ລານ​ການ​​ດົນ​ຕີ ລັດ​ເຊຍ - ຫວຽດ​ນາມ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ຄຸນ​ຄ່າ​ເຊິ່ງ​ແມ່​ຍິງ​ນຳ​ມາ​ໃຫ້

05:00 | 08/03/2023

ຍ​ສ​ໝ - ຕາມ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ແລ້ວ, ໃນການ​ເຂົ້າ​ຮ່ວມ​ການ​ສະ​ແດງ​ດົນ​ຕີ, ບັນ​ດ​າ​ນັກ​ຮ້ອງ, ຊາວ​ໜຸ່ມ​ເຍົາ​ວະ​ຊົນ ຫວຽດ​ນາມ ໄດ້​ຮ້ອງ​ບັນ​ດາ​ບົດ​ເພງ, ຈັງ​ຫວະ, ວາດ​ຟ້ອນ​ຍ້ອງ​ຍໍ​ສັນ​ລະ​ເສີນ​ບັນ​ດາ​ຄຸນ​ຄ່າ​ທີ່​ດີ​ງາມ​ຂອງ​ປະ​ເທດຊາດ ແລະ ຊາວ​ຫວຽດ​ນາມ.

ການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ​ນຳ​ມາ​ເຊິ່ງ​ໝາກ​ຜົນ​ອັນ​ແທດ​ຈິງ​ໃຫ້​ທັງ 2 ຝ່າຍ ການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ​ນຳ​ມາ​ເຊິ່ງ​ໝາກ​ຜົນ​ອັນ​ແທດ​ຈິງ​ໃຫ້​ທັງ 2 ຝ່າຍ
ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ຈີນ​ເລິກ​ເຊິ່ງ​ກ່​ວາ​ອີກ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ຈີນ​ເລິກ​ເຊິ່ງ​ກ່​ວາ​ອີກ
ລານ​ການ​​ດົນ​ຕີ ລັດ​ເຊຍ - ຫວຽດ​ນາມ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ຄຸນ​ຄ່າ​ເຊິ່ງ​ແມ່​ຍິງ​ນຳ​ມາ​ໃຫ້
ລາຍ​ການ​ສະ​ແດງ​ສິ​ລະ​ປະ (ພາບ: TTXVN)

ເນື່ອງ​ໃນ​ໂອ​ກາດ​ວັນ​ແມ່​ຍິງ​ສາ​ກົນ, ອາ​ທິດ​ຜ່ານ​ມາ, ລາຍ​ການ​ສະ​ແດງ​ດົນ​ຕີ "​ດອກ​ໄມ້​ມອບ​ໃຫ້​​ແມ່” ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ບັນ​ດາ​ຄຸນຄ່າ​ອັນສູງສົ່ງ​ທີ່​ແມ່​ຍິງ​ນຳ​ມາ​ໃຫ້​ ໂດຍ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ນະ​ຄອນຫຼວງ​ມົດ​ສະ​ກູ (ສະ​ຫະ​ພັນ​ລັດ​ເຊຍ)

ຕາມ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ແລ້ວ, ໃນການ​ເຂົ້າ​ຮ່ວມ​ການ​ສະ​ແດງ​ດົນ​ຕີ, ບັນ​ດ​າ​ນັກ​ຮ້ອງ, ຊາວ​ໜຸ່ມ​ເຍົາ​ວະ​ຊົນ ຫວຽດ​ນາມ ໄດ້​ຮ້ອງ​ບັນ​ດາ​ບົດ​ເພງ, ຈັງ​ຫວະ, ວາດ​ຟ້ອນ​ຍ້ອງ​ຍໍ​ສັນ​ລະ​ເສີນ​ບັນ​ດາ​ຄຸນ​ຄ່າ​ທີ່​ດີ​ງາມ​ຂອງ​ປະ​ເທດຊາດ ແລະ ຊາວ​ຫວຽດ​ນາມ.

ທີ່​ເຫດ​ການ, ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ສັງ​ຄົມ​ພາກ​ພື້ນ​ໃນ​ການ​ປົກ​ປ້ອງ​ແມ່​ຍິງ ຂອງ​ນະ​ຄອນຫຼວງ ມົດ​ສະ​ກູ “ແມ່​ຍິງ​ນະ​ຄອນ​ພວກເຮົາ” ໄດ້​ມອບ​ໃບ​ຍ້ອງ​ຍໍ​ໃຫ້​ແກ່​ແມ່​ຍິງ​ຫວຽດ​ນາມ​ ຜູ້​​ທີ່​ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ. ລາຍ​ການ “​ດອກ​ໄມ້​ມອບ​ແມ່​” ໂດຍ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ ປົກ​ປ້ອງ​ແມ່​ຍິງ ຂອງ​ນະ​ຄອນຫຼວງ​ມົດ​ສະ​ກູ “ແມ່​ຍິງ​ນະ​ຄອນ​ພວກ​ເຮົາ”, ສົມ​ທົບ​ກັບ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ​ລັດ​ເຊຍ ແລະ ກອງ​ທຶນ “ປະ​ດິດ​ຄິດ​ສ້າງ” ຈັດ​ຕັ້ງ​ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ສູນ​ການ​ຄ້າ “Sadovod”.

​ເຂົ້າ​ຮ່ວມ​ເຫດ​ການ​ມີ​ຜູ້​ຕາງ​ໜ້າ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນລັດ​ເຊຍ, ແມ່​ຍິງ​ຫວຽດ​ນາມ ​ເປັນ​ຈຳ​ນວນຫຼາຍ​ທີ່​ພວມ​ມີ​ການ​ດຳ​ເນີນ​ທຸ​ລ​ະ​ກິດ, ດຳ​ລົງ​ຊີ​ວິດ​ຢູ່​ມົ​ດ​ສະ​ກູ, ສ່ວນຫຼາຍ​ຢູ່​ສອງ​ຕະຫຼາດ​ໃຫຍ່​ຂອງ​ນະ​ຄອນຫຼວງ​ມົດ​ສະ​ກູ, ປະ​ເທດ​ລັດ​ເຊຍ, ພ້ອມ​ກັບ​ລູກຫຼານ​ຂອງ​ເຂົາ​ເຈົ້າ ກໍ່​ຄື​ບັນ​ດາ​ຄອບ​ຄົວ​ຊາວ​ລັດ​ເຊຍ. ການ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ແມ່​ຍິງ​ສາ​ກົນ ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ. ໃນ​ຊຸມ​ປີ 2020 – 2022, ບັນ​ດາ​ການ​ເຄື່ອນ​ໄຫວ​ຖືກ​ຈຳ​ກັດ​ຍ້ອນ​ການ​ຜັນ​ແປ​ທີ່​ສັບ​ສົນ​ຈາກ​ພະ​ຍາດ​ໂຄວິດ - 19 ດັ່ງ​ນັ້ນ​ໄດ້​ປ່ຽນ​ແປງ​ມາ​ຍັງ​ຮູບ​ແບບ​ທາງ​ໄກ ແລະ ເຊິ່ງ​ໜ້າ ແຕ່​ປະຕິບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ຕ້ານ​ການ​ແຜ່​ລະ​ບ​າດ​ຂອງ​ໂຄວິດ - 19 ຢ່າງເຂັ້ມງວດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.