ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມປະຊາຄົມຊາວຫວຽດນາມ ແລະ ສະຖານທູດຫວຽດນາມ ປະຈຳ ອັງກິດ

14:50 | 05/05/2023

ຍສໝ - ຕອນບ່າຍວັນທີ 4 ພຶດສະພາ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປຮອດ ສະໜາມບິນສາກົນ Hearthrow, ນະຄອນຫຼວງ ລອນດອນ, ລາຊະອານາຈັກ ອັງກິດ, ເລີ່ມຕົ້ນບັນດາການເຄື່ອນໄຫວເພື່ອເຂົ້າຮ່ວມພິທີ ຂຶ້ນຄອງລາຊະບັນລັງ ເຈົ້າຊີວິດ ອັງກິດ Charles III, ຕາມຄຳເຊື້ອເຊີນຂອງ ພະບໍລົມວົງສານຸວົງ ສະຫະດ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ.

ພະຍາຍາມນຳການພົວພັນ ຫວຽດນາມ - ລາຊະອານາຈັກ ອັງກິດ ໃຫ້ນັບມື້ນັບພັດທະນາ ພະຍາຍາມນຳການພົວພັນ ຫວຽດນາມ - ລາຊະອານາຈັກ ອັງກິດ ໃຫ້ນັບມື້ນັບພັດທະນາ
ການພົບປະແລກປ່ຽນປະຊາຊົນຫວຽດນາມ - ອັງກິດ ມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ ການພົບປະແລກປ່ຽນປະຊາຊົນຫວຽດນາມ - ອັງກິດ ມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ

ພາຍຫຼັງມາຮອດນະຄອນຫຼວງ ລອນດອນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ມາຢ້ຽມຢາມພະນັກງານ, ລັດຖະກອນ ສະຖານທູດ ແລະ ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ລາຊະອານາຈັກອັງກິດ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນເຖິງຄວາມສຳຄັນພິເສດຂອງການພົວພັນ ຫວຽດນາມ - ອັງກິດ ແລະ ໃຫ້ຮູ້ວ່າ ສອງຝ່າຍພວມມານະພະຍາຍາມຍູ້ແຮງການຮ່ວມມືໃນທຸກຂົງເຂດ, ມຸ່ງໄປເຖິງການຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.

ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມປະຊາຄົມຊາວຫວຽດນາມ ແລະ ສະຖານທູດຫວຽດນາມ ປະຈຳ ອັງກິດ

ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມປະຊາຄົມຊາວຫວຽດນາມ ແລະ ສະຖານທູດຫວຽດນາມ ປະຈຳ ອັງກິດ

ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອັງກິດ ຫງວຽນ​ຮ່ວາງ​ລອງ ​ໃຫ້​ຮູ້​ວ່າ: ມີ​ຊາວ ຫວຽດນາມ ປະມານ 100.000 ຄົນ​ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ຮ່ຳຮຽນ​ຢູ່ ອັງກິດ; ແຈກຢາຍຢູ່ໃນທຸກພາກສ່ວນຂອງອັງກິດ, ແຕ່ສ່ວນໃຫຍ່ແມ່ນຢູ່ໃນລອນດອນ. ​ສ່ວນ​ຫຼາຍ​ລ້ວນ​ແຕ່​ມີ​ຈິດ​ໃຈ​ຮັກ​ຊາດ, ສາມັກຄີ, ມຸ່ງ​ໄປ​ເຖິງ​ການ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ.

ທ່ານກໍ່ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍ່ຖືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ສຳຄັນ, ບໍ່ສາມາດຕັດແຍກອອກຈາກຊົນຊາດ ຫວຽດນາມໄດ້, ທ່ານປະທານປະເທດ ຫວໍວັນເຖືອງ ຫວັງວ່າ ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ອັງກິດຈະປະຕິດຕາມກົດໝາຍ ແລະ ເຊື່ອມໂຍງເຂົ້າກັບປະເທດປະຈຳເຖິ່ນເປັນຢ່າງດີ, ສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງກີດຂວາງເພື່ອບັນລຸໄດ້ ບັນດາຜົນສຳເລັດຕື່ມອີກ. ພິເສດຕ້ອງຮັກສາຄວາມສາມັກຄີຢ່າງແໜ້ນແຟ້ນ, ເຊື່ອມຕໍ່ປະຊາຄົມ, ອ່ວາຍໜ້າເມື່ອຫາບ້ານເກີດເມືອງນອນ, ຮັກສາສີສັນວັດທະນະທຳຂອງຊາດ.

ຊາວຫວຽດນາມ ກໍ່ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສະຖານທູດ, ປະຕິບັດ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ​ທີ່ສຳຫຼັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເປັນ​ຢ່າງ​ດີ; ​ໄດ້​ມີ​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ ​ແລະ ສຳຄັນ​ຫລາຍ​ຢ່າງ​ ໃນ​ຂະ​ບວນການ​ກໍ່ສ້າງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ອັງກິດ. ປີ 2023, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອັງກິດ, ສະຖານທູດ ​ແລະ ສະມາຄົມ​ພວມ​ຜັນ​ຂະຫຍາຍ​ຫຼາຍ​ແຜນການ, ​ໂຄງການ​ແນະນຳ​ຫວຽດນາມ ຢູ່​ລອນ​ດອນ ​ແລະ ຫຼາຍ​ນະຄອນ​ໃຫຍ່​ໃນ​ທົ່ວ​ອັງກິດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.