ງານມະໂຫລານຟິມຮູບເງົາ Cannes 2023: ເຈິ່ງແອັງຮູ່ງ ຍາດໄດ້ລາງວັນຜູ້ກຳກັບການສະແດງທີ່ດີເດັ່ນ

08:31 | 29/05/2023

ຍສໝ - ຜູ້ກຳກັບການສະແດງ ຟ້າມທຽນເອີນ, ຍາດໄດ້ລາງວັນ ມືກ້ອງຄຳ ໃນຟິມຮູບເງົາ “ຢູ່ໃນຝັກຫຼອກ”

ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023 ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023
ດ່ານັ້ງ ເລີ່ມເຄື່ອງໄຫວງານບຸນຍິງບັ້ງໄຟດອກສາກົນ 2023 (DIFF 2023) ດ່ານັ້ງ ເລີ່ມເຄື່ອງໄຫວງານບຸນຍິງບັ້ງໄຟດອກສາກົນ 2023 (DIFF 2023)

ທ່ານ ເຈິ່ງແອັງຮູ່ງ, ຜູ້ກຳກັບການສະແດງມີເຊື້ອຊາດ ຫວຽດນາມ ແລະ ຝລັ່ງ ຍາດໄດ້ລາງວັນຜູ້ກຳກັບການສະແດງດີເດັ່ນ ໃນຟິມຮູບເງົາທີ່ມີຫົວຂໍ້ວ່າ “La passion de Dodin Bouffant” ຂອງຄະນະກຳມະການງານມະໂຫລານຟິມຮູບເງົາ Cannes, ພ້ອມນັ້ນ, ຜູ້ກຳກັບການສະແດງ ຟ້າມທຽນເອີນ, ຍາດໄດ້ລາງວັນ ມືກ້ອງຄຳ ໃນຟິມຮູບເງົາ “ຢູ່ໃນຝັກຫຼອກ” ໃນພິທີອັດງານມະໂຫລານຟິມຮູບເງົາ ຈັດຂຶ້ນໃນຕອນຄ່ຳວັນທີ 27 ພຶດສະພາ, ຢູ່ນະຄອນ Cannes, ປະເທດ ຝລັ່ງ.

ງານມະໂຫລານຟິມຮູບເງົາ Cannes 2023: ເຈິ່ງແອັງຮູ່ງ ຍາດໄດ້ລາງວັນຜູ້ກຳກັບການສະແດງທີ່ດີເດັ່ນ
ທ່ານ ເຈິ່ງແອັງຮູ່ງ ໄດ້ຮັບລາງວັນລາງວັນຜູ້ກຳກັບການສະແດງທີ່ດີເດັ່ນຢູ່ Cannes 2023

ໂດຍໄດ້ເກີດປີ 1962, ຢູ່ນະຄອນ ດານັ້ງ, ຜູ້ກຳກັບການສະແດງ ເຈິ່ງແອັງຮູ່ງ, ແມ່ນຜູ້ກຳກັບການສະແດງເຊື້ອຊາດ ຫວຽດນາມ ຍາດໄດ້ລາງວັນສາກົນຫຼາຍທີ່ສຸດນັບແຕ່ກ່ອນມາ. ລາວໄດ້ຢັ້ງຢືນຊື່ສຽງໃນພື້ນຖານຟິມຮູບເງົາ ເອີລົບ ແລະ ທົ່ວໂລກ, ໃນນັ້ນມີຫຼາຍຟິມຮູບເງົາໄດ້ຖ່າຍທຳຢູ່ ຫວຽດນາມ.

ໃນຂະນະນັ້ນ, ລາງວັນມືກ້ອງຄຳ ຂອງຜູ້ກຳກັບການສະແດງ ຟ້າມທຽນເອີນ, ໂດຍສະຫະພັນບັນດານັກຖ່າຍທຳຟິມຮູບເງົາມອບໃຫ້. ຟ້າມທຽນເອີນ ເຄີຍຍາດໄດ້ລາງວັນຜູ້ກຳກັບການສະແດງໃຫ້ຟິມຮູບເງົາເລື່ອງສັ້ນ “ຈົ່ງຕື່ນ ແລະ ກຽມພ້ອມ” ກໍ່ໃນງານມະໂຫລານນີ້ເມື່ອປີ 2019.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.