະຫຼະ​ຊີ​ວິດ​ໃນ​ການ​ຕໍ່​ສູ້​ຄັ້ງ​ນັ້ນ. ເພາະ​ສະ​ນັ້ນ, ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ຄຸນ​ຄ່າ​ຂອງ​ສັນ​ຕິ​ພາບ​ທີ່​ສຸດ. ສົງ​ຄາມ​ສິ້ນ​ສຸດ ແລະ ຊາວ​ໜຸ່ມ​ບໍ່​ຕ້ອງ​ໄປ​ຕໍ່​ສູ້​ຢູ່​ສະ​ໜາມ​ຮົບ​ແລ້ວ, ຜູ້​ເປັນ​ແມ່ບໍ່​ຕ້ອງ​ເສຍ​ລູກ, ຜູ້​ເປັນ​ເມຍ​ບໍ່​ຕ້ອງ​ເສຍ​ຜົວ, ປະ​ຊາ​ຊົນ​ສ​ອງ​ພາກ​ໃຕ້ - ເໜືອ​ ຈະ​ທ້ອນ​ໂຮມ​ເປັນ​ເອ​ກະ​ພາບ, ດຳ​ລົງ​ຊີ​ວິດ​ໃນ​ສັນ​ຕິ​ພາບ.

ສັນ​ຕິ​ພາບ​ຢູ່ ຫວຽດ​ນາມ ພາຍຫຼັງຫຼາຍ​ປີ​ເກີດ​ສົງ​ຄາມ​ແມ່ນ​ສິ່ງ​ອັນ​ລ້ຳ​ຄ່າທີ່ສຸດ, ຍ້ອນ​ວ່າ​ພື້ນ​ຖານ​ສັນ​ຕິ​ພາບ​ນັ້ນ​ຕິດ​ພັນ​ກັບ​ເອ​ກະ​ລາດ, ເສ​ລີ​ພາບ, ເປັນ​ເອ​ກະ​ພາບ ແລະ ປັດ​ຈຸ​ບັນ​ພວມ​ນຳ​ປະ​ເທດ​ຊາດ​ໄປ​ສູ່​ຄວາມ​ຜາ​ສຸກ, ວັດ​ທະ​ນາ​ຖາ​ວອນ, ທ່ານ​ ຝຸ​ ແບ່ງ​ປັນ.

ສ່ວນ​ທ່ານ​ ຫງວຽນ​ຕ່າຍ​ເຟືອງ, ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊ​າດ ຫວຽດ​ນາມ, ຊາ​ວ​ຫວຽດ​ນາມ​ອາ​ໄສ​ຢູ່​ອາ​ເມ​ລິ​ກາ​ ຖື​ວ່າ ສົນ​ທິ​ສັນ​ຍາ ປາ​ຣີ ແມ່ນ​ເຫດ​ການ​ສຳ​ຄັນ​ທີ່​ສຸດ, ໂດຍ​ແມ່ນວັນທີ່​ທົ່ວ​ຊາດ​ຮ້ອງ​ເພງສະຫຼອງໄຊ. ຕາມ​ທ່ານ​ແລ້ວ, ຜູ້​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ຊຸມ​ວັນ​ປະ​ເທດ​ຊາດ​ຖືກ​ຕັດ​ແຍກ​ອອກ​ຈາກ​ກັນ​ຈະ​ຮູ້​ສຶກ​ໄດ້​ເຖິງຄວາມ​ໝາຍ​ຢ່າງ​ຄົບ​ຖ້ວນ​ຂອງ​ຈຸດ​ເວ​ລາ​ສັນ​ຕິ​ພາບ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຄືນ​ໃໝ່.

"ໄຊ​ຊະ​ນະ​ຂອງ​ສົນ​ທິ​ສັນ​ຍາ ປາ​ຣີ ແລະ ກອງ​ປະ​ຊຸມ​ປາ​ຣີ​ ໄດ້​ສ່ອງ​ແສງ​ຈິດ​ໃຈສູ້​ຮົບ​ຢ່າງ​ເດັດ​ດ່ຽວ, ເອົາ​ຊະ​ນະ​ຢ່າງ​ຂ້ຽວຂ​າດ, ເຈດ​ຈຳ​ນົງ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ທຳຢ່າງ​ຢຶດ​ເຢື້ນ​ຍານ​ນານ, ຍາດ​ເອົາ​ເອ​ກະ​ລາດ, ສິດ​ເສ​ລີພາບ​ຂອງ​ຊາດ ຫວຽດ​ນາມ, ແມ່ນ​ສິ່ງ​ພິ​ສູດ​ໃຫ້​ແກ່ພາລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ຂອງ​ຊົນ​ຊາດ ຫວຽດ​ນາມ ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຮງ​ຈາກ​ປະ​ຊາ​ຄົມທີ່​ກ້າວ​ໜ້າ​ໃນ​ທົ່ວ​ໂລກ", ທ່ານ​ກ່າວ.

ສຳ​ລັບ ທ່ານ ​ສຈ. ປ.ອ ດັ່ງ​ເລືອງ​ໂມ, ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຍີ່​ປຸ່ນ​ ເປັນ​ເວ​ລາ​ກ່​ວາ 40 ປີ​ແບ່ງ​ປັນ​ວ່າ: ວັນ​ເຊັນ​ສົນ​ທິ​ສັນ​ຍາ ປາ​ຣີ, ຂ້າ​ພະ​ເຈົ້າ​ພວມ​ດຳ​ລົງ​ຕຳ​ແໜ່ງ​ເປັນ​​ຫົວ​ໜ້າໜ່ວຍງານ​ຄົ້ນ​ຄ້​ວາ​ໃນ​ກຸ່ມ​ບໍ​ລິ​ສັດ Toshiba ຂອງ​ຍີ່​ປຸ່ນ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂ່າວ​ນັ້ນ​ຜ່ານ​ໜັງ​ສື​ພິມ ຍີ່​ປຸ່ນ. ໃນ​ຍາມ​ນັ້ນ ​ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ. ດີ​ໃຈ​ຍ້ອນ​ປະ​ເທດ​ຊາດມີ​ສັນ​ຕິ​ພາບ, ສົງ​ຄາມ​ສິ້ນ​ສຸດ​ແລ້ວ, ດີ​ໃຈ​ທີ່ປະເທດ​ຊາດຈະ​ບໍ່​ຖື​ກ​ກົດ​ຂີ່​ຂຸດ​ຮີດ​ອີກແລ້ວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.