ພິທີຝັງອັດຖິຂອງທະຫານອາສາສະໝັກ 115 ຄົນ ທີ່ເສຍສະຫຼະຊີວິດຢູ່ລາວ

12:24 | 19/05/2023

ຍສໝ - ໃນ​ຕອນ​ບ່າຍ ​ວັນ​ທີ 17 – 19 ພຶດສະພາ​ ໄດ້​ເຮັດພິທີກຳທາງສາສະໜາ​ອັດຖິຂອງທະຫານ​ອາສາ​ສະໝັກ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ຢູ່​ລາວ 115 ອັດຖິ ​ຢູ່​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ກວາງ​ບິ່ງ ​ແລະ ​ເງະອານ.

ໄວໜຸ່ມນະຄອນໂຮ່ຈີມິນຈັດການເຄື່ອນໄຫວອາສາສະໝັກຢູ່ ລາວ ໄວໜຸ່ມນະຄອນໂຮ່ຈີມິນຈັດການເຄື່ອນໄຫວອາສາສະໝັກຢູ່ ລາວ
ນັກສຶກສາມາເລເຊຍ 70 ກວ່າຄົນເຂົ້າຮ່ວມຂະບວນການອາສາສະໝັກລະດູແລ້ງຢູ່ນະຄອນໂຮ່ຈີມິນ ນັກສຶກສາມາເລເຊຍ 70 ກວ່າຄົນເຂົ້າຮ່ວມຂະບວນການອາສາສະໝັກລະດູແລ້ງຢູ່ນະຄອນໂຮ່ຈີມິນ

ຕອນບ່າຍວັນທີ 17 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ບາຢົກ (ຕາແສງ ຫຼີແຈັກ, ເມືອງ ໂບ້ແຈັກ), ຄະນະກຳມະການປະຊາຊົນແຂວງ ກວາງບິ່ງ ໄດ້ຈັດພິທີໄຫວ້ອາໄລ ແລະ ເຮັດພິທີກຳທາງສາສະໜາສຳລັບອັດຖິທະຫານອາສາສະໝັກ ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ຢູ່​ລາວ 19 ອັດຖິ.

ອັດຖິທະຫານທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໄດ້​ເຕົ້າ​ໂຮມເປັນເວລາ 7 ​ເດືອນ​​ໃນ​ລະດູ​ແລ້ງ 2022-2023. ກົມກອງ 589 (ກອງບັນຊາການທະຫານແຂວງ ກວາງບິ່ງ) ໃຫ້ຮູ້ວ່າ: ການເຕົ້າໂຮມອັດຖິ ໄດ້ປະສົບກັບຄວາມຫຍຸ້ງຍາກດ້ານພູມສັນຖານ, ສະພາບດິນຟ້າອາກາດ, ແຕ່ກໍໄດ້ຮັບການສະໜັບສະໜູນຢ່າງສຸດຈິດສຸດໃຈຈາກປະຊາຊົນລາວ. ນີ້​ແມ່ນ​ຄັ້ງ​ທີ 44 ທີ່ ກວາງ​ບິ່ງ ​ໄດ້​ຮັບອັດຖິ​ຂອງທະຫານທີ່​ເສຍສະຫຼະ​ຊີວິດ​ຢູ່​ລາວ ກັບເມືອບ້ານເກີດເມືອງນອນ.

ພິທີຝັງອັດຖິຂອງທະຫານອາສາສະໝັກ 115 ຄົນ ທີ່ເສຍສະຫຼະຊີວິດຢູ່ລາວ

ພິທີຝັງອັດຖິຂອງທະຫານອາສາສະໝັກ 115 ຄົນ ທີ່ເສຍສະຫຼະຊີວິດຢູ່ລາວ. (ພາບ: vnexpress)

ທ່ານ ໂຮ່​ອານຟອງ, ຮອງປະທານແຂວງ ກວາງບິ່ງ ໄດ້ສະ​ແດງ​ຄວາມ​ກະ​ຮູ້ບຸນຄຸນ ແລະ ຂໍສະແດງຄວາມເສຍໃຈກັບຄອບຄົວຂອງທະຫານທີ່ເສຍສະຫຼະຊີວິດ. “ບັນດານັກຮົບ, ທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ໄດ້ເສຍສະຫຼະຊີວິດເພື່ອເສລີພາບ, ເອກະລາດ, ສັນຕິພາບ ແລະ ຄວາມຜາສຸກຂອງປະຊາຊົນ 2 ປະເທດ, ສ້າງເປັນສາຍພົວພັນມິດຕະພາບແບບພິເສດ ແລະ ຄວາມສາມັກຄີ ຫວຽດນາມ - ລາວ”. ທ່ານຟອງ ກ່າວ.

ແລະກໍ່ໃນວັນດຽວກັນ, ແຂວງ ເງະອານ ກໍ່ໄດ້ຈັດພິທີຮັບ 96 ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ 3 ແຂວງຊຽງຂວາງ, ວຽງຈັນ ແລະ ໄຊສົມບູນ (ລາວ). ຕາມ​ແຜນການ, ອັດຖິ​ຈະ​ໄດ້​ມອບ​ໃຫ້​ພະແນກແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ ເພື່ອ​ເກັບ​ຕົວຢ່າງ​ຊີວະ​ພາບ, ກ່ອນ​ເຮັດພິທີທາງສາສະໜາໃນ​ວັນ​ທີ 19 ພຶດສະພາ.

​ໃນ​ປີ 2022, ​ມີ ອັດຖິ​ຂອງ​ນັກ​ຊ່ຽວຊານ, ອາສາ​ສະໝັກ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ຢູ່​ລາວ 103 ອັດຖິກັບ​ຄືນເມືອ​ນະຄອນ ​ເງ້ອານ.

ວັນເລື້ອງ

ເຫດການ
302 Found

Found

The document has moved here.