ຊາວຫວຽດນາມຢູ່ໄທ ມຸ່ງໄປສູ່ທະເລໝູ່ເກາະບ້ານເກີດເມືອງນອນ

13:58 | 15/03/2023

ຕອນ​ບ່າຍ​ວັນ​ທີ 13 ມີນາ, ຢູ່​ແຂວງ ອຸ​ດອນ​ທາ​ນີ, ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ໄທ, ກອງ​ທຶນ​ທຶນ​ການ​ສຶກ​ສາ ວື່ອາຢິງ- ສະ​ໂມ​ສອນ “ເພື່ອ​ຮ​ວ່າງ​ຊາ - ເຈື່ອງ​ຊາທີ່ຮັກແພງ” ໄດ້​ມອບ​ຂໍ້​ຕົກລົງວ່າດ້ວຍການຮັບເຂົ້າເປັນ​ສະ​ມາ​ຊິກ​ສະ​ມາ​ຄົມ ແລະ ບຸກ​ຄົນຊາວ​ຫວຽດນາມ ຢູ່​ແຂວງ ອຸ​ດອນ - ພາກຕາເວັນອອກສ່ຽງເໜືອຂອງໄທ.

ແຂວງຂອນແກ່ນ (ໄທ) ໄດ້ສະເໜີສ້າງແຜນຖ້ຽວບິນໂດຍກົງໄປຫວຽດນາມ ແຂວງຂອນແກ່ນ (ໄທ) ໄດ້ສະເໜີສ້າງແຜນຖ້ຽວບິນໂດຍກົງໄປຫວຽດນາມ
ລໍຖ້າຕ້ອນຮັບຖະໜົນຫວຽດນາມ ຢູ່ນະຄອນອຸດອນທານີ (ປະເທດໄທ) ລໍຖ້າຕ້ອນຮັບຖະໜົນຫວຽດນາມ ຢູ່ນະຄອນອຸດອນທານີ (ປະເທດໄທ)

​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ອະດີດ​ຮອງ​ປະທານ​ປະ​ເທດ ນາງ ເຈື່ອງໝີຮວາ, ປະທານ​ກອງ​ທຶນ​ທຶນການ​ສຶກສາ ວື່ອາຢິງ - ສະ​ໂມ​ສອນ “​ເພື່ອ​​ຮວ່າງ​ຊາ - ​ເຈື່ອງ​ຊາທີ່ຮັກແພງ”; ທ່ານ ຈູດືກຢູງ, ກົງສຸນໃຫຍ່ ສສ.ຫວຽດນາມ ປະຈໍາຂອນແກ່ນ; ທ່ານ ​ເລືອງ​ຊວນ​ຮວ່າ, ປະທານ​ສະມາຄົມ​ຊາວຫວຽດນາມ ​ປະຈຳ​ແຂວງ​ອຸ​ດອນ​ທາ​ນີ, ​ພ້ອມກັນຜູ້ຕາງໜ້າ​ຊາວ​ຫວຽດນາມ​ ຢູ່​​ແຂວງ​ອຸ​ດອນ​ທາ​ນີ.

ຊາວຫວຽດນາມຢູ່ໄທ ມຸ່ງໄປສູ່ທະເລໝູ່ເກາະບ້ານເກີດເມືອງນອນ
​ກອງ​ທຶນ​ທຶນການ​ສຶກສາ ວື່ອາຢິງ - ສະ​ໂມ​ສອນ “​ເພື່ອ​ຮວ່າງ​ຊາ - ​ເຈື່ອງ​ຊາທີ່ຮັກແພງ”

ທ່ານ​ອະດີດ​ຮອງ​ປະທານ​ປະ​ເທດ ນາງ ເຈື່ອງໝີຮວາ ​ເຊື່ອ​ໝັ້ນ​ວ່າ: ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ແຂວງອຸ​ດອນ​ທາ​ນີ ​ເວົ້າ​ລວມ ​ແລະ ​ປະເທດໄທ ເວົ້ົ້າລວມ ຈະ​ແມ່ນ​ກຳລັງ​ໜູນ​ຂອງ​ສະ​ໂມ​ສອນ​ຢູ່​ຕ່າງປະ​ເທດ; ທ່ານນາງ ເຈື່ອງໝີຮວາ ຫວັງ​ວ່າ ດ້ວຍ​ຄວາມ​ຮັກ​ແພງ, ຄວາມ​ຮັບ​ຜິດ​ຊອບ​ຂອງຕົນ ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ຫຼາຍ​ຢ່າງ ​ເພື່ອ​ພ້ອມ​ກັບ​ຊາວ​ຫວຽດ​ນາມ​ໃນ​ປະ​ເທດ ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ທະເລໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ​ຢ່າງໝັ້ນຄົງ.

ຊາວຫວຽດນາມຢູ່ໄທ ມຸ່ງໄປສູ່ທະເລໝູ່ເກາະບ້ານເກີດເມືອງນອນ

ທ່ານ ເລືອງຊວນຮ່ວາ, ປະທານສະມາຄົມຊາວຫວຽດນາມ ​ປະຈຳ​ແຂວງ​ອຸ​ດອນ​ທາ​ນີ ໃຫ້ຮູ້ວ່າ: ນັບແຕ່ເມື່ອລຸງໂຮ່ ໄປເຄື່ອນໄຫວການປະຕິວັດຢູ່ແຂວງອຸດອນທານີ ໃນຊຸມປີ 1928-1929, ປະຊາຄົມຊາວຫວຽດນາມ ຢູ່ທີ່ນີ້ ຍາມໃດກໍ່ຈົດຈຳຄຳສອນຂອງລຸງໂຮ່, ຍາມໃດກໍ່ມີຄວາມສາມັກຄີ, ຄວາມ​ຮັກ​ແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມຸ່ງ​ໄປ​ເຖິງປະ​ເທດ​ຊາດ, ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ໜູນ​ຊ່ວຍ, ​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ກັບປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ເມື່ອ​ປະ​ເຊີນ​ໜ້າ​ກັບ​ໄພ​ທຳ​ມະ​ຊາດ, ພາຍຸ, ​ໄພ​ນ້ຳ​ຖ້ວມ; ຮັກສາ​ຮີດຄອງ​ປະ​ເພນີ​ຂອງ​ບ້ານ​ເກີດ​ເມືອງ​ນອນ ​ແລະ ສອນ​ພາສາ​ຫວຽດນາມ​ໃຫ້​ລູກ​ຫຼານ​ຂອງຫວຽດນາມ. ປະຈຸ​ບັນ, ສະ​ມາ​ຄົມ ໄດ້ພະ​ຍາ​ຍາມ​ກໍ່​ສ້າງ​ຖະ​ໜົນ​ຫວຽດ​ແຫ່ງ​ທຳ​ອິດ​ໃນ​ໂລກ ເພື່ອ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ ແລະ ອາ​ຫານ​ຫວຽດ​ນາມ.

​ເນື່ອງ​ໃນ​ໂອກາດ​ນີ້, ກອງ​ທຶນ​ທຶນການ​ສຶກສາ ວື່ອາຢິງ - ສະ​ໂມ​ສອນ “​ເພື່ອ​​ຮວ່າງ​ຊາ - ​ເຈື່ອງ​ຊາທີ່ຮັກແພງ” ​ໄດ້​ມອບເງິນຈຳນວນ 10.000 ​USD ​ເພື່ອ​ໜູນ​ຊ່ວຍ​ໂຄງການ​ສິດສອນ​ພາສາ​ຫວຽດນາມ ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ແຂວງ​ອຸດອນ; ມອບ​ໃບ​ຍ້ອງຍໍ​ໃຫ້​ບັນດາ​ຄູ​ອາ​ຈານ​ຊາວ​ຫວຽດນາມ​​ ຢູ່​ແຂວງອຸ​ດອນ​ທາ​ນີ ທີ່​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າໃນ​ການ​ເຄື່ອນ​ໄຫວ​ສິດສອນ​ພາສາ​ຫວຽດນາມ.

ພ້ອມ​ກັນ​ນັ້ນ​ ທີ່​ພິທີ, ປະຊາ​ຄົມ​ຊາວ​ຫວຽດນາມ ​ແຂວງອຸດອນ​ທາ​ນີ ກໍ່​ໄດ້​ສະໜັບສະໜູນກອງ​ທຶນ​ທຶນການ​ສຶກສາ ວື່ອາຢິງ - ສະ​ໂມ​ສອນ “​ເພື່ອ​​ຮວ່າງ​ຊາ - ​ເຈື່ອງ​ຊາທີ່ຮັກແພງ” ຈຳນວນເງິນ 100.000 ກວ່າ​ບາດ (ປະມານ 3.000 USD).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.